ຣັຖບານລາວຢືມອີກ 10 ລ້ານ ຕ້ານໂຄວິດ-19

ຈໍາປາທອງ
2021.03.08
ຣັຖບານລາວຢືມອີກ 10 ລ້ານ ຕ້ານໂຄວິດ-19 ສູນຮອງຮັບຄົນງານລາວ ທີ່ ກັບຈາກ ປະເທດໄທຍ, ໃນຊ້ວງທີ່ ໂຮງງານຮ້ານຄ້າ ໃນໄທຍ ສ່ວນໃຫຍ່ຖືກປິດກິຈການ
ພາບປະກອບ: ນັກຂ່າວພົລເມືອງ

ຣັຖບານລາວ ກູ້ຢືມເງິນທະນາຄານໂລກ ດ້ວຍດອກເບັ້ຽຕໍ່າ ຈໍານວນ 10 ລ້ານ ໂດລາ ສະຫະຣັຖ ເພື່ອຊື້ວັກຊິນປ້ອງກັນໂຄວິດ-19, ເພື່ອຮັບໃຊ້ວຽກງານ ການແພດ ໃນການຕ້ານ ໂຄວິດ-19 ຢູ່ປະເທດລາວ, ອີງຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ກະຊວງ ສາທາຣະນະສຸກ ທ່ານນຶ່ງ ທີ່ຂໍສງວນຊື່ ແລະ ຕໍາແໜ່ງ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 8 ມີນາ ນີ້:

“ເຮົາຈະຊື້ວັກຊິນເນາະ ແລ້ວກະເວົ້າເຣື່ອງມາຕການ ຄວບຄຸມເຣື່ອງສິ່ງແວດລ້ອມ ບໍ່ໃຫ້ເກີດພິດພັຍສິ່ງແວດລ້ອມແລະສັງຄົມ ຈາກຊຸມຊົນນ່າ ແລະເຮົາຈະເບິ່ງໃນສະຖານທີ່ ບໍຣິການ ເຣື່ອງຫ້ອງວິເຄາະ ເຣື່ອງການບໍາບັດຂີ້ເຫຍື້ອ ໂຄວິດ ... ຢ່າງການເກັບ ທີ່ນອນ ນອນປິ່ນປົວ ຄົນທີ່ມາກັກກັນຫັ້ນນ່າ.”

ທ່ານກ່າວຕື່ມວ່ານອກຈາກນັ້ນ ເງິນທີ່ກູ້ຢືມມາ ຍັງຈະໃຊ້ເບິ່ງແຍງຄົນລາວ ທີ່ເດີນທາງມາຈາກຕ່າງປະເທດ ໃນເວລາຖືກກັກໂຕ ເຣື່ອງອາຫານການກິນ ແລະ ຜູ້ຕິດເຊື້ອໂຄວິດ-19 ກໍຈະມີການເບິ່ງແຍງ ໃນເຣື່ອງຄ່າໃຊ້ຈ່າຍໃຫ້.

ສ່ວນເຣື່ອງການຊ່ອຍເຫຼືອເງິນອຸດໜູນ ຄົນຫວ່າງງານ ທາງການກໍຍັງບໍ່ມີນະໂຍບາຍ ຄືກັນກັບປະເທດອື່ນໆ. ແລະວ່າເງິນຈໍານວນ ນີ້ກະຊວງສາທາຣະນະສຸກ ຈະສຸມໃສ່ສະເພາະ ດ້ານສາທາຣະນະສຸກ ເພື່ອປ້ອງກັນໂຄວິດ-19 ເທົ່ານັ້ນ:

“ສໍາລັບກະຊວງສາທາ ພວກເຮົາ ແມ່ນແນ່ໃສແຕ່ເຣື່ອງຄວບຄຸມກັນ ແລະພວກທີ່ມາຈາກເຮັດວຽກ ຢູ່ຕ່າງປະເທດ ເຣື່ອງອາຫານ ການກິນ ຜູ້ທີ່ຕິດເຊື້ອຫັ້ນ ຄ່າໃຊ້ຈ່າຍອິຫຍັງຕ່າງໆ ຈະເບິ່ງທັງໝົດ ເບິ່ງແຍງດູແລ ຫລັງຈາກໝົດ ບໍ່ມີເຊື້ອ ແລ້ວເຮົາຈຶ່ງຈະສົ່ງ ກັບບ້ານ ແຕ່ພວກຫວ່າງງານ ໂຕນີ້ເຮົາຍັງບໍ່ທັນມີໂຕນີ້ນ່າ.”

