ຫຼວງນ້ຳທາ ແກ້ບັນຫາ ທຸຣະກິຈ ເປີດບໍຣິການຄືນ
2021.12.01
ທາງການແຂວງຫຼວງນໍ້າທາ ໄດ້ແຈ້ງການ ຜ່ອນຜັນມາຕການປ້ອງກັນເຊື້ອໂຄວິດ-19 ໃນວັນທີ່ 30 ພຶສຈິກາ 2021 ນີ້ວ່າ ອະນຸຍາດໃຫ້ທຸຣະກິຈໂຮງແຮມ, ເຮືອນພັກ, ສະຖານທີ່ທ່ອງທ່ຽວເປີດບໍຣິການໄດ້ ແລະຮ້ານອາຫານ ກໍໃຫ້ແຂກມານັ່ງກິນໄດ້ແລ້ວ ແຕ່ບໍ່ໃຫ້ຂາຍເຄື່ອງດື່ມທີ່ມີທາດເຫຼົ້າ ສາເຫດທີ່ຜ່ອນຜັນນັ້ນ ຍ້ອນວ່າ ເພື່ອເປັນການຫຼຸດຜ່ອນຜົລກະທົບໃນດ້ານເສຖກິຈ ແລະໃຫ້ສອດຄ່ອງກັບທີ່ທາງການລາວ ໄດ້ເປີດເສັ້ນທາງຣົຖໄຟລາວ-ຈີນ ນີ້ນໍາດ້ວຍ ແຕ່ການຜ່ອນຜັນນີ້ ຕ້ອງຢູ່ໃນການຄຸ້ມຄອງຂອງແຂວງເທົ່ານັ້ນ, ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ໃນແຂວງຫຼວງນໍ້າທາ ທ່ານນຶ່ງ ທີ່ຂໍສງວນຊື່ແລະຕໍາແໜ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ່ 1 ທັນວາ ນີ້ວ່າ:
“ຄິດວ່າມັນສ່ຽງຢູ່ຫັ້ນແຫຼະ ແຕ່ວ່າກະໄຄ ວ່າຢູ່ໃນການຄຸ້ມຄອງຂອງພວກເຮົາເທົ່ານັ້ນ ເຮັດແນວໃດກໍຊ່າງ ເພື່ອເຮົາຈະຫຼຸດຜ່ອນຜົລກະທົບ ຈາກພຍາດໂຄວິດນີ້ ໃຫ້ເທົ່າທີ່ເຮົາຈະຫຼຸດຜ່ອນໄດ້ ຖ້າວ່າເຮົາບໍ່ເປີດ ກໍທາງການເພິ່ນເປີດເນາະ ແບບວ່າການຂົນສົ່ງໂດຍສານທາງບົກ ທາງນໍ້າ ທາງອາກາດ ກະຊິບໍ່ສອດຄ່ອງກັນ ແຕ່ພວກເຮົາຍັງບໍ່ໄດ້ເປີດດ່ານສາກົລເທື່ອ ພວກຮ້ານບັນເທີງແມ່ນຫຍັງຕ່າງໆ ໄທເຮົາກໍຍັງຫ້າມ.”
ທ່ານກ່າວຕື່ມວ່າ ພາຍໃນແຂວງຫຼວງນໍ້າທາ ກໍຍັງມີຜູ້ຕິດເຊື້ອ ໂຄວິດ-19 ຢູ່ ແຕ່ກໍຫຼຸດລົງຫຼາຍແລ້ວ ເຖິງແມ່ນວ່າມີການຜ່ອນຜັນມາຕການດັ່ງກ່າວ ແຕ່ກໍມີຄວາມສ່ຽງທີ່ເຊື້ອ ໂຄວິດ-19 ຈະແຜ່ຣະບາດ ແຕ່ທາງການກໍສາມາດຄວບຄຸມໄດ້ ເຊິ່ງກໍຍັງໃຫ້ທຸກຄົນ ສືບຕໍ່ປະຕິບັດມາຕການປ້ອງກັນເຊື້ອໂຄວິດ-19 ຄືເກົ່າ ແລະສໍາລັບຄົນຕ່າງແຂວງ ທີ່ຈະເຂົ້າມາພາຍໃນແຂວງຫຼວງນໍ້າທາ ຈະບໍ່ຖືກກັກໂຕ 14 ມື້ ແຕ່ຕ້ອງມີໃບຢັ້ງຢືນ ໃນການສັກວັກຊິນປ້ອງກັນເຊື້ອ ໂຄວິດ-19 ຄົບໂດສ ແລະໃບກວດຫາເຊື້ອໂຄວິດ-19 ພາຍໃນ 72 ຊົ່ວໂມງ.
