ພາລະໜີ້ສິນ ຈະສົ່ງຜົນຕໍ່ຄວາມໝັ້ນຄົງ ສະບຽງອາຫານຂອງລາວ
2024.07.01

ທະນາຄານພັດທະນາເອເຊຍ ຫຼື ADB ປະຈໍາ ສປປ ລາວ ອອກບົດລາຍງານ ການປະເມີນຄວາມໝັ້ນຄົງ ທາງດ້ານສະບຽງອາຫານ ແລະໂພຊະນາການ ໃນອະນາຄົດ ເມື່ອວັນທີ 06 ມິຖຸນາ 2024 ໂດຍລະບຸວ່າ ປະເທດລາວກໍາລັງປະເຊີນ ກັບຄວາມທ້າທາຍທາງເສດຖະກິດ ເນື່ອງມາຈາກໜີ້ສິນ ທີ່ບໍ່ໝັ້ນຄົງຈົນສົ່ງຜົນກະທົບຕໍ່ ຄວາມໝັ້ນຄົງຂອງສະບຽງອາຫານ ແລະ ໂພຊະນາການ ຂອງປະເທດໃນອະນາຄົດ
ເພາະສະນັ້ນລັດຖະບານ ຕ້ອງວາງຮາກຖານດ້ານເສດຖະກິດ ໃຫ້ດີ່ກ່ວາເກົ່າ ເພື່ອຍົກລະດັບຄວາມໝັ້ນຄົງທາງດ້ານສະບຽງອາຫານ ແລະໂພຊະນາການ ຂອງປະເທດ ໂດຍສະເພາະການສົ່ງເສີມ ໃຫ້ປະຊາຊົນຜະລິດສະບຽງອາຫານ ທີ່ເປັນສິນຄ້າທົດແທນ ແລະການສົ່ງອອກໄດ້, ປະຊາຊົນເຂົ້າເຖິງແຫຼ່ງທຶນ ໄດ້ງ່າຍແຕ່ປະຈຸບັນຍັງຫຍຸ້ງຍາກ ຍ້ອນລັດຖະບານຂາດສະພາບຄ່ອງທາງດ້ານການເງິນ.
ດັ່ງເຈົ້າໜ້າທີ່ ທະນາຄານພັດທະນາເອເຊຍ ປະຈໍາ ສປປ ລາວ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 01 ກໍລະກົດ ນີ້ວ່າ:
“ສະພາບຄ່ອງຂອງພາກລັດ ຍັງມີຂໍ້ຈໍາກັດຕົ້ນທຶນທີ່ສູງຂຶ້ນຈາກ ອັນນ່າແຂງຄ່າຂອງເງິນຕາແລ້ວການໍ້າມັນນີ້ຈຶ່ງເຮັດໃຫ້ຕົ້ນທຶນຂອງການຜະລິດກະສິກຳຫຼຸດລົງ ສະນັ້ນແຫຼະຄັນຖ້າເອົາຄວາມຮູ້ ຄວາມສາມາດ ທາງດ້ານວຽກງານກະສິກຳຫັ້ນແຫຼະ ມາຕໍ່ຍອດເພາະວ່າລາວເຂົາໄດ້ສິດຕະຫຼາດເນາະ ຄວາມຕ້ອງການມັນມີແຕ່ຂັ້ນຕອນມັນຫຍຸ້ງຍາກເດ້.”
ລາຍງານຍັງໄດ້ລະບຸຕື່ມວ່າ ໃນປີ 2023 ທີ່ຜ່ານມາປະຊາກອນລາວ 1 ໃນ 7 ຄົນກຳລັງຕໍ່ສູ້ກັບຄວາມບໍ່ໝັ້ນຄົງ, ປະຊາກອນໃນເຂດຊົນນະບົດ ມີຄວາມສ່ຽງສູງທີ່ສຸດ ໂດຍມີໂອກາດຂາດແຄນຫຼາຍກ່ວາປະຊາກອນ ໃນເມືອງເຖິງສອງເທົ່າ. ຄວາມອຸກອັ່ງໃນຄົວເຮືອນນີ້ ນໍາໄປສູ່ທ່າອ່ຽງໜ້າຕົກໃຈ ໃນການຫຼຸດທັງຄຸນນະພາບ ແລະປະລິມານ ການບໍລິໂພກອາຫານ ສົ່ງຜົນໃຫ້ເກີດບັນຫາການຂາດ ສານອາຫານ ແລະຜົນກະທົບຮ້າຍແຮງ ໃນໄລຍະຍາວ.
