ທຸຣະກິຈຂນາດນ້ອຍ ຂນາດກາງ ອາຈໄປບໍ່ລອດ

ສິດນີ
2021.03.10
ທຸຣະກິຈຂນາດນ້ອຍ ຂນາດກາງ ອາຈໄປບໍ່ລອດ ທຸຣະກິຈເຊົ່າຣົດຈັກ ສໍາລັບນັກທ່ອງທ່ຽວ ຢູ່ເມືອງວັງວຽງ ກ່ອນເກີດການຣະບາດ ພຍາດໂຄວິດ-19
File photo 2019: RFA

ຜູ້ປະກອບການທຸຣະກິຈ ຂນາດນ້ອຍ ແລະ ຂນາດກາງ ໃນລາວ ຍອມຮັມວ່່າ ໄດ້ຮັບຜົລກະທົບ ຢ່່າງໜັກໜ່ວງ  ທີ່ສຸດທີ່ບໍ່ເຄີຍ ພົບເຫັນມາ ຍ້ອນການຣະບາດ ຂອງໂຄວິດ-19 ທີ່ເຮັດໃຫ້ທຸຣະກິດຫຼົ້ມແຫຼວ ແລະຍາກທີ່ຈະຟື້ນຄືນໃຫມ່ ເປັນປົກກະຕິໄດ້ ໃນໄລຍະ 2-3 ປີ ຂ້າງຫນ້າ. ດັ່ງເຈົ້າຂອງບໍຣິສັດນຳທ່ຽວ ແລະ ບ້ານພັກ ຢູ່ແຂວງຫຼວງພຣະບາງ ທ່ານນຶ່ງກ່າວຕໍ່ ເອເຊັຽເສຣີ ໃນມື້ວັນທີ 10 ມິນາ ນີ້ວ່າ:

“ໂອ້ ຫນັກໆ, ໂດຍເວົ້າແຈ້ງໆລະຢູ່ບໍ່ໄດ້ເລີຍ ທ່ອງທ່ຽວນີ້; ຍອມ, ດຽວນີ້ກໍຕ້ອງຂາຍຊັບສົມບັດ ຂາຍຣົດຂາຍລາງຂາຍອັນນັ້ນອັນນີ້ ເອົາເງິນມາໃຊ້ໄປກ່ອນຫັ້ນນ່າ ຊື້ເວລາກ່ອນ ວ່າຊັ້ນສາ ທຸກບ່ອນຄືກັນຫມົດ.”

ທ່ານກ່າວຕື່ມວ່າ ເມື່ອບໍຣິສັດບໍ່ມີນັກທ່ອງທ່ຽວ ທັງພາຍໃນ ແລະຕ່າງປະເທດ ກໍເທົ່າກັບວ່າຣາຍຮັບຂອງບໍຣິສັດເປັນສູນ ຂນະທີ່ ຣາຍຈ່າຍຂອງບໍຣິສັດຍັງຄືເກົ່າ, ສະນັ້ນ ຫຼາຍບໍຣິສັດ ເຮັດທຸຣະກິດທ່ອງທ່ຽວ ແລະການບໍຣິການຕ່າງໆ ຜູ້ທີ່ບໍ່ມີທຶນສຳຮອງ ເພື່ອ ຢັບຢັ້ງທຸຣະກິດໄວ້ໄດ້ ກໍຈຳເປັນຕ້ອງປິດກິຈການ ຊົ່ວຄາວໄປກ່ອນ ແຕ່ຖ້າບໍຣິສັດໃດ ໄດ້ຮັບຜົລກະທົບ ຢ່າງຮຸ່ນແຮງ ກໍຈະປິດ ຖາວອນ.

ເຈົ້າຂອງໂຮງແຮມຂນາດກາງ ຢູ່ເມືອງວັງວຽງ ແຂວງວຽງຈັນເວົ້າວ່າ ໂຮງແຮມບ້ານພັກ ຮ້ານອາຫານ ແລະຮ້ານຂາຍເຄື່ອງຍ່ອຍ ບາງແຫ່ງໄດ້ເປີດກິຈການຊົ່ວຄາວ ເພື່ອຮອງຮັບ ນັກທ່ອງທ່ຽວຄົນລາວພາຍໃນປະເທດ ແລະ ການເປີດທາງດ່ວນວຽງຈັນ-ວັງວຽງ ກໍຊ່່ອຍກະຕຸ້ນທຸຣະກິດ ແຕ່ທ່ານເອງຍັງປິດກິຈການ ຢູ່ຈົນກວ່າທາງການລາວ ຈະເປີດປະເທດ ແລະ ນັກທ່ອງທ່ຽວເຂົ້າມາທ່ຽວ ຫຼາຍຂຶ້ນ

