ລາຄານ້ຳມັນຂຶ້ນສະບາຍ ລົງຍາກ "ຢູ່ລາວ"
2021.03.12
ໃນວັນທີ 9 ມິນາ ກະຊວງອຸດສາຫະກັມ ແລະການຄ້າ ໄດ້ປະກາດຂຶ້ນລາຄານ້ຳມັນອີກ ນ້ຳມັນແອັດຊັງພິເສດເພີ່ມຂຶ້ນອີກ 280 ກີບຕໍ່ລິດ ຈາກລາຄາ 10,490 ກີບ ມາເປັນ 10,770 ກີບຕໍ່ລິດ, ນ້ຳມັນ ແອັດຊັງທັມມະດາປັບຂຶ້ນ 270 ກີບຕໍ່ລິດ ຈາກລາຄາ 9,560 ກີບ ມາເປັນ 9,830 ກີບ ຕໍ່ລິດ, ນ້ຳມັນກາຊວນປັບຂຶ້ນ 250 ກີບ ຕໍ່ລິດ ຈາກລາຄາ 8,470 ກີບ ມາເປັນ 8,720 ກີບ ຕໍ່ລິດ.
ການຂຶ້ນລາຄານ້ຳມັນ ສົ່ງຜົນກະທົບ ຕໍ່ການດຳລົງຊີວິດຂອງປະຊາຊົນ ໃນຂນະທີ່ ພະນັກງານຣັຖລະດັບສູງບໍ່ໄດ້ຮັບຜົນກະທົບ. ປະຊາຊົນ ຊາວນະຄອນຫຼວງວຽງຈັນ ໄດ້ໃຫ້ ສັມພາດ ຕໍ່ເອເຊັຍເສຣີ ວ່າ:
"ຫັ້ນແລ້ວ ຄື ບັນດາເຈົ້າ ບັນດານາຍ ຫັ້ນນະ ພວກເພິ່ນກະບໍ່ໄດ້ຮັບຜົນຫຍັງດອກ ເພາະວ່ານ້ຳມັນກະມີຣັຖອຸດໜູນ ແຕ່ພະນັກງານ ທັມມະດາ ກະໄປຈົນເຖິງຮອດຂັ້ນສູງສຸດ ນ້ຳມັນ ກະມີລົດກະມີ ກະບໍ່ໄດ້ຮັບຜົນກະທົບ ແຫຼະພວກເຂົາ ແຕ່ພວກເຮົາທີ່ເປັນປະຊາຊົນ ຫັ້ນຕີ້ ອີ່ຫຍັງກະຊື້ໝົດ ມີແຕ່ຊື້ກັບຊື້."
ປະຊາຊົນທ່ານນີ້ ກ່າວຕື່ມອີກວ່າ:
"ຈະເປັນລູກໄປໂຮງຮຽນ ໄປໄຮ່ ໄປສວນ ໄປຫາຍາດພີ່ນ້ອງ ລະຫວ່າງ ລະຫວ່າງເມືອງ ລະຫວ່າງແຂວງ ກະຕ້ອງໄດ້ໃຊ້ລົດ ດຽວນີ້ຫັ້ນ ບໍ່ມີຄຳວ່າຍ່າງແລ້ວ ດຽວນີ້ຫັ້ນ ຄັນໃນເມື່ອ ນ້ຳມັນ ມັນແພງຂຶ້ນໄປທຸກເມື່ອ ຫັ້ນນ່າ ກະຕ້ອງຜົນກະທົບແນ່ນອນ ສະນັ້ນແລ້ວຫັ້ນນ່າ ຖ້າວ່າມີຣັຖບານຊຸດໃໝ່ ກໍຄືຣັຖມົນຕຼີຊຸດໃໝ່ ກະຂໍໃຫ້ຄິດເຫັນປະຊາຊົນແດ່ ເດືອນນຶ່ງປັບ ນ້ຳມັນຮອດ 2,3 ເທື່ອ ປັບນ້ຳມັນຂຶ້ນຫັ້ນນະ."
