ຈີນຂໍເຊົ່າດິນ ປູກໝາກຖົ່ວເຫຼືອງ ຊາວບ້ານໜັກໃຈ

ພູວົງສ໌
2021.11.29
ຈີນຂໍເຊົ່າດິນ ປູກໝາກຖົ່ວເຫຼືອງ ຊາວບ້ານໜັກໃຈ ສວນໝາກຖົ່ວເຫຼືອຂອງນັກລົງທຶນຈີນ ແຂວງຫຼວງນ້ຳທາ, ເດືອນ ມີນາ, 2021.
ນັກຂ່າວ ພົລເມືອງ

ນັບຕັ້ງແຕ່ປີ 2020 ເປັນຕົ້ນມາ, ເຈົ້າໜ້າທີ່ທ້ອງຖິ່ນ ໄດ້ຮ່ວມມືກັບນັກລົງທຶນຊາວຈີນ ໃຫ້ຊາວບ້ານ ໃນເຂດບ້ານຫົວນາ ແລະ ບ້ານໃກ້ຄຽງ ຢູ່ເມືອງພຽງ ແຂວງໄຊຍະບູຣີ ເອົາດິນນາ ໃຫ້ນັກລົງທຶນຈີນ ເຊົ່າໃນຍາມຣະດູແລ້ງ ເພື່ອໃຊ້ປູກໝາກຖົ່ວເຫຼືອງ ສົ່ງອອກໄປຍັງປະເທດຈີນ ເປັນເນື້ອທີ່ປະມານ 1,000 ເຮັກຕ້າຣ ໃນຂະນະທີ່ຊາວບ້ານ ຫຼາຍຄອບຄົວ ບໍ່ຕ້ອງການປ່ອຍໃຫ້ຊາວຈີນ ເຊົ່າດິນດັ່ງກ່າວ. ຊາວບ້ານ ຢູບ້ານຫົວນາ, ເມືອງພຽງ ນາງນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 29 ພຶສຈິກາ ນີ້ວ່າ:

“ຄົນສ່ວນຫຼາຍ ຂະເຈົ້າກໍບໍ່ຢາກໃຫ້ດອກເນາະ ຂະເຈົ້າມັນລຳບາກແດ່ເນາະ ເຮັດນາເຮັດຫຍັງ ມັນບໍ່ໄດ້ເຂົ້າ. ຂະເຈົ້າກໍມາລົມຢູ່ວ່າ ກໍຢາກໃຫ້ເຮັດໝົດຕີ້. ກໍວ່າຫັ້ນແຫຼະ ໄດ້ຍິນວ່າ ເພິ່ນຈະເອົາຫຼາຍຢູ່ກໍ. ເອີ່, ບ້ານຫົວນາຫັ້ນແຫຼະ.”

ສຳລັບຊາວບ້ານ ທີ່ບໍ່ຕ້ອງການປ່ອຍດິນທຳກິນ ໃຫ້ຄົນຈີນເຊົ່າ ເພື່ອປູກໝາກຖົ່ວເຫຼືອງ ເປັນໄລຍະເວລາ ປະມານ 5 ປີນັ້ນ, ມີປະມານ 8 ຄອບຄົວ ຍ້ອນພວກຂະເຈົ້າ ຕ້ອງການນຳໃຊ້ທີ່ດິນດັ່ງກ່າວ ໃນການລ້ຽງງົວ. ແຕ່ຢ່າງໃດກໍຕາມ, ເຈົ້າໜ້າທີ່ທ້ອງຖິ່ນ ກໍພະຍາຍາມເຂົ້າມາໂອ້ລົມຫຼາຍເທື່ອ ເພື່ອໃຫ້ຂະເຈົ້າ ຍອມປ່ອຍທີ່ດິນ ໃຫ້ນາຍທຶນຈີນເຊົ່າ. ຊາວບ້ານ ໃນເມືອງພຽງ ອີກທ່ານນຶ່ງ ກ່າວໃນມື້ດຽວກັນນີ້ວ່າ:

