ເຣື້ອງທີ່ເກັບບັນທຶກໄວ້
2021-12-08
ຄົນງານລາວ ໃນເຂດເສຖກິຈ ພິເສດສາມາດ ລົງທະບຽນ ກັບບ້ານໄດ້ ໂດຍບໍ່ເສັຽຄ່າໃຊ້ຈ່າຍ ເພາະຫຼາຍຄົນ ຖືກນາຍຈ້າງຖິ້ມ ເນື່ອງວ່າ ຕິດເຊື້ອ ໂຄວິດ-19 ແລະ ຫຼາຍຄົນ ກໍໝົດສັນຍາ ເຮັດວຽກ ຈຳເປັນຕ້ອງໄດ້ກັບຄືນ ບ້ານກ່ອນ.
2021-12-07
ເຖິງແມ່ນວ່າ ຣົຖຂົນສົ່ງສິນຄ້າ ຈາກລາວ ສາມາດເຂົ້າໄປຈີນໄດ້ແລ້ວ ແຕ່ກໍພົບກັບບັນຫາ ການຈຳກັດຈຳນວນຣົຖລາວທີ່ເຂົ້າຈີນ ເຮັດໃຫ້ຈຳເປັນ ຕ້ອງຈອດອັ່ງກັນ ຢູ່ດ່ານພາສີ ບໍ່ເຕັນ ແຂວງ ຫຼວງນໍ້າທາ ປະມານ 2,000-3,000 ຄັນ.
2021-12-07
ຜູ້ປະກອບການ ທຸຣະກິຈໃນລາວ ແລະຊາວລາວຈໍານວນນຶ່ງ ເຫັນວ່າ ການເຂົ້າມາລົງທຶນຂອງກຸ່ມຄົນຈີນ ແມ່ນມີຈໍານວນຫຼາຍເກີນໄປ ແລະຍິ່ງທາງຣົຖໄຟລາວ-ຈີນ ເປີດແລ້ວ ຄົນຈີນ ແລະສິນຄ້າຈີນ ຍິ່ງຈະເຂົ້າມາລາວຫຼາຍຂຶ້ນ.
2021-12-06
ທາງການລາວ ໄດ້ເປີດໃຊ້ ດ່ານສາກົລ ສິ້ນຄ້າ ທ່າບົກ-ທ່ານາແລ້ງ ແລ້ວ, ໂດຍຄາດຫວັງ ໃຫ້ເປັນລະບົບ ທີ່ມີຄວາມ ທັນສມັຍ ແລະ ມີຄວາມສາມາດ ຮອງຮັບ ການຂົນຖ່າຍສິນຄ້າ ເຂົ້າ-ອອກ ຢ່າງມີປະສິດທິພາບ.
2021-12-06
ຍ້ອນຣົຖໄຟ ເປັນເຣື່ອງໃໝ່ ສຳລັບ ປະເທດລາວ ຈຶ່ງເຮັດໃຫ້ຫຼາຍຢ່າງເບິ່ງສັບສົນ ປົນເລ, ທັງການຂາຍປີ້, ການກວດຄົນ ແລະຄວາມປອດພັຍ ຂອງຜູ້ໂດຍສານ ທີ່ອາດມາພ້ອມກັບ ເຊື້ອໂຄວິດ-19 ເຮັດໃຫ້ ການຂີ່ຣົຖໄຟ ກາຍເປັນ ບົດທົດສອບ ຄວາມອົດທົນ ທັງຜູ້ໃຊ້ບໍຣິການ ແລະຜູ້ໃຫ້ບໍຣິການ.
2021-12-03
ເສັ້ນທາງຣົຖໄຟ ລາວ-ຈີນ ເປີດໃຊ້ ຢ່າງເປັນທາງການ ໃນວັນທີ 3 ທັນວາ ປີ 2021 ໂດຍ ທ່ານ ທອງລຸນ ສີສຸລິດ ປະທານປະເທດລາວ ແລະທ່ານ ສີ ຈິ້ນຜິງ ປະທານປະເທດຈີນ ຮ່ວມກັນ ເປັນປະທານ ໃນພິທີເປີດດັ່ງກ່າວ ຜ່ານລະບົບວິດີໂອທາງໄກ.
2021-12-02
ທ່ານ ພັນຄໍາ ວິພາວັນ ນາຍົກຣັຖມົນຕຣີ ເປັນປະທານ ພິທີອວຍພອນ ໂຊກໄຊໃຫ້ທາງ ຣົຖໄຟລາວ-ຈີນ ຢູ່ສະຖານີຣົຖໄຟ ນະຄອນຫຼວງວຽງຈັນທນ໌ ກ່ອນຈະເປີດໃຊ້ ຢ່າງເປັນທາງການ ໃນມື້ວັນທີ 3 ທັນວາ.
