ດິນໃກ້ທາງຣົດໄຟ ແພງຂຶ້ນ ນັບມື້
2021.03.10

ໂຄງການກໍ່ສ້າງທາງຣົດໄຟ ລາວ-ຈີນ ຕາມແຜນການຄາດວ່າ ຈະສ້າງສຳເຣັດ ແລະ ຈະເປີດບໍຣິການຢ່າງເປັນທາງການໃນທ້າຍ ເດືອນທັນວາ ປີ 2021 ນີ້. ເຊິ່ງປະຊາຊົນລາວ ສ່ວນຫຼາຍຄາດວ່າ ຈະສົ່ງຜົລຕໍ່ຣາຄາທີ່ດິນ ແພງຂື້ນຫຼາຍເທົ່າໂຕ. ໂດຍສະເພາະ ແມ່ນຈຸດສຳຄັນ ທີ່ທາງຣົດໄຟ ຜ່ານ. ດັ່ງປະຊາຊົນ ຊາວນະຄອນຫຼວງວຽງຈັນ ໄດ້ກ່າວຕໍ່ເອເຊັຽເສຣີ ເມື່ອວັນທີ 10 ມິນາ ວ່າ:
"ຂຶ້ນຢູ່ກັບດິນຕອນນັ້ນຈະໃກ້ ໄກຫຼາຍຊໍ່າໃດ ໂຕຢ່າງຕອນນີ້ແມັດກາເຣ ປະມານ 600 ບາດ. ຖ້າວ່າມັນແລ້ວຂຶ້ນໄປແມັດລະ 1000 ນີ້ແປບດຽວພາຍໃນເວລາບໍ່ເກີນ 3-4 ເດືອນນີ້ ແມ່ນມີຣາຄາປ່ຽນແປງໄດ້ແນ່ນອນເລີຍ ບໍ່ວ່າແຕ່ຢູ່ໃສຫັ້ນນ່າ ຂຶ້ນຫຼາຍແທ້ຢູ່ແລ້ວ."
ປະຊາຊົນແຂວງອຸດົມໄຊ ກໍຢ້ານວ່າຄົນຈີນ ຈະຫຼັ່ງໄຫຼເຂົ້າມາເຮັດທຸຣະກິຈຢູ່ໃນແຂວງ ແລະ ມາຕັ້ງຖິ່ນຖານຢູ່ໃນແຂວງອຸດົມໄຊ ຫຼາຍຂຶ້ນ. ປັຈຈຸບັນຄົນຈີນມາຕັ້ງຖິ່ນຖານ ໃນແຂວງກໍຫຼາຍຢູ່ແລ້ວ. ຖ້າມັນຫຼາຍເກີນໄປ ຢ້ານວ່າເກີດຂໍ້ຂັດແຍ່ງກັນ.
"ຄົນຈີນເຂົ້າມາຫຼາຍໂພດ ກໍມີຄວາມກັງວົນໂອ້! ເພາະວ່າຄັນວ່າເພິ່ນເຂົ້າມາຫຼາຍເນາະ ການພັທນາມັນກາແມ່ນຢູ່ວ່າມັນດີຂຶ້ນ. ມາເບິ່ງແລ້ວສະພາບຄວາມຫຍຸ້ງຍາກ ມັນກະຊິມີ ຍັງບໍ່ຮູ້ວ່າຊິມີການຂັດແຍ່ງບໍ່, ມັນກະຂຶ້ນກັບພັກ-ຣັຖ ຄັນວ່າພັກ-ຣັຖ ເຮົາມີ ການຄຸ້ມຄອງດີ ມັນກະຈະບໍ່ມີການຂັດແຍ່ງ."
ໃນຂນະທີ່ ປະຊາຊົນແຂວງຫຼວງພຣະບາງ ກັບເຫັນວ່າການເປີດ ບໍຣິການຣົດໄຟ ລາວ-ຈີນ ຈະນຳມາເຊິ່ງຜົລປໂຍດໃຫ້ແກ່ ຄົນລາວເປັນຕົ້ນການເດີນທາງສະດວກຂຶ້ນ ແລະ ເຮັດໃຫ້ຄົນຈີນເດີນທາງ ເຂົ້າມາທ່ອງທ່ຽວໄດ້ສະດວກຂຶ້ນ.
"ກະມີຜົລປໂຍດກັບຫຼາຍແຂວງຢູ່ເນາະ ແຂວງຕໍ່ແຂວງກະໄປສະດວກສະບາຍ ກໍຕ້ອງໄດ້ໃຊ້ບໍຣິການ ນຳເພິ່ນແຫຼະເນາະ. ຄັນວ່າມີກະເຮັດໃຫ້ຄົນລາວ ສະບາຍຂຶ້ນ, ຄົນລາວກໍ ນໍາໃຊ້ກັບຄົນຈີນ, ຄົນຈີນກໍນໍາໃຊ້ກັບຄົນລາວ ກໍໜ້າຊິມາເນາະ, ເພາະວ່າມັນກໍຊາຍແດນ ຕິດກັນຢູ່ແລ້ວຫັ້ນນ່າ."