ຊາວນະຄອນຫລວງວຽງຈັນ ນາງນຶ່ງ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ເປັນເຣື່ອງດີ ທີ່ທາງຣັຖບານ ກູ້ຢືມເງິນຈໍານວນ ດັ່ງກ່າວມາໃຊ້ເປັນປໂຍດໃນການ ປ້ອງກັນໂຄວິດ-19. ແຕ່ຖ້າຫາກນໍາໄປໃຊ້ ໃນທາງທີ່ບໍ່ສົມຄວນ ຫລືຈະມີການຍັກຍອກ ເອົາໄປ ກໍບໍ່ຢາກໃຫ້ມີ:

“ເວົ້າເຣື່ອງຍັກຍອກອິຫຍັງມຸນີ້ແຫລະ ສໍ້ຣາດບັງຫລວງ ໝູ່ນີ້ແຫລະ ກໍບໍ່ຢາກໃຫ້ມີຫັ້ນແຫລະ ແຕ່ວ່າທຸກສິ່ງທຸກຢ່າງ ກໍປາສຈາກ ບໍ່ໄດ້ດອກເນາະ ກະບໍ່ແນ່ດອກເນາະ ເຮົາບໍ່ຮູ້ກັບ ເພິ່ນເນາະ ຫາເງິນກະຍາກ ປະຊາຊົນຄູ່ມື້ນີ້ນ່າ ຈໍາເປັນກໍຕ້ອງສູ້ໄປ ເວົ້າຫຍັງ ກະບໍ່ໄດ້ ກະສິເຮັດຈັ່ງໃດ.”

ແລະຊາວແຂວງຈໍາປາສັກ ທ່ານນຶ່ງກໍເວົ້າວ່າ ເງິນຈໍານວນດັ່ງກ່າວ ກູ້ມາແລ້ວ ກໍຕ້ອງໃຊ້ໃຫ້ເປັນປະໂຫຍດຕາມຈຸດປະສົງໃນການ ຄວບຄຸມ ປ້ອງກັນເຊື້ອໂຄວິດ-19 ຈະເປັນການດີ. ຢ້ານແຕ່ວ່າ ເງິນຈໍານວນນັ້ນ ຈະຖືກນໍາໄປໃຊ້ຈ່າຍຢ່າງອື່ນ ທີ່ບໍ່ກ່ຽວຂ້ອງກັບ ໂຄວິດ-19, ຍ້ອນວ່າສ່ວນຫລາຍ ແພດ ໝໍ ມັກຈະເວົ້າວ່າ ງົບປະມານ ບໍ່ພຽງພໍ:

”ຢືມມານີ້ ກໍຢາກໃຫ້ໃຊ້ໃຫ້ຖືກຈຸດປະສົງ ເປົ້າໝາຍຫັ້ນແຫລະ ບໍ່ວ່າໄດ້ຈັບໄດ້ບາຍໂຕຈິງຫັ້ນແຫລະ ເວົ້າງ່າຍໆ ຢ້ານແຕ່ເພິ່ນເອົາ ໄປນໍາໃຊ້ ຜູ້ໃດກໍເອົາໄປ ເອົາໄປ ພັດສິໃຊ້ໂຕຈິງ ບໍ່ໄດ້ ເພາະວ່າຖ້າເອົາມາໃຊ້ລວມ ທີ່ບໍ່ແມ່ນຖານນໍາຈັ່ງຊີ້ ຮອດຍາມມາບໍ່ມີໃຊ້ ກໍສິໄດ້ໄປເອົາອີກຕື່ມ ອີກບ້ານເຮົາກໍເປັນໜີ້ ຫລາຍແລ້ວ ຈະເອົາມາຕື່ມອີກ ກະຊອກທາງໃດ ໃຫ້ເພິ່ນ ອີກຕື່ມຫັ້ນນະ.”

ທ່ານກ່າວຕື່ມວ່າ ໃນຄວາມເປັນຈິງ ກໍຢາກໃຫ້ມີເງິນອຸດໜູນ ປະຊາຊົນ ທີ່ໄດ້ຮັບຜົລກະທົບ ຈາກ ໂຄວິດ-19 ຄືກັນກັບປະເທດອື່ນໆ ຊຶ່ງເບື້ອງຕົ້ນຢາກໃຫ້ທາງ ຣັຖບາລເພີ່ນຊ່ອຍ ຫຼຸດຜ່ອນຄ່ານໍ້າ, ຄ່າໄຟຟ້າ, ຄ່ານໍ້າມັນ ແລະຄ່າພາສີອາກອນໃຫ້ ເພາະມີຄົນຈໍານວນ ຫລວງຫລາຍຍັງຫວ່າງງານ ດັ່ງທີ່ທ່ານກ່າວວ່າ:

”ເຣື່ອງອຸດໜູນນີ້ ປະເທດເຮົາກະສິບໍ່ຫວັງດອກ ມີແຕ່ຢາກໃຫ້ເພິ່ນຫລຸດຜ່ອນ ເຣື່ອງພາສີອາກອນ ຄ່ານໍ້າ ຄ່າໄຟ ຣາຄາສິນຄ້າ ນໍ້າມັນ ໃຫ້ເຫລືອແນວລະເຄິ່ງ ປະຊາຊົນແນວ ເຂົາເຈົ້າຈະດີໃຈ.”

