ຊາວບ້ານ ໃຫ້ບໍຣິສັດຈີນ ເຊົ່າດິນ ປູກຖົ່ວເຫຼືອງ ຢູ່ຫົງສາ
2023.04.14

ເມື່ອບໍ່ດົນມາມານີ້ ຢູ່ຫ້ອງວ່າການເມືອງຫົງສາ, ມີພິທີເຊັນສັນຍາ ໂຄງການ ບໍຣິສັດ ຈູລຽນ ໄຊນາ-ລາວ ຈຳກັດ (ຮັບເໝົາ) ມາເຊົ່າດິນນາຂອງຊາວບ້ານສີບຸນເຮືອງ ຢູ່ ເມືອງຫົງສາ ແຂວງໄຊຍະບູລີ ເພື່ອປູກໝາກຖົ່ວເຫຼືອງ ຜັກສົດ ເພື່ອສົ່ງອອກໄປຂາຍປະເທດຈີນ
ສະເພາະ ຊາວບ້ານ ສີບຸນເຮືອງ ທັງໝົດ ຍິນຍອມຍົກດິນນາ ໃຫ້ບໍຣິສັດ ຈີນເຊົ່າປູກໝາກຖົ່ວເຫຼືອງ ຜັກສົດ ຍ້ອນວ່າ ພວກເຂົາເຈົ້າ ໄດ້ຄ່າຊົດເຊົ່າດິນ ແລະ ຄາອະນາໄມ ດິນຈາກ ບໍຣິສັດຈີນ ໃນລາຄາສູງ ຄື ເຮັກຕ້າລະ 6 ລ້ານ ກີບ ໃນຂະນະທີ່ ລາຄາເຊົ່າດິນ ແລະ ຄ່າອະນາໄມ ຕາມລາຄາຕລາດ ຕະຕົກຢູ່ ປະມານ 4 ລ້ານ 5 ແສນ ກີບ ຕໍ່ເຮັກຕ້າ. ແລະ ບໍຣິສັດ ຍັງຈ່າຍໃຫ້ຣັຖນຳອີກ.
ຊາວບ້ານສີບຸນເຮືອງ ທ່ານນຶ່ງ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 14 ເມສາ ວ່າ:
“ລົມກັນແລ້ວ ຄ່າເຊົ່າ ລວມທັງ ມ້ຽນອະນາມໄມ ຂີ້ເຫຍື້ອ ມີຫຍັງ ກໍເຮັກຕ້າຣ໌ ນຶ່ງ 6 ລ້ານ ກີບ ອະນາໄມ ຖືວ່າ ບໍ່ໄດ້ອະນາໄມຫຼາຍ ປູກຖົ່ວ ມັນຈະບໍ່ມີຖົງຢາງ ຈະບໍ່ມີທໍ່ນ້ຳ ເຂົ້າເຈົ້າ ເຮັດຮ່ອງນ້ຳໄປ ກໍຄື ຊິບໍ່ມີບັນຫາ ເພາະວ່າ ການປູກໝາກໂມ ໄດ້ແຕ່ ເຮັກຕ້ານຶ່ງ 4 ລ້ານ 5 ແສນ ກີບ ທີ່ຜ່ານມານີ້ ແລ້ວ ອັນນີ້ ຖືວ່າ ເພິ່ນເຂັນສັນຍາໃໝ່ນີ້ ຖືວ່າ 5 ປີ ຕໍ່ໜ້ານີ້ ຖືວ່າ ເຮັກຕ້ານຶ່ງ 6 ລ້ານ ກີບ ຖືວ່າ ເພິ່ນກໍໃຫ້ລາຄາສູງ ແລ້ວ ກໍຣັຖຕ້າງຫາກເນາະ.”
ພາຍຫຼັງ ທີ່ບໍຣິສັດຈີນ ແລະ ເຈົ້າໜ້າທີ່ເມືອງ ເຂົ້າມາປະສານງານນຳຊາວບ້ານ ສີບຸນເຮືອງ, ຊາວບ້ານ ກໍຍິນຍອມ ຍົກດິນໃຫ້ບໍຣິສັດ ຈີນເຊົ່າ ປູກພືດຣະດູແລ້ງ ຍ້ອນວ່າ ເຂົາໄດ້ມີລາຍໄດ້ໃນຣະດູແລ້ງ.
