ເປີດໃຊ້ດ່ານສິນຄ້າ ໂລຈິສຕິກ ທ່າບົກທ່ານາແລ້ງ

ເປີດໃຊ້ດ່ານສາກົລສິນຄ້າທ່າບົກ-ທ່ານາແລ້ງ ແລະ ເຂດໂລຈິສຕິກ, ນະຄອນຫຼວງວຽງຈັນ ວັນທີ 6 ທັນວາ 2021.
ເປີດໃຊ້ດ່ານສາກົລສິນຄ້າທ່າບົກ-ທ່ານາແລ້ງ ແລະ ເຂດໂລຈິສຕິກ, ນະຄອນຫຼວງວຽງຈັນ ວັນທີ 6 ທັນວາ 2021. (ຮູບພາບຈາກ ວິດີໂອ: LNTV)

0:00 / 0:00

ປະເທດລາວ ເປີດນໍາໃຊ້ດ່ານສາກົລສິນຄ້າ ທ່າບົກ-ທ່ານາແລ້ງ ນະຄອນຫຼວງວຽງຈັນ ຂນາດໃຫຍ່ທີ່ສຸດຂອງປະເທດ ເມື່ອວັນທີ 4 ທັນວາ 2021 ນີ້ເພື່ອຊ່ອຍອຳນວຍຄວາມສະດວກ ໃຫ້ແກ່ການ ລໍາລຽງ-ຂົນສົ່ງສິນຄ້າ ຂອງພາກພື້ນ ແລະສາກົລ ຊຶ່ງຈະຊ່ອຍເພີ່ມຂີດຄວາມສາມາດ ໃນການແຂ່ງຂັນ ແລະການຂົນສົ່ງໃຫ້ກັບປະເທດລາວ ໄດ້ເປັນຢ່າງດີ.

ທ່ານ ຈັນທອນ ສິດທິໄຊ ປະທານບໍຣິສັດ ວຽງຈັນໂລຈິສຕິກພາກ ຈຳກັດ (Vientiane Logistics Park) ກ່າວໃນພິທີ ເປີດດ່ານສາກົລສິນຄ້າ ທ່າບົກ-ທ່ານາແລ້ງ ນະຄອນຫຼວງວຽງຈັນວັນທີ 4 ທັນວາ 2021 ນີ້ວ່າ:

" ເນື້ອແທ້ກໍແມ່ນການຈັດຕັ້ງ ຜັນຂຍາຍແນວທາງນະໂຍບາຍຂອງພັກ ແລະ ຣັຖບານໃນການຫັນ ສປປ ລາວ ຈາກປະເທດທີ່ບໍ່ມີຊາຍແດນຕິດກັບທະເລໃຫ້ກາຍ ເປັນປະເທດເຊື່ອມໂຍງເຊື່ອມຈອດ ຂົນສົ່ງສິນຄ້າຂອງພາກພື້ນ ແລະສາກົລ. "

ໃນພິທີເປີດດ່ານສາກົລ ທ່າບົກ-ທ່ານາແລ້ງ ມີ ທ່ານ ພັນຄຳ ວິພາວັນ ນາຍົກຣັຖມົນຕຣີ ແລະ ເຈົ້າໜ້າທີ່ ລະດັບສູງເຂົ້າຮ່ວມໃນພິທີ ແລະໄດ້ປ່ອຍຂະບວນສິນຄ້າ ຮອບປະຖົມມະຣຶກຈຳນວນ 12 ຕູ້ຄອນເທັນເນີຣ໌ ໄປຍັງປະເທດວຽດນາມ, ໄທຍ ແລະ ກັມພູຊາ ນຳດ້ວຍ.

ຂະນະທີ່ຜູ້ປະກອບການ ຂົນສົ່ງສິນຄ້າໃນລາວ ເຫັນວ່າໂຄງການພັທນາ ທ່າບົກ-ທ່ານາແລ້ງ ແລະ ເຂດໂລຈິສຕິກຄົບວົງຈອນ ນະຄອນຫຼວງວຽງຈັນ ຖືເປັນການພັທນາລະບົບໂລຈີສຕິກ ຂອງປະເທດລາວໃຫ້ ມີຄວາມທັນສມັຍຂຶ້ນຫຼາຍ ແລະທີ່ສຳຄັນພື້ນທີ່ກວ້າງໃຫຍ່ບໍ່ຄັບແຄບຄື ເມື່ອກ່ອນແຕ່ຍັງມີຂໍ້ຫຍຸ້ງຍາກ ທີ່ຣັຖບານລາວ ແລະບໍຣິສັດຜູ້ພັທນາໂຄງການ ຈະຕ້ອງນຳໄປປັບປຸງແກ້ໄຂ ເປັນຕົ້ນເຣື່ອງຂອງການກວດກາສິນຄ້າ, ການເສັຽ ພາສີ-ອາກອນ ແລະ ອື່ນໆ ຍັງຊັກຊ້າບໍ່ມີຄວາມວ່ອງໄວ. ຜູ້ປະກອບການຂົນສົ່ງສິນຄ້ານຳເຂົ້າ-ສົ່ງອອກ ໃນລາວກ່າວຕໍ່ວິທຍຸເອເຊັຽເສຣີໃນວັນທີ 6 ທັນວານີ້ວ່າ:

