ຢາງພາຣາລົ້ນຕລາດ, ລາຄາຕົກຕ່ຳ ເຫດຜົລສ່ວນນຶ່ງ ເປັນຍ້ອນນາຍທຶນຈີນ
2024.01.11

ບັນຫາ ນໍ້າຢາງພາຣາລົ້ນຕລາດ ສ່ວນນຶ່ງ ເປັນຍ້ອນບໍຣິສັດຈີນ ເຂົ້າມາເຊົ່າທີ່ດິນຈາກປະຊາຊົນ ແລະສັມປະທານດິນຈາກຣັຖ ເພື່ອດໍາເນີນການປູກຢາງພາຣາ ເປັນຈໍານວນຫຼາຍ ເຮັດໃຫ້ຊາວກະສິກອນ ຈໍາເປັນຕ້ອງຂາຍສິນຄ້າໃນລາຄາທີ່ຕໍ່າລົງ.
ດັ່ງນັກວິຊາການ ດ້ານການກະເສດ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 11 ມົກຣາ 2024 ນີ້ວ່າ:
“ແມ່ນ ມັນກະມີຫຼາຍປະເທດ ມີທັງຈີນແດ່, ວຽດແດ່ ມີທັງຈີນສັມປະທານ, ຄົນວຽດສັມປະທານ ແລ້ວກໍຄົນລາວປູກ ແມ່ນໆ ບາງເທືື່ອກໍລາວປູກ ຂະເຈົ້າກໍຂາຍເອງ ຂະເຈົ້າກໍມີລານຮັບຊື້ ຄືຢູ່ໄທຍຫັ້ນແຫຼະ ມັນຖືກປະມານ 8,000 ກະມີ 8,000 ກີບ ແມ່ນແຫຼະ ຊ່ວງມັນລົງ 8,000, 10,000, 11,000, 12,000, 14,000, 15,000 ນີ້ ກະຖືວ່າ ຂຶ້ນ.”
ທ່ານກ່າວຕື່ມວ່າ ເຖິງແມ່ນວ່າ ທາງການລາວ ຈະສນັບສນູນໃຫ້ຄົນລາວ ປູກພືດຢາງພາຣາ ແລະພືດອື່ນ ທົນແທນການປູກຝິ່ນ ແຕ່ຢ່າງໃດກໍຕາມ ທາງການລາວ ແລະພາກສ່ວນທີ່ກ່ຽວຂ້ອງ ຍັງບໍ່ທັນພັທນາສາຍພັນຢາງພາຣາ ໃຫ້ໄດ້ມາຕຖານເທື່ອ ສະນັ້ນ ຊາວສວນຢາງພາຣາ ຈຶ່ງຈໍາເປັນຕ້ອງໄດ້ນໍາເຂົ້າຢາງພາຣາ ສາຍພັນ 251 ຈາກປະເທດໄທຍ ແລະສາຍພັນ 600 ແລະສາຍພັນ 3904 ຈາກປະເທດຈີນ ແລະປະເທດໄທຍ ເພື່ອນໍາໃຊ້ໃນການປູກໃນປະເທດລາວ ເຊິ່ງກໍມີລາຄາເພີ່ມສູງຂຶ້ນ ພາຍຫຼັງເກີດບັນຫາ ສະພາບເງິນເຟີ້ພາຍໃນປະເທດ.
ປັດຈຸບັນ ການລົງທຶນປູກສວນຢາງພາຣາ ໃນຫຼາຍເມືອງ ແລະຫຼາຍແຂວງ ທົ່ວປະເທລາວ ແມ່ນແບ່ງອອກເປັນ 3 ປະເພດ ປະກອບມີ:
- ຊາວສວນ ດໍາເນີນການເຮັດສວນຢາງພາຣາ ໃນເນື້ອທີ່ິດິນ ຂອງໂຕເອງ,
- ເປັນການຮ່ວມທຶນ ລະຫວ່າງຊາວສວນເຈົ້າຂອງດິນ ກັບນັກລົງທຶນຊາວລາວ ຫຼື ຊາວຕ່າງປະເທດ ແລະປະເພດສຸດທ້າຍ ແມ່ນດໍາເນີນການສັມປະທານດິນ ເພື່ອເຮັດສວນຢາງພາຣາ ໂດຍນັກລົງທຶນຊາວຕ່າງປະເທດ.
ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ອັນນັ້ນ ມັນທົ່ວປະເທດຕິ ຍາງພາຣາ ມັນກໍມີຫຼາຍບໍຣິສັດຢູ່ ແຕ່ວ່າແນວນີ້ ກໍຈະວ່າ ແນວໃດເນາະ ແຕ່ວ່າ ສ່ວນຫຼາຍກໍສົ່ງອອກຈີນ ທັງຢາງພາຣາກ້ອນ ແລ້ວກໍຢາງພາຣາແຜ່ນ ອ່າ ຢູ່ຫຼວງນໍ້າທານີ້ ສ່ວນຫຼາຍ ຢູ່ວຽງຈັນກໍເອົາຂຶ້ນມາ ມາທາງເໜືອນີ້ ກໍສົ່ງຮອດຈີນໝົດນ່າ ໂຕຢ່າງ ປະຊາຊົນຜລິດ ກໍຈໍານວນນຶ່ງເນາະ ກໍຜລິດ 100% ເນາະ ຈໍານວນນຶ່ງກໍຜລິດ ກໍຫຸ້ນສ່ວນກັບບໍຣິສັດຫັ້ນ ແລ້ວກໍບໍຣິສັດ ເຂົ້າມາຜລິດເອງ ມາເຊົ່າດິນ ແລ້ວກໍມາຜລິດເອງຫັ້ນນ່າ.”
ທີ່ຜ່ານມາ ຢາງພາຣາ ເປັນສິນຄ້າສົ່ງອອກໄປຍັງປະເທດຈີນ ອັນດັບທໍາອິດ ຂອງປະເທດລາວ (ຮອງຈາກໝາກກ້ວຍ ແລະແປ້ງມັນຕົ້ນ) ເນື່ອງຈາກທາງການຈີນ ໄດ້ໃຫ້ໂກຕ້າແກ່ປະເທດລາວ ໃຫ້ສາມາດສົ່ງອອກຢາງພາຣາ ໄປຍັງປະເທດຈີນ 1.5 ແສນຕັນ/ປີ, ແຕ່ປັດຈຸບັນ ຢາງພາຣາໃນປະເທດລາວ ມີກໍາລັງການຜລິດຫຼາຍຮອດ 5 ແສນຕັນ/ປີ.
ກ່ຽວກັບເຣື່ອງນີ້, ເພື່ອແກ້ໄຂບັນຫາ ຢາງພາຣາລົ້ນຕລາດ ທາງການລາວ ແລະພາກສ່ວນທີ່ກ່ຽວຂ້ອງ ຈຶ່ງມີແຜນເຈຣະຈາ ຂໍຂຍາຍໂກຕ້າການສົ່ງອອກຢາງພາຣາ ໄປຍັງປະເທດຈີນຕື່ມ ໃນໄລຍະຕົ້ນປີ 2024 ນີ້ ພ້ອມຊອກຫາຕລາດ ບ່ອນອື່ນຕື່ມ ເປັນຕົ້ນ ວຽດນາມ ແລະໄທຍ.
ໃນຮອບຫຼາຍປີ ທີ່ຜ່ານມາ ຊາວລາວຈໍານວນຫຼາຍ ຫັນປ່ຽນທີ່ດິນຂອງໂຕເອງ ມາໃຊ້ໃນການເຮັດສວນຢາງພາຣາ ໂດຍສະເພາະ ພື້ນທີ່ພາຍໃນແຂວງທາງພາກເໜືຶອ ເພື່ອສົ່ງອອກໄປຂາຍຍັງປະເທດຈີນ ສ່ວນ ສວນຢາງພາຣາທາງພາກກາງ ແລະພາກໃຕ້ ແມ່ນສົ່ງອອກໄປຂາຍຍັງປະເທດວຽດນາມ.
ດັ່ງນາຍໜ້າຂາຍສວນຢາງພາຣາ ຢູ່ແຂວງວຽງຈັນ ນາງນຶ່ງ ກ່າວວ່າ:
“ແມ່ນແລ້ວ ຍັງປູກປົກກະຕິຫັ້ນແຫຼະ ທົ່ວເລີຍ ຕັ້ງແຕ່ ວຽງຈັນ ຂຶ້ນໄປຮອດບໍ່ແກ້ວ, ຫຼວງນໍ້າທາ ທົ່ວເລີຍແຫຼະປູກໝົດ ຈີນຕິ ກໍຈີນ ຫັ້ນແຫຼະ ຖ້າແມ່ນວຽດ ຂະເຈົ້າມາຊື້ເດ້ ເຮົາກໍຂາຍໃຫ້ຂະເຈົ້າ.”
