ເດັກນ້ອຍຈາກເຂື່ອນແຕກ ຢູ່ຢ່າງ ອຶດຢາກ
2021.03.16

ຜູ້ປະສົບພັຍ ເຂື່ອນແຕກ ຢູ່ເມືອງສນາມໄຊ ແຂວງອັດຕະປື ແລະ ປົກຄອງເດັກນ້ອຍເກີດໃໝ່ ຫຼາຍຄົນເວົ້າວ່າ ພາຍໃນສູນພັກ ຊົ່ວຄາວທັງ 5 ສູນ ມີເດັກນ້ອຍເກີດໃໝ່ລະຫວ່າງປີ 2019 ເປັນຕົ້ນມາຮວມທັງໝົດເກືອບ 100 ຄົນ ຍັງບໍ່ໄດ້ຮັບເງິນອັດຕຣາກິນ ແລະເງິນຕ່າງໆຈໍານວນ 250,000 ກີບ ຕໍ່ເດືອນ ຄືກັນກັບຜູ້ປະສົບພັຍ ເຂື່ອນແຕກຄົນອື່ນໆເທື່ອ, ທັ້ງໆທີ່ກ່ອນໜ້ານີ້ຄືເມື່ອທ້າຍ ເດືອນຕຸລາ ປີ 2020 ທ່ານເຈົ້າແຂວງໆ ອັດຕະປື ໄດ້ບອກວ່າເດັກເກີດໃໝ່ທຸກຄົນ ຈະໄດ້ຮັບເງິນອັດຕຣາກິນຢ້ອນຫຼັງໝົດຄົນ, ດັ່ງຜູ້ປະສົບພັຍ ເຂື່ອນແຕກຜູ້ນຶ່ງ ຊຶ່ງບໍ່ປະສົງອອກຊື່ແລະສຽງ ທີ່ລູກຂອງລາວ ຍັງບໍ່ໄດ້ຮັບເງິນດັ່ງກ່າວ ເວົ້າກັບວິທຍຸເອເຊັຽເສຣີ ເມື່ອວັນທີ 10 ມິນາ ນີ້ວ່າ: ຜູ້ປະສົບພັຍເຂື່ອນແຕກຜູ້ນີ້ເວົ້າວ່າ:
“ເມື່ອຕົ້ນເດືອນ 10 ປີ 2020 ທ່ານ ເລັດ ໄຊຍະພອນ ເຈົ້າແຂວງ ແຂວງອັດຕະປື ໄດ້ມາພົບພໍ້ກັບປະຊາຊົນ ຜູ້ສົບພັຍເຂື່ອນແຕກ ຢູ່ສູນດົງບາກ ທ່ານເວົ້າວ່າ ສໍາລັບຜູ້ທີ່ເກີດໃໝ່ ທີ່ບໍ່ທັນໄດ້ຮັບເງິນອັດຕຣາກິນ ແມ່ນຈະໄດ້ໄລ່ຢ້ອນຫຼັງໃຫ້ໝົດທຸກຄົນ ຊຶ່ງພໍ່ແມ່ຜູ້ ປົກຄອງຫຼາຍຄົນ ກໍຍັງຄອຍຄອງ ອັດຕຣາກິນນັ້ນໃຫ້ລູກ ຢູ່.”
ຜູ້ປົກຄອງເດັກຢູ່ສູນ ບ້ານດົງບາກໃໝ່ຫິນຄໍາ ຜູ້ນຶ່ງເວົ້າວ່າ ທັມມະດາ ຖ້າເພິ່ນວ່າຈະໃຫ້ ກໍຄວນຈະໄດ້ແລ້ວ, ອັນນີ້ແມ່ນຫຍັງ ລູກ ຂອງຕົນເກີດມາຈົນອາຍຸໄດ້ປີ ກັບ 4 ເດືອນແລ້ວ ກໍຍັງບໍ່ໄດ້ຮັບປານນີ້:
“ລູກຈົນໄດ້ ປີ 4 ເດືອນລະຍັງບໍ່ທັນໄດ້ ໝູ່ເກີດລຸ້ນດຽວກັນ ກະບໍ່ທັນໄດ້ຄືກັນ, ໄດ້ ປີ 4 ເດືອນແລ້ວທັມມະດາມັນກະຄວນໄດ້ຕິ ຖາມເບິ່ງໃຫ້ແດ່ເບິ່ງ ເພິ່ນຊິລົບລ້າງເລີຍບໍ ຫຼືວ່າຊິບໍ່ ໃຫ້ຜູ້້ເກີດໃໝ່ ລູກຂອງ ຜູ້ປະສົບພັຍບໍ່ໃຫ້ກິນເລີຍບໍ ເງິນອັດຕຣາກິນ ຫຼືວ່າ ເງິນອິສັງຫັ່ນນ່າ ກະເທົ່າກັນຫັ່ນແຫຼະ ທັມມະດາ ຄັນຖ້າວ່າເພິ່ນມີນະໂຍບາຍໃຫ້ຫັ້ນ, ແຕ່ວ່າເຂົາຊິຢຸດເລີຍບໍ ເຂົາຈົນວ່າລົບລ້າງ ຊ່ວຍເຫຼືອ ຜູ້ປະສົບພັຍພຸ້ນບໍ ບໍ່ເຂົ້າໃຈນໍາເພິ່ນນ່າ.”
