ສິນຄ້າຈີນ ສ້າງຄວາມ ກັງວົນໃຈ ໃຫ້ທຸຣະກິຈລາວ

2021.12.07
ສິນຄ້າຈີນ ສ້າງຄວາມ ກັງວົນໃຈ ໃຫ້ທຸຣະກິຈລາວ ສິນຄ້າຈີນ ວາງຂ້າຍລົ້ນໜ້າຮ້ານ ລຽບຖະນົນສີໄຄ ນະຄອນຫຼວງວຽງຈັນ, ວັນທີ 4 ມີນາ 2019.
RFA

ນະໂຍບາຍ “ນຶ່ງແລວ ນຶ່ງເສັ້ນທາງ” ຂອງຣັຖບານຈີນ ແລະຍຸທສາດ “ຫັນປ່ຽນປະເທດ ທີ່ບໍ່ມີຊາຍແດນຕິດກັບທະເລ ໃຫ້ເປັນປະເທດເຊື່ອມຈອດ (landlocked country)” ຂອງຣັຖບານລາວ ປະກອບດ້ວຍ ໂຄງການເສັ້ນທາງຣົຖໄຟລາວ-ຈີນ, ໂຄງການທາງດ່ວນ ແລະເຂດເສຖກິຈພິເສດ ຖືວ່າເປັນການຫັນປ່ຽນໄປສູ່ຍຸກສມັຍໃໝ່ ຂອງປະເທດລາວໂດຍແທ້ຈິງ.

ແຕ່ຜູ້ປະກອບການ ທຸຣະກິຈໃນລາວ ແລະຊາວລາວຈໍານວນນຶ່ງ ເຫັນວ່າ ການເຂົ້າມາລົງທຶນ ຂອງກຸ່ມຄົນຈີນ ແມ່ນມີຈໍານວນຫຼາຍເກີນໄປ ແລະສິ່ງສໍາຄັນແມ່ນຍັງເຂົ້າມາ ເປີດທຸຣກິຈຂນາດນ້ອຍ, ຂນາດກາງ ຂາຍເກືອບທຸກປະເພດສິນຄ້າ ເພື່ອແຂ່ງຂັນກັບຄົນລາວ ແທນທີ່ຈະສງວນສິດໄວ້ໃຫ້ສະເພາະຄົນລາວໄດ້ມີອາຊີບ ແລະມີວຽກເຮັດງານທໍາ, ດັ່ງຊາວລາວຜູ້ນຶ່ງ ໃນນະຄອນຫຼວງວຽງຈັນ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ່ 7 ທັນວານີ້ວ່າ:

“ຕລາດແລງໜອງດ້ວງ ມີແຕ່ຈີນນ່າ ອ້ອມຕລາດຫັ້ນນ່າ ຂາຍເຄື່ອງໄຟຟອກໄຟຟ້າພິສັງເຕັມໝົດນ່າ ແຕ່ລະບ້ານແຕ່ລະເມືອງ ມັນລົງໝົດ ຮ້ານຈີນໝົດ ເຮົາລະມີແຕ່ຝ່າຍເສັຽປຽບ ໄດ້ກະມີແຕ່ເຈົ້າແຕ່ນາຍເພິ່ນໄດ້ ບ້ານເຮົາຊິໄປຄ້າໄປຂາຍຫຍັງໄດ້ ຕາຍແລ້ວ ນັບມື້ນັບຍາກເດີ້ ຈີນເຂົ້າມາຫຼາຍແລ້ວ ທາງຣົຖໄຟແລ້ວນີ້ແຮງຫຍຸ້ງແຫຼະ.”

