ທາງການລາວເຊື້ອເຊີນຈີນ ມາລົງທຶນ ເພີ່ມອີກ ເຊັ່ນ: ສ້າງເຂື່ອນ ແລະ ຂຸດຄົ້ນແຮ່ທາດ

ມະນີຈັນ
2021.03.11
ທາງການລາວເຊື້ອເຊີນຈີນ ມາລົງທຶນ ເພີ່ມອີກ ເຊັ່ນ: ສ້າງເຂື່ອນ ແລະ ຂຸດຄົ້ນແຮ່ທາດ ໂຕຢ່າງນຶ່ງ ທີ່ບັນຫາຍັງແກ້ບໍ່ໄດ້: ບ້ານຈັດສັນຂອງໂຄງການ ເຂື່ອນນໍ້າທາ 1, ຊຶ່ງພວກຊາວບ້ານ ບໍ່ມີທີ່ດິນ ທໍາມາຫາກິນ.
ຂອບໃຈເພສ ພະລັງງານ ແລະ ບໍ່ແຮ່

ຣັຖບານລາວ ໄດ້ເຊີນນັກທຸຣະກິດ ຈາກປະເທດຈີນ ເຂົ້າມາລົງທຶນ ດ້ານພະລັງງານໄຟຟ້າ ແລະ ຂຸດຄົ້ນບໍ່ແຮ່ໃນລາວ ຫຼາຍຂຶ້ນ ເພື່ອເຮັດໃຫ້ເປົ້າໝາຍ ຫລຸດພົ້ນອອກຈາກ ສະຖານະພາບ ການເປັນປະເທດດ້ອຍພັທນາ ໄດ້ຕາມກໍານົດເວລາ ໃນປີ 2026, ແຕ່ຊາວລາວ ຈໍານວນນຶ່ງເຫັນວ່າ ເປົ້າໝາຍທີ່ຢາກເປັນໝໍ້ໄຟ ແຫ່ງອາຊຽນ ຂອງຣັຖບານລາວນັ້ນ ຈະສົ່ງຜົລກະທົບ ຕໍ່ສິ່ງແວດລ້ອມ ແລະສັງຄົມ ໃນລາວ ໜັກໜ່ວງຂຶ້ນກວ່າເກົ່າ, ອີງຕາມຄໍາເວົ້າຂອງຊາວລາວ ທີ່ຖືກຜົລກະທົບ ຈາກໂຄງການເຂື່ອນໄຟຟ້າ ນໍ້າຄານ 2 ແຂວງຫຼວງພຣະບາງ ຕໍ່ RFA ໃນມື້ວັນທີ 11 ມີນາ ນີ້. ທ່ານກ່າວຕອນນຶ່ງວ່າ:

“ກະແນ່ນອນແລ້ວ ມັນກະຕ້ອງມີຜົລກະທົບແຫຼະ ເພິ່ນກະສິປະຕິບັດຕາມ ເປັນແມ່່ໄຟອາຊຽນວ່າຕິເບາະ, ເປັນໝໍ້ໄຟອາຊຽນແລ້ວ ບາດນີ້ໜອງອີ່ພໍ່ຢູ່ບ່ອນທາງໂຄກຫັ້ນ ກະແຫ້ງໝົດ ແລ້ວເດ໋ ມີແຕ່ຂີ້ດິນ.”