ປັດໄຈສໍາຄັນ ທີ່ເຮັດໃຫ້ປະເທດລາວໄດ້ຮັບຜົນກະທົບ ຕໍ່ຄວາມໝັ້ນຄົງຂອງສະບຽງອາຫານ ແລະ ໂພຊະນາການ ຂອງປະເທດໃນອະນາຄົດກາ ຍ້ອນທຶນສຳຮອງເງິນຕາຕ່າງປະເທດຫຼຸດລົງ ໃນປີ 2023. ປະຈຸບັນເຫຼືອຢູ່ປະມານ 800 ລ້ານໂດລ້າສະຫະລັດ, ຢູ່ໃນທະນາຄານແຫ່ງຊາດ ຈີນອີກປະມານ 1,800 ລ້ານໂດລ້າ ທຽບເທົ່າກັບການນໍາເຂົ້າໄດ້ພຽງແຕ່ 2.3 ເດືອນເຊິ່ງຕໍ່າກ່ວາເກນມາດຕະຖານ ຕ້ອງຢູ່ 3 ເດືອນ ຫຼື ຫຼາຍກ່ວາ 3 ເດືອນ. ສົ່ງຜົນໃຫ້ປະເທດລາວ ຈັດຢູ່ໃນພາວະປະສົບບັນຫານີ້ ແລະມີພາລະໜີ້ທີ່ບໍ່ໝັ້ນຄົງ.
ກ່ຽວກັບເລື່ອງນີ້ເຈົ້າໜ້າທີ່ ກົມສົ່ງເສີມ ແລະສະຫະກອນ ກະຊວງກະສິກໍາ ແລະປ່າໄມ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນວ່າ ນັບແຕ່ປີ 2023 ເປັນຕົ້ນມາລັດຖະບານ ກໍ່ມີຄວາມພະຍາຍາມທີ່ຈະຊຸກຍູ້-ສົ່ງເສີມ ໃຫ້ປະຊາຊົນລາວໃນ 5 ແຂວງ ພາກໃຕ້ເນື່ອງຈາກສະພາບດິນຟ້າອາກາດ ບໍ່ໄດ້ປ່ຽນແປງຢ່າງຮຸນແຮງຈົນເກິນໄປ ປະກອບມີແຂວງສະຫວັນນະເຂດ, ສາລະວັນ, ຈຳປາສັກ, ເຊກອງ ແລະ ອັດຕະປື ໃຫ້ຜະລິດສິນຄ້າ ກະສິກຳເພື່ອເປັນສິນຄ້າທົດແທນ ການນໍາເຂົ້າ, ເປັນສະບຽງອາຫານ ແລະສົ່ງອອກຕ່າງປະເທດເປັນຕົ້ນເຂົ້າ, ກະຫຼໍ່າ, ກາເຟ ແລະ ພືດຊະນິດອື່ນໆ.
ຄວາມພະຍາຍາມ ທີ່ຈະຊຸກຍູ້ສົ່ງເສີມໃຫ້ປະຊາຊົນລາວ ຜະລິດສິນຄ້າກະສິກໍານັ້ນ ຍັງບໍ່ປະສົບຜົນສຳເລັດເທົ່າທີ່ຄວນເພາະຕົ້ນທຶນ ໃນການຜະລິດສູງຂຶ້ນ, ປະເຊີນກັບບັນຫາໄພແຫ້ງແລ້ງ ທີ່ຮຸນແຮງຂາດເຂີນນໍ້າ, ຄ່າໄຟຟ້າ, ຄ່ານໍ້າມັນ ກາແພງຂຶ້ນເຮັດໃຫ້ປະຊາຊົນລາວ ໃນແຂວງເປົ້າໝາຍບໍ່ສົນໃຈ ໃນແຜນການຂອງລັດຖະບານປານໃດ.
“ການສົ່ງເສີມຜະລິດກະສິກໍາ ເປັນສິນຄ້າສົ່ງເສີມລະບົບຕ່ອງໂສ້ ຜະລິດກະສິກໍາເປັນສິນຄ້າ ທີ່ເປັນມິດຕໍ່ສິ່ງແວດລ້ອມເຈົ້າ 5 ແຂວງພາກໃຕ້ກາມີແຂວງສາລະວັນ, ຈໍາປາສັກ, ເຊກອງ, ສະຫວັນນະເຂດ ປະມານນີ້ແຫຼະເຈົ້າແຂວງທີ່ເພິ່ນຈັດຕັ້ງປະຕິບັດ.”