ຊາວລາວຜູ້ນີ້ ກ່າວອີກວ່າ ຕາມແລວທາງຣົຖໄຟລາວ-ຈີນ ຈາກ ນະຄອນຫຼວງວຽງຈັນ, ວັງວຽງ, ນະຄອນຫຼວງພຣະບາງ, ເມືອງໄຊ ຈົນຮອດດ່ານຊາຍແດນບໍ່ເຕັນ ແມ່ນເຕັມໄປດ້ວຍຮ້ານຄ້າຂອງຄົນຈີນ ແລະສິນຄ້າທັງໝົດກໍແມ່ນມາຈາກຈີນ ເປັນຕົ້ນ ຮ້ານຂາຍເຄື່ອງປະດັບ, ຮ້ານອາຫານ, ຮ້ານຂາຍໂທຣະສັບ ແລະເຄື່ອງເອເລັກໂທຣນິກ (Electronic) ຕ່າງໆ. ສິນຄ້າຫຼາຍປະເພດ ແມ່ນບໍ່ມີມາຕຖານ ຫຼືການຮັບຮອງຄວາມປອດພັຍ ເປັນຕົ້ນ ເຄື່ອງໃຊ້ໄຟຟ້າຕ່າງໆ ທີ່ນໍາມາຂາຍ ໃນລາຄາແຕ່ 100,000-150,000 ກີບ.

ປັດຈຸບັນ ສິນຄ້າຈີນຫຼາຍປະເພດ ໄດ້ບຸກຕລາດລາວຢ່າງໜັກ ໂດຍສະເພາະປະເພດເຄື່ອງໃຊ້ໄຟຟ້າ ແລະສິນຄ້າເອເລັກໂທຣນິກ ຍ້ອນມີລາຄາຖືກ ເມື່ອທຽບໃສ່ສິນຄ້າຈາກໄທຍ ແລະວຽດນາມ ທີ່ມີລາຄາແພງ ແຕ່ເນັ້ນເຣື່ອງຄຸນນະພາບຂອງສິນຄ້າ, ສ່ວນສິນຄ້າປະເພດອາຫານ ແລະເຂົ້າໜົມ ຄົນລາວຍັງບໍ່ນິຍົມປານໃດ ເນື່ອງຈາກກັງວົນເຣື່ອງຄຸນນະພາບ ແລະຄວາມປອດພັຍ ຍ້ອນວ່າ ອ່ານພາສາຈີນບໍ່ໄດ້, ດັ່ງຜູ້ປະກອບການຂາຍເຄື່ອງຍ່ອຍ ແລະສິນຄ້ານໍາເຂົ້າ ໃນນະຄອນຫຼວງພຣະບາງ ແຂວງຫຼວງພຣະບາງ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ຈີນນີ້ ເຮົາບໍ່ເຄີຍຄ້າເລີຍເນາະ ເຮົາບໍ່ຮູ້ສິນຄ້າເຂົາເຈົ້າ ເຮົາບໍ່ຮູ້ພາສາເຂົາເຈົ້າເນາະ ເຮົາກໍເນັ້ນແມ່ນໄທຍ ດຽວນີ້ອັນນ່າເຂົາກໍເຂົ້າມາເຮັດ ເຈົ້າກໍຮູ້ນິສັຍຄົນຈີນ ເຂົາເຈົ້າມາເອງ ເຂົາເຈົ້າກໍເຮັດເອງ ເຂົາເຈົ້າບໍ່ຄ່ອຍຈະກະຈາຍລາຍໄດ້ຢູ່ແລ້ວ ເຂົາມາເຮັດ ມິນິມາຣ໌ທ (Mini Mart) ຫຼາຍໄດ໋ດຽວນີ້.”