ຊາວລາວຜູ້ນີ້ ເວົ້າຕື່ມວ່າ ພາຍຫລັງເກີດມີ ສອງເຂື່ອນນໍ້າຄານ ຄື; ເຂື່ອນນໍ້າຄານ2 ແລະ ເຂື່ອນນໍ້າຄານ3 ກໍເຮັດໃຫ້ຊາວບ້ານ ທີ່ອາສັຍຢູ່ທ້າຍເຂື່ອນນັ້ນ ບໍ່ສາມາດຫາປາ ແລະ ປູກພືດຜັກ ໄດ້ຄືແຕ່ກ່ອນ ຍ້ອນຣະດັບນໍ້າຢູ່ເຂດທ້າຍເຂື່ອນ ບົກລົງຈົນເຫັນ ໂງ່ນຫິນ. ດັ່ງນັ້ນຈຶ່ງວ່າ, ການທີ່ວ່າຈະເຮັດໃຫ້ລາວ ເປັນໝໍ້ໄຟແຫ່ງອາຊຽນນັ້ນ ມັນກະທົບຕໍ່ຊີວິດ ການເປັນຢູ່ ແລະການທໍາມາ ຫາກິນ ຂອງຄົນລາວ ແຕ່ຄົນລາວກໍຕ້ອງໄດ້ຈໍາໃຈຍອມຮັບ.

ທີ່ນະຄອນຫຼວງວຽງຈັນ ຊາວລາວຜູ້ນຶ່ງກໍເວົ້າຕໍ່ RFA ໃນມື້ດຽວກັນນີ້ວ່າ ບໍ່ສະເພາະແຕ່ນັກລົງທຶນຈີນ ນັກລົງທຶນປະເທດອື່ນໆ ກໍບໍ່ຢາກໃຫ້ເຂົ້າມາສ້າງເຂື່ອນ ຫລືຂຸດຄົ້ນບໍ່ແຮ່ ໃນປະເທດລາວ ຕື່ມອີກແລ້ວ ຍ້ອນເຫັນວ່າ ໂຄງການລົງທຶນເຫລົ່ານັ້ນ ສ້າງ ຜົລກະທົບ ຕໍ່ສິ່ງແວດລ້ອມ ແລະສັງຄົມ ຫຼາຍກວ່າຈະໄດ້ຜົລປໂຍດ:

“ອັນນີ້ກະບໍ່ຢາກເຫັນດີປານໃດ ກະຢາກໃຫ້ທາງຂັ້ນເທິງເພິ່ນ ພິຈາຣະນາ ຢຸດເຊົາອັນນີ້ນ່າ ເພາະວ່າ, ມັນພໍແລ້ວເຣື່ອງນີ້ນ່າ, ມັນເສັຽຫຼາຍກວ່າໄດ້ ປະຊາຊົນໄດ້ໂຍກຍ້າຍ ຢ້າວເຮືອນ ທໍາລາຍສິ່ງແວດລ້ອມ.”

ຊາວລາວອີກຜູ້ນຶ່ງ ຢູ່ແຂວງບໍລິຄໍາໄຊ ກໍເວົ້າຕໍ່ RFA ໃນມື້ວັນທີ 11 ມີນາ ນີ້ວ່າ, ຫາກຣັຖບານລາວ ກໍານົດເປົ້າໝາຍໄວ້ແລ້ວ ທີ່ວ່າຍັງຕ້ອງການ ຈະສ້າງເຂື່ອນຕື່ມນັ້ນ ປະຊາຊົນລາວ ກໍບໍ່ສາມາດຄັດຄ້ານ ແລະ ຕໍ່ຕ້ານແນວຄິດຂອງເພິ່ນໄດ້ ມີແຕ່ຈະຕ້ອງ ເຫັນດີນໍາເທົ່ານັ້ນ. ແລະກໍຄາດຫວັງວ່າ ປະຊາຊົນລາວ ໃນທົ່ວປະເທດ ຈະມີໄຟຟ້າໃຊ້ພຽງພໍ ໃນໄວໆນີ້, ດັ່ງທີ່ ທ່ານກ່າວວ່າ:

“ກະມີແຕ່ວ່າເພິ່ນເຮັດແນວໃດ ກະຊົມເຊີຍນໍາຂັ້ນເທິງ ເພິ່ນແຫຼະເນາະ ເພິ່ນເຮັດໃດກະດີໃຈ ກະມີຟືນມີໄຟໃຊ້ບ້ານເຮົາພຽງພໍ ແລ້ວກະອອກ ຂາຍຕ່າງປະເທດ ເຮົາກະດີໃຈດອກ ຄັນເພິ່ນເຮັດໄດ້ຫັ້ນນະ ຜົລກະທົບມັນມີດ້ານນຶ່ງຫັ້ນນ່າ ຄຽງຄູ່ກັນໄປຫັ້ນແຫຼະ, ກະຈໍາເປັນແຫຼະ ເພິ່ນເປັນນາຍເຮົາເດ໋ນໍ໋.”