"ໂອ້ຍ! ຍາກລູກຄ້າບໍ່ມີ ຄົນຈີນເຂົາກະບໍ່ມານ່າດຽວນີ້, ຕາຍແລ້ວ ໂຮງແຮມຢູ່ຂ້າງຫັ້ນກໍປິດແລ້ວເດ້, ໂຮງແຮມນ້ອງສາວກໍປິດ ແລ້ວເດ້ ບໍ່ມີລູກຄ້າເດ້.”

ເຈົ້າຂອງຮ້ານອາຫານ ແລະຮ້ານເຊົ່າຣົດຈັກ ຢູ່ນະຄອນຫຼວງວຽງຈັນ ກ່າວຕໍ່ເອເຊັຽເສຣີວ່າ ທ່ານໄດ້ປິດກິຈການຊົ່ວຄາວເລີ້ມແຕ່ ທາງການລາວ ສັ່ງປິດປະເທດ ມາຮອດດຽວນີ້ ກະຍັງບໍ່ທັນເປີດເທື່ອ ແລະ ຫລັງຈາກປິດກິຈການໄປ ກໍໄດ້ປ່ຽນອາຊີບໃຫມ່ ເພື່ອສ້່າງຣາຍໄດ້ລ້ຽງຄອບຄົວໄປກອ່ນ, ຈົນກວ່າສະພາບການດີຂຶ້ນ ຈຶ່ງຈະເປີດຮ້ານໃຫມ່. ທ່ານວ່າ ທຸຣະກິດພາກບໍຣິການ ໃນນະຄອນຫຼວງວຽງຈັນ ເປັນຕົ້ນໂຮງແຮມ ບ້ານພັກ ຮ້ານອາຫານ  ແລະຮ້ານກິນດື່ມ ຫຼາຍແຫ່ງກໍປິດກິຈການ ໃນເວລານີ້.

“ກໍມີຫຼາຍຂໍ້ຫຍຸ້ງຍາກ ທ້າທາຍຢູ່ເນາະ, ເນື່ອງຈາກວ່າ ມັນໃຊ້ເວລາຫຼາຍເດືອນແລ້ວ ກໍເລີຍວ່າປ່ຽນວິຖີຊີວິດ ຫາຢູ່ຫາກິນຫັ້ນນ່າ ບາງຈຳນວນກະເລີຍວ່າ ປ່ຽນມືໂຮງແຮມ ພວກບໍຣິສັດ ພວກຮ້ານອາຫານ ເຂົາກະງົດເຣື້ອງການເກັບຊື້ ອາຫານການກິນຕ່າງໆ ລັກສນະແນວນີ້ ມັນຕາມກັນເປັນຕ່ອງໂສ້ເນາະ.”

ເຈົ້າຂອງຮ້ານຜ້າໄຫມ ໃນນະຄອນຫຼວງວຽງຈັນ ກ່າວວ່າ ຮ້ານຂອງນາງ ໄດ້ຮັບຜົລກະທົບຢ່າງຫນັກ ເຮັດໃຫ້ຣາຍໄດ້ຕໍ່ເດືອນ ຫຼຸດລົງເກືອບ 80% ຈາກເຄີຍຂາຍຜ້າໄໝໄດ້ປະມານ 3-6 ລ້ານ ກີບຕໍ່ມື້ ຣາຍໄດ້ທີ່ຫຫຼຸດລົງສ່ວນໃຫຍ່ ມາຈາກລູກຄ້າຄົນລາວ ຢູ່ຕ່າງປະເທດທັງຫມົດ.

“ເປີດປົກກະຕິເຈົ້າ, ບໍ່ໄດ້ປິດ ແຕ່ຣາຍໄດ້ກະຫລຸດລົງຕື່ມ ຈາກທີ່ບໍ່ມີໂຄວິດ ສ່ວນຫຼາຍລະແມ່ນຄົນລາວ ເວົ້າກະຄົນລາວຕ່າງ ປະເທດ ແຕ່ນ້ອຍ USA ແຕ່ຄົນໄທຍກໍໄດ້ຢຸດງຽບເລີຍ ບໍ່ໄດ້ສັ່ງເລີຍ.”