ທາງດ້ານຜູ້ປະກອບການ ຄົນໄທຍ ທີ່ເຂົ້າໄປເປີດຮ້ານຂາຍເຄື່ອງມືກໍ່ສ້າງ ໃນເມືອງໄຊ ແຂວງອຸດົມໄຊ ກ່າວວ່າ ໄລຍະຜ່ານມາ ກໍມີຄວາມກັງວົນຢູ່ແລ້ວວ່າ ສິນຄ້າຈີນ ຈະເຂົ້າມາບຸກຕລາດໃນລາວເພີ່ມຂຶ້ນ ຊຶ່ງຈະສົ່ງຜົລກະທົບຕໍ່ຍອດຂາຍສິນຄ້າ ຢ່າງແນ່ນອນ ແລະເຊື່ອວ່າ ຫຼັງຈາກເປີດເສັ້ນທາງຣົຖໄຟລາວ-ຈີນແລ້ວ ຈະມີສິນຄ້າຈາກຈີນເຂົ້າມາຂາຍໃນລາວ ເພີ່ມຂຶ້ນອີກເປັນຈໍານວນຫຼາຍ.

ສະນັ້ນແລ້ວ ຜູ້ປະກອບການຄົນລາວ ແລະຄົນໄທຍ ທີ່ຄ້າຂາຍ ແລະເຮັດທຸຣະກິຈໃນລາວ ກໍຄວນຈະຕຣຽມໂຕເອງໃຫ້ພ້ອມ ເພື່ອຮັບມືກັບສິ່ງທີ່ຈະເກີດຂຶ້ນ ໂດຍສະເພາະລາຍໄດ້ທີ່ອາຈຫຼຸດລົງ ຈາກການແຂ່ງຂັນທາງດ້ານລາຄາສິນຄ້າ, ດັ່ງຜູ້ປະກອບການທ່ານນີ້ ກ່າວວ່າ:

“ບໍ່ຄືແຕ່ກ່ອນ ແຕ່ກ່ອນກະຍັງ ຕິດເຣື່ອງດ່ານຊາຍແດນ ເຣື່ອງອື່ນໆ ພໍມາຣົຖໄຟແລ້ວ ເຂົາຈັດການຈາກຕົ້ນທາງ ຫາມາປາຍທາງ ເພາະຣັຖບານຕໍ່ຣັຖບານ ເຈຣະຈາກັນເນາະ ສິນຄ້າໄທຍທີ່ນະຄອນຫຼວງວຽງຈັນ ກໍອາຈໄດ້ຮັບຜົລກະທົບ ສິນຄ້າເອເລັກໂທຣນິກ ສ່ວນຫຼາຍທີ່ເອົາເຂົ້າມາ ເກືອບ 50% ຂອງສິນຄ້າ ທີ່ເກັບໄວ້ຢູ່ສາງ ນະຄອນຫຼວງວຽງຈັນ.”

ກ່ຽວກັບເຣື່ອງດັ່ງກ່າວນີ້ ເຈົ້າໜ້າທີ່ ກະຊວງອຸດສາຫະກັມ ແລະການຄ້າ ທ່ານນຶ່ງ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ່ 7 ທັນວານີ້ວ່າ ປັດຈຸບັນ ຍັງບໍ່ມີແນວທາງທີ່ຈະແຈ້ງ ຈາກຣັຖບານລາວເທື່ອ ວ່າຈະຄວບຄຸມກຸ່ມນັກທຸຣະກິຈຈີນ ແລະສິນຄ້າຈີນໄດ້ແນວໃດ ເພື່ອບໍ່ໃຫ້ເສັຽຜົລປໂຍດ ທັງສອງຝ່າຍ ສະນັ້ນແລ້ວຕ້ອງເຝົ້າເບິ່ງວ່າ ທຸຣະກິຈຈີນ ແລະສິນຄ້າຈີນ ຈະເຂົ້າມາໃນມາລາວໃນລັກສະນະໃດ:

“ມັນກະທະຍອຍເຂົ້າມາແລ້ວ ເພາະວ່ານັກທຸຣະກິຈບາງສ່ວນຫັ້ນນ່າ ຢູ່ຫຼວງພຣະບາງ ຢູ່ວັງວຽງ ອັນນີ້ເຮົາກະເບິ່ງວ່າ ບັນຫາທີ່ມັນເກີດຂຶ້ນມາ ກະຄືຕ້ອງໄດ້ເອົານິຕິກັມ ຫຼືກົດໝາຍເນາະ ໄປໃຊ້ນໍາຂະເຈົ້າ ໃຫ້ມັນເໝາະສົມຫັ້ນນ່າ.”