ເຈົ້າໜ້າທີ່ຜແນກພະລັງງານ ແລະບໍ່ແຮ່ ແຂວງຊຽງຂວາງ ທ່ານນຶ່ງກ່າວຕໍ່ RFA ໃນມື້ດຽວກັນນີ້ວ່າ ດຽວນີ້ ພາຍໃນແຂວງກໍມີແຕ່ ບໍຣິສັດຈີນເຂົ້າມາສຶກສາຄວາມເປັນໄປໄດ້ ໃນການລົງທຶນດ້ານ ພະລັງງານ ຮວມທັງເຂື່ອນຂນາດນ້ອຍ, ພະລັງງານແສງຕາເວັນ, ແຕ່ກໍຍັງບໍ່ທັນເຂົ້າໃຈນໍາເພິ່ນ:

“ຍັງບໍ່ທັນເຂົ້າໃຈນໍາເພິ່ນນ່າ ຈຸດປະສົງເພິ່ນພິສັງແທ້ ບັດນີ້ໄຟຟ້ານໍ້າຜັດມັນບໍ່ມີແລ້ວ ເຂົາກະເຊັນ MOU ໄວ້ຫຼາຍໆບໍຣິສັດກໍລັງ ສຶກສາຢູ່ນີ໋ ກະຈີນກໍາລັງຢູ່ນີ້ນ່າ ແຕ່ສໍາຄັນເນື້ອທີ່ມັນ ໜ້ອຍຢູ່ແລ້ວ.”

ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ກະຊວງພະລັງງານ ແລະບໍ່ແຮ່ ທ່ານນຶ່ງກ່າວຕໍ່ RFA ໃນມື້ວັນທີ 11 ມິນາ ນີ້ວ່າ, ນະໂຍບາຍ ແລະ ແຜນພະລັງງານ ຂອງຣັຖບານລາວ ຄືຕ້ອງການເປັນສູນກາງ ດ້ານພະລັງງານ ໃນພູມີພາກ. ສະນັ້ນເພື່ອເຮັດໃຫ້ເປົ້າໝາຍ ຂອງປະເທດ ເກີດຜົລສໍາເຣັດ ຈຶ່ງມີຄວາມຈໍາເປັນຢ່າງຍິ່ງ ທີ່ຈະຕ້ອງເຊີນຊວນ ໃຫ້ນັກທຸຣະກິດຈີນ ທີ່ມີພ້ອມ ທັງເງິນ ກໍາລັງຄົນ ແລະເທັກໂນໂລຈີທັນສມັຍ ເຂົ້າມາລົງທຶນ ດ້ານພະລັງງານໃນລາວ ຫຼາຍຂຶ້ນ.

ກ່ຽວກັບເຣື່ອງດັ່ງກ່າວ ເຈົ້າໜ້າທີ່ກະຊວງພະລັງງານ ແລະບໍ່ແຮ່ ເວົ້າວ່າ ມັນກໍຂຶ້ນຢູ່ກັບ ການຕັດສິນໃຈ ຂອງຣັຖບານ. ຫາກ ຣັຖບານລາວ ວາງເປົ້າໝາຍອອກມາແລ້ວ ກໍຕ້ອງໄດ້ ປະຕິບັດຕາມ ຊຶ່ງສ່ວນຕົວແລ້ວ ແມ່ນຢາກໃຫ້ເຮັດ ດັ່ງທີ່ທ່ານກ່າວວ່າ:

“ຄວາມຈິງ ກະຢາກໃຫ້ເຮັດຫັ້ນແຫລ໋ວ ເພາະວ່າດຶງນັກທຸຣະກິດ ເຂົ້າມາລົງທຶນ ມັນກະມີປະຊາຊົນ ໄດ້ມີວຽກເຮັດງານທໍາ ສ່ວນ ປະຊາຊົນຜົລກະທົບ ມັນກະຂຶ້ນກັບຜູ້ໃຫຍ່ແຫລະ ຜູ້ໃຫຍ່ເພິ່ນລົງແນວໃດ ມັນກະແນວນັ້ນ.”