ຊາວບ້າສີບຸນເຮືອງ ອີກທ່ານນຶ່ງ ໄດ້ກ່າວ ໃນວັນທີ 14 ເມສາ ວ່າ:
“ກໍບໍ່ມີບັນຫາຫຍັງ ເພາະວ່າ ມີລາຍໄດ້ຊ້ວງແລ້ງເນາະ ຖ້າວ່າ ບໍ່ມີມາເຊົ່າ ກໍຖືວ່າ ປະເປັນດິນ ຍາມແລ້ງ ກໍຖືວ່າ ບໍ່ໄດ້ຜົລຜລິດຫຍັງ ປະວ່າງ ປະເປັນບ່ອນປ່ອຍງົວ ປ່ອຍຄວາຍ ຂອງຜູ້ທີ່ມີສັດລ້ຽງຊື່ໆ, ຕະກູນຖົ່ວນີ້ ມັນມາຟື້ນຟູດິນ ເຮັດໃຫ້ດິນເຮົາດີຂຶ້ນ ມັນບໍ່ແມ່ນໝາກທຳລາຍດິນ ຄັນແມ່ນ ໝາກໂມນີ້ ຫຼາຍປີນີ້ ມັນເຮັດບໍ່ໄດ້.”
ກ່ອນທີ່ ບໍຣິສັດ ຈູລຽນ ໄຊນາ-ລາວ ຈຳກັດ (ຮັບເໝົາ) ຈະເລືອກເມືອງຫົງສາ ເປັນເປົ້າໝາຍປູກໝາກຖົ່ວເຫຼືອງ ຜັກສົດ, ບໍຣິສັດ ດັ່ງກ່າວ ກໍໄດ້ເລືອກເມືອງຊຽງຮ່ອນ ປູກໝາກຖົ່ວເຫຼືອງຜັກສົດ ແລະ ກ່ອນທີ່ຈະມີການເຊັນສັນຍາ ຊາວບ້ານ ຜູ້ທີ່ເປັນເຈົ້າຂອງທີ່ດິນນາ ກໍເຫັນດີ ທີ່ຈະໃຫ້ບໍຣິສັດນີ້ ເຊົ່າດິນນາ ປູກໝາກຖົ່ວເຫຼືອງ ຜັກສົດ ຍ້ອນວ່າ ເຫັນວ່າ ເປັນການສ້າງລາຍຮັບໃຫ້ພວກເຂົາເຈົ້າ.
ເຈົ້າໜ້າກ່ຽວຂ້ອງ ເມືອງຫົງສາ ແຂວງໄຊຍະບູຣີ ໄດ້ກ່າວໃນວັນທີ 14 ເມສາ ວ່າ:
“ເຂົາປູກຢູ່ ຊຽງຮ່ອນແດ່ເນາະ ແລ້ວ ເຂົາກໍຂຍາຍມາທາງຫົງສາ ໄທເຮົາ ບໍ່ມີບັນຫາຫຍັງ ເພາະວ່າ ກ່ອນ ກ່ອນ ຊິເຊັນສັນຍານີ້ ຖືວ່າ ເຮົາຈະໄດ້ມາ ທາບທາມຂໍ້ມູນປະຊາຊົນກ່ອນເນາະວ່າ ຕົກລົງເຫັນດີເຂົ້າມາບໍ່ ເພື່ອເປັນທາງອັນນັ້ນ ເພິ່ນກໍຕົກລົງເຫັນ ເຮົາຈຶ່ງໃຫ້ມາເຊັນສັນຍາເນາະ.”
ສ່ວນວ່າ ບັນຫາສານເຄມີ ຈາກປຸ໋ຍ ແລະ ຢາປາບສັດຕູພືດ ທີ່ຈະສົ່ງຜົລກະທົບຕໍ່ສິງແວດລ້ອມ ແລະ ຄົນນັ້ນ, ເຈົ້າໜ້າທີ່ແຂວງໄຊຍະບູຣີ ກໍມີການກວດກາສານເຄມີ ທີ່ຖືກຫວງຫ້າມ.