ເຈົ້າໜ້າທີ່ທ່ານນີ້ ກ່າວຕື່ມອີກວ່າ ນັບແຕ່ກໍ່ສ້າງເສັ້ນທາງຣົຖໄຟລາວ-ຈີນ ຂຶ້ນມາ ກໍເຣີ່ມມີຄົນຈີນເຂົ້າມາເຮັດທຸຣະກິຈໃນລາວ ເປັນຈໍານວນຫຼາຍ ໂດຍສະເພາະ ຕາມຕົວເມືອງໃຫຍ່ຂອງລາວ ແລະຄາດວ່າ ເມື່ອສະຖານະການຂອງ ໂຄວິດ-19 ໝົດໄປແລ້ວ ລາວ ແລະຈີນ ກັບມາເປີດປະເທດອີກຄັ້ງ ຈະເຮັດໃຫ້ຄົນຈີນ ແລະສິນຄ້າຈີນ ເຂົ້າມາລາວຢ່າງຫຼວງຫຼາຍ ໂດຍສະເພາະ ສິນຄ້າໜີພາສີ ທີ່ຈະຖືກຂົນສົ່ງມານໍາຣົຖໄຟລາວ-ຈີນ.

ນອກຈາກນີ້ ການຮັບມືກັບ ຂີ້ເຫຍື້ອພຣາສຕິກ (Plastic) ແລະຂີ້ເຫຍື້ອເອເລັກໂທຣນິກ ຈາກສິນຄ້າຈີນ ທີ່ນໍາເຂົ້າມາຂາຍໃນລາວ ແຕ່ໝົດອາຍຸ ແລະເປ່ເພ ຈົນຕ້ອງໄດ້ຖິ້ມນັ້ນ ກໍຍັງເປັນບັນຫາທ້າທາຍໃຫ້ຣັຖບານລາວ ຈົນມາຮອດດຽວນີ້ ເພາະຢູ່ປະເທດລາວ ຍັງບໍ່ມີໂຮງຈັກ ໂຮງງານ ທີ່ໄດ້ຮັບອະນຸຍາດໃຫ້ກໍາຈັດ ຂີ້ເຫຍື້ອພຣາສຕິກ ແລະຂີ້ເຫຍື້ອເອເລັກໂທຣນິກ ໄດ້ຕາມກົດໝາຍເທື່ອ.

ແຕ່ປັດຈຸບັນ ກະຊວງຊັພຍາກອນທັມມະຊາດ ແລະສິ່ງແວດລ້ອມ ພຍາຍາມ ທີ່ຈະຊອກຫາວິທີ ໃນການກໍາຈັດຂີ້ເຫຍື້ອ ປະເພດດັ່ງກ່າວນີ້ ໂດຍບໍ່ໃຫ້ເກີດມົລພິດ ຕໍ່ສະພາບອາກາດ, ສິ່ງແວດລ້ອມ ແລະສັງຄົມ ເພື່ອກໍາຈັດຂີ້ເຫຍື້ອພຣາສຕິກ ແລະຂີ້ເຫຍື້ອເອເລັກໂທຣນິກ ທີ່ນັບມື້ນັບຈະເພີ່ມຂຶ້ນຫຼາຍໃນປະເທດລາວ, ດັ່ງເຈົ້າໜ້າທີ່ ກະຊວງຊັພຍາກອນທັມມະຊາດ ແລະສິ່ງແວດລ້ອມ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ກະຊວງສິ່ງແວດລ້ອມ ກໍາລັງສຶກສາ ການໄຫຼວຽນຂອງຂີ້ເຫຍື້ອ ແລະປະຣິມານຂີ້ເຫຍື້ອ ແລ້ວກໍວິທີການກໍາຈັດ ກໍາລັງສຶກສາຢູ່ ເພາະວ່າປັດຈຸບັນນີ້ ມັນຢາກເປັນແບບລັກສະນະຂີ້ເຫຍື້ອທົ່ວໄປ ມັນຍັງມີປົນຢູ່ ໄລຍະຜ່ານມາ ມັນຈະມີຕູ້ຄອນເທນເນີ້ ມາຈາກຕ່າງປະເທດ ພວກເອເລັກໂທຣນິກນີ້ແຫຼະ ມັນບໍ່ຖືກກົດໝາຍ ກະໄດ້ສັ່ງໂຈະ ເພາະວ່າ ມັນມີການປ່ອຍມົລພິດຫັ້ນນ່າ ມີກິ່ນມີຫຍັງຫຼາຍຢ່າງຫັ້ນນ່າໂຕນີ້.”