“ເຫັນເພິ່ນໄປລົງແກ້ໄຂຢູ່ ກໍມີຢູ່ປະມານ 7-8 ຄອບຄົວນີ້ແຫຼະ ທີ່ວ່າ ເພິ່ນຢາກເອົາດິນຫັ້ນ ໄວ້ລ້ຽງງົວ ຫຼືວ່າເອົາໄວ້ປູກພືດ ຣະດູແລ້ງ ມີຢູ່. ມີແຕ່ວ່າ ເພິ່ນກໍລະດົມ ໃຫ້ເຮັດຫັ້ນແຫຼະ ເພາະວ່າ ຄັນວ່າພາກສ່ວນໃດທີ່ບໍ່ເຮັດ ກໍມັນກໍເປັນດິນເປົ່າວ່າງ. ເອົາພວກຈີນມາເຊົ່າ ປູກໝາກຖົ່ວເຫຼືອງນີ້ ກໍເພິ່ນກໍຢາກໃຫ້ປະຊາຊົນຫັ້ນແຫຼະ ເອົາໃຫ້ເຊົ່າ.”

ຊາວບ້ານ ບໍ່ຢາກໃຫ້ເຊົ່າດິນ ຍ້ອນວ່າ ພວກຂະເຈົ້າ ມີທີ່ດິນພຽງຕອນດຽວ ແລະ ຄັນວ່າ ໃຫ້ຈີນເຊົ່າດິນ ອາຈຕ້ອງຍ້າຍຈາກດິນດັ່ງກ່າວນີ້ ເຮັດໃຫ້ພວກຂະເຈົ້າ ບໍ່ມີບ່ອນອາສັຍ. ດັ່ງຊາວບ້ານ ໃນເມືອງພຽງ ຜູ້ບໍ່ຕ້ອງການປ່ອຍດິນ ໃຫ້ນັກລົງທຶນຈີນເຊົ່າ ທ່ານນຶ່ງ ກ່າວວ່າ:

“ເຫດຜົລທີ່ວ່າປະຊາຊົນ ບໍ່ໃຫ້ເຊົ່າ ນຶ່ງມາ ເພາະວ່າຂະເຈົ້າອັນ ເປັນທີ່ປູກຝັງ-ລ້ຽງສັດ ຍົກໂຕຢ່າງວ່າ ເອີ່ ຂະເຈົ້າລ້ຽງງົວ ລ້ຽງຄວາຍ ຊີ້ເນາະ ເປັນບ່ອນໃຫ້ສັດຢູ່ອາສັຍ ຈັ່ງຊີ້ເນາະ. ທີ່ໃຫ້ເຊົ່ານີ້ແມ່ນ ນຶ່ງມານີ້ ຂະເຈົ້າມີພື້ນຖານແລ້ວ ທີ່ວ່າ ເຂົາບໍ່ໄດ້ເຮັດຫຍັງເນາະ.”

ໃນຂະນະດຽວກັນ, ໂຄງການປູກໝາກຖົ່ວເຫຼືອງ ເພື່ອສົ່ງອອກໄປປະເທດຈີນ ດັ່ງກ່າວນີ້ ຍັງຂຍາຍໄປຮອດເມືອງໄຊຍະບູຣີ ແຂວງໄຊຍະບູຣີ ເປັນຈຳນວນຫຼາຍຮ້ອຍເຮັກຕ້າຣ, ໂດຍມາຮອດປັດຈຸບັນ ນັກລົງທຶນຊາວຈີນ ໄດ້ຈ້າງຄົນງານລາວ ດຳເນີນການຈູດໄຟ ເຜົາແປງດິນ ເພື່ອຕຽມພ້ອມ ສຳລັບການປູກ ໃນຣະດູການຕໍ່ໜ້ານີ້ແລ້ວ.​ ເຈົ້າໜ້າທີ່ ກະຊວງກະສິກັມ ແລະ ປ່າໄມ້ ນາງນຶ່ງ ກ່າວວ່າ:

“ດຽວນີ້ໆ ຂະເຈົ້າກໍກຳລັງຕັດຕໍເຟືອງ ແລ້ວກໍຈູດ ຈູດແລ້ວໆ ລະຂະເຈົ້າກໍຊິມາປັ່ນດິນເນາະ, ເຣີ່ມລົງມືເນາະ. ເຣີ່ມໆລົງມືແລ້ວນ່າ ເມືອງໄຊຍະນີ້ນ່າ. ຂະເຈົ້າສັນຍາກັນໄວ້ ຕັ້ງແຕ່ປີກາຍແລ້ວເດເນາະ ແລ້ວຢູ່ສັນຍານີ້ ມັນຈະເປັນ 5 ປີ, ຄັນຜູ້ໃດບໍ່ຍິນຍອມ ກໍບໍ່ເຮັດ ບໍຣິສັດກໍບໍ່ເອົາ, ຫັ້ນນ່າເນາະ. ແມ່ນແຫຼະ ຈີນມາລົງທຶນໝົດເລີຍ.”

