ຣົຖໄຟ ລາວ-ຈີນ ໂຄງສ້າງໜີ້ ຈີນຮັບ ສ່ວນຫຼາຍ
2021.11.30
ເສັ້ນທາງຣົຖໄຟລາວ-ຈີນ ໄດ້ຖຶກສ້າງຂຶ້ນໃນຮູບແບບ ທີ່ເປັນການລົງທຶນລະຫວ່າງພາກຣັຖ ກັບ ເອກະຊົນ ຫຼື PPP ກໍ່ສ້າງແລະດຳເນີນງານ ແລະສົ່ງມອບ BOT ແລະການຮ່ວມມື ຣັຖບານກັບຣັຖບານ ຫຼື G to G ຊຶ່ງຮູບແບບເຫຼົ່ານີ້ ທີ່ຣັຖບານລາວ ແລະຈີນໄດ້ຕົກລົງຈັດຕັ້ງບໍຣິສັດຮ່ວມທຶນ ບໍຣິສັດທາງຣົຖໄຟລາວ-ຈີນ ຈຳກັດ ໂດຍແບ່ງສັດສ່ວນການຖືຫຸ້ນ ລາວຖືຫຸ້ນ 30% ແລະ ຈີນຖືຫຸ້ນ 70%. ດັ່ງ ທ່ານ ສົມສະຫວາດ ເລັ່ງສະຫວັດ ອາດີດຜູ້ລິເຣີ້ມໂຄງການນີ້ໄດ້ກ່າວຕໍ່ສື່ມວນຊົນພາຍໃນເມື່ອກາງເດືອນພຶສຈິກາທີ່ຜ່ານມາ.
“ສຸດທ້າຍ ໄດ້ມາຕົກລົງກັນວ່າ ມູນຄ່າຂອງໂຄງການອັນນີ້ ຖ້າມູນຄ່າສູງຄື ແນວນີ້ຊິໃຫ້ຣັຖບານລາວເຮົາມາກູ້ຜູ້ດຽວນີ້ມັນຊິໜັກໜ່ວງບໍ່. ແບ່ງເປັນສອງພູດຕົ້ນ 40% ຂອງມູນຄ່າທັງໝົດນັ້ນມາເປັນຕົ້ນທຶນໃນຕົ້ນທຶນ 40% ຂອງມູນຄ່າກໍປະມານ 2 ຕື້ກວ່າ ລະມາແບ່ງກັນຈີນຖື 70% ເຮົາ 30% ສະນັ້ນຄັນເປັນແນວນັ້ນລາວກໍໄດ້ລົງທຶນນ້ອຍ ຄົນບໍ່ເຂົ້າໃຈລະໄປເວົ້າວ່າກູ້ເງິນຈີນຕັ້ງ 5-6 ຕື້ໂດລາຊິເອົາເງິນໃສມາແທນອັນນີ້ແມ່ນບໍ່ເຂົ້າໃຈຜູ້ເວົ້າຫັ້ນນ່າ.”
ຕາມຄວາມເປັນຈິງ ກ່ອນໂຄງການນີ້ຈະສ້າງສຳເຣັດ ກ່ອນໜ້ານັ້ນກໍມີບັນຫາເຣື່ອງເງິນທຶນ ໃນກໍ່ສ້າງທັງສອງຝ່າຍລາວ-ຈີນຕ້ອງໄດ້ເຈຣະຈາຫຼາຍເທື່ອ ຈົນມາເຖິງປີ 2015 ສະພາແຫ່ງຊາດຈຶ່ງໄດ້ຮັບເອົາຫຼັກການ ແລະວາງສີລາຣຶກໃນການລົງມື ກໍ່ສ້າງໃນທ້າຍປີ 2015 ເປັນຕົ້ນມາ.
