ນັບແຕ່ປີ 2010 ເປັນຕົ້ນມາຮອດປັດຈຸບັນ ເມັດເງິນລົງທຶນຈາກປະເທດຈີນ ຍັງຄອງອັນດັບ 1 ໃນປະເທດລາວ ແລະມີທ່າທີວ່າຈະເປັນແບບນີ້ ຕໍ່ໄປອີກຫຼາຍປີ. ໃນການລົງທຶນຮູບແບບຕ່າງໆ ໃນຫຼາຍແຂວງ ຂອງລາວ ຊຶ່ງກໍມີທັງຜົລດີ ທາງດ້ານການຂຍາຍໂຕ ຂອງເສຖກິຈ ແລະສົ່ງເສີມໃຫ້ຄົນງານລາວມີວຽກເຮັດງານທຳ ແຕ່ໃນຂະນະດຽວກັນກໍສົ່ງຜົລກະທົບ ຕໍ່ປະຊາຊົນ ແບບຫຼີກລ້ຽງບໍ່ໄດ້.
ດັ່ງເຈົ້າໜ້າທີ່ແຂວງອຸດົມໄຊ ທ່ານນຶ່ງກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 25 ມົກກະຣານີ້ວ່າ:
“ປະຊາຊົນເຮົາມີວຽກເຮັດງານທຳຫັ້ນເດ ກາດີແລ້ວຍັງໄຄກວ່າເພິ່ນບໍ່ມານ່າ ຄັນວ່າເພິ່ນວ່າລົງທຶນກາດີຂຶ້ນຫັ້ນແຫຼະ ຜົລກະທົບທາງບວກຫຼາຍກວ່າວ່າຊັ້ນສະ ທາງຣົຖໄຟເນາະຜ່ານມາແລ້ວ ການຂຸດຄົ້ນບໍ່ແຮ່ບໍ່ຄຳຊິນ່າ”
ໃນຂະນະທີ່ເຈົ້າໜ້າທີ່ ແຂວງບໍ່ແກ້ວທ່ານນຶ່ງກໍເຫັນວ່າ ເຖິງແມ່ນວ່າການເຂົ້າມາຂອງນັກລົງທຶນຈີນ ຈະເຮັດໃຫ້ເສຖກິິຈໃນລາວ ມີການຂຍາຍໂຕກໍຕາມ ແຕ່ຜົລກະທົບທາງລົບກໍມີຫຼາຍເໝືອນກັນ ເປັນຕົ້ນການຖືກຢຶດທີ່ດິນ, ການຖືກບັງຄັບໃຫ້ໂຍກຍ້າຍ ແລະການຂາດທີຢູ່ ອາສັຍຈາກໂຄງການຕ່າງໆ ຂອງຈີນ.ຊາວບ້ານສູນເສັຽເນື້ອທີ່ທຳການຜລິດ ຫຼາຍຂຶ້ນເລື້ອຍໆ ແລະ ມີແຕ່ຈະເສັຽຫຼາຍຂຶ້ນທຸກປີຍ້ອນຖືກໂຄງການ ກວມເອົາດິນໄປ. ນອກຈາກນັ້ນ ການລົງທຶນຂອງຈີນຍັງທຳລາຍ ສິ່ງແວດລ້ອມ ແມ່ນໍ້າລຳເຊແລະວິຖີຊີວິດ ຂອງຊາວບ້ານນຳອີກ ດັ່ງການປູກກ້ວຍ ແລະຕົ້ນໄມ້ເສຖກິຈ ປະເພດຕ່າງໆ.
ດັ່ງທ່ານກ່າວວ່າ.
“ຜົລສະທ້ອນນີ້ມັນກໍມີຢູ່ແລ້ວເພາະວ່າອັນນຶ່ງມັນກໍເຣື່ອງປູກຝັງລ້ຽງສັດຂອງປະຊາຊົນນີ້ມັນບໍ່ມີພື້ນທີ່ຈະໃຫ້ລ້ຽງສັດຫຼືວ່າການປູກຝັງເມື່ອກ່ອນນີ້ປະຊາຊົນກາໄດ້ເຮັດໄຮ່ເຮັດນາຫຼາຍປັດຈຸບັນນີ້ກໍຫຼຸດໜ້ອຍຖອຍລົງ”.