ເນື່ອງຈາກທາງການລາວ ແລະພາກສ່ວນທີ່ກ່ຽວຂ້ອງ ບໍ່ທັນໄດ້ວາງແຜນທີ່ດີພໍ ຈຶ່ງເຮັດໃຫ້ນໍ້າຢາງພາຣາລົ້ນຕລາດ ແລະອາດເປັນບັນຫາຍໍ້ທໍ້ຂອງຊາວສວນ ຖ້າຫາກພາກສ່ວນ ທີ່ກ່ຽວຂ້ອງ ບໍ່ເລັ່ງແກ້ໄຂບັນຫາໂດຍໄວ.
ດັ່ງຊາວສວນຢາງພາຣາ ຢູ່ແຂວງວຽງຈັນ ທ່ານນຶ່ງ ກ່າວວ່າ:
“ຊ່ວງນີ້ ຢາງ ມັນນໍ້າຢາງ ມັນຂຶ້ນນໍ້າຫັ້ນນ່າ ແລ້ວຂະເຈົ້າ ຫຼຸດລາຄາຫັ້ນນ່າ ຫຼາຍປີມານີ້ ຄົນກໍປູກຫຼາຍເລີຍ ມັນປົກກະຕິທຸກປີ ທ້າຍປີມັນລົງ ທ້າຍປີເລີຍ ທ້າຍປີນີ້ ນໍ້າຢາງມັກຈະຂຶ້ນຫຼາຍ ແລ້ວຂະເຈົ້າ ນໍ້າຢາງມັນບໍ່ດີ ບໍ່ງາມຫັ້ນນ່າ ເອີ່ ມັນກໍເປັນກຸ່ມໆ ເປັນຫຼາຍໄປເລີຍ ປີນີ້ ລາຄາຕົ້ນໆປີ ມັນໄດ້ລາຄາດີເລີຍ ໄດ້ 13,000, 13,000 ກີບ 14,000 ກີບ ແລະ ດຽວນີ້ ຕົກມາເປັນ 12,000, 11,000, 10,000 ນີ້ແຫຼະ.”
ເຖິງແມ່ນວ່າ ລາຄານໍ້າຢາງພາຣາ ໃນໄລຍະປີນີ້ ຈະດີຂຶ້ນ ຈາກໃນໄລຍະທີ່ຜ່ານມາ ປະມານ 2,000-6,000 ກີບ/ກິໂລກຣາມ (ກ່ອນໜ້ານີ້ ລາຄາຕົກ 8,000 ກີບ/ກິໂລກຣາມ) ແຕ່ຢ່າງໃດກໍຕາມ ລາຄາທີ່ໄດ້ຮັບ ພັດຍັງຕໍ່າຫຼາຍ ຍ້ອນບັນຫາເງິນເຟີ້ພາຍໃນປະເທດ ເຮັດໃຫ້ມີຄ່າໃຊ້ຈ່າຍໃນການຂົນສົ່ງຢາງພາຣາ ແລະຄ່າຈ້າງແຮງງານ ສໍາລັບຜູ້ກີດຢາງພາຣາ ເພີ່ມຫຼາຍຂຶ້ນແບບທົບເຄິ່ງ.
ດັ່ງຊາວສວນຢາງພາຣາ ຜູ້ດຽວກັນນີ້ ກ່າວຕື່ມວ່າ:
“ເອີ່ ຊ່ວງນີ້ມັນ ປູກຢາງແນວນີ້ ມັນກໍຈະເອົາເວລາຍາວເລີຍແຫຼະ ມັນຫາກປູກໄດ້ ອັນຊ່ວງມັນລາຄາຖືກ ຖ້າເງິນບໍ່ເຟີ້ ມັນກໍບໍ່ເປັນຫຍັງ ແຕ່ວ່າ ລາຄາເງິນເຟີ້ແນວນີ້ ມັນຫຍຸ້ງຍາກຫຼາຍແນວຫັ້ນນ່າ ອິຫຍັງກໍແພງໝົດ ຄ່າໃຊ້ຈ່າຍ ຄ່າຈ້າງງານ ນີ້ກໍແພງຂຶ້ນໝົດເນາະ ເງິນລາວ ດຽວນີ້ ມັນອ່ອນຄ່າຫຼາຍຫັ້ນນ່າ ຄ່າຈ້າງແຮງງານ ມັນກໍຫຼາຍຂຶ້ນເນາະ ເອີ່ ຍັງປູກຕໍ່ປົກກະຕິ ເອີ່ ກໍະຍັງປູກຕໍ່ຈັ່ງຊັ້ນແຫຼະ.”