ກ່ຽວກັບການລົງທຶນ ເຈົ້າໜ້າທີ່ອາດີດທີ່ຮັບຜິດຊອບ ຂອງໂຄງການກໍ່ສ້າງທາງຣົຖໄຟ ລາວ-ຈີນ ຝ່າຍລາວທີ່ຂໍສງວນຊື່ແລະສຽງໄດ້ຊີ້ແຈງວ່າ ຄວາມຈິງແລ້ວການຈັດສັນ ເງິນລົງທຶນໃນໂຄງການນີ້ ແບ່ງອອກເປັນ 2 ສ່ວນ ກໍຄືເງິນລົງທຶນໃນຮູບແບບ Debt Financing ຊຶ່ງບໍຣິສັດຮ່ວມທຶນ ລາວ-ຈີນເປັນຜູ້ຮັບຜິດຊອບ ໃນການກູ້ຢືມ ແລະອີກສ່ວນນຶ່ງຄືເງິນທຶນຖືຫຸ້ນ Equity ຊຶ່ງຣັຖບານ 2 ປະເທດເປັນຜູ້ຮັບຜິດຊອບເອົາເງິນມາລົງທຶນ.
ທ່ານຊີ້ແຈງຕື່ມວ່າ ການຈັດສັນທຶນໃນຮູບແບບ Debt Financing ຄິດເປັນສັດສ່ວນ 60% ຂອງ ເງິນລົງທຶນທັງໝົດ 5.900 ພັນໂດລາສະຫະຣັຖ ເງິນສ່ວນນີ້ບໍຣິສັດ ຮ່ວມທຶນລາວ-ຈີນ ຮັບຜິດຊອບກູ້ຢືມຈາກຣັຖບານຈີນຈຳນວນ 3.54 ພັນລ້ານໂດລາສະຫະຣັຖໂດຍ ທະນາຄານ EXIM BANK ເປັນຜູ້ໃຫ້ກູ້. ພາຍໃຕ້ຮູບແບບນີ້ຣັຖບານລາວບໍ່ໄດ້ລົງທຶນຫຼາຍຄືດັ່ງຫຼາຍຝ່າຍໄດ້ອອກມາໃຫ້ຄວາມເຫັນ.
ໃນຂນະທີ່ຫຸ້ນຂອງລາວທີ່ຖຶກ 30% ນັ້ນ ຕາມຄວາມເປັນຈິງແລ້ວຣັຖບານລາວກູ້ຢືມຈາກ EXIM BANK ພຽງ 480 ລ້ານໂດລາສະຫະຣັຖ ໃນອັດຕຣາດອກເບັ້ຽ 2.3% ຕໍ່ປີ ແລະ ອີກ 250 ລ້ານໂດລາຣັຖບານລາວໄດ້ໃຊ້ງົບປະມານໃສ່ເຂົ້າໄປ.
ທ່ານໄດ້ກ່າວຢໍ້າຕອນທ້າຍວ່າ ໂອກາດທີ່ຈີນຈະຢຶດໂຄງການນີ້ຖ້າລາວ ບໍ່ສາມາດຈ່າຍໜີ້ເປັນໄປໄດ້ຍາກເພາະໂຄງການນີ້ ແມ່ນເປັນຂໍ້ຕົກລົງຂອງຣັຖບານທັງສອງຝ່າຍ. ອີກຢ່າງນຶ່ງ ໂຄງການນີ້ຈີນຖືຫຸ້ນເຖິງ 70% ແນວໃດກໍເປັນຂອງຈີນຢູ່ແລ້ວ. ລາວກໍ່ພຽງແຕ່ໃຫ້ການຮ່ວມມື ປະຕິບັດກັນໃນຂໍ້ສັນຍາການຕົກລົງກັນ.