ສໍາລັບຄົນຈີນ ທີ່ຈະເຂົ້າມາແຂວງຫຼວງນໍ້າທາ ທາງການແຂວງ ອະນຸຍາດພຽງແຕ່ແຮງງານທີ່ຈໍາເປັນ ແລະເຈົ້າໜ້າທີ່ວິຊາການ ທີ່ມີເອກສານຖືກຕ້ອງເທົ່ານັ້ນ ສ່ວນນັກທ່ອງທ່ຽວຕ່າງປະເທດ ຍັງບໍ່ອະນຸຍາດເທື່ອ.
ສໍາລັບສະຖານທີ່ທ່ອງທ່ຽວ ໃນແຂວງຫຼວງນໍ້າທາ ສ່ວນໃຫຍ່ແລ້ວແມ່ນຈະທ່ຽວແບບທັມມະຊາດ ຄືມີການລ່ອງເຮືອ ຍ່າງປ່າ ຊົມວິວທິວທັດ ແລະຊົມວັທນະທັມຂອງຊົນເຜົ່າອາຂ່າ ແລະອື່ນໆ ສໍາລັບຄົນຕ່າງປະເທດ ທີ່ຈະເຂົ້າໄປທ່ຽວແບບທົວ ຫຼືມາເປັນກຸ່ມ ກໍຕ້ອງໄດ້ລໍຖ້າແຈ້ງການ ຈາກທາງການເພີ່ມຕື່ມກ່ອນ, ດັ່ງເຈົ້າໜ້າທີ່ ທ່ອງທ່ຽວແຂວງຫຼວງນໍ້າທາ ທ່ານນຶ່ງ ກ່າວໃນມື້ດຽວກັນນີ້ວ່າ:
“ສໍາລັບໂຕທົວນີ້ ທາງຣັຖບານໄດ້ແຈ້ງໃຫ້ກະຊວງ ສວທ ເນາະ ເປັນການທົດລອງເນາະ ທົດລອງນີ້ ຄືຈະເອົາເຂົ້າໃນວຽງຈັນກ່ອນແຫຼະ ທົດລອງຂັ້ນນັ້ນກ່ອນ ຫຼັງຈາກນັ້ນເພິ່ນຈະມີແຈ້ງການຕ່າງຫາກເນາະ ໃຫ້ບັນດາແຂວງທີ່ມີເງື່ອນໄຂຫັ້ນ ຈັດຕັ້ງປະຕິບັດຫັ້ນນ່າ ເພິ່ນຕ້ອງລົມກັນອີກວ່າ ແນວໃດອີກຫັ້ນນ່າ.”
ພາຍຫຼັງທີ່ບັນດາໂຮງແຮມ ເຮືອນພັກຕ່າງໆ ໄດ້ຮູ້ເຖິງແຈ້ງການດັ່ງກ່າວ ຕ່າງກໍຮູ້ສຶກດີໃຈ ແຕ່ກໍຄິດວ່າ ຄົງຈະເປີດເຮືອນພັກໄປລ້າໆ ເພາະບໍ່ມີແຂກຕ່າງປະເທດ ຫຼືແຂກຄົນລາວເຂົ້າມາພັກ ແລະຖ້າມີຄົນຈີນມາພັກ ແມ່ນຈະບໍ່ຮັບ ເພາະຄົນຈີນບໍ່ຮັກສາຄວາມສະອາດ ແລະສ່ຽງຕໍ່ການແຜ່ເຊື້ອໂຣຄນໍາອີກ, ດັ່ງເຈົ້າຂອງເຮືອນພັກ ໃນແຂວງຫຼວງນໍ້າທາ ທ່ານນຶ່ງ ກ່າວວ່າ:
“ກະຮູ້ສຶກດີຢູ່ ຄັນຜ່ອນຜັນໃຫ້ເປີດກະດາຍ ແຕ່ວ່າຜູ້ໃດຊິມາ ເຮືອນເຮົາມີແຕ່ແຂກຝຣັ່ງ ຄົນລາວເຂົາເຈົ້າບໍ່ມາ ຄົນຈີນເຮົາບໍ່ຮັບມັນບໍ່ມີລະບຽບ ພວກຢູນນ່ານນີ້ແຫຼະ ຄາກຂີ້ເທີ່ນໍ້າລາຍ ກັບປາກດັງ.”