ການຂຶ້ນລາຄານ້ຳມັນຂຶ້ນສົ່ງຜົນກະທົບ ຕໍ່ການຂົນສົ່ງສິນຄ້າ ແລະ ລາຄາສິນຄ້າ ກໍປັບຂຶ້ນຕາມມາ, ນັກວິຊການລາວທ່ານນຶ່ງ ໄດ້ໃຫ້ສັມພາດຕໍ່ເອເຊັຽເສຣີ ວ່າ:
ນັກຂ່າວ: ນ້ຳມັນຂຶ້ນນີ້ ມັນສົ່ງຜົນກະທົບຫຍັງ ຕໍ່ການດຳຣົງຊີວິດຂອງເຮົາແດ່ ຕອນນີ້ນະ?
ນັກວິຊາການ: ໂອ້ຍ, ທຸກເທື່ອນ້ຳມັນຂຶ້ນ ກະໜັກໂລດຫັ້ນແຫຼະ ສິນຄ້າກະຂຶ້ນນຳໂລດຫັ້ນຕິ, ມັນເປັນຈັ່ງຊັ້ນທຸກເທື່ອແຫຼະ ເພາະວ່າ ການຂົນສົ່ງມັນຕ້ອງໃຊ້ນ້ຳມັນເດ້ ການໄປການມາອີ່ສັງຕ່າງໆ ມັນອາສັຍນ້ຳມັນໝົດ. ທຳອິດມັນກະບໍ່ທັນຂຶ້ນ ຈັ່ງໜ່ອຍ ມັນກະຂຶ້ນ ຕາມເຂົາມີແຕ່ອ້າງວ່າ ນ້ຳມັນຂຶ້ນໂລດຫັ້ນແຫຼະ ຂອງປະເພນີມັນ ກະເປັນຈັ່ງຊັ້ນ ຜັກຫອມບໍ່ ຜັກນາງອ່າງຫຍ້າ ແມ່ນໝົດແຫຼະ.
ນັກຂ່າວ: ແຖວບ້ານເຮົານີ້ ເຂົາເຈົ້າຈົ່ມບໍ່?
ນັກວິຊາການ: ກະຈົ່ມຫັ້ນແຫຼະ ກະພາກັນຈົ່ມ ພວກແຮງງານ ພວກນາຍຊ່າງເຮັດວຽກ ຄືຂ້າພະເຈົ້າໄປເຮັດວຽກນຳຈັກໜ່ອຍ ກະຂອງຂຶ້ນອີກແຫຼະ ເຂົາວ່າປົກກະຕິ ມາແຕ່ໃດ ເຫຼັກກະຂຶ້ນ ສອງເທື່ອລະເຫຼັກນີ້ ໜັກຢູ່ທີ່ເຫຼັກ ຮາກຊິອອກ ຍ້ອນລາຄາເຫຼັກ. ໂອ້ຍ, ລາຄານ້ຳມັນ ອອກສະໜາມໄປແຕ່ລະເທື່ອນີ້ ຕາຍຄືນຄືກັນ ແຕ່ກີ້ໃສ່ແສນນຶ່ງ ມັນກະໄດ້ລິດນຶ່ງ 6 ພັນ 7 ພັນ ກີບ ມັນກະໄດ້ຫຼາຍລິດ, ດຽວນີ້ 8,700 ກີບ 8,800 ກີບ ຕໍ່ລິດ ແຕ່ໄປກັບກະບໍ່ຮອດ ກາຍເປັນໄປ ສອງແສນ ບາດນີ້. ວຽກຫັ້ນວຽກນີ້ ແຕ່ແສນນຶ່ງໄປໄດ້ ແຕ່ດຽວນີ້ ແສນນຶ່ງໄປບໍ່ໄດ້ແລ້ວ.
ນັກຂ່າວ: ສໍ່າແສນນຶ່ງ ມີແຕ່ໄປແມ່ນບໍ່ ກັບບໍ່ໄດ້ແມ່ນເບາະ?
ນັກວິຊາການ: ມີແຕ່ໄປ-ກັບ ສະໜາມກະ 20 ປາຍ-30 ກິໂລແມັດ ຂຶ້ນວານນີ້ ກະ 8,800 ກີບ ຕໍ່ລິດ. ແຕ່ກີ້ຈາກແສນນຶ່ງ ໃສ່ເກືອບ 20 ລີດ, 19 ລິດປາຍ ດຽວນີ້ ແສນນຶ່ງໃສ່ໄດ້ແຕ່ 11 ລິດ ປາຍ.