ກະຊວງພະລັງງານ ແລະບໍ່ແຮ່ ໄດ້ຣາຍງານຄວາມຄືບໜ້າ ກ່ຽວກັບການລົງທຶນ ດ້ານພະລັງງານ ແລະບໍ່ແຮ່ ຂອງນັກລົງທຶນຈີນ ເມື່ອ ບໍ່ດົນມານີ້ວ່າ ຮອດທ້າຍປີ 2020 ນັກທຸຣະກິດ ຈີນ ໄດ້ເຂົ້າມາລົງທຶນ ສ້າງເຂື່ອນໄຟຟ້າ ຮວມທັງໝົດ 16 ເຂື່ອນ, 2,256 ເມກາວັດ ແລະ ການຂຸດຄົ້ນແຮ່ທາດ 79 ໂຄງການ.

ປັດຈຸບັນ ການພັທນາໂຄງການເຂື່ອນໄຟຟ້າ ໃນລາວທັງໃນຣະດັບສູນກາງ ແລະທ້ອງຖິ່ນມີທັງໝົດ 429 ໂຄງການແລະໂຄງການ ທີ່ໄດ້ເຊັນ MOU ມີ 246 ໂຄງການ ຊຶ່ງສ່ວນໃຫຍ່ ຍັງເປັນການລົງທຶນ ຂອງນັກທຸຣະກິດຈີນ.

ອີງຕາມຣາຍງານຂອງກະຊວງແຜນການ ແລະການລົງທຶນ ປີ 2019, ຈີນເປັນຜູ້ລົງທຶນ ອັນດັບ 1 ໃນລາວ, ມີທັງໝົດ 785 ໂຄງການ ຮວມມູລຄ່າການລົງທຶນ 12 ຕື້ໂດລາ ສະຫະຣັຖ.

ໂຄງການສ່ວນໃຫຍ່ ທີ່ຈີນ ເຂົ້າມາລົງທຶນ ແມ່ນໂຄງການ ເຂື່ອນໄຟຟ້າ, ໂຄງການຂຸດຄົ້ນບໍ່ແຮ່, ໂຄງການທາງດ່ວນ ລາວ-ຈີນ, ໂຄງການທາງຣົດໄຟ ລາວ-ຈີນ, ເຂດເສຖກິດພິເສດ, ໂຄງການສ້າງໂຮງໝໍ ມະໂຫສົດ, ແລະ ໂຮງຈັກໂຮງງານ ທີ່ກະຈາຍຢູ່ທົ່ວ ປະເທດລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Oct 04, 2021 04:36 PM

ສ້າງຜົນກໍາໄລ,ຮັ່ງມີໄຫ້ກຸ່ມມາລົງທຶນແລະຄວາມມັ້ງຄັ້ງໄຫ້ຜູ້ມີອໍານາດພາຍໃນປະເທດນັ້ນໆຢູ່ບົນຜື້ນຖານຂອງຄວາມທຸກຈົນຂອງປະຊາຊົນໃນປະເທດຢ່າງຈະແຈ້ງໂດຍປະຊາຊົນບໍ່ໄດ້ຮັບຜົນປະໂຍດຫັຍງເລີຍດັ່ງທີ່ທຸກຕົນໄດ້ຮັບຮູ້ແລະເຫັນເຫດການໃນທຸກໆມື້ແລະບໍ່ມີການແກ້ໄຂຫັຍງເລີຍແລະຈະບໍ່ມີການແກ້ໄຂໄດ້ໃນປະຈຸບັນແລະໃນອານາຄົດຢ່າງແນ່ນອນ.