ເຈົ້າຂອງເຮືອນພັກ ໃນແຂວງຫຼວງນໍ້າທາ ອີກແຫ່ງນຶ່ງກ່າວວ່າ ກໍເປັນເຣື່ອງທີ່ດີ ທີ່ທາງການຜ່ອນຜັນໃຫ້ ແຕ່ຄົງຈະບໍ່ມີລູກຄ້າຄືແຕ່ເກົ່າ ເພາະໃຜໆກໍຢ້ານເຊື້ອໂຄວິດ-19 ຮວມທັງໂຕເອງນໍາກໍຢ້ານ ເພາະວ່າເຮືອນຂອງຕົນນັ້ນແມ່ນຢູ່ຫັ້ນກັບເລີຍ ເຊິ່ງເວລາທີ່ແຂກຈະເຂົ້າມາພັກ ຕົນກໍຕ້ອງເບິ່ງໃບຢັ້ງຢືນການສັກວັກຊິນປ້ອງກັນເຊື້ອໂຄວິດ-19 ແລະໃບກວດຫາເຊື້ຶອໂຄວິດ-19 ນໍາ ແລະກໍໃຫ້ແຂກປະຕິບັດຕາມມາຕການປ້ອງກັນເຊື້ອໂຄວິດ-19 ຄືເກົ່າ:
“ດີໃຈ ແຕ່ວ່າມັນກະມີຄວາມສ່ຽງຫັ້ນນ່າ ທັງຢ້ານແດ່ ເພາະວ່າເຮືອນເຮົາຢູ່ຫັ້ນເລີຍ ມັນບໍ່ມີແຂກ ບາງເທື່ອກໍມີຢູ່ ສ່ວນຫຼາຍກໍແມ່ນແບບຄົນຫ້ອງການເຂົ້າມາເຮັດວຽກ ພວກມາສົ່ງເຄື່ອງນອນຄືນນຶ່ງ ເຮົາເບິ່ງວ່າ ເຂົາມີໃບກວດໂຄວິດ ແມ່ນຫຍັງມາ ມີໃບສັກຢາ ບາງເທື່ອເຮົາກໍຮັບ.”
ທີ່ຜ່າມມາ ກໍມີແຂວງຄໍາມ່ວນ ທີ່ທາງການແຂວງ ອະນຸຍາດໃຫ້ສະຖານທີ່ທ່ອງທ່ຽວ ແລະນັກທ່ອງທ່ຽວຈາກຕ່າງແຂວງ ສາມາດເດີນທາງເຂົ້າມາ ແຂວງຄໍາມ່ວນໄດ້ເຊັ່ນດຽວກັນ ແຕ່ຕ້ອງປະຕິບັດຕາມມາຕການປ້ອງກັນເຊື້ອໂຄວິດ-19 ໂດຍໃຫ້ດາວໂຫຼດແອ໊ບ ລາວສູ້ໆ ເພື່ອສະແກນຕາມສະຖານທີ່ຕ່າງໆ ເພື່ອເປັນທາມລາຍ ເຈົ້າໃຫ້ເຈົ້າໜ້າທີ່ສະດວກໃນການກວດສອບ ສ່ວນຮ້ານບັນເທີງຕ່າງໆ ພາຍໃນແຂວງນັ້ນ ກໍຍັງບໍ່ອະນຸຍາດໃຫ້ເປີດເທື່ອ.
