ຄົນງານລາວ ປະທະ ນາຍຈ້າງ ຊາວຈີນ
2021.11.26

ເກີດເຫດການຄົນງານລາວ ຈຳນວນນຶ່ງທີ່ເຮັດວຽກຢູ່ໂຄງການ ກໍ່ສ້າງສະຖານີຣົດໄຟ ລາວ-ຈີນ ເຂດວຽງຈັນໃຕ້-ທ່ານາແລ້ງ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໄດ້ປະທະກັບກຸ່ມນາຍຈ້າງຊາວຈີນ ແລະຖືກຊາວຈີນທຳຮ້າຍຮ່າງກາຍ ແຕ່ມີກຸ່ມຄົນງານລາວມາຫ້າມເອົາໄວ້. ສາເຫດຍ້ອນຄົນງານລາວ ພາກັນຢຸດວຽກ ແລ້ວໄປຂໍທວງເອົາເງິນ ນຳນາຍຈ້າງຈົນເກີດເຫດການດັ່ງກ່າວ ເມື່ອວັນທີ 22 ພຶສຈິກາ ທີ່ຜ່ານມາ. ດັ່ງຄົນງານລາວ ທີ່ເຫັນເຫດການກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 26 ພຶສຈິກາ ນີ້ວ່າ:
“ກໍເຫັນຫຼາຍ ຄົນຢູ່ບ່ອນເຮັດວຽກມື້ນັ້ນ ເຮົາກາເຫັນເຂົາຕີກັນ ເຮັດນຳຄົນຈີນແລ້ວ ຄົນຈີນເຂົານ່າເຂົາຕີກັນເຮົາກາເບີ່ງສື່ໆ.”
ຍານາງກ່າວຕື່ມວ່າ ກ່ອນໜ້ານີ້ກໍເຄີຍເກີດເຫດການ ຕີກັນຫຼາຍເທື່ອ ທັງລະຫວ່າງນາຍຈ້າງຊາວຈີນກັບຄົນງານລາວ ຫຼືລະຫວ່າງຄົນຈີນດ້ວຍກັນເອງ ຊຶ່ງສາເຫດຫຼັກໆ ກໍເກີດຈາກເຣື່ອງຄ່າຈ້າງ ແຕ່ຕົນບໍ່ໄດ້ຮູ້ຢ່າງຄັກແນ່ວ່າ ເປັນຫຍັງຈຶ່ງເກີດເຫດການບໍ່ຈ່າຍຄ່າຈ້າງ ຫຼືໃຫ້ຄ່າຈ້າງຊັກຊ້າ ແລະບໍ່ເຫັນພາກສ່ວນໃດລົງພື້ນທີ່ ມາແກ້ໄຂບັນຫາແຕ່ຢ່າງໃດ.
ໃນຂນະທີ່ຫົວໜ້າ ຄົນງານລາວອີກທ່ານນຶ່ງ ທີ່ເຮັດວຽກໃນໂຄງການ ກໍ່ສ້າງສະຖານີຣົດໄຟ ລາວ-ຈີນ ຢູ່ເຂດບ້ານດົງໂພນແຮ່ ກ່າວວ່າ ສຳລັບເຫດການທີ່ຄົນງານລາວ ບໍ່ໄດ້ຄ່າຈ້າງນັ້ນ ຍ້ອນຖືກຫົວໜ້າຄົນງານຊາວລາວຈຳນວນນຶ່ງ ທີ່ເປັນຫົວໜ້າຄຸມວຽກບໍ່ຈ່າຍຄ່າຈ້າງ ໃຫ້ແກ່ຄົນງານທີ່ເປັນລູກນ້ອງ ທັນທີພາຍຫຼັງຈາກທີ່ໄປເບີກເງິນ ຈາກນາຍຈ້າງຊາວຈີນມາແລ້ວ ແຕ່ຄົນງານລາວພັດບໍ່ຮູ້ ສາເຫດແທ້ຈິງຈຶ່ງໄປທວງຖາມເງິນ ຈາກນາຍຈ້າງຊາວຈີນ, ດັ່ງທ່ານໄດ້ກ່າວວ່າ:
“ເຂົາຈ່າຍເງິນໝົດແລ້ວ ບໍ່ແມ່ນບໍ່ຈ່າຍ ຄົນທີ່ວ່າເຂົາວ່າເອີແມ່ນຈີນ ບໍ່ຈ່າຍຈັ່ງຊັ້ນຈັ່ງຊິນ່າ ຍ້ອນວ່າມີຫົວໜ້າຮັບເໝົາກັນ ຫຼາຍຄົນແຄ່ນັ້ນຈົບ ຮັບຄົນດຽວເລີຍ ນຳຫົວໜ້າເຖົ້າແກ່ຈີນ ຮັບລະຂ້ອຍເຮັດແລ້ວ ຂ້ອຍກາມາຈ່າຍລູກນ້ອງຂ້ອຍ.”