2021-12-01
ເບື້ອງຕົ້ນ ທາງຣົຖໄຟລາວ-ຈີນ ຈະເປີດໃຫ້ບໍຣິການ ມື້ລະ 2 ຖ້ຽວ ສະເພາະພາຍໃນປະເທດ ສ່ວນຂົນສົ່ງສິນຄ້າທັງ ລາວ-ຈີນ ໄດ້ຕົກລົງກັນ ສາມາດຂົນສົ່ງ ຂ້າມຊາຍແດນໄດ້, ສຳລັບຄ່າໂດຍສານປະຊາຊົນ ເຫັນວ່າຍັງແພງຫຼາຍ.
2021-12-01
ຊາວລາວ ຫຼາຍຄົນ ເຫັນວ່າ ລາຄາປີ້ໂດຍສານ ຣົຖໄຟ ລາວ-ຈີນ ຍັງແພງຢູ່ ຫາກທຽບໃສ່ຣາຍໄດ້ ທົ່ວໄປ ຂອງຄົນລາວ ໂດຍທົ່ວໄປ ໂດຍສະເພາະ ຜູ້ອອກແຮງງານ ຊຶ່ງຣາຍໄດ້ບໍ່ສູງ.
2021-12-01
ຜ່ອນຜັນ ມາຕການປ້ອງກັນ ເຊື້ອໂຄວິດ-19 ອະນຸຍາດໃຫ້ ທຸຣະກິຈໂຮງແຮມ, ເຮືອນພັກ, ສະຖານທີ່ທ່ອງທ່ຽວ ເປີດບໍຣິການໄດ້ ແລະຮ້ານອາຫານ ກໍໃຫ້ແຂກມານັ່ງກິນໄດ້ແລ້ວ ແຕ່ບໍ່ໃຫ້ຂາຍເຄື່ອງດື່ມທີ່ມີທາດເຫຼົ້າ.
2021-11-30
ໂຄງການ ທາງຣົຖໄຟ ລາວ-ຈີນ ເປັນໂຄງການ ທີ່ຕ້ອງໄດ້ຢືມເງິນ ມາລົງທຶນ ຖ້າທຽບ ສັດສ່ວນ ການລົງທຶນ ຈີນແມ່ນແບກໜີ້ ຫຼາຍກວ່າລາວ ເຖິງວ່າລາວ ຈະລົງທຶນນ້ອຍ ແຕ່ກໍຍັງ ເປັນໜີ້ຈີນຢູ່.
2021-11-30
ຫຼາຍຄົນ ຕ້ອງການ ໃຫ້ພາກສ່ວນ ທີ່ກ່ຽວຂ້ອງ ພິຈາຣະນາ ປັບຂຶ້ນ ຄ່າແຮງງານ ຂັ້ນຕໍ່າ ໃຫ້ສອດຄ່ອງກັບສະພາບການ ຂອງເສຖກິຈ ໃນປັດຈຸບັນ.
2021-11-29
ນັກລົງທຶນຈີນ ພ້ອມດ້ວຍເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ໃນຂັ້ນທ້ອງຖິ່ນ ມາເລາະຊອກຂໍເຊົ່າດິນນາ ຂອງຊາວບ້ານ ເພື່ອປູກໝາກຖົ່ວເຫຼືອງ ກັບຊາວບ້ານ ໃນເຂດບ້ານຫົວນາ ແລະ ບ້ານໃກ້ຄຽງ ຂອງເມືອງພຽງ ແຂວງໄຊຍະບູຣີ, ແຕ່ຊາວບ້ານຫຼາຍຄອບຄົວ ບໍ່ເຫັນດີໃຫ້ເຊົ່າ.
2021-11-29
ຣັຖບານລາວ ເດີນໜ້າເປີດທາງຣົດໄຟ ລາວ-ຈີນ ຕາມກຳນົດການ ທີ່ໄດ້ວາງເອົາໄວ້ ເຖິງວ່າ ຂະນະນີ້ລາວປະເຊີນ ກັບການຣະບາດ ໂຄວິດ-19 ແລະ ບັນຫາ ການຄ້າງຈ່າຍ ຄ່າຊົດເຊີຍ ຜົລກະທົບຂອງປະຊາຊົນກໍຕາມ.
2021-11-26
ເກີດເຫດການ ຄົນງານກໍ່ສ້າງ ສະຖານີ ຣົດໄຟລາວ-ຈີນ ປະທະກັບ ກຸ່ມນາຍຈ້າງຄົນຈີນ ແລະ ຖືກຄົນຈີນ ທຳຮ້າຍຮ່າງກາຍ ເປັນເພາະ ຄົນງານລາວ ພາກັນຢຸດວຽກແລ້ວ ໄປທວງເງິນ ນຳນາຍຈ້າງ ຈົນເກີດເຫດ ວິວາດກັນຂຶ້ນ.