ນັກຂ່າວ: ຊິວິດການເປັນຢູ່ຊິຝືດເຄື່ອງ ເຂົ້າລະເນາະດຽວນີ້?
ນັກວີຊາການ: ບໍ່ແມ່ນເລີ່ມຝືດເຄື່ອງ ມັນຝືດເຄືອງມາແລ້ວ ແຕ່ວ່າມັນແໜ້ນເຂົ້າໄປເລື້ອຍຊື່ໆ. ຝຶດມາແລ້ວ ແຕ່ວ່າມັນແໜ້ນ ເຂົ້າໄປເລື້ອຍໆ ເລື້ອຍໆ. ກິນກະຕ້ອງປະຢັດ ປາດຸກ ໂລນຶ່ງ ຕ້ອງກຸ້ມມື້ນຶ່ງໄດ໋ ຢູ່ສະໜາມ ຄົນ 9 ຄົນ 10 ຄົນ. ນຶ່ງກິໂລ ກິນກຸ້ມມື້ນຶ່ງ ອາສັຍຫຍັງຊັ້ນ ເຮັດນ້ຳຫຼາຍໆ ກະອາສັຍຜັກ ດົນໆທິດນຶ່ງ ສອງທິດ ກະຈັ່ງໄດ້ກິນຂອງແຊບໆ ເທື່ອນຶ່ງ ໄປຊັ້ນແຫຼະ ກະອີ່ຕົນຢູ່ ອ້າຍນ້ອງແຮງງານ. ອີ່ຕົນກະເປັນຈັ່ງໃດ ກະຕ້ອງໄດ້ປັບໂຕ.
ປະຊາຊົນລາວ ອີກທ່ານນຶ່ງກໍໄດ້ເວົ້າວ່າ ການຂຶ້ນລາຄານ້ຳມັນ ສົ່ງຜົນກະທົບ ຕໍ່ການດຳລົງຊີວິດ ຂອງປະຊາຊົນຢ່າງຫຼີກລ້ຽງ ບໍ່ໄດ້: ມັນກະມີຜົນກະທົບຢູ່ແລ້ວ ເລື່ອງຄ່າຄອງຊີບ ນີ້ແຫຼະ ຄ່າຄອງຊີບຄົນລາວເຮົາ ທຽບກັບປະເທດຕ່າງໆ ເຂົາມີກຳນົດມາຕຖານ ຄ່າແຮງສໍ່ານີ້ ລະກະຄ່າຄອງຊີບສໍ່ານີ້ຫັ້ນນະ ຄ່າຄອງຊີບຄົນລາວເຮົາມັນບໍ່ຄົງທີ່ ມັນເລື່ອນລ່ອຍນະ.
ທ່ານກ່າວຕື່ມອີກວ່າ ເມື່ອຄ່າຄອງຊີບແພງ ຈະເຮັດໃຫ້ຄົນລາວ ຫຼາຍຄົນພາກັນໄປເຮັດວຽກ ຢູ່ປະເທດໄທຍ: ສ່ວນຫຼາຍກະ ພາກັນມາເຮັດງານ ຢູ່ປະເທດໄທຍ ຄ່າແຮງມັນດີກວ່າ ແຕ່ຄ່າຄອງຊີບລາວ ເຮົາມັນສູງ ຄ່າແຮງພັດຖືກ ອີກຢ່າງ ການງານ ກະບໍ່ຄ່ອຍມີ ຄົນລາວເຮົາຈັ່ງບໍ່ມີວຽກເຮັດງານທຳຢູ່ບ້ານ.
ປະຊາຊົນຊາວນະຄອນຫຼວງວຽງຈັນ ທ່ານນຶ່ງ ໃຫ້ສັມພາດວ່າ ນ້ຳມັນສ່ວນຫຼາຍມີແຕ່ຂຶ້ນ ແຕ່ສ່ວນໜ້ອຍລາຄານ້ຳມັນຈະຖືກລົງ:
ນັກຂ່າວ: ນ້ຳມັນຂຶ້ນດຽວນີ້ ເປັນຈັ່ງໃດນີ້?