ຜູ້ປະສົບພັຍເຂື່ອນແຕກຜູ້ນີ້ ເວົ້າວ່າຕົນໄດ້ປະກອບເອກກະສານ ຕາມຂັ້ນຕອນທີ່ທາງການແນະນໍາ ທຸກຢ່າງ ຖ້າຈະໃຫ້ກິນກໍໜ້າຈະ ໄດ້ແລ້ວ:
“ຫຼັງຈາກເກີດແລ້ວປຶບ ລະກະອ້າຍກະແລ່ນເຂົ້າສັມມະໂນຄົວ, ໄປຜ່ານຫ້ອງການພາຍໃນ, ຜ່ານອັນນັ້ນພວກ ປກສ ອັນນັ້ນເຂົາເອົາ ເຂົ້າປື້ມສັມມະໂນຄົວແລ້ວເໝິດ ລະກະມາຍື່ນ ຫ້ອງການແຜນການ, ຜ່ານແຮງງານແລ້ວເໝິດລະນ່າ ຖືວ່າຄົບຖ້ວນເໝິດລະຄັນວ່າ ເພິ່ນຊິເອົາເງິນໃຫ້ກິນຫັ້ນ ໄດ້ກິນແລ້ວ.”
ຜູ້ປະສົບພັຍເຂື່ອນແຕກຜູ້ນີ້ ເວົ້າອີກວ່າ ເດັກນ້ອຍທີ່ບໍ່ໄດ້ຮັບອັດຕຣາກິນ ຢູ່ສູນທີ່ຕົນຢູ່ນັ້ນ ມີທັງໝົດປະມານ 30 ປາຍຄົນ:
“ບ້ານໃໝ່ ກັບບ້ານທ່າຫິນ ມັນເຂົາເປັນບ້ານດຽວກັນເດ້ ເອີ້ນວ່າ: ບ້ານດົງບາກໃໝ່ຫິນຄໍາເດ້ ຕົກຢູ່ 30 ປາຍພຸ້ນແຫຼະ ສະເພາະ ບ້ານດຽວໃດ໋ ບາດນີ້ ບ້ານອື່ນເດ້ອີກ ຫັ້ນນ່າ.”
ຜູ້ປະສົບພັຍເຂື່ອນແຕກ ຢູ່ບ້ານຫິນລາດ ຜູ້ນຶ່ງເວົ້າວ່າ ສໍາລັບບ້ານຂອງຕົນ ມີເດັກນ້ອຍ ທີ່ບໍ່ໄດ້ຮັບອັດຕຣາກິນນັ້ນປະມານ 21 ຄົນ:
“ແມ່ນ ບ້ານແມ່ຄືກັນ ຄືວ່າຍັງ 21 ຄົນ, ປະມານປີນຶ່ງ ນີ້ແຫຼະ ເງິນບໍ່ທັນໄດ້ກິນ.”
ໃນຂນະດຽວກັນ ຜູ້ປົກຄອງເດັກ ຢູ່ບ້ານຫິນລາດຜູ້ນຶ່ງ ຊຶ່ງບໍ່ປະສົງອອກຊື່ແລະສຽງເວົ້າວ່າ: ຄືລູກຂອງຕົນນິ່ ກໍບໍ່ເຫັນເລີຍເງິນຫັ່ນ ຈັກເພິ່ນສິຕັດອອກເລີຍບໍ ຫຼືແນວໃດກໍບໍ່ຮູ້ສິ ລົບລ້າງອອກເລີຍບໍເດັກນ້ອຍເກີດໃໝ່ ກໍບໍ່ເຂົ້າໃຈນໍາເພິ່ນ ທັມມະດາມັນຄວນໄດ້ແລ້ວ ເພາະວ່າລູກໄດ້ປີປາຍແລ້ວ.
