ອົງການກວດສອບແຫ່ງຣັດ ພາກເໜືອຂອງລາວ ກວດເຫັນຫຼາຍໜ່ວຍງານຂອງພາກຣັດ ໃນຫຼາຍແຂວງໃນພາກເໜືອຂອງລາວ ທີ່ມີຣາຍຮັບເພີ່ມ ແຕ່ບໍ່ໄດ້ມອບເຂົ້າງົບປະມານ ຂອງຣັຖບານກວ່າ 71 ຕື້ກີບ; ປັດຈຸບັນ ອົງການກວດສອບ ຍັງບໍ່ສາມາດເປີດ ເຜີຍຣາຍຊື່ ເຈົ້າໜ້າທີ່ ໜ່ວຍງານ ແລະ ຣາຍລະອຽດກ່ຽວກັບຣາຍຮັບເພີ່ມ ແລະ ການທີ່ບໍ່ໄດ້ມອບເງິນ ໃຫ້ຣັຖບານນັ້ນເທື່ອ, ດັ່ງເຈົ້າໜ້າທີ່ອົງການກວດສອບແຫ່ງຣັດ ພາກເໜືອທ່ານນຶ່ງ ທີ່ບໍ່ປະສົງບອກຊື່ ແລະ ຕຳແໜ່ງ ໄດ້ເລົ່າສູ່ວິທຍຸເອເຊັຍເສຣີ ຟັງ ໃນວັນທີ່ 3 ມິນາ 2021 ນີ້ວ່າ:
“ໂຕນີ້ມັນມີຫລາຍໜ່ວຍງານ ເຮົາສິເວົ້າຣາຍລະອຽດບໍ່ໄດ້ ເພາະວ່າມັນມີຫລາຍພວກເຮົາ ກຳລັງວາງແຜນປຶກສາຫາລືກັນຢູ່ ຕໍ່ມາຕການທີ່ເຮົາໄດ້ແນະນຳໄປແລ້ວ ແຕ່ວ່າມັນບໍ່ ສາມາດແກ້ໄຂໄດ້ດຽວນີ້ ກຳລັງປຶກສານຳກັນຢູ່ມື້ນີ້.”
ເຈົ້າໜ້າທີ່ອົງການກວດສອບພາກເໜືອ ທ່ານນີ້ກ່າວຕື່ມວ່າ ສຳລັບມາຕການໃນການປັບໃໝໃສ່ໂທດ ນັ້ນກໍມີຢູ່ ແຕ່ວ່າກໍຕ້ອງ ພິຈາຣະນາເປັນກໍຣະນີໄປ ວ່າສິເຮັດແນວໃດ. ສ່ວນ ເຈົ້າໜ້າທີ່ທາງການເງິນທ່ານນຶ່ງ ຢູ່ແຂວງຫຼວງພຣະບາງ ກ່າວໃນມື້ດຽວ ກັນວ່າການກວດສອບແບບນີ້ ອົງການກວດສອບເພິ່ນເຮັດເປັນ ປະຈຳທຸກໆປີ ແລະ ກໍໄດ້ກວດເຫັນການ ຮົ່ວໄຫລທຸກໆປີ ຊຶ່ງໝາຍຄວາມວ່າ ການລົງທຶນຂອງຣັຖບານ ບໍ່ມີຄຸນນະພາບ ບໍ່ໂປງໃສ ບໍ່ມີປະສິດທິພາບ ແລະ ປະສິດທິຜົນ ມູນຄ່າເກີນ ຄວາມເປັນຈິງ. ເຈົ້າໜ້າທີ່ ທ່ານນີ້ ອະທິບາຍ ຕື່ມວ່າ:
“ອັນນັ້ນເປັນໜ້າທີ່ ຂອງຂະເຈົ້າເຮັດຢູ່ນີ່ແຫຼະ ເຮັດເປັນປະຈຳ ກໍມີທຸກບ່ອນ ກໍມີຄືກັນໝົດຫັ່ນແຫຼະ ກໍມີໝົດ ບາງເທື່ອໂຄງການ ຂອງຣັດ ມັນອາດສິມີການບໍ່ໄດ້ຄຸນນະພາບ ງົບເກີນກວ່າ ສູງເກີນກວ່າຄວາມເປັນຈິງ ຕົວຢ່າງມັນລັກສນະ ນັ້ນຫັ່ນແຫລະ.”