ປະຊາຊົນ: ມີແຕ່ຂຶ້ນ ບໍ່ມີລົງ ດຽວນີ້ ລາວມີແຕ່ຂຶ້ນ ແຕ່ບໍ່ມີລົງ.
ນັກຂ່າວ: ເຂົ້າປາອາຫານນີ້ ແພງຂຶ້ນບໍ່?
ປະຊາຊົນ: ໂອ້ຍ ບໍ່ຫາເວົ້າອັນນີ້ນະ ບໍ່ຖ້າຫານທຽບ ຜູ້ຮັບຜິດຊອບບໍ່ປະຕິບັດໜ້າທີ່ ເພາະວ່າອັນນີ້ ຊູ່ມື້ໄປຊື້ນະ ຮ້ານຂາຍເຄື່ອງ ມິນິມາກ ນີ້ນະ ຄືວ່າທຸກມື້ນີ້ນ່າ ຂຶ້ນນະ. ກະວ່າ ພວກທີ່ມີໜ້າທີ່ຮັບຜິດຊອບ ເພິ່ນບໍ່ສົນໃຈບໍ້ ເຂົາມີ ເຂົາລ້ຳ ເຂົາລວຍ ແລ້ວເຂົາ ບໍ່ສົນເບາະ ເຂົາຄຶດໄປແນວນັ້ນໄດ໋. ປະຊາຊົນ ຜູ້ທຸກຜູ້ຍາກນີ້ໂອ້ ແຫ່ງຊ້ຳເຕີມເຂົາແຫຼະ ເຄື່ອງຢູ່ທ້ອງ ຕະຫຼາດນີ້ ກະຄືກັນ.
ນັກຂ່າວ: ເປັນຜັກເປັນຫຍັງ?
ປະຊາຊົນ: ຜັກນີ້ກະ ບາດຫຼາຍ ກະລົງ ບາດໜ້ອຍກະຂຶ້ນ, ແຕ່ວ່າເຄື່ອງສຳເລັດຮູບນີ້ນ່າ ຄືໄປຊື້ເທື່ອນຶ່ງ 13 ພັນ ແຕ່ໄປຊື້ອີກ ເທື່ອນຶ່ງ 14 ພັນ ກີບ ຊັ້ນນ່າ.
ນັກຂ່າວ: ແມ່ນຫຍັງລະ ຂຶ້ນຈາກ 13 ພັນ ກີບ ເຫັນ 14 ພັນ ກີບ?
ປະຊາຊົນ: ກະລາຄາເຄື່ອງໂອ, ທັມມະດາເຄື່ອງນີ້ ກະບໍ່ແມ່ຍ້ອນເງິນ ມັນແມ່ນຜູ້ທີ່ມີໜ້າທີ່ຮັບຜິດຊອບ ບໍ່ກວດກາ ແລະບໍ່ສົນໃຈ ກະຜູ້ທີ່ມີໜ້າທີ່ຮັບຜິດຊອບກວ່ານັ້ນ ຜູ້ທີ່ຢູ່ ອຸດສາຫະກັມ-ການຄ້າ ນີ້ນະ ບໍ່ປະຕິບັດໜ້າທີ່ນະ. ເວົ້ານີ້ ເວົ້າຢູ່ ວ່າຊິໄປກວດກາ ແຕ່ກະບໍ່ເຫັນໄປກວດກາ ຈັກເທື່ອ ລະລະຂຶ້ນຕລອດ ຈັ່ງວ່າ ພາບເພິ່ນອັນນ່າ ຖ້າເພິ່ນເປີດກອງ ປະຊຸມປະຖົມມະເລິກ ນີ້ແລ້ວ ກະຊິລອງສະເໜີເບິ່ງ ຜູ້ແທນຊຸດໃໝ່ນີ້ ເພິ່ນຊິວ່າແນວໃດ. ເພາະວ່າ ແຕ່ລະຄົນມາເຜີຍແຜ່ ກະບໍ່ໄດ້ເວົ້າເລື່ອງນະໂຍບອກ ນະໂຍບາຍຂອງແຕ່ລະຄົນ ວ່າຈະເຮັດໃຫ້ຊີວິດການເປັນຢູ່ ຂອງປະຊາຊົນ ໃຫ້ອີ່ມໜໍາສຳລານ ບໍ່ມີຜູ້ເວົ້ານະ ອັນເລື່ອງ ນະໂຍບາຍ ຈະນຳເອົາຄວາມທຸກ ມາໃຫ້ປະຊາຊົນເບາະ ຈະນຳເອົາຄວາມຂັດຂ້ອງ ໝອງໃຈ ຂອງປະຊາຊົນ ໄປສເນີກອງປະຊຸມ ໃຫ້ເພິ່ນແກ້ໄຂບໍ່ ບໍ່ມີໃຜເວົ້າເລື່ອງນີ້ນະ.