ສໍາລັບຢູ່ບ້ານດອນບົກ ມີເດັກນ້ອຍເກີດໃໝ່ແຕ່ປີ 2019 ມາ ທີ່ບໍ່ໄດ້ຮັບອັດຕຣາກິນ ແມ່ນມີທັງໝົດ 19 ຄົນ, ດັ່ງຊາວຜູ້ປະສົບພັຍ ເຂື່ອນແຕກຜູ້ນຶ່ງເວົ້າວ່າ:
“ອັນບ້ານເຮົານີ້ 19 ຄົນ ບໍ່ທັນໄດ້ ຫ້ວຍດຽວນີ້ ບາງຄົນກະ 4-5 ເດືອນ, ບາງຄົນກະປີປາຍລະເດ້ 2 ປີ ປາຍກະມີ ເງິນດອກເງິນ ເດືອນ ກະບໍ່ໄດ້, ເຂົ້າກະບໍ່ໄດ້ ເງິນກະບໍ່ໄດ້.”
ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ທ້ອງຖິ່ນ ຢູ່ບ້ານດອນບົກກ່າວວ່າ ເດັກເກີດໃໝ່ອາຍຸຣະຫວ່າງ 9 ເດືອນ ຫາ 2 ປີ ຢູ່ບ້ານນີ້ທີ່ບໍ່ໄດ້ຮັບ ເງິນອັດຕຣາກິນ ກໍມີຫຼາຍເຕີບ ແຕ່ເພິ່ນໃຫ້ແຕ່ ຈໍານວນພວກເກົ່າ ທີ່ຖືກປະສົບພັຍ ຜູ້ເກີດໃໝ່ນັ້ນ ເພິ່ນບໍ່ໄດ້ໃຫ້:
“ແມ່ນໆຍັງໆ ເຂົາບໍ່ໄດ້ກິນເພາະວ່າ ເຂົາເອົາແຕ່ຈໍານວນໂຕເກົ່າ ຈໍານວນໂຕໃໝ່ ເຂົາບໍ່ໄດ້ກິນ, ມີແຕ່ພວກຮັບອັດຕຣາກິນຫັ່ນ ພວກພໍ່ແມ່ຕາຍປະພວກທີ່ວ່າເພິ່ນລ້ຽງຫັ່ນ ຮອດອາຍຸ 18 ປີ ຫ່ັນ ກິນອັນນີ້ຫັ້ນ, ເດັກເກີດໃໝ່ຫັ່ນບໍ່ເອີ່ ກະຫຼາຍໃດ໋ ກະຫຼາຍ ເຕີບໃດ໋.”
ຜູ້ປົກຄອງເດັກ ຢູ່ບ້ານສມອງໃຕ້ ທີ່ລູກຍັງບໍ່ໄດ້ເງິນອັດຕາກິນ ຜູ້ນຶ່ງເວົ້າວ່າ ກໍຄອງຖ້າຢູ່ທຸກມື້ ເພາະວ່າເພິ່ນວ່າຈະໃຫ້ຢູ່:
“ເພິ່ນກະວ່າຢູ່ດອກ ເພິ່ນກະວ່າຢູ່ ຫາກແຕ່ວ່າບໍ່ທັນມີ ບໍ່ທັນໄດ້ເຂົ້າ ໃນບັນຊີຫັ່ນນ່າ ຍັງຄອງຖ້າຢູ່.”
ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ທ້ອງຖິ່ນ ຢູ່ບ້ານສມອງໃຕ້ ທ່ານນຶ່ງໄດ້ອະທິບາຍ ໃຫ້ວິທຍຸເອເຊັຽເສຣີ ຟັງວ່າ:
“ຢູ່ໃນບ້ານສມອງ ມີ 22 ຄົນ ເກີດໃໝ່ ນີ້ນາ ນັບແຕ່ພັຍນໍ້າຖ້ວມມາຮອດປັດຈຸບັນ, ຖືວ່າ ບໍ່ທັນໄດ້ກິນເຂົ້າກິນເງິນ ສ່ວນຫຼາຍ ແມ່ນປີປາຍ 2 ປີ ນີ້ຫຼາຍ, ຜູ້ອັນ 8-9 ເດືອນ ນີ້ແມ່ນ ສ່ວນນ້ອຍດອກ, ເດັກນ້ອຍເກີດໃໝ່ ຍັງ 20 ປາຍຄົນ ຍັງບໍ່ທັນໄດ້ກິນ ເງິນກິນເຂົ້າ ເພິ່ນເວົ້າວ່າ ຄວາມເວົ້າກັນໃນກອງປະຊຸມຫັ່ນ ເວົ້າກັນວ່າ 6 ນິ່ໄລ່ໃຫ້ກິນ, ບາດຜົລສຸດທ້າຍມາ ຍາມໃດກະບໍ່ໄດ້ ຈັກເທື່ອ ກະໄດ້ແຕ່ຜູ້ໄດ້ແລ້ວ, ແຕ່ພັຍນໍ້າຖ້ວມ, ແຕ່ຫັ່ນມາກະບໍ່ໄດ້ເລີຍ ອັນພວກເກີດໃໝ່ຫັ່ນ ນັບແຕ່ 2 ປີປາຍລົງມານະມາຮອດ 9 ເດືອນ ອັນໂຕວ່າ 3-4 ເດືອນ ຂ້ອຍບໍ່ໄດ້ຈົດຊໍ້ານ່າ.”
