ເປົ້າໝາຍພັດທະນາ ຍືນຍົງໃນລາວ ຈະບໍ່ບັນລຸ
2024.08.22
ເປົ້າໝາຍການພັດທະນາ ແບບຍືນຍົງຂອງລາວ ຈະບໍ່ສາມາດບັນລຸ ໃນປີ 2030 ທີ່ລັດຖະບານ ໄດ້ຕັ້ງເປົ້າເອົາໄວ້.
ທ່ານນຶ່ງ ຜູ້ທີ່ເຮັດວຽກພັດທະນາຊົນນະບົດໄດ້ ກ່າວຕໍ່ເອເຊັຽເສຣີ ໃນວັນທີ 22 ສິງຫາ ວ່າ:
“ເຮົາມາເບິ່ງທາງດ້ານໂຄງສ້າງ ເບິ່ງທາງດ້ານຮູບແບບ ເບິ່ງທາງດ້ານຄວາມເປັນຈິງແລ້ວ ບໍ່ບັນລຸ ບໍ່ເຊື່ອ ເຫດຜົນທີ່ບໍ່ເຊື່ອ ກະຄືວ່າ ຮູບການທີ່ມັນຈະບັນລຸນີ້ນ່າ ມັນຕ້ອງມີຫຍັງທີ່ເປັນການລິເລີ່ມທີ່ດີ.”
ທາງດ້ານງົບປະມານ ກໍເປັນປັດໃຈ ທີ່ເຮັດໃຫ້ເປົ້າໝາຍການພັດທະນາແບບຍືນຍົງບໍ່ສາມາດບັນລຸໄດ້.
ເຈົ້າໜ້າທີ່ ເຈົ້າໜ້າທີ່ອົງການພາກປະຊາສັງຄົມ ທ່ານນີ້ ກ່າວຕື່ມວ່າ:
“ງົບປະມານກະມີສ່ວນ ແລ້ວບາດນີ້ແຫຼະ ຜ່ານມາເຮົາກະເອື່ອຍອີງ FDI ການລົງທຶນຂອງຕ່າງປະເທດ ແລະ ບວກກັບເງິນຊ່ວຍເຫຼືອ ODA ອີ່ຫຍັງຕ່າງໆ ການຊ່ວຍເຫຼືອຂອງສາກົນ ມັນກະຫຼຸດລົງໄປ ເນື່ອງຈາກຂາດຄວາມໂປ່ງໃສ.”
ເປົ້າໝາຍການພັດທະນາແບບຍືນຍົງ ທີ່ປະເທດລາວເຊັນຮັບຮອງເອົາໃນປີ 2016 ມີທັງທັງໝົດ 18 ເປົ້າໝາຍຍ່ອຍ ລວມມີ: 1. ການລຶບລ້າງຄວາມທຸກຍາກ; 2. ການລຶບລ້າງຄວາມອຶດຫິວ; 3. ການມີສຸຂະພາບ ແລະ ຊີວິດການເປັນຢູ່ທີ່ດີ; 4. ມີການສຶກສາທີ່ມີຄຸນນະພາບ; 5. ຄວາມສະເໝີພາບລະຫວ່າງ ຍິງ-ຊາຍ; 6. ມີນໍ້າສະອາດ ແລະ ສຸຂະອະນາໄມ; 7.ມີພະລັງທີ່ສະອາດ ແລະ ທຸກຄົນສາມາດເຂົ້າເຖິງ; 8. ມີວຽກເຮັດງານທໍາທີ່ມີຄຸນຄ່າ ແລະ ເສດຖະກິດມີການເຕີບໂຕ; 9. ສົ່ງເສີມການຫັນເປັນອຸດສາຫະກໍາ, ການປະດິດສ້າງ ແລະ ສ້າງພື້ນຖານໂຄງລ່າງໃຫ້ເຂັ້ມແຂງ; 10. ຫຼຸດຜ່ອນຄວາມບໍ່ສະເໝີພາບ; 11. ສ້າງໂຕເມືອງ ແລະ ຊຸມຊົນໃຫ້ມີຄວາມຍືນຍົງ; 12. ສົ່ງເສີມການອຸປະໂພກ ບໍລິໂພກ ແລະ ການຜະລິດຢ່າງມີຄວາມຮັບຜິດຊອບ; 13. ການມີແຜນຮັບມືກັບການປ່ຽນແປງຂອງດິນຟ້າ ອາກາດ; 14. ອະນຸຮັກ ແລະ ນໍາໃຊ້ສິ່ງທີ່ມີຊີວິດຢູ່ໃນນໍ້າແບບຍືນຍົງ; 15. ອະນຸຮັກ ແລະ ນໍາໃຊ້ສິ່ງທີ່ມີຊີວິດເທິງໜ້າດິນແບບຍືນຍົງ, 16. ມີສັນຕິພາບ ຄວາມເປັນທໍາ ແລະ ສະຖານບັນທີ່ເຂັ້ມແຂງ; 17. ເປັນຄູ່ຮ່ວມມືເພື່ອເປົ້າໝາຍການພັດທະນາແບບຍືນຍົງ; 18. ຊີວິດທີ່ປອດໄພຈາກລະເບີດບໍ່ທັນແຕກ.