ອີກສາເຫດນຶ່ງ ທີ່ເຮັດໃຫ້ນໍ້າຢາງພາຣາລົ້ນຕລາດ ເປັນຍ້ອນໄລຍະນີ້ ແມ່ນເປັນຣະດູການ ທີ່ນໍ້າຢາງພາຣາອອກຫຼາຍ ສົ່ງຜົລໃຫ້ຊາວກະສິກອນ ຈໍາເປັນຕ້ອງຂາຍສິນຄ້າ ໃນລາຄາທີ່ຕໍ່າລົງ ທ່າມກາງສະພາບເສຖກິຈ-ການເງິນທີ່ຫຍຸ້ງຍາກ ຍ້ອນບໍ່ມີຕລາດຂາຍສິນຄ້າ.
ດັ່ງຄົນຮັບຊື້ຢາງພາຣາ ຢູ່ແຂວງບໍ່ແກ້ວ ນາງນຶ່ງ ກ່າວວ່າ:
“ອໍ ປັດຈຸບັນ ເຮົາເກັບຊື້ ຢູ່ໃນລາຄາ 12,500 ຫຼຸດໆລົງ ໂລນຶ່ງ 13,500 ອໍ ມັນໝົດປີແລ້ວ ແມ່ນບໍ່ມີຄົນຊື້ແລ້ວ ອໍ ອັນນີ້ ລາຄາຂັ້ນຕໍ່າສຸດແລ້ວ ແຕ່ລາຄາເອື້ອຍສົ່ງ ມີແຕ່ລາຄາ 13,000 ອໍ ມັນຈະຕ່າງກັນ ຢາງກ້ອນ ມັນຈະດີກວ່າ ຢາງກ້ອນຂ້ອຍຈະດີກວ່າ ບໍ່ ມັນຊິເປັນຢາງແຫ້ງ ມັນຈະບໍ່ມີນໍ້າ ອື່ ຂ້ອຍຈະຊື້ນໍາປະຊາຊົນຫຼາຍກວ່າ ເພາະວ່າ ຂ້ອຍເອົາທຶນຂ້ອຍເອງ ຂ້ອຍເອົາທຶນຂ້ອຍເອງ ລົງທຶນເອງ ຊື້ເອງ.”
ອີງຕາມຣາຍງານ ຂອງກະຊວງອຸດສາຫະກັມ ແລະການຄ້າ ລະບຸວ່າ ມູນຄ່າການສົ່ງອອກສິນຄ້າຂອງປະເທດລາວ ປະຈໍາເດືອນພຶສຈິກາ ປີ 2023 ບັນລຸໄດ້ ປະມານ 389.5 ລ້ານໂດລ້າຣ໌ສະຫະຣັຖ ເປັນຕົ້ນ ຢາງພາຣາ 44.8 ລ້ານໂດລ້າຣ໌ສະຫະຣັຖ, ເຈັ້ຍ ແລະເຄື່ອງທີ່ເຮັດດ້ວຍເຈັ້ຍ 37.4 ລ້ານໂດລ້າຣ໌ສະຫະຣັຖ, ແຮ່ທອງ 31.2 ລ້ານໂດລ້າຣ໌ສະຫະຣັຖ, ເຄື່ອງນຸ່ງຫົ່ມ 20.3 ລ້ານໂດລ້າຣ໌ສະຫະຣັຖ, ເຄື່ອງດື່ມ 16.6 ລ້ານໂດລ້າຣ໌ສະຫະຣັຖ, ໝາກກ້ວຍ 14.4 ລ້ານໂດລ້າຣ໌ສະຫະຣັຖ, ເຍື່ອໄມ້ ແລະເສດເຈັ້ຍ 14.1 ລ້ານໂດລ້າຣ໌ສະຫະຣັຖ, ນໍ້າຕານ 13.8 ລ້ານໂດລ້າຣ໌ສະຫະຣັຖ ແລະແປ້ງມັນຕົ້ນ ປະມານ 12 ລ້ານໂດລ້າຣ໌ສະຫະຣັຖ.
ສໍາລັບປະເທດ ທີ່ລາວສົ່ງອອກຫຼາຍ 5 ອັນດັບ ໄດ້ແກ່ ຈີນ 168.3 ລ້ານໂດລ້າຣ໌ສະຫະຣັຖ, ວຽດນາມ 86.4 ລ້ານໂດລ້າຣ໌ສະຫະຣັຖ, ໄທຍ 43.8 ລ້ານໂດລ້າຣ໌ສະຫະຣັຖ, ອິຕາລີ 28 ລ້ານໂດລ້າຣ໌ສະຫະຣັຖ ແລະສະວິດເຊີແລນດ໌ ປະມານ 10 ລ້ານໂດລ້າຣ໌ສະຫະຣັຖ.