ປັດຈຸບັນ ບໍ່ມີການຣາຍງານ ກ່ຽວກັບປະຣິມານ ຂີ້ເຫຍື້ອພຣາສຕິກ ແລະຂີ້ເຫຍື້ອເອເລັກໂທຣນິກ ໃນປະເທດລາວ ວ່າມີປະຣິມານໜ້ອຍຫຼາຍສໍ່າໃດ ແຕ່ຣາຍງານຂອງສໍານັກຂ່າວ the Guardian ເມື່ອປີ 2018 ຣະບຸວ່າ ປະເທດໃນພູມມິພາກອາຊ້ຽນ ເປັນຕົ້ນ ໄທຍ, ລາວ, ກັມພູຊາ ໄດ້ມີນັກລົງທຶນຣາຍໃຫຍ່ຈາກຈີນ ພຍາຍາມທີ່ຈະເປີດໂຮງງານ ຣີໄຊເຄິ້ນ (recycle) ຂີ້ເຫຍື້ອພຣາສຕິກ ແລະຂີ້ເຫຍື້ອເອເລັກໂທຣນິກ ປະມານ 100 ແຫ່ງ.

ເມື່ອປີ 2016-2017 ທີ່ຜ່ານມາ ຣັຖບານລາວ ໄດ້ສັ່ງປິດໂຮງງານຫຼອມໝໍ້ໄຟ ແລະໂຮງງານກໍາຈັດຊິ້ນສ່ວນເອເລັກໂທຣນິກ ຈໍານວນ 19 ແຫ່ງ ໃນທົ່ວປະເທດ ສ່ວນໃຫຍ່ເປັນໂຮງງານ ຂອງຄົນຈີນ ຍ້ອນລັກຂົນຂີ້ເຫຍື້ຶອເອເລັກໂທຣນິກ ເຂົ້າມາກໍາຈັດໃນປະເທດລາວ ໂດຍບໍ່ໄດ້ຮັບອະນຸຍາດ ແລະຍັງເປັນໂຮງງານທີ່ບໍ່ໄດ້ຮັບມາຕຖານສາກົລ ຊຶ່ງສົ່ງຜົລກະທົບຕໍ່ສິ່ງແວດລ້ອມ ແລະສັງຄົມ ຢ່າງໜັກໜ່ວງໃນເວລານັ້ນ.

ສ່ວນພາກການລົງທຶນໃນລາວ ຂອງກຸ່ມຄົນຈີນ ປັດຈຸບັນ ປະເທດຈີນ ແມ່ນເຂົ້າມາລົງທຶນຢູ່ປະເທດລາວ ເປັນອັນດັບ 1 ມີ 813 ໂຄງການ ໂດຍມີມູນຄ່າ ການລົງທຶນທັງໝົດ ປະມານ 16 ຕື້ໂດລາຣ໌ສະຫະຣັຖ ຊຶ່ງມີທັງໂຄງການຂນາດນ້ອຍ, ຂນາດກາງ ແລະຂນາດໃຫຍ່ ແຕກຕ່າງກັນໄປໃນຂແນງການຕ່າງໆ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.