ປະຊາຊົນຜູ້ນຶ່ງຢູ່ ແຂວງຫຼວງພຣະບາງ ກໍຍິນດີທີ່ເຈົ້າໜ້າທີ່ ໄດ້ກວດຮູ້ກວດເຫັນ ເພາະວ່າປັດຈຸບັນ ເງິນເຂົ້າຣັຖບານໜ້ອຍ. ຣັຖບານກໍຄວນເກັບເອົາເງິນ ທີ່ສູນເສັຍໄປນັ້ນຄືນ ເພື່ອນຳມາພັທນາປະເທດຊາດ.
“ກໍໂອເຄແຫຼະ ເຫັນດີຢູ່ແຫຼະ ເພາະມັນກໍຕ້ອງໄດ້ເອົາເງິນເຂົ້າຣັດ ດຽວນີ້ມັນງົບປະມານຣັດ ມັນກໍບໍ່ສົມດູນຢູ່ແລ້ວ ເອົາເງິນເຂົ້າຣັດ ເພື່ອມາໝຸນຫັ່ນໜ໋າ.”
ແລະ ປະຊາຊົນອີກຜູ້ນຶ່ງ ຢູ່ແຂວງໄຊຍະບຸຣີ ກໍຍິນດີທີ່ທາງການເພິ່ນ ໄດ້ກວດເຫັນເງິນທີ່ສູນເສັຽໄປ ຍ້ອນການສໍ້ຣາສບັງຫຼວງ ຂອງບັນຫາເຈົ້າໜ້າທີ່ຣັຖບານ.
“ການກວດສອບແນວນີ້ ມັນກໍດີຢູ່ແນວນຶ່ງ ແຕ່ຜູ້ທີ່ມີຕຳແໜ່ງໃຫຍ່ ເຂົາກໍບໍຢາກພໍໃຈເນາະ ການກວດເຫັນແບບນີ້ ມັນກໍພົບຢູ່ໃນ ໄລຍະຫລັງໆ ຂະເຈົ້າໄປກວດສອບໄດ້ຢູ່ ແລ້ວຂະ ເຈົ້າກໍໄປປົດຕຳແໜ່ງ ພະນັກງານເນາະ ພະນັກງານຂອງຣັດ ທີ່ວ່າໄປກິນ ສິນບົນຫັ່ນ ຂະເຈົ້າກໍຖືກໄລ່ອອກ.”
ອົງການກວດສອບແຫ່ງຣັດພາກເໜືອ ເປີດກອງປະຊຸມ ເມື່ອບໍ່ດົນຜ່ານມາ ທີ່ນະຄອນຫຼວງພຣະບາງ, ໄດ້ສລຸບຜົນງານການ ກວດສອບໃນ 2020 ທີ່ຜ່ານມາ ແລະວາງແຜນ ວຽກງານສຳລັບ ປີ 2021 ນີ້.
ໃນກອງປະຊຸມ ທ່ານ ຊົມຊື່ນ ໄຊເກີຢາຈົງຕົວ ປະທານອົງການກວດສອບແຫ່ງຣັດ ປະຈໍາພາກເໜືອ ໄດ້ຣາຍງານຜົລການ ເຄື່ອນໄຫວວຽກງານ ປະຈໍາປີ 2020 ວ່າທາງອົງການ ກວດສອບຂອງທ່ານ ໄດ້ກວດສອບ 147 ຫົວໜ່ວຍ ເຊັ່ນ ໄດ້ກວດສອບ ເອກສານ ແລະບົດຣາຍງານການເງິິນ ຂອງຣັຖວິສາຫະກິດ ນໍ້າປະປາ, ລົງເກັບກໍາຂໍ້ມູລໂຄງການລົງທຶນ ຂອງຣັຖ 1 ໂຄງການ, ແລະກວດເຫັນຣາຍຮັບເພີ່ມ ທີ່ບໍ່ມອບເຂົ້າງົບປະມານ ຂອງຣັຖຈໍານວນ 71 ຕື້ ແລະ 720 ລ້ານກີບ, ອີງຕາມຣາຍງານຂ່າວ ເສຖກິດ-ສັງຄົມ ປະຈຳວັນທີ 1 ມີນາ 2021 ນີ້.