ໃນຂະນະທີ່ ສະພາບໂຕຈິງ ການປູກໝາກຖົ່ວເຫຼືອງ ຜັກສົດ ຈະບໍ່ໄດ້ໃຊ້ສານເຄມີ ແລະ ະມີການໃຊ້ປຸ໋ຍເຄມີ ຄື ການປູກເຂົ້ານາແຊງ ອີກທັງ ການປູກຖົ່ວເຫຼືອ ຜັກສົດ ເປັນການຮັກສາໜ້າດິນ ຕາມພູມປັນຍາຊາວບ້ານ.
ເຈົ້າໜ້າທີ່ ກ່ຽວຂ້ອງ ແຂວງໄຊຍະບູລີ ໄດ້ກ່າວ ໃນວັນທີ 14 ເມສາ ວ່າ:
“ອັນນີ້ ເພາະວ່າ ເຮົາກໍມີການກວດກາປົກກະຕິເດ້ ແຕ່ລະປີ ຄັນວ່າ ເລື່ອງປຸ໋ຍ ເລື່ອງຫຍັງ ຕ່າງໆ ຜ່ານດ່ານສາກົນໝົດເດ້ ຄັນປະເພດສານທີ່ຫວງຫ້າມ ເພິ່ນກໍສະກັດໄວ້ຢູ່ພຸ້ນເລີຍ, ໝາກຖົ່ວແທ້ ບໍ່ມີບັນຫາ ເພາະວ່າ ເຂົາໃສ່ເລັ່ງ ແບບຄືເຮົາປູກເຂົ້ານາແຂງນີ້ແຫຼະ ມັນຕ້ອງການນ້ຳຕລອດປີເດ້ ຄື ທົ່ວໄປ ບ່ອນໃດດິນເສັຽເຮົາ ກໍຍັງເອົາໝາກຖົ່ວໄປປູກເດ້ ໂດຍພື້ນບ້ານເຮົາ ແຕ່ກີ້ມາຫັ້ນນ່າ.”
ທ່ານ ກ່າວຕື່ມວ່າ ບໍຣິສັດ ຈູລຽນ ໄຊນາ-ລາວ ຈຳກັດ (ຮັບເໝົາ) ຈະເລືອກດິນນາ ທີ່ໃກ້ຊົນລະປະທານເປັນຫຼັກ ຍ້ອນວ່າ ຈະມີນ້ຳປູກໝາຖົ່ວເຫຼືອງ ຜັກສົດຕລອດ ແລະ ຄາດຄະເນວ່າ ປະມານ ເດືອນ ທັນວາ ປີ 2023 ນີ້ ເຖິງເດືອນ ມົກຣາ ປີ 2024 ຈະເຣີ່ມປູກໝາກຖົ່ວເຫຼືອງຜັກສົດ ເປັນປີທຳອິດ ແລະ ຄາດຄະເນວ່າ ປີທຳປິດ ທີ່ມີການປູກໝາກຖົ່ວເຫຼືອງ ຜັກສົດ ຢູ່ ບ້ານສີບຸນເຮືອງ ຈະມີເນື້ອທີ່ບໍ່ຫຼາຍ ຍ້ອນວ່າ ຕ້ອງໄດ້ລໍຖ້າດິນນາ ທີ່ປູກໝາກໂມ ນຳບໍຣິສັດອື່ນໆ ຂອງຈີນ ໃຫ້ໝົດສັນຍາ ປີ 2024 ກ່ອນ ກໍຈະມີເນື້ອທີ່ປູກໝາກຖົ່ວເຫຼືອ ຜັກສົດ ປະມານ 100 ເຮັກຕ້າ.
ບໍຣິສັດ ຈູລຽນ ໄຊນາ-ລາວ ຈຳກັດ (ຮັບເໝົາ) ເປັນຜູ້ຕອບສນອງທຶນໂດຍກົງ 100 ເປີເຊັນ ເພື່ອຈັດຕັ້ງໂຄງການປູກໝາກຖົ່ວເຫຼືອງ ຜັກສົດ ເປັນສິນຄ້າສົ່ງຂາຍຈີນ ໃນມູນຄ່າການລົງທຶນປະມານ 2,500,000 ໂດລ້າຣ໌ ກຳນົດໄລເຊົ່າປະທານ 10 ປີ ເຊິ່ງຈະເຣີ່ມແຕ່ປີ 2024 ເປັນຕົ້ນໄປ.