ເຖິງວ່າ ການດຳເນີນງານມາເຖິງຂັ້ນການເປີດບໍຣິການ ນັກທຸຣະກິຈທ່ານນຶ່ງໄດ້ໃຫ້ຄວາມເຫັນວ່າ ເປັນຫວ່ງເຣື່ອງ ຄ່າເງິນກີບທີ່ຜັນຜວນ ຊຶ່ງຈະເຮັດໃຫ້ການເກັບລາຍຮັບຂອງຣົຖ ໄຟລາວ-ຈີນບໍ່ແນ່ນອນ.ສ່ວນ ຜົລຕອບແທນຂອງໂຄງການ ທາງຣົຖໄຟລາວ-ຈີນຖ້າທຽບໃສ່ກັບທຸຣະກິຈຂອງຈີນ ທີ່ລົງທຶນໃນລາວນັ້ນຄາດວ່າຜົລຕອບແທນ ຈະຕໍ່າເພາະນີ້ມັນແມ່ນການລົງທຶນສ້າງພື້ນຖານ ໂຄງຮ່າງຊຶ່ງມັນ ເປັນກົດເກນຂອງການດຳເນີນ ທຸຣກິຈຣົຖໄຟທົ່ວໂລກ. ທີ່ຈິງແລ້ວຕາມຄວາມເປັນຈິງຈຸດປະ ສົງຂອງການສ້າງທາງຣົຖໄຟແມ່ນເພື່ອຮັບໃຊ້ ປະຊາຊົນແລະມັນຖຶກອອກແບບ ເພື່ອສ້າງສະພາບແວດລ້ອມທີ່ເອື້ອອຳນວຍໃຫ້ການຄ້າ ແລະທຸຣະກິຈແລະສນັບສນູນການເຕີບໂຕ ສີຂຽວທົ່ວໂລກຫຼາຍກວ່າທີ່ຈະສແວງຫາຜົລກຳໄລ.
“ການລົງທຶນໂດຍກົງ ຈາກຕ່າງປະເທດຄືການລົງທຶນ ໂດຍກົງແບບຮ່ວມທຶນ ແລະເງິນທີ່ກູ້ຢືມຈາກພາຍນອກມາລົງທຶນຊຶ່ງ ໃນຫຼາຍໂຄງການເປັນຮູບແບບການ ກູ້ຢືືມຂອງຕ່າງປະເທດທີ່ມາລົງທຶນຢູ່ລາວ.”
ທ່ານໄດ້ກ່າວຕື່ມປັຈຈຸບັນນີ້ ອັດຕຣາແລກປ່ຽນເງິນຕຣາຕ່າງປະເທດໃນລາວ ມີການຜັນຜວນທີ່ບໍ່ເຄີຍເປັນມາ ກ່ອນ ແລະ ເທື່ອນີ້ໂອກາດທີ່ວ່າຈະເຮັດໃຫ້ເງິນກີບ ແຂງຄ່າຂຶ້ນມາໄດ້ນັ້ນເປັນການຍາກເນື່ອງຈາກຂແນງການທ່ອງທ່ຽວ, ການລົງທຶນຂອງຕ່າງປະເທດຍັງບໍ່ຟື້ນ ແລະ ເກີດການຂາດດຸນການຄ້າມາຕລອດ.
ຕໍ່ກັບບັນຫາດັ່ງກ່າວເຖິງວ່າ ເບິ່ງພາບຮວມນັ້ນລາວຈະລົງທຶນ ແລະເປັນໜີ້ຈີນໃນໂຄງການ ຣົຖໄຟລາວ-ຈີນ ບໍ່ຫຼາຍ ແຕ່ຝ່າຍຈີນເປັນຜູ້ທີ່ແບກຫາບໜີ້ຫຼາຍ ຊຶ່ງຕອນນີ້ຕາມທັດສະນະ ຂອງນັກລົງທຶນໃນລາວທ່ານນຶ່ງ ບອກວ່າຜົລກະທົບຂອງໂຄວິດ-19 ຈະສົ່ງຜົລເຮັດໃຫ້ ໂຄງການນີ້ມີຄວາມຊ່ຽງ ແລະ ບວກກັບໜີ້ສິນໂຄງການອື່ນໆ ທີ່ກູ້ຍືມຈາກຈີນມາກໍເປັນ ບັນຫາໃຫຍ່ທີ່ຣັຖບານຕ້ອງປະເຊີນກັບ ຄວາມທ້າທາຍ.