ອີງຕາມຂໍ້ມູນຈາກເວບໄຊ ຂອງອົງການສະຫະປະຊາຊາດ ປະຈໍາລາວ ໄດ້ຮູ້ວ່າ ແຫຼ່ງທຶນທີ່ໃຊ້ເຂົ້າໃນ 17 ເປົ້າໝາຍ ສາມາດຕອບສະໜອງໄດ້ປະມານ 5.8% ໂດຍສະເລັ່ຍ, ແຕ່ ເປົ້າໝາຍທີ 18 ຍັງບໍ່ມີການລະບຸເຖິງອັດຕາສ່ວນ ແຫຼ່ງທີ່ເຂົ້າມາດໍາເນີນໂຄງການເກັບກູ້ລະເບີດບໍ່ທັນແຕກ.
ປະເທດລາວ ມີພາລະໜີ້ສິນປະມານ 13.8 ຕື້ໂດລ້າ ຈົນບໍ່ສາມາດ ໃຊ້ໜີ້ໄດ້ຕາມກໍານົດເວລາ ຍ້ອນວ່າ ລະບົບເສດຖະກິດ ການເງິນຂອງປະເທດ ຂາດສະເຖລະພາບ.
ເຈົ້າໜ້າທີ່ ທະນາຄານພັດທະນາເອເຊັຽ ຫຼື ADB ປະຈໍາລາວ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 22 ສິງຫາ ວ່າ:
“ຫຼັກໆ ກະຈະເຫັນວ່າ ການອ່ອນຄ່າຂອງອັດຕາແລກປ່ຽນ ຫັ້ນ ມັນມີຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນພໍສົມຄວນ ແລ້ວກະເຮັດໃຫ້ເງິນເຟີ້ ນີ້ມັນສູງຂຶ້ນຫຼາຍ ກະຍ້ອນ ຜົນກະທົບຈາກໜີ້ສິນສາທາລະນະເນາະ ເງິນໜີ້ສິນ ຫຼື ລະດັບໜີ້ສິນຍັງສູງ ຂໍ້ຈໍາກັດ ກະຍັງກ່ຽວກັບພາກລັດນີ້ແຫຼະ ສິ່ງສໍາຄັນ ກະຄືການຄຸ້ມຄອງຂອງທະຫານການກາງ ຕ້ອງຮັດກຸມ.”
ເຈົ້າໜ້າທີ່ ທະນາຄານພັດທະນາເອເຊັຽ ທ່ານນີ້ ກ່າວຕື່ມວ່າ ການປ່ຽນແປງດິນຟ້າອາກາດ, ການເສື່ມໂຊມຂອງຊັບພະຍາກອນທໍາມະຊາດ, ການພັດທະນາແບບຍືນຍົງ ແລະ ສິ່ງທ້າຍທາຍອື່ນໆ ທີ່ປະເທດລາວພວມປະເຊີນຢູ່ນີ້ ລັດຖະບານລາວ ຈໍາເປັນຕ້ອງມີເງິນ ຈໍານວນມະຫາສານ ເພື່ອສະໜັບສະໜູນ ການພັດທນາ ໃຫ້ເກີດຄວາມຍືນຍົງ ແລະ ຟື້ນຟູໃຫ້ຄົງສະພາບເດີມ.
ໂຄງລ່າງພື້ນຖານຂອງປະເທລາວຂອງປະເທດ ບໍ່ໄດ້ຮັບການພັດທະນາ ໂດຍສະເພາະ ເສັ້ນທາງ, ນໍ້າສະອາດ, ການບໍລິການສາທາລະນະສຸກ, ການສຶກສາ.
ປະຊາຊົນ ທີ່ບໍ່ມີອາຊີບທີ່ໝັ້ນຄົງ ກໍພາກັນຫຼັ່ງໄຫຼໄປເຮັດວຽກຢູ່ປະເທດໄທ ຍ້ອນບັນຫາທາງເສດຖະກິດ ແລະ ເງິນກີບອ່ອນຄ່າ, ສິນຄ່າອຸປະໂພດ ບໍລິໂພກ ນັບມື້ນັບແພງຂຶ້ນ ແຕ່ ລາຍໄດ້ຂອງປະຊາຊົນຍັງຄືເກົ່າ.