ລັດຖະກອນ ໃນແຂວງສະຫວັນນະເຂດກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນວ່າຮູ້ສຶກອຸກອັ່ງ ເມື່ອຍຫຼາຍກັບສະພາບເສດຖະກິດ ພາຍໃນປະເທດເພາະລາຄາສິນຄ້າ ທຸກໝວດໝູ່ປັບຂຶ້ນແພງຫຼາຍ. ມາຮອດປະຈຸບັນຍັງບໍ່ເຫັນສິນຄ້າ ຂອງລາວທີ່ເປັນສິນຄ້າຄຸນນະພາບ ນໍາອອກມາຂາຍໃນຕະຫຼາດ ໂດຍສ່ວນຫຼາຍຍັງເປັນສິນຄ້ານໍາເຂົ້າ ຈາກປະເທດໄທ ເປັນຫຼັກ ແລະກໍ່ມີລາຄາແພງຂຶ້ນນັບມື້ຈາກອັດຕາແລກປ່ຽນ ແລະເງິນກີບອ່ອນຄ່າ.
“ບໍ່ໆ ໄດ້ຫຼຸດມີແຕ່ເພີ່ມຂຶ້ນທຸກມື້ເຈົ້າຢາກຂ້ອນຂ້າງແພງຫັ້ນນ່າ ສ່ວນຫຼາຍເຂົາເອົາມາກາມີແຕ່ໄລ່ເປັນເງິນບາດ ແລ້ວເງິນບາດຂຶ້ນກາຂຶ້ນຫັ້ນນ່າແຕ່ວ່າ ກາແມ່ນໄລ່ຕາມເງິນບາດຫັ້ນແຫຼະ ແຕ່ວ່າຈ່າຍນີ້ຈະຈ່າຍເປັນເງິນລາວ ເຈົ້າມີແຕ່ຂຶ້ນທຸກມື້ເຄື່ອງໃຊ້ຂອງສອຍ ເງິນເດືອນກາໃສ້ນໍ້າມັນລົດ ມາກາໝົດແລ້ວ.”
ລັດຖະກອນ ໃນແຂວງຫຼວງນໍ້າທາກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນວ່າ ມາຮອດປີ 2024 ລາຄາສິນຄ້າແພງຫຼາຍ ໂດຍສະເພາະອາຫານການກິນ ເຊັ່ນອາຫານສົດ, ອາຫານທະເລແລະຜັກຕ່າງໆ ນັບມື້ນັບແພງຂຶ້ນເຮັດໃຫ້ການຊື້-ຂາຍໃນຕະຫຼາດບໍ່ຄືກຄັກຄືແຕ່ກ່ອນ, ກະທົບຕໍ່ການດໍາລົງຊີວິດ ຂອງປະຊາຊົນ ແລະ ພະນັກງານລັດຖະກອນທີ່ມີລາຍໄດ້ຕໍ່າ.
“ເຈົ້າບໍ່ຫຼຸດເລີຍໃດຄືວ່າເຫັນ ເພິ່ນເພີ່ມຂຶ້ນຕະຫຼອດອາທິດນີ້ ໄປຊື້ເຄື່ອງມາຄືເຫັນຂຶ້ນຢູ່ຕະຫຼອດໄປກິນເຝີ ກິນຫຍັງ ອັນນີ້ບໍ່ເຫັນຫຼາຍຄົນໄປກິນ ຂະເຈົ້າກາຂຶ້ນລາຄາອີກເນາະ ລ້ານປາຍຊື້ຫຍັງກາບໍ່ໄດ້ເນາະ ໄປຊື້ຊີ້ນຊື້ອີ່ຫຍັງກາສອງສາມແສນ.”
ປະຊາຊົນ ໃນແຂວງຊຽງຂວາງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນວ່າໄລຍະຜ່ານມາ ກາເຫັນລັດຖະບານລາວອອກມາເວົ້າ ເລື່ອງຂອງນະໂຍບາຍແກ້ໄຂ ສະພາບເສດຖະກິດ-ການເງິນ ແຕ່ແນວທາງໃນການແກ້ໄຂ ບັນຫາບໍ່ເຫັນເປັນຮູບປະທຳ, ປະຊາຊົນລາວຜູ້ທຸກຍາກ, ພະນັກງານລັດຖະກອນເງິນເດືອນໜ້ອຍ, ຜູ້ຢູ່ເຂດຫ່າງໄກສອກຫຼີກໄດ້ຮັບຜົນກະທົບຢ່າງໜັກ ແລະຫັນໄປຫາກິນ ຕາມປ່າຕາມດົງ.