ໃນຂນະດຽວກັນ ເຈົ້າໜ້າທ້ອງຖິ່ນທ່່່ານນຶ່ງ ຢູ່ບ້ານທ່າແສງຈັນ ຊຶ່ງບໍ່ປະສົງອອກຊື່ແລະສຽງ ກໍກ່າວຕໍ່ວິທຍຸເອເຊັຽເສຣີໃນມື້ດຽວກັນ ນີ້ວ່າ:
“ແຕ່ 2019 ເທົ່າເຖິງປັດຈຸບັນນີ້ ຍັງບໍ່ມີໃຜຊິກິນໄດ້ນະມີທັງໝົດ 19 ຄົນ, ຈັກເພິ່ນຄິດໄລ່ແນວໃດ, ຈົນໄດ້ຂຽນຄໍາຮ້ອງ, ຈົນໄດ້ ຂຽນແຈ້ງເກີດຣະອຽດແລ້ວ, ເຂົາສເນີຄົບໝົດແລ້ວ, ແຕ່ເພິ່ນວ່າທາງ PNPC ຫັ່ນບໍ່ອະນຸມັດ, ຖ້າເພິ່ນບໍ່ອະນຸມັດ ຈັ່ງຊັ້ນລະ ພາກສ່ວນທີ່ເກີດໃໝ່ນິ່ ເຂົາຊິຢູ່ ຊິກິນຈັ່ງໃດ ເງິນອັດຕຣາກິນບໍ່ມີ, ເຂົ້າກິນອິຫຍັງບໍ່ມີ ປັດຈຸບັນນີ້ເພິ່ນຊິແກ້ໄຂ ຈັ່ງໃດ.”
ກ່ຽວກັບເຣື່ອງທີ່ວ່ານີ້ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ສອບຖາມໄປຍັງບໍຣິສັດ ເຂື່ອນເຊປຽນ-ເຊນໍ້ານ້ອຍ ຫຼື PNPC ເຈົ້າໜ້າທີ່ທ່ານນຶ່ງ ຊຶ່ງຂໍສງວນຊື່ ແລະສຽງກ່າວວ່າ:
“ບໍຣິສັດ ບໍ່ເຄີຍໄດ້ຍິນກ່ຽວກັບເຣື່ອງນີ້ ເພາະພວກເຮົາໃຫ້ແຕ່ ເດັກກໍ່າພ້າ-ກໍ່າພອຍ ທີ່ພໍ່ເສັຽຊີວິດໝົດ, ສໍາລັບເດັກນ້ອຍເກີດໃໝ່ ນີ້ບໍ່ໄດ້ຍິນເນາະ ໃຫ້ຊ່ວຍຖາມໄປທາງແຂວງ ເບິ່ງເນາະ ວ່າເພິ່ນວ່າແນວໃດ ເພາະທາງບໍຣິສັດ ບໍ່ເຄີຍໄດ້ຍິນເຣື່ອງນີ້ ບາງເທື່ອ ທາງແຂວງເພິ່ນອາຈມີນະໂຍບາຍພິເສດບໍ ໂຕນີ້ ເຮົາບໍ່ຮູ້.”
ເພື່ອຄວາມກະຈ່າງແຈ້ງ ກ່ຽວກັບເຣື່ອງດັ່ງກ່າວນີ້ ວິທຍຸເອເຊັຽເສຣີ ໄດ້ໂທຫາເຈົ້າໜ້າມຮາ ຄະນະໄກ່ເກັ່ຽພັຍພິບັດ ແລະ ເຈົ້າໜ້າທີ່ ຜແນກແຮງງານ ແລະ ສວັດດີການສັງຄົມ ແຂວງອັດຕະປື ໂທໄປຫຼາຍເທື່ອ ແຕ່ບໍ່ສາມາດຕິດຕໍ່ໄດ້.
ໃນມື້ວັນທີ 15 ມີນານີ້ ວິທຍຸເອເຊັຽເສຣີ ກໍໄດ້ໂທຫາທ່ານ ເຈົ້າເມືອງ ເມືອງສນາມໄຊ ແຕ່ທ່ານບອກວ່າ ທ່ານຄາປະຊຸມ.