ກ່ຽວກັບເຣື້ອງນີ້້ ເຈົ້າຫນ້າທີ່ກົມສົ່ງເສີມ ແລະພັທນາເສຖກິດ ຂນາດນ້ອຍແລະຂນາດກາງ ກະຊວງອຸດສາຫະກັມ ແລະການຄ້າ ກ່າວວ່າ ນັບຕັ້ງແຕ່ການຣະບາດ ຂອງໂຄວິດ-19 ຂຶ້ນໃນລາວ ຍັງບໍ່ມີຫນ່ວຍງານໃດ ໄປຮິບໂຮມຂໍ້ມູນໂຕເລກ ວ່າມີທຸຣະກິຈ ຂນາດນ້ອຍ ແລະຂນາດກາງ ໄດ້ຜົລກະທົບຫລາຍນ້ອຍປານໃດ ແລະຖືກປິດກິຈການ ແບບຖາວອນ ເທົ່າໃດໃນທົ່ວປະເທດ.

“ຍັງບໍ່ມີຜູ້ໃດໄປເຮັດບົດຄົ້ນຄວ້າ ກ່ຽວກັບໂຕນີ້ SME ຖືກຜົລກະທົບ ຈັກຫົວຫນ່ວຍເພາະວ່າມັນເປັນໂຕເລກ ທີ່ກວ້າງເນາະເຈົ້າ ຖ້າເຮັດອີ່ຫລີ ມັນຈະຕ້ອງໄປທົ່ວຫັ້ນນ່າ ຈະບໍ່ມີ ຕົວໃຫຍ່ທີ່ວ່າ ຮວບຮວມຫມົດ ທົ່ວປະເທດທີ່ວ່າ ມີ SME ຖືກຜົລກະທົບ.”

ແຕ່ເຖິງຢ່າງໃດກໍຕາມ ສະພາການຄ້າ ແລະອຸດສາຫະກັມແຫ່ງຊາດ ໄດ້ຣາຍງານຫວ່າງປີ 2020 ວ່າການຣະບາດຂອງໂຄວິດ-19 ເຮັດໃຫ້ທຸຣະກິດຂນາດນ້ອຍ ແລະຂນາດກາງ ໄດ້ຮັບຜົລກະທົບເຖິງ 90% ໃນທົ່ວປະເທດ ແລະບາງທຸຣະກິຈເຊັ່ນໂຮງແຮມບ້ານພັກ ໄດ້ປິດກິຈການແບບຖາວອນ ໄປແລ້ວກໍມີ.

ທົ່ວປະເທດລາວມີຫົວໜ່ວຍທຸຣະກິຈ ປະມານ 125,000 ຫົວໜ່ວຍໃນນັ້ນ 90% ເປັນທຸຣະກິຈ ຂນາດນ້ອຍແລະຂນາດກາງ ແລະ ທຸຣະກິດ ທີ່ໄດ້ຮັບຜົລກະທົບຫຼາຍທີ່ສຸດ ຈາກການຣະບາດຂອງໂຄວິດ-19 ກໍແມ່ນຂແນງບໍຣິການທີ່ພັກເຊົາ ແລະຮ້ານອາຫານ ຄິດເປັນສັດສວ່ນ ປະມານ 23.6%, ຮອງລົງມາແມ່ນຂແນງອຸດສາຫະກັມປຸງແຕ່ງ 14.3%, ທຸຣະກິດການຄ້າຍ່ອຍ 12.4% ແລະການບໍຣິການອື່ນໆ 12%.

ແຂວງທີ່ມີທຸຣະກິດຂນາດນ້ອຍ ຂນາດກາງ ໄດ້ຮັບຜົລກະທົບຫຼາຍກວ່າຫມູ່ຄື ນະຄອນຫຼວງວຽງຈັນ ຄິດເປັນສັດສ່ວນປະມານ 56%, ຮອງລົງມາແມ່ນ ແຂວງສວັນນະເຂດ 10%, ແຂວງຫຼວງພຣະບາງ 9% ແລະ ແຂວງອຸດົມໄຊ 5%.

ອິງຕາມຣາຍງານ, ຄວາມສ່ຽງ ທີ່ທຸຣະກິດຂນາດນ້ອຍ ແລະຂນາດກາງ ປິດກິຈການຖາວອນສຸງເຖິງ 36% ຖ້າຫາກການຣະບາດ ໂຄວິດ-19 ຍືດຍາວໄປຕື່ມອີກ ບໍ່ມີວີ່ແວວວ່າຈະ ເປີດໄດ້ໃນອະນາຄົດອັນໃກ້ໆນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.