ອີງຕາມແຈ້ງການ ຂອງຄະນະສະເພາະກິຈ ແຂວງຫຼວງນໍ້າທາ ໃນວັນທີ່ 30 ພຶສຈິກາ 2021 ກໍຍັງໃຫ້ສືບຕໍ່ປະຕິບັດມາຕການປ້ອງກັນເຊື້ອໂຄວິດ-19 ຄືເກົ່າ ເປັນຕົ້ນ ຕັ້ງແຕ່ເວລາ 23:00 ໂມງ ຫຼື 11 ໂມງກາງຄືນ ຮອດ 5:00 ໂມງເຊົ້າ ຫ້າມສັນຈອນໄປ-ມາ ສ່ວນຄົນຈີນ ທີ່ປະສົງທີ່ຈະເດີນທາງກັບປະເທດ ໃຫ້ໂຈະຊົ່ວຄາວ ຍ້ອນທາງການຈີນ ຈໍາກັດ ການອະນຸຍາດນໍາເຂົ້າ ຮວມທັງຍັງຫ້າມຈັດງານບຸນ ຫ້າມມີການຊຸມແຊວກັນ ແລະສືບຕໍ່ໂຈະບໍ່ໃຫ້ເປີດຮ້ານບັນເທີງ ແລະຮ້ານກິນດື່ມ ຄືເກົ່າ.
ສ່ວນມາຕການຜ່ອນຜັນ ມີດັ່ງນີ້: ໃຫ້ເປີດໂຮງຮຽນໄດ້, ສາມາດໄປ-ມາຫາສູ່ກັນ ບ້ານຕໍ່ບ້ານ, ເມືອງຕໍ່ເມືອງ ແລະແຂວງຕໍ່ແຂວງໄດ້ ຮວມທັງໃຫ້ເຈົ້າໜ້າທີ່ພາກຣັຖ ແລະໜ່ວຍງານເອກຊົນ ມາປະຈໍາການປົກກະຕິ ອະນຸຍາດໃຫ້ເປີດໂຮງແຮມ-ເຮືອນພັກ, ສະຖານທີ່ທ່ອງທ່ຽວ ເປີດບໍຣິການໄດ້ ແລະຮ້ານອາຫານ ລູກຄ້າກໍສາມາດມາກິນຢູ່ຮ້ານໄດ້ ແຕ່ຫ້າມຂາຍເຫຼົ້າເບັຍ ນອກຈາກນີ້ ຍັງໃຫ້ເປີດຕລາດກາງຄືນນໍາດ້ວຍ ຮວມທັງຮ້ານນວດ, ຮ້ານເສີມສວຍ, ຮ້ານຕັດຜົມກໍເປີດໄດ້ ແຕ່ຜູ້ມາໃຊ້ບໍຣິການຕ້ອງສັກຊິນຄົບໂດສ ແລະປະຕິບັດຕາມາຕການປ້ອງກັນ ເຊື້ອໂຄວິດ-19 ຢ່າງເຂັ້ມງວດ.
ສໍາລັບການຕິດເຊື້ອ ໂຄວິດ-19 ຢູ່ລາວ ໃນວັນທີ່ 1 ທັນວາ 2021 ນີ້ ທາງການລາວ ຣາຍງານວ່າ ພົບຜູ້ຕິດເຊື້ອໂຄວິດໃໝ່ອີກ 1,425 ຄົນ ໃນນີ້ຕິດເຊື້ອໃນຊຸມຊົນເປັນສ່ວນໃຫຍ່ ຄືມີເຖິງ 1,424 ຄົນ ແລະຕິດເຊື້ອຈາກກໍຣະນີນໍາເຂົ້າ 1 ຄົນ ມາຮອດປັດຈຸບັນ ສປປ.ລາວ ມີຜູ້ຕິດເຊື້ອ ໂຄວິດ-19 ສະສົມທັງໝົດ 75,163 ຄົນ ແລະເສັຽຊີວິດສະສົມ 178 ຄົນ.