ຜູ້ຊ່ຽວຊານດ້ານປະເທດລາວ ທ່ານ ອະດິສອນ ເສມແຍ້ມ ປະຈຳສະຖາບັນ ເອເຊັຽສຶກສາ ທີ່ຂຶ້ນກັບ ມະຫາວິທຍາລັຍຈຸລາລົງກອນ ປະເທດໄທຍໄດ້ໃຫ້ຄຳເຫັນວ່າ ຜູ້ປະກອບການ ຣົດຂົນສົ່ງສິນຄ້າ ເຂດພາກເໜືອຈະໄດ້ຮັບ ຜົລກະທົບແນ່ນອນ ຖ້າທາງຣົດໄຟ ລາວ-ຈີນ ເປີດບໍຣິການ.
"ທ່ານກ່າວວ່າ ມັນຈະກະທົບແນ່ນອນ ຕໍ່ທຸຣະກິຈຂົນສົ່ງສິນຄ້າ, ຣົດຂົນສົ່ງເພາະວ່າ ຂົນສົ່ງມັນຖືກກວ່າໄລຍະເວລາມັນກໍສັ້ນກວ່າ. ສຳລັບການເດີນທາງຈາກ ນະຄອນຫຼວງວຽງຈັນ ໄປຫາເຂດບໍ່ເຕັນ ມັນສັ້ນກວ່າອີກທັງ ຣະບົບການຂົນສົ່ງ ໃນລາວ ໂດຍສະເພາະ ການເດີນທາງ ບົນຖນົນຍັງມີສະພາບເປ່ເພ."
ເຈົ້າໜ້າທີ່ຄຸ້ມຄອງທາງຣົດໄຟ ລາວ-ຈີນ ເຂດພາກເໜືອຢັ້ງຢືນວ່າ ການກໍ່ສ້າງທາງຣົດໄຟ ລາວ-ຈີນ ເປັນໄປໄດ້ດ້ວຍດີ ແລະ ຈະສ້າງສຳເຣັດຕາມກຳນົດກ່ອນ ວັນຊາດທີ 02 ທັນວາ 2021 ນີ້ແນ່ອນ.
"ແມ່ນແຫຼະ ຕາມແຜນການປີນີ້ຫັ້ນແລ້ວ ກໍບໍ່ທັນແລ້ວເທື່ອ ກຳລັງມໍ່ຊິແລ້ວ ໂຕນີ້ບໍ່ທັນລົງໂຕ ນີ້ບໍ່ທັນໄດ້ອອກໄປເບິ່ງເທື່ອ."
ຕາມການຣາຍງານຂອງສື່ ທາງການລາວ ເມື່ອທ້າຍປີກາຍວ່າ ນັບຕັ້ງແຕ່ລົງມືວາງລາງຣົດໄຟ ຢູ່ນະຄອນຫຼວງວຽງຈັນ ໃນວັນທີ 27 ມິນາ 2020 ເປັນຕົ້ນມາ ທາງບໍຣິສັດ ທາງຣົດໄຟ ລາວ-ຈີນ ໄດ້ປະຕິບັດຕາມຂໍ້ຕົກລົງ ເຊິ່ງໄດ້ເລັ່ງລັດ ການກໍ່ສ້າງ, ກວດກາດ້ານ ຄຸນນະພາບ ແລະ ຄວາມປອດພັຍ.
ໄລຍະຜ່ານມາຜົລກະທົບ ຂອງການຣະບາດເຊື້ອພຍາດໂຄວິດ-19 ສາມາດວາງລາງຣົດໄຟ ຮອດແຂວງຫຼວງພຣະບາງ ໄດ້ ສຳເຣັດຮວມຄວາມຍາວ 240 ກິໂລແມັດ ເຊິ່ງກວມເອົາ 57% ຂອງຄວາມຍາວທັງໝົດ ແລະ ຄາດວ່າຈະທັນເປີດບໍຣິການ ຢ່າງເປັນທາງການ ໃນທ້າຍປີ 2021 ນີ້ແນ່ນອນ.
ໂຄງການທາງຣົດໄຟລາວ-ຈີນ ມີຄວາມຍາວທັງໝົດ 422,4 ກິໂລແມັດ ກໍ່ສ້າງຕາມມາຕຖານເຕັກນິກຂອງຈີນ ແລ່ນດ້ວຍຄວາມໄວ 160 ກິໂລແມັດ ຕໍ່ຊົ່ວໂມງ. ການບໍຣິການ ຮວມມີ ໂດຍສານ ແລະ ຂົນສົ່ງສີນຄ້າ. ມູນຄ້າການກໍ່ສ້າງທັງໝົດ 5.986 ຕື້ໂດລາ ສະຫະຣັຖ ໄດ້ເຣີ້ມສ້າງມາແຕ່ປີ 2016.
ໃນຂນະດຽວກັນ ກໍມີຣາຍງານເມື່ອ ເດືອນກຸມພາຜ່ານມາວ່າ ທາງຣົດໄຟ ລາວ-ຈີນ ຍັງພົບບັນຫາຫຍຸ້ງຍາກ ດ້ານຄວາມປອດພັຍ ໃນໄລຍະການກໍ່ສ້າງ. ຍ້ອນມີຄົນໄປລັກຫົວນອດ, ປະຊາຊົນປ່ອຍສັດລ້ຽງ ເຂົ້າທາງຣົດໄຟ ແລະ ເຮັດທາງຂ້າມ ໂດຍບໍ່ໄດ້ຮັບ ອະນຸຍາດ.