ແລະປະຊາຊົນຢູ່ແຂວງວຽງຈັນ ກໍເວົ້າວ່າ ເງິນທີ່ຣັຖບາລຢືມມາ ເປັນເງິນທີ່ຈະໃຊ້ເຂົ້າ ໃນໂຄງການກ່ຽວກັບໂຄວິດ-19 ຢູ່ແລ້ວ ຖ້າຫາກຖືກນໍາໃຊໄປໃນຈຸດປະສົງ ທີ່ວ່ານັ້ນກໍເປັນ ເຣື່ອງດີ ຊຶ່ງເບື້ອງຕົ້ນແມ່ນຢາກ ໃຫ້ຊ່ອຍກະຕຸ້ນເສຖກິດ ພາຍໃນປະເທດ ໃຫ້ດີຂຶ້ນ ນໍາດ້ວຍ ເພາະວ່າກ່ອນນັກທ່ອງທ່ຽວ ຕ່າງປະເທດ ຈະໄດ້ເຂົ້າມາ ກໍຄົງຈະຍັງອີກດົນ ແລະວ່າ ຖ້າຫາກເສຖກິດດີຂຶ້ນ ທຸກຄົນກໍຂະມີຣາຍໄດ້ ມີເງິນໃຊ້ຈ່າຍ ໃນຊີວິດປະຈໍາວັນ ແຕ່ວ່າຄົງຈະຍັງຍາກ ດັ່ງທີ່ທ່ານກ່າວວ່າ:

“ເຣື່ອງຢາກກໍຢາກ ແຕ່ວ່າຄົງຈະຍາກລະ ເອົາມາກະຕຸ້ນເສຖກິດບໍ ຫລືວ່າສນັບສນູນບ່ອນທ່ອງທ່ຽວ ສ້າງກິຈກໍາຊັກຈູງນັກ ທ່ອງທ່ຽວ ຖ້າຍັງບໍ່ເປີດປະເທດ ເທື່ອຫັ້ນນະ ຫລືໃຫ້ມັນ ໝຸນວຽນຂຶ້ນກວ່າເກົ່າ ເພາະໂຕນີ້ມັນເຊື່ອມຊ້າຢູ່ນະ.”

ເມື່ອກ່ອນນັ້ນ ຄືໃນມື້ວັນທີ 7 ເມສາ 2020 ຣັຖບາລລາວ ກໍໄດ້ກູ້ຢືມເງິນ ທະນາຄານໂລກຈໍານວນ 18 ລ້ານໂດລາສະຫະຣັຖ ເພື່ອ ເອົາມາຄວບຄຸມ, ປ້ອງກັນ ແລະ ຕອບໂຕ້ ໂຄວິດ-19 ທີ່ມີການຣະບາດ ເມື່ອປີທີ່ແລ້ວ.

ຈີນ ແລະ ຣັຖເຊັຍ ຊ່ອຍວັກຊິນປ້ອງກັນ ໂຄວິດ-19 ແລະນອກຈາກນັ້ນ ກໍມີຫລາຍ ປະເທດໃຫ້ການຊ່ອຍເຫລືອ ທາງດ້ານອື່ນໆ ແກ່ລາວ ໃນການຕ້ານເຊື້ອໂຄວິດ-19 ຊຶ່ງໃນນັ້ນ ກໍມີສະຫະຣັຖ ອາເມຣິກາ ທີ່ຊ່ອຍອຸປກອນການແພດ ໃນການຕ້ານໂຄວິດ-19 ນັ້ນ.

ການກູ້ຢືມເງິນທະນາຄານໂລກ ຈໍານວນ 10 ລ້ານໂດລາສະຫະຣັຖ ທີ່ວ່ານີ້ ມີຂຶ້ນໃນຂນະທີ່ ສປປລາວ ມີຄວາມຫຍຸ້ງຍາກໃນການ ໃຊ້ແທນໜີ້ຕ່າງປະເທດ ເປັນຈໍານວນມະຫາສານ ແລະມີຣາຍຮັບ ບໍ່ພຽງພໍ ທີ່ຈະໃຊ້ໜີ້ແທນສິນ ທີ່ວ່ານັ້ນ ຊຶ່ງກະຊວງການເງິນຂອງ ລາວຣາຍງານກ່ຽວກັບຣາຍຮັບຣາຍຈ່າຍ ບໍ່ໄດ້ຕາມແຜນການ. ຊຶ່ງອີງຕາມການຣາຍງານຂອງ ເວັບໄຊ Trading Economic ໜີ້ ສາທາຣະນະ ຂອງລາວ ມີ 9,761 ລ້ານ ໂດລາ ສະຫະຣັຖ ຂນະທີ່ແຫລ່ງຂ່າວອື່ນເວົ້າວ່າ ລາວຕິດໜີ້ຕ່າງປະເທດຫຼາຍກວ່ານັ້ນ ແລະ ບາງຂ່າວກໍເວົ້າວ່າ ລາວຕິດໜີ້ຕ່າງປະເທດ 12 ຕື້ປາຍໂດລາ ສະຫະຣັຖ ແລະ ອາຈເຖິງ 85% ຂອງລວມຍອດມູນຄ່າ ຜລິຕພັນພາຍໃນ ຫລື GDP ໃນມໍ່ໆນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.