ກອງປະຊຸມສະພາແຫ່ງຊາດ ເມື່ອເດືອນຕຸລາຜ່ານມາ ທ່ານ ພັນຄຳ ວິພາວັນ ນາຍົກຣັຖມົນຕຣີ ກໍໄດ້ປະກາດກຳລັງເດີນໜ້າໃຊ້ນະໂຍບາຍແບບ ເສຖກິຈຫັດສາຍແອວໂດຍປະກາດ ຈະຫຼຸດການຂາດດຸນງົບປະມານແຫ່ງຊາດໃຫ້ລົງມາ ເຫຼືອທີ່ຣະດັບ 2% ຂອງ ຈີດີພີພາຍໃນປີ 2025 . ຂນະທີ່ການຂາດດຸນງົບປະມານຂອງລາວມີແນວໂນ້ມ ເພີ່ມຂຶ້ນ ຢ່າງຕໍ່ເນື່ອງນັບແຕ່ປີ 2019 ຈາກ 4,3% ມາເປັນ 6,5% ຂອງ ຈີດີພີ ໃນປີ 2021.
ນອກຈາກນີ້ ທ່ານ ພັນຄຳ ວິພາວັນ ຍັງປະກາດຫຼຸດສັດສ່ວນ ຂອງເງິນເດືອນພະນັກງານ ຣັຖ 52% ຂອງງົບປະມານແຫ່ງຊາດເຫຼືອພຽງ 42% ນອກຈາກນີ້ຍັງຈະປັບປຸງການຈັດເກັບພາສີ, ການໃຊ້ຣະບົບຈັດຊື້ແບບທັນສມັຍ, ການຫຼຸດການເຮັດວຽກຊໍ້າຊ້ອນ ແລະ ອີກຫຼາຍມາຕການ. ໂດຍການໃຊ້ນະໂຍບາຍນີ້ຈະເຣີ້ມໃນປີ 2022 ເປັນຕົ້ນໄປ.
ສ່ວນການສຳລະໜີ້ ລາວກໍພົບກັບບັນຫາໜັກໂດຍຕ້ອງໄດ້ ເພິ່ງພາແຫຼ່ງເງິນທຶນຈາກຕ່າງປະເທດເພື່ອນໍາມາສຳລະໜີ້ຕ່າງປະເທດ ແລະເງິນສຳຮອງຣະວຫ່າງປະເທດ ກໍຢູ່ໃນຣະດັບຂ້ອງຂ້າງໜ້ອຍຕາມການຣາຍງານຂອງທາງການຣະບຸວ່າ ປີ 2020 ເງິນທຶນສຳຮອງລະຫວ່າງປະເທດຂອງລາວຢູ່ທີ່ 1.3 ພັນລ້ານໂດລາຣ໌. ປັຈຈຸບັນເງິນທຶນສຳຮອງຂອງລາວຕໍ່າກວ່າ 1 ພັນລ້ານໂດລາ. ຊຶ່ງເຮັດໃຫ້ລາວຢູ່ພາຍໃຕ້ຄວາມກົດດັນອີກສອງຫາສາມປີຕໍ່ໜ້າ ຈາກການສຳລະຄືນໜີິ້ສາທາຣະນະຕ່າງປະເທດທີ່ໄດ້ກູ້ຢືມມາ. ດັ່ງ ທ່ານ ບຸນໂຈມ ອຸບົນປະເສີດ ຣັຖມົນຕຣີກະຊວງການເງິນ ໄດ້ກ່າວໃນກອງປະຊຸມສະພາຄັ້ງຫຼ້າສຸດ ເມື່ອເດືອນ ຕຸລາຜ່ານມາວ່າ:
“ລາຍຈ່າຍໝາຍຄວາມວ່າ ດອກເບັ້ຽສຳລະທຶນກູ້ທັງພາຍໃນ ແລະຕ່າງປະເທດຊຶ່ງມັນເພີ່ມຂຶ້ນຫຼາຍໃນໄລຍະ 5 ປີຕໍ່ໄປນີ້ທີ່ຕົກປະມານ 4 ພັນ ຫາ 4,500 ຕື້ຕໍ່ປີສະເພາະສຳລະ ດອກເບັ້ຽມັນຈຶ່ງລາຍຈ່າຍປົກກະຕິໃນພູດລາຍຈ່າຍ ການເງິນມັນເພີ່ມຂຶ້ນ ຈາກ 93,000 ຕື້ມາເປັນ 130,000 ພັນຕື້ກີບນັ້ນແມ່ນບ້ວງລາຍຈ່າຍ.”