ເມື່ອທ້າຍປີກາຍ ນະຄອນຫລວງວຽງຈັນ ກໍກວດສອບເຫັນລາຍຮັບເພີ່ມ ໃນຂແນງອາກອນ, ກວດສອບເຫັນການຈ່າຍນອກແຜນ ໃນຂແນງວິຊາການ, ກວດສອບເຫັນ ຜແນກ ສຶກສາ-ກິລາ ເອົາເງິນໄປຝາກ ທະນາຄານທຸຣະກິດໂດຍບໍ່ໄດ້ຮັບອະນຸຍາດ ຈາກ ຜແນກການເງິນ ຂອງນະຄອນຫລວງ.
ທ່ານ ຄຳມອນ ບົວພັນ ປະທານອົງການກວດສອບແຫ່ງຣັຖ ປະຈຳພາກກາງໄດ້ກ່າວ ຢູ່ໃນກອງປະຊຸມສມັຍສາມັນຄັ້ງທີ 10 ຂອງ ສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ່ 1 ໃນວັນທີ 28 ທັນວາ 2020 ຕອນນຶ່ງວ່າ:
“ຣາຍຮັບກວດກາເຫັນເພີ້ມ ສຳລັບບ້ວງສ່ວຍສາອາກອນ ແລະບ້ວງອື່ນໆ ຈຳນວນ 13.9 ຕື້ ກີບ ຊຶ່ງໄດ້ຮັບການແກ້ໄຂແລ້ວຈຳນວນ 6.71 ຕື້ ກີບ.”
ໜ່ວຍງານຢູ່ນະຄອນຫລວງວຽງຈັນ ຍັງໃຊ້ຈ່າຍເງິນວິຊາການ ນອກແຜນປະມານ 14 ຕື້ ກີບ ໂດຍບໍ່ມີການບັນທຶກ ການຮັບ- ການຈ່າຍ, ທ່ານ ຄຳມອນ ບົວພັນ ຣາຍງານຕື່ມວ່າ:
“ລາຍຮັບວິຊາການຈຳນວນ 14.87 ຕື້ ກີບ ທີ່ໄປຈ່າຍນອກແຜນ ຊຶ່ງໄດ້ຮັບການແກ້ໄຂ ດ້ວຍການຈົດຮັບຈົດຈ່າຍ ຈຳນວນ 0.31 ຕື້ ກີບ ແລະ ຍັງເຫຼືອຈຳນວນ 14.36 ຕື້ກີບ ແມ່ນຍັງບໍ່ໄດ້ດຳເນີນ ຕາມຂັ້ນຕອນ ຈົດຮັບ-ຈົດຈ່າຍ.”
ນອກຈາກນີ້ ອົງການກວດສອບແຫ່ງຣັຖ ຍັງກວດພົບວ່າ ຜແນກສຶກສາ-ກິລາ ແລະຫ້ອງການຄຸ້ມຄອງບໍຣິຫານ ຕົວເມືອງວຽງຈັນ ຍັງໄດ້ເອົາເງິນໄປຝາກ ທະນາຄານທຸຣະກິດ ໂດຍບໍ່ໄດ້ຮັບອະນຸຍາດ.
ໃນຂອບເຂດທົ່ວປະເທດ ອົງການກວດກາຣັຖບານ ເປີດເຜີຍວ່າ ໃນປີ 2019 ມີເຈົ້າໜ້າທີ່ຣັຖເຖິງ 700 ຄົນ ຖືກລົງວິນັຍໃນ ຄວາມຜິດສໍ້ຣາດບັງຫຼວງ ໃນນັ້ນຖືກໄລ່ ອອກ 400 ຄົນ.
ຄວາມເສັຍຫາຍ ຈາກການສ້ຳຣາດບັງຫຼວງ ຄິດ ມີຫຼາຍກວ່າ 1 ພັນຕື້ກີບ, 10 ລ້ານໂດລາ, ແລະ 24 ລ້ານບາດ.