ເຈົ້າໜ້າທີ່ທາງການລາວ ໃຫ້ເຫດຜົນວ່າ ລາຄານ້ຳມັນຂຶ້ນຍ້ອນວ່າ ລາຄານ້ຳມັນຢູ່ຕະຫຼາດໂລກສູງຂຶ້ນ, ເຈົ້າໜ້າທີ່ຜແນກ ອຸດສາຫະກັມ ແລະການຄ້າ ໄດ້ໃຫ້ສຳພາດວ່າ:
"ກະຍ້ອນນ້ຳມັນຢູ່ຕລາດໂລກນີ້ແຫຼ້ວເວີຍ ຊິເວົ້າຫຍັງຍາກ ອັນນີ້ນະ ນຳເຂົ້າເດ້ ເພິ່ນຂຶ້ນເຮົາກະຂຶ້ນ ມັນຊິຍາກຫຍັງເອົ້າ ກະຍ້ອນ ນໍ້າມັນຢູ່ຕລາດໂລກຂຶ້ນເດ້ ໃນດຳພວກເຮົາກະວ່າ ໃຫ້ມີການປັບ 15 ວັນເທື່ອນຶ່ງ ການຄິດໄລ່ໂຄງສ້າງລາຄາ ກະເອົາຕາມນັ້ນ ຕ່າງແຕ່ວ່າ ໃນໂຄງສ້າງ ມັນມີ 22, 23 ຫ້ອງເປັນລຸ້ນ ຫຍັງແດ່ ເຮົາບໍ່ຮູ້ນຳໂຕນີ້ເນາະ ທັມມະດາມັນກະ ຄວນສູງກ່ອນນີ້ຫັ້ນແຫຼ້ວ ມັນກະຫຼຸດຫຼາຍລະສໍ່ານີ້. ກະຈັ່ງວ່າ ກະຍາກໄດ໋ ດຽວນີ້ ນ້ຳມັນນີ້ ຊ້ວງຂາຂຶ້ນ ກະເຮັດໃຫ້ສິນຄ້າອື່ນໆ ຕາມໄປໂລດ ອັນນີ້ນິນ່າ ກະເຈັບຫົວຄືກັນ ກະຄືບັນດາທ່ານ ໄດ້ຮັບຮູ້ຫັ້ນແຫຼະ ຄ່າຊົນສົ່ງນະ."
ນັບແຕ່ເດືອນມົກກະຣາ ເປັນຕົ້ນມາ ກະຊວງອຸດສາຫະກັມ ແລະການຄ້າ ໄດ້ປະກາດຂຶ້ນລາຄານ້ຳມັນມາແລ້ວ 5 ຄັ້ງ ຄື ໃນເດືອນ ມົກກະຣາ 2 ຄັ້ງ: ໃນ ວັນທີ 8 ແລະ ວັນທີ 21 ກົກກະຣາ.
ໃນເດືອນກຸມພາ 2 ຄັ້ງ ຄື ໃນ ວັນທີ 4 ກຸມພາ, ແລະ ວັນທີ 20 ກຸມພາ. ແລະ ຫຼ້າສຸດໃນວັນທີ 9 ມີນາ ກະຊວງອຸດສາຫະກັມ ແລະ ການຄ້າກໍໄດ້ປະກາດຂຶ້ນອີກ.