ທ່ານກ່າວອີກວ່າ ສະເພາະເຂດທີ່ລາວເຮັດວຽກ ມີຫົວໜ້າທີ່ເປັນຄົນລາວ ຈຳນວນຫຼາຍຄົນເປັນ ລັກສະນະໃນຮູບແບບຜູ້ຮັບເໝົາ ລາຍຫຍ່ອຍຊຶ່ງມີຄົນງານ ຂອງໃຜມັນໂດຍຫຼັງຈາກແລ້ວໜ້າວຽກ ຕາມກຳນົດ ແລະຜ່ານການກວດໜ້າວຽກ ວ່າໄດ້ມາຕຖານແລ້ວ ນາຍຈ້າງຊາວຈີນກໍເອົາເງິນ ກ້ອນໃຫຍ່ໃຫ້ເພື່ອໃຫ້ຫົວໜ້າຄົນງານ ເອົາໄປຈ່າຍໃຫ້ແກ່ຄົນງານລາວ ໃນສັງກັດ ແຕ່ກໍມີຫົວໜ້າງານ ຈຳນວນນຶ່ງທີ່ເບີກເງິນມາແລ້ວ ໄດ້ນຳເງິນໜີໄປ ຫຼືເອົາເງິນໄປໃຊ້ເອງກ່ອນ ຍ້ອນຄວາມໂລບ.
ທາງດ້ານຫົວໜ້າ ຄົນງານລາວອີກນາງນຶ່ງ ທີ່ເຄີຍເຮັດວຽກຢູ່ເຂດດັ່ງກ່າວ ກໍຢືນຢັນວ່າສາເຫດ ທີ່ເຮັດໃຫ້ເກີດເຫດການດັ່ງກ່າວ ກໍຍ້ອນຫົວໜ້າຄົນງານຊາວລາວ ໂກງຄ່າຈ້າງຄົນງານລາວນຳກັນເອງ ຊຶ່ງທາງນາຍຈ້າງຊາວຈີນ ກໍໄດ້ຊີ້ແຈງວ່າໄດ້ໃຫ້ເງິນ ແກ່ຫົວໜ້າຄົນງານຊາວລາວໄປແລ້ວ ແຕ່ບໍ່ໄດ້ນຳໄປເບີກຈ່າຍໃຫ້ຄົນງານ ດັ່ງຍານາງໄດ້ກ່າວວ່າ:
“ເຮົາກາມາເບີກເງິນ ຮັບເງິນນຳເຖົ້າແກ່ຈີນ ບາດນີ້ລະຮັບເງິນໄດ້ແລ້ວ ແລ້ວກາມື້ອື່ນຊິເອົາມາໃຫ້ເດີ້ ເວົ້ານຳກັມມະກອນ ເຂົາກາລໍຖ້າຢູ່ ລໍຖ້າຢູ່ກາບໍ່ເຫັນເອົາມາ ກາໄປເວົ້ານຳເຖົ້າແກ່ຈີນ ເນາະເປັນຫຍັງບໍ່ເອົາເງິນໃຫ້ຂ້ອຍວ່າຊັ້ນ ຈີນວ່າຂ້ອຍໃຫ້ຫົວໜ້າເຈົ້າແລ້ວ ເອົາບັນຊີມາໃຫ້ເບິ່ງ ກັມມະກອນວ່າເວົ້າສູ່ຟັງຫັ້ນເນາະ.”