ເຖິງແມ່ນວ່າ ນັກລົງທຶນຈີນ ຈະຂໍໃຫ້ເຈົ້າໜ້າທີ່ທ້ອງຖິ່ນ ໂອ້ລົມ ເພື່ອຂໍເຊົ່າທີ່ດິນ ຈາກຊາວບ້ານ ພາຍໃນແຂວງໄຊຍະບູຣີໄວ້ແລ້ວ, ແຕ່ໂຄງການປູກໝາກຖົ່ວເຫຼືອງ ເພື່ອສົ່ງອອກໄປປະເທດຈີນ ດັ່ງກ່າວນີ້ ກໍຍັງບໍ່ສາມາດ ດຳເນີນການໄດ້ ຢ່າງເຕັມທີ່ ໃນບາງບ່ອນ ຍ້ອນນັກລົງທຶນຊາວຈີນ ຂໍໂຈະໂຄງການໄວ້ ເນື່ອງຈາກໃນໄລຍະ ການຄວບຄຸມ ການແຜ່ຣະບາດ ຂອງໂຄວິດ-19 ເຮັດໃຫ້ການຂົນຍ້າຍ ເຄື່ອງມືດ້ານການກະເສດ ຈາກປະເທດຈີນ ເຂົ້າມາພາຍໃນປະເທດລາວ ມີຄວາມຫຍຸ້ງຍາກ. ເຈົ້າໜ້າທີ່ ກະຊວງກະສິກັມ ແລະ ປ່າໄມ້ ອີກນາງນຶ່ງ ກ່າວວ່າ:

“ບໍ່ມີໃນການປູກ ສັ່ງໂຈະໝົດ ບໍ່ໄດ້ປູກຖົ່ວເຫຼືອງ ປີນີ້ໂຈະ ເພາະວ່າຂະເຈົ້າເຮັດບໍ່ທັນ. ນັກລົງທຶນຂໍໂຈະເອງ ນັກລົງທຶນເຂົາເອົາເຄື່ອງກະສິກັມ ເຂົ້າມາບໍ່ໄດ້. ບໍ່ ຍັງບໍ່ເຫັນວ່າຈັ່ງໃດ ມີຕັ້ງແຕ່ຂໍໂຈະ ສຳລັບຣະດູການນີ້.”

ກ່ອນໜ້ານີ້, ໃນປີ 2019-2020 ຊາວບ້ານຈຳນວນຫຼາຍຄອບຄົວ ຢູ່ເມືອງເງິນ ແຂວງໄຊຍະບູຣີ ໄດ້ປ່ອຍໃຫ້ນັກລົງທຶນຈີນ ເຊົ່າດິນ ເພື່ອປູກໝາກໂມ ໃນຣະດູແລ້ງ ລະຫວ່າງເດືອນທັນວາ ຫາເດືອນມີນາ ແລະ ນັກລົງທຶນຈີນ ຈະສົ່ງດິນຄືນໃຫ້ຊາວບ້ານ ເກັບສິ່ງເສດເຫຼືອ ແລະ ປັບປຸງດິນໃໝ່ ເພື່ອໄວ້ເຮັດນາປີ ໃນເດືອນເມສາ, ເຊິ່ງຊາວບ້ານຈຳນວນຫຼາຍ ກໍພົບວ່າ ນັກລົງທຶນຈີນ ໄດ້ຂຸດດິນນາ ຂອງພວກຂະເຈົ້າ ເລິກລົງໄປ 30-40 ຊັງຕີແມັຕ ແລະ ໃຊ້ສານເຄມີ ຊະນິດຮຸນແຮງ ຈົນດິນບໍຣິເວນດັ່ງກ່າວ ເສື່ອມຄຸນນະພາບ ເຮັດໃຫ້ຜົລຜລິຕ ເຂົ້ານາປີ ຂອງຊາວບ້ານຫຼຸດລົງ ເຫຼືອປະມານ 1-2 ຕັ່ນ ຕໍ່ເຮັກຕ້າຣ ຈາກທີ່ເຄີຍໄດ້ປະມານ 3-4 ຕັ່ນ ຕໍ່ເຮັກຕ້າຣ. ຍ້ອນເຫດຜົລດັ່ງກ່າວນີ້, ຊາວບ້ານຈຳນວນຫຼາຍ ຈຶ່ງບໍ່ຕ້ອງການປ່ອຍດິນ ໃຫ້ນັກລົງທຶນຈີນເຊົ່າອີກ.