ຊາວແຂວງອັດຕະປື ທ່ານນຶ່ງ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 22 ສິງຫາ ວ່າ:
“ໂອ້...ມັນບໍ່ພົ້ນແຫຼະ ກະຄືເກົ່າມັນຫັ້ນແຫຼະ ເຮັດໄຮ່ ເຮັດສວນພໍໄດ້ກິນ ໄດ້ກິນເຄື່ອງຂອງມັນກະແພງຄູ່ມື້ນີ້ ມີແຕ່ກຸ້ມຕົວເອງ ກຸ້ມໃຜກຸ້ມມັນ ບໍ່ມີໂຄງການອັນໃດເຂົ້າມາຊ່ວຍ ມັນບໍ່ມີຫ້ວງຊີມາເຮັດນີ້ນ່າ ມັນບໍ່ມີຮອດທຶນມາໃຫ້ກູ້ນ່າ ຢູ່ບ້ານນອກບ້ານນາ ເຂົາບໍ່ຈັກຮອດຊິກູ້.”
ສະເພາະຄົນທີ່ຢູ່ໃນໂຕເມືອງ ກໍມີໂອກາດໄດ້ຮັບການພັດທະນາຊີວິດການເປັນຢູ່ ເພື່ອໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກ ຍ້ອນວ່າ ສາມາດເຂົ້າເຖິງສິ່ງອໍານວຍຄວາມສະດວກ, ແຫຼ່ງລາຍໄດ້, ໂຄງລ່າງພື້ນຖານ.
ແຕ່ປະຊາຊົນ ຢູ່ເຂດຊົນນະບົດ ທີ່ຢູ່ຫ່າງໄກສອກຫຼີກ ກໍຍັງດໍານລົງຊີວິດຢູ່ຕາມທໍາມະຊາດ, ເຮັດໄຮ່ ເຮັດສວນ ແລະ ລ້ຽງສັດ ຈະບໍ່ສາມາດຫຼຸກພົນອອກຈາກຄວາມທຸກຍາກໄດ້.
ຊາວແຂວງຫົວພັນ ທ່ານນຶ່ງ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:
“ໂອ້…ກະຍັງໜັກຄືເກົ່າ ປູກມັນຕົ້ນ ສາລີ ກະຍັງໄດ້ຫາກແຕ່ວ່າ ພື້ນທີ່ມັນບໍ່ຫຼາຍເນາະ ພື້ນທີ່ມັນກະພໍໄດ້ກິນໄດ້ຢູ່ ຄັນວ່າ ເປັນອາຊີບນີ້ໜ້ອຍ ເຮັດແນວໃດ ໃຫ້ມັນມີກິນມີຢູ່ ເຮັດແນວໃດ ໃຫ້ມັນຈະເລີນ.”
ຫຼາຍແຂວງ ທີ່ມີຄວາມສ່ຽງສູງ ທີ່ປະເຊີນກັບການປ່ຽນແປງ ຂອງສະພາບດິນຟ້າອາກາດ ເຊັ່ນ ໄພແຫ້ງແລ້ງ, ໄພນໍ້າຖ້ວມ ຊຶ່ງຈະເຮັດໃຫ້ເກີດຄວາມເສັຍຫາຍ ຕໍ່ໂຄງການພັດທະນາ.
ໃນການຜະລິດກະສິກໍາ ຢູ່ບາງເຂດ ປະຊາຊົນໃຊ້ງົບປະມານໂຕເອງ ແລະ ບາງເຂດ ກໍຜະລິດເປັນສິນຄ້າ.
ເຈົ້າໜ້າທີ່ພະແນກກະສິກໍາ ແລະ ປ່າໄມ້ ແຂວງໄຊຍະບູລີ ໄດ້ກ່າວວ່າ:
“ຈໍານວນນຶ່ງກະໃຊ້ງົບປະມານຂອງຕົວເອງ ຫັ້ນແຫຼະ ແລ້ວກະມີບາງເຂດ ກະມີບໍລິໄປລົງແນວພັນໃຫ້ ເຮັດສວນຫຼາຍມັນກະຄ້າຂາຍ ເປັນສິນຄ້າ ເພື່ອຄອບຄົວຂະຈົ້າຫັ້ນແຫຼະ.”
ກະຊວງການເງິນ ໄດ້ລາຍງານສະພາບ ໜີ້ສິນສາທາລະນະຂອງປະເທດ ໂດຍລະບຸວ່າ ມາຮອດປີ 2023 ປະເທດລາວ ຕິດໜີ້ ປະມານ 13.8 ຕື້ ໂດລ້າ ຊຶ່ງກວມເອົາ 108 ເປີເຊັນ ຂອງມູນຄ່າລວມຍອດຜະລິດຕະພັນພາຍໃນ ຫຼື GDP, ໃນນັ້ນ ໜີ້ສິນຕ່າງປະເທດມີປະມານ 10.5 ຕື້ ໂດລ້າ.