ສ່ວນຊາວບ້ານຈຳນວນນຶ່ງທີ່ຢູ່ໃນແຂວງທີ່ມີການລົງທຶນຂອງຈີນກ່າວວ່າເຖິງແມ່ນວ່າການລົງທຶນຂອງຈີນຈະເຮັດໃຫ້ເສຖກິຈໃນແຂວງດີຂຶ້ນກໍຕາມແຕ່ສຳລັບຊາວບ້ານທີ່ຢູ່ເຂດຫ່າງ ໄກສອກຫຼີກພັດບໍ່ໄດ້ຮັບການພັທນາອັນໃດແລະຍັງຕ້ອງໄດ້ຮັບຜົລກະທົບຕໍ່ການຫາຢູ່ຫາກີນ ເປັນຕົ້ນເຂື່ອນບາງໂຄງການຂອງນັກລົງທຶນຈີນເຮັດໃຫ້ເກີດສະພາບນໍ້າຂຶ້ນ-ລົງແບບຜິດປົກ ກະຕິ.
ດັ່ງຊາວບ້ານທ່ານນຶ່ງກ່າວວ່າ.
"ໂອຍັງບໍ່ທັນເຂົ້າມາຮອດພີ້ເທື່ອຜົລໄດ້ເຮົາບໍ່ທັນຮູ້ເທື່ອເຮົາຢູ່ບ້ານນອກເນາະຜົລສະທ້ອນມີແຕ່ເຂື່ອນຫັ້ນແຫຼະເປັນຜົລສະທ້ອນຄືວ່າມັນຂຶ້ນກັບນໍ້າຂຶ້ນນໍ້າແຫ້ງເດ້ເນາະມື້ນຶ່ງສອງມື້ສາມມື້ຂຶ້ນສອງສາມມື້ແຫ້ງ."
ໃນຂະນະດຽວກັນ ບາງໂຄງການຂອງຈີນທີ່ເຂົ້າມາໃນລາວ ກໍແຮງເຮັດໃຫ້ຊາວລາວທຸກຍາກ ຫຼາຍຂຶ້ນຍ້ອນຖືກຢຶດເອົາທີ່ດິນ ຈົນບໍ່ມີບ່ອນທຳມາຫາກິນ ແລະບ່ອນຢູ່ອາສັຍໂດຍສະເພາະ ໂຄງການກໍ່ສ້າງທາງຣົຖໄຟ ລາວ-ຈີນ ທີ່ຍັງຕິດຄ້າງຈ່າຍຄ່າຊົດເຊີຍແກ່ຊາວບ້ານ ຢູ່ຫຼາຍຄອບ ຄົວໃນນະຄອນຫຼວງວຽງຈັນຈົນຊາວບ້ານຕ້ອງໄປກູ້ໜີ້ ມາໃຊ້ຊື້ເຄື່ອງກິນເຄື່ອງໃຊ້ ແລະຍັງບໍ່ມີເງິນໃຊ້ໜີ້ຄືນໃນເວລານີ້.
ດັ່ງຜູ້ປ່ອຍເງິນກູ້ທ່ານນຶ່ງກ່າວວ່າ.
"ການຫຼາຍຫັ້ນແຫຼະຜູ້ລະເລັກຜູ້ລະໜ້ອຍຜູ້ລະ 20 ລ້ານບໍ່ວ່າດອກເຂົາກາວ່າເຂົາຊິໄດ້ເງິນເນາະກາເອົາໃຫ້ຫັ້ນແຫຼະກາພີ່ໆ ນ້ອງໆ ນີ້ແຫຼະກາບໍ່ໄດ້ວ່າທາງອີ່ຫຍັງດອກ ເຮືອນໃກ້ກັນແລ້ວກາຢືມກາເອົາໃຫ້ຊິເອົາກາຈັກຊິເອົາຈັ່ງໃດແຫຼະ."
ທາງດ້ານນັກຊ່ຽວຊານ ທຸຣະກິຈ-ເສຖກິຈ ທ່ານນຶ່ງໃຫ້ຄຳເຫັນວ່າ ໃນອະນາຄົດຄັນນັກລົງທຶນຈີນ ຫຼືນັກລົງທຶນປະເທດອື່ນ ເຂົ້າມາລົງທຶນໃນລາວຫຼາຍຂຶ້ນ ທາງພາກສ່ວນທີ່ກ່ຽວຂ້ອງກໍຈຳເປັນ ຕ້ອງເພີ່ມລະດັບຄວາມຄຸ້ມຄອງ ແລະເພີ່ມຈຳນວນເຈົ້າໜ້າທີ່ ທີ່ເຮັດວຽກກວດກາບັນດາການລົງທຶນຕ່າງໆ ຢ່າງທົ່ວເຖິງເພື່ອຫຼຸດຜ່ອນຊ່ອງຫວ່າງເກີດບັນຫາຕ່າງໆ . ດັ່ງທ່ານໄດ້ກ່າວວ່າ.