ເມື່ອວັນທີ 28 ພຶສພາ 2021, ທ່ານ ພຶດສະພາ ພູມມະສັກ, ປະທານບໍຣິສັດ ເອໄອດີຊີ ການຄ້າ ຈຳກັດຜູ້ດຽວ ກ່າວໃນພິທີລົງນາມການຮ່ວມມື ໃນການຈັດຊື້ສິນຄ້າ ກະສິກັມປຸງແຕ່ງ ຈາກປະເທດລາວ ໄປຍັງປະເທດຈີນວ່າ ສິນຄ້າກະສິກັມ ທີ່ຈະດຳເນີນການຜລິຕ ແລະ ເລັ່ງສົ່ງອອກ ໄປຍັງປະເທດຈີນນັ້ນ ກວມເອົາ 9 ຣາຍການໃຫຍ່ ຄືໝາກຖົ່ວດິນ 1 ແສນຕັ່ນ, ແປ້ງມັນຕົ້ນ 1 ແສນຕັ່ນ, ຊີ້ນງົວແຊ່ແຂງ 1 ແສນຕັ່ນ, ໝາກມ່ວງຫິມະພານ 2 ແສນຕັ່ນ, ໝາກມ່ວງ 1 ແສນຕັ່ນ, ໝາກຖົ່ວລຽນ 5 ໝື່ນຕັ່ນ, ນ້ຳຕານ 5 ແສນຕັ່ນ, ໝາກກ້ວຍ 1 ແສນຕັ່ນ ແລະ ໝາກຖົ່ວເຫຼືອງ 2 ແສນຕັ່ນ, ເຊິ່ງຄາດວ່າ ຈະສາມາດສົ່ງສິນຄ້າ ກະສິກັມປຸງແຕ່ງດັ່ງກ່າວນີ້ ອອກໄປໄດ້ປະມານ 1.5 ຕື້ໂດ່ລ້າຣສະຫະຣັຖ ສຳເຣັດພາຍໃນປີ 2025 ນີ້.

ໃນໄລຍະ 10 ເດືອນຕົ້ນປີ 2021 ນີ້, ການສົ່ງສິນຄ້າ ດ້ານການກະເສດ ອອກໄປຕ່າງປະເທດ ຂອງປະເທດລາວ ທັງໝົດ ມີມູລຄ່າ 890 ປາຍລ້ານໂດ່ລ້າຣສະຫະຣັຖ, ເຊິ່ງສົ່ງອອກໄປຫຼາຍກວ່າ 20 ປະເທດ. ໃນນັ້ນ, ຕລາດສົ່ງອອກທີ່ຫຼາຍທີ່ສຸດ ປະມານ 80% ແມ່ນເປັນປະເທດຈີນ, ໂດຍສິນຄ້າທີ່ສົ່ງອອກ ຫຼາຍກວ່າໝູ່ ແມ່ນເປັນມັນຕົ້ນ, ໝາກກ້ວຍ, ຢາງພາຣາ, ໝາກກາເຟ, ໝາກໂມ, ອ້ອຍ ແລະ ໝາກເດືອຍ, ອີງຕາມຄວາມເວົ້າ ຂອງທ່ານ ເພັດ ພົມພິພັກ, ຣັຖມົນຕຣີ ກະຊວງກະສິກັມ ແລະ ປ່າໄມ້ ໃນກອງປະຊຸມ ສມັຍສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ 9 ໃນວັນທີ 4 ພຶສຈິກາ 2021 ທີ່ຜ່ານມານັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.