ເຖິງວ່າ ທາງການຈະບໍ່ຣາຍງານວ່າ ລາວຕິດໜີ້ຈີນຫຼາຍເທົ່າໃດແຕ່ວາລະສານໜີ້ສິນ ໄດ້ຣາຍງານສະເພາະປີ 2020 ວ່າ ປະເທດລາວມີໜີ້ສິນທັງພາຍໃນແລະຕ່າງປະເທດ 13 ຕື້ໂດລາສະຫະຣັຖ. ໃນນີ້ ຣັຖບານລາວຕ້ອງໄດ້ຈ່າຍດອກເບັ້ຽອີກ 11% ເມື່ອຄົບຮອບ 1 ປີ . ດອກເບັ້ຽ 11% ຕົກເປັນເງິນ 1.4 ຕື້ໂດລາສະຫະຣັຖ ຊຶ່ງກວມເອົາ 70% ຂອງຈີດີພີ ທີ່ີຣັຖບານລາວຕ້ອງໄດ້ຈ່າຍໃນປີ 2020. ໃນຈຳນວນໜີ້ສິນທີ່ໄດ້ກ່າວວມານັ້ນ ຕາມການຄາດການຂອງສາກົລນັ້ນບອກວ່າ ມັນມີຄວາມເປັນໄປໄດ້ສູງທີ່ຈີນໃນຖານະເປັນເຈົ້າໜີ້ລາຍໃຫຍ່ ຂອງລາວເຂົ້າມາໃຊ້້ໜີ້ໃຫ້ກັບເຈົ້າໜີ້ລາຍອື່ນໆ ແທນລາວແລ້ວຈາກນັ້ນ ຣັຖບານລາວຈຶ່ງໃຊ້ໜີ້ຈີນຄືນໃນຮູບແບບຕ່າງ ໆ .
ອີກດ້ານນຶ່ງນັກວິເຄາະກ່າວວ່າ ການທີ່ລາວຈະຢູ່ພາຍໃຕ້ຮົ່ມເງົາ ຈີນທີ່ບໍ່ສາມາດຕໍ່ລອງໄດ້ກໍຄື ຈີນແມ່ນປະເທດ ທີ່ໃຫ້ເງິນກູ້ຢືມແບບງ່າຍດາຍ ແຕ່ມີເງື່ອນໄຂຢູ່ບ່ອນວ່າຕ້ອງໃຫ້ຈີນ ມາລົງທຶນ. ໃນໂຄງການລົງທຶນຕ້ອງໃຊ້ເທັກໂນໂລຢີຈາກຈີນ, ແຮງງານຈາກຈີນ ແລະ ຖ້າຄົບກຳນົດ ສັມປະທານມີເງື່ອນໄຂ ໃຫ້ຕໍ່ສັມປະທານໄດ້ຕື່ມ ຫຼື ຈະສົ່ງມອບໃຫ້ຣັຖບານກໍໄດ້.
ດ້ວຍປັດຈັຍເຫຼົ່ານີ້ມາເບິ່ງແລ້ວວ່າ ການທີ່ລາວຫວັງຟື້ນເສຖກິຈ ໂດຍອ້າງວ່າຣົຖໄຟລາວ-ຈີນຈະນໍາຄວາມຈະເຣີນມາສູ່ປະເທດນັ້ນ ມັນກໍເປັນໄປໄດ້ແຕ່ທັງໝົດນີ້ຕ້ອງໄດ້ລໍເວລາຈົນກວ່າວ່າ ຈີນຈະໝົດສັມປະທານແຕ່ລະໂຄງການຢ່າງຕໍ່າກໍ່ 50 ປີ. ນັບແຕ່ປີ 1989 ເປັນຕົ້ນມານັກລົງທຶນຈີນເຂົ້າມາລົງທຶນ ໃນລາວທັງໝົດ 813 ໂຄງການມີມູນຄ່າລົງທຶນ 16 ຕື້ໂດລາຣ໌ສະຫະຣັຖ ຮວມມີໂຄງການ ຂນາດນ້ອຍ, ຂນາດກາງ ແລະ ໃຫຍ່ ຈາກທັງຣັຖວິສາຫະກິຈ ແລະພາກເອກະຊົນ.