“ໃນເມື່ອຕ່າງປະເທດເຂົ້າມາຫຼາຍ ບໍ່ວ່າແຕ່ຈີນຕ້ອງເພີ່ມລະດັບການຄຸ້ມຄອງ ເພີ່ມລະດັບຄວາມຮູ້ຄວາມສາມາດຂອງວິຊາການ ຄຸ້ມຄອງເພີ່ມຈຳນວນຄົນຂຶ້ນຕື່ມມັນຈະດີກວ່າ ເພາະຜ່ານມາປະເທດເຮົານີ້ມັນບໍ່ທັນຈະເຣີນໃນລະດັບນີ້ເຮົາໃຊ້ທັມມະດາ ກາໄດ້ແຕ່ວ່າດຽວນີ້ມັນເຂົ້າລະດັບສາກົລ ແລະອາຊ້ຽນແລ້ວມັນຕ້ອງເພີ່ມລະດບ.”
ນັກຊ່ຽວຊານດ້ານທຸຣະກິຈ-ເສຖກິຈອີກ ທ່ານນຶ່ງກ່າວວາຫາກການລົງທຶນຂອງຈີນ ເພີ່ມຂຶ້ນຫຼາຍໃນລາວບັນດານັກລົງທຶນຫຼືນັກທຸຣະກິຈຊາວລາວ ຈະຕ້ອງມີການປັບປ່ຽນແລະຍົກລະ ດັບໂຕເອັງເພື່ອໃຫ້ສາມາດແຂ່ງຂັນກັບນັກລົງທຶນຈີນ ໄດ້ບໍ່ເຊັ່ນນັ້ນກໍຈະບໍ່ສາມາດຕໍ່ສູ້ກັບທຶນຈີນໄດ້ເລີຍ. ດັ່ງທ່ານໄດ້ກ່າວວ່າ.
“ມັນກາແນ່ນອນເຖິງວ່າ ຈະບໍ່ເປັນບັນຫາໂດຍກົງແຕ່ວ່າ ມັນກໍກະທົບກາເຮັດໃຫ້ປະເທດລາວຕ້ອງໄດ້ພັທນາ ໂຕເອັງຂະເຈົ້າກາຈະຕ້ອງໄດ້ມີສ່ວນແບ່ງຫັ້ນແຫຼະ ທາງດ້ານກ່ຽວກັບການກໍ່ສ້າງສ່ວນຫຼາຍແລ້ວ ເຂົາກໍເໜັ້ນໃສ່ໂຄງການໃຫຍ່ ໆ.”
ປັດຈຸບັນໂຄງການໃຫຍ່ໆ ຂອງຈີນທີ່ລົງທຶນໃນລາວເປັນຕົ້ນ ໂຄງການກໍ່ສ້າງເຂື່ອນໄຟຟ້າ ແລະ ຂຸດຄົ້ນແຮ່ທາດຕ່າງໆ ໃນຂແນງການພລັງງານ ແລະ ບໍ່ແຮ່, ໂຄງການກໍ່ສ້າງທາງ ຣົຖໄຟລາວ-ຈີນ, ໂຄງການກໍ່ສ້າງທາງດ່ວນລາວ-ຈີນໃນຂແນງການໂຍທາທິການ ແລະຂົນສົ່ງ, ການປູກໝາກກ້ວຍ, ພືດທາງການກະເສຕ ແລະລ້ຽງສັດ 5 ແສນໂຕ ໃນຂແນງການກະສິກັມແລະປ່າໄມ້.
ເນື່ອງໃນໂອກາດລາວ-ຈີນ ໄດ້ສລຸປການສລອງວັນສ້າງຕັ້ງ ສາຍພົວພັນການທູດຄົບຮອບ 60 ປີ. ທັງສອງຝ່າຍໄດ້ຈັດກອງປະຊຸມທາງໄກ ເມື່ອວັນທີ 21 ມົກກະຣາ 2022 ໃນນັ້ນມີບາງຕອນຂອງບົດຣາຍງານໄດ້ຣະບຸວ່າ ການພົວພັນຮ່ວມມືດ້ານ ເສຖກິຈ, ການຄ້າ ແລະ ການລົງທຶນຂອງທັງສອງຝ່າຍໃນໄລຍະຜ່ານແມ່ນໄດ້ຮັບການ ຂຍາຍໂຕຢ່າງວ່ອງໄວຊຶ່ງ ຈີນ ໄດ້ກາຍເປັນຄູ່ຮ່ວມການຄ້າລາຍໃຫຍ່ເປັນອັນດັບ 2 ຂອງລາວມູນຄ່າການລົງທຶນ ຂອງວິສາຫະກິຈຈີນຢູ່ລາວບັນລຸເຖິງ 15,49 ຕື້ ໂດລາຣ໌ສະຫະຣັຖ ຮວມມີ 803 ໂຄງການ ແລະ ຖືກຈັດໃຫ້ເປັນອັນດັບ 1 ຂອງການລົງທຶນ ຕ່າງປະເທຕຢູ່ປະເທດລາວ.