“ອັນໃດກາແພງນີ້ຕັ້ງແຕ່ນໍ້າດື່ມກາຂຶ້ນລາຄາ ໄຂ່ໜ່ວຍໜຶ່ງຍັງ 3,000 ກີບແຕ່ກີ້ໜ່ວຍລະ 1,000 ຜູ້ຫາເງິນກາພໍມີເງິນສືບມື້ ສືບວັນ ແຕ່ຜູ້ຂະເຈົ້າຫາເຊົ້າກິນຄໍ່າ ກຳມະກອນແບກຫາບເນາະ ຫຼືວ່າທະຫານຕຳຫຼວດນີ້. ໂອ້ຂະເຈົ້າໃຊ້ຊີິວິດຫຍຸ້ງຍາກ ເງິນເດືອນໜ້ອຍໆ ມີຄ່າຄອງຊີບ ພັດສູງຈຸຫວຽດເຂົາຍັງກັບບ້ານຫຼາຍແລ້ວ ເຂົາເວົ້າຫາເງິນຢູ່ລາວກັບຢູ່ຫວຽດຊໍ່າກັນເລີຍ.”
ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ລາຍງານຕໍ່ກອງປະຊຸມສະພາແຫ່ງຊາດເມື່ອວັນທີ 13 ມິຖຸນາ 2024 ທີ່ຜ່ານມາວ່າ ໂຄງສ້າງພື້ນຖານທາງດ້ານເສດຖະກິດ ແລະການຜະລິດຂອງປະເທດຍັງບໍ່ແຂງແຮງ, ຍັງບໍ່ທັນສົມດຸນກັບການຊົມໃຊ້ຈຶ່ງສົ່ງຜົນກະທົບ ລັກສະນະແກ່ຍາວ.
ສ່ວນຄັງສໍາຮອງ ຍັງຕໍ່າຖ້າທຽບໃສ່ມາດຕະຖານ ຄວາມໝັ້ນຄົງກ່ຽວກັບການຄຸ້ມຄອງ ການນໍາເຂົ້າ, ການສຳລະການນໍາເຂົ້າ ຍັງຕໍ່າທຽບໃສ່ພັນທະທີ່ຈະຕ້ອງຊໍາລະໜີ້ ຕ່າງປະເທດ ກາຍັງຕໍ່າກ່ວາມາດຕະຖານເຊິ່ງຈະຕ້ອງໃຊ້ເວລາ ເພື່ອສ້າງຄວາມເຂັ້ມແຂງໃຫ້ສະຖານະເງິນຕາ ຂອງປະເທດເພີ່ມຂຶ້ນ ຢ່າງຕໍ່ເນື່ອງ, ດຸນການສຳລະເງິນຕ່າງປະເທດ ກາຄືການໃຊ້ ເງິນຕາຕ່າງປະເທດກັບການຫາໄດ້ເງິນຕາຕ່າງປະເທດ ແມ່ຂາດດຸນຢ່າງຕໍ່ເນື່ອງ.
ປະຈຸບັນເສດຖະກິດ ຂອງປະເທດຍັງເປັນເສດຖະກິດ ທີ່ເພີ່ງພາການນໍາໃຊ້ສິນຄ້າ ແລະການບໍລິການນໍາເຂົ້າປະມານ 60%-70% ເຮັດໃຫ້ການເໜັງຕິງ ຂອງອັດຕາແລກປ່ຽນ ກະທົບໂດຍກົງຕໍ່ລາຄາສິນຄ້ານໍາເຂົ້າ. ບັນຫາການເງິນທີ່ເກີດຂຶ້ນ ເປັນບັນຫາທີ່ຍາກໃນການຄຸ້ມຄອງ ສາເຫດມາກຈາກອັດຕາແລກປ່ຽນທີ່ຢູ່ນອກລະບົບ ຍັງມີຢ່າງແຜ່ຫຼາຍບໍ່ສາມາດຄວບຄຸມໄດ້ເທື່ອ.