ຄົນງານອີກນາງນຶ່ງ ທີ່ເຄີຍເຮັດວຽກສ້າງສະຖານີຣົດໄຟ ລາວ-ຈີນຢູ່ເຂດດັ່ງກ່າວ ກໍວ່າສາເຫດທີ່ຄົນງານລາວ ບໍ່ໄດ້ເງິນຄ່າຈ້າງບາງເທື່ອອາດເກີດຈາກ ຫົວໜ້າຜູ້ຮັບເໝົາຮັບເງິນ ຄ່າຈ້າງຕໍ່ກັນຫຼາຍຄົນຫຼາຍມື ຈຶ່ງເຮັດໃຫ້ເງິນບໍ່ຮອດຄົນງານ, ດັ່ງຍານາງກ່າວວ່າ:
“ບໍ່ແມ່ນແທ້ ຫົວໜ້າຮັບເໝົາ ມັນຮັບຕໍ່ພ່ວງຫຼາຍຄົນ ຫຼາຍມືແລ້ວເງິນ ບໍ່ເຖີງກັມມະກອນ ເຮົາເຊົາເຮັດແລ້ວເດ.”
ກ່ຽວກັບເຣື່ອງນີ້ ວິທຍຸເອເຊັຽເສຣີໄດ້ຕິດຕໍ່ ຫາຫ້ອງການແຮງງານ ແລະສວັສດີການສັງຄົມ ເມືອງຫາດຊາຍຟອງ ແລະຫ້ອງການ ປກສ ເມືອງຫາດຊາຍຟອງ ເພື່ອຖາມລາຍຣະອຽດ ເພີ່ມຕື່ມ ແຕ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ບໍ່ສະດວກໃຫັສັມພາດ. ໃນຂນະທີ່ທາງເຈົ້າໜ້າທີ່ ບໍຣິສັດ ທາງຣົດໄຟ ລາວ-ຈີນ ຈຳກັດ ກໍຊີ້ແຈງວ່າ ທາງບໍຣິສັດ ບໍ່ໄດ້ມີສ່ວນໃນການຮັບຜິດຊອບ ຕໍ່ເຫດການນີ້.
ເຖິງຢ່າງໃດກໍຕາມ ເຈົ້າໜ້າທີ່ກະຊວງແຮງງານ ແລະສວັສດີການສັງຄົມ ຜູ້ຂໍສງວນຊື່ແລະສຽງທ່ານນຶ່ງກ່າວວ່າ ກ່ຽວກັບຂໍ້ຂັດແຍ່ງທີ່ເກີດຂື້ນ ຫຼ້າສຸດນີ້ ທາງກະຊວງ ບໍ່ທັນໄດ້ຂໍ້ມູນເທື່ອ ແຕ່ຫາກກຸ່ມຄົນງານ ຜູ້ທີ່ໄດ້ຮັບຜົລກະທົບ ໄດ້ຮ້ອງຮຽນມາຍັງ ກະຊວງກໍຈະມີການກວດກາຄືນ ແລະ ສົ່ງເຈົ້າໜ້າທີ່ໄປກວດສອບ.
ກ່ອນໜ້ານີ້ ໃນທ້າຍເດືອນກັນຍາ ທີ່ຜ່ານມາຄົນງານລາວປະມານ 20 ປາຍຄົນ ຮວມທັງຫົວໜ້າຄົນງານລາວ ທີ່ເຮັດວຽກກໍ່ສ້າງ ທາງຣົດໄຟ ລາວ-ຈີນ ຢູ່ເຂດບ້ານດົງໂພນແຮ່ ກໍໄດ້ໄປໂຮມໂຕ ຮຽກຮ້ອງຄ່າຈ້າງ ຈາກນາຍຈ້າງຊາວຈີນ ຈົນເຖິງຂັ້ນຜິດຖຽງກັນ ແລະຕໍ່ມານາຍຈ້າງຊາວຈີນ ກໍຍອມຈ່າຍເງິນ ໃຫ້ພາຍຫຼັງທີ່ຄົນງານດັ່ງກ່າວ ໄດ້ປະທ້ວງໂດຍການປິດລະບົບໄຟຟ້າ ໃນພື້ນທີ່ກໍ່ສ້າງ.
ມາຮອດປັຈຈຸບັນ ໂຄງການກໍ່ສ້າງ ທາງຣົດ ແລະສະຖານີຣົດໄຟ ລາວ-ຈີນ ຫຼາຍແຫ່ງໃກ້ຈະສຳເຣັດ 100% ແລ້ວ ແລະຈະມີພິທີການເປີດໃຊ້ ໂຄງການດັ່ງກ່າວ ໃນວັນທີ 2 ທັນວາ 2021 ນີ້, ກ່ອນທີ່ຈະເປີດໃຊ້ຣົດໄຟ ລາວ-ຈີນ ແບບເປັນທາງການ ໃນວັນທີ 3 ທັນວາ 2021 ນີ້.