“ກາຖືວ່າກວ້າງຫັ້ນແລ້ວ ເພາະວ່າມັນຕ້ອງໄດ້ເອົາຕູ້ວາງເດ້ ເຂົາເຈົ້າຈະນຳຕູ້ມາແຕ່ຈີນຫັ້ນນ່າ ຄືວ່າຢູ່ໃດດຽວນີ້ມັນບໍ່ທັນໄດ້ເຂົ້າລະບົບເນາະ ກໍຖືວ່າບໍ່ທັນປານໃດຍັງຄົງຄືເກົ່າຫັ້ນແຫຼະ.”

ຜູ້ປະກອບການຂົນສົ່ງສິນຄ້າ ອີກແຫ່ງນຶ່ງໃນລາວກ່າວວ່າ ຫາກຈະເປັນສູນກາງລະບົບໂລຈີສຕິກຂອງພາກພື້ນ ກໍຄວນຈະປັບປຸງເຣື່ອງລະບົບເຕັກນິກຕ່າງໆ ໃຫ້ມີຄວາມທັນສມັຍ ແລະຫຼຸດຂັ້ນຕອນໃນການເສັຽພາສີ-ອາກອນ ທີ່ຕ້ອງໃຊ້ເວລາດົນເກີນໄປ. ຜູ້ປະກອບການ ຂົນສົ່ງສິນຄ້າໃນລາວກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 6 ທັນວ່າ ນີ້ວ່າ:

" ມັນຍາກ ເຣື່ອງພາສີແດ່ ມັນຫຼາຍໄດ້ 3-4 ໜ່ວຍງານພຸ້ນແຫຼະ ຜ່ານພາສີ ອາກອນ ແລ້ວຍັງໄດ້ເສັຽປະຕັງອີກເດ້ ລາງເທື່ອໄປບາງຖ້ຽວນີ້ໄດ້ແລ່ນ 2-3 ມື້ 3 ມື້ຈັ່ງໄດ້ອອກ. "

ສ່ວນໂຊເຟີຂັບຣົຖຂົນສົ່ງສິນຄ້າ ກໍ່ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ດຽວກັນວ່າຢາກໃຫ້ຣັຖບານລາວ ຫຼຸດຂັ້ນຕອນການກວດສິນຄ້າ ແລະກວດກາເອກະສານຕ່າງໆ ບໍ່ໃຫ້ດົນນານເກີນໄປ.

“ຢາກໃຫ້ທາງຣັຖບານລາວ ອຳນວຍຄວາມສະດວກ ໃຫ້ຄວາມວ່ອງໄວນີ້ ແລ້ວສິນຄ້າເກັບທໍ່ໃດ ຢາກໃຫ້ມັນໄວຕ້ອງໃຊ້ເວລາ.”

ພາຍຫຼັງທີ່ປະເທດລາວ ໄດ້ເປີດດ່ານສິນຄ້າ ທ່າບົກ-ທ່ານາແລ້ງ ນະຄອນຫຼວງວຽງຈັນຢ່າງເປັນທາງການເພື່ອຮອງຮັບການປ່ຽນຖ່າຍສິນຄ້າ ແລະການຂົນສົ່ງຄົບວົງຈອນແລ້ວນັ້ນ ຈະເຮັດໃຫ້ພື້ນທີ່ທ່າບົກ-ທ່ານາແລ້ງ ເກີດຄວາມຄຶກຄັກຂຶ້ນມາຫຼາຍ ໂດຍສະເພາະເຣື່ອງການຄ້າ ຊາຍແດນ ຊຶ່ງຈະຊ່ອຍສົ່ງເສີມສະພາບເສຖກິິຈ ຂອງປະເທດລາວໄດ້ເປັນຢ່າງດີ.

ແຕ່ຢ່າງໃດຕາມ ຍັງມີສິ່ງທີ່ໜ້າທກັງວົນຢູ່ຫຼາຍເຣື່ອງ ເປັນຕົ້ນຄວາມພ້ອມໃນການຮັບມື ກັບສິນຄ້າຈີນ ແລະ ນັກທຸຣະກິຈຈີນ ທີ່ຈະຫຼັ່ງໄຫຼເຂົ້າມາຢ່າງມະຫາສານ ແລະບໍ່ສາມາດຫຼີກລ້ຽງໄດ້ ຊຶ່ງຈະສົ່ງຜົລໃຫ້ທຸຣະກິຈ ຂອງລາວ ແລະໄທຍບາງສ່ວນປັບໂຕບໍ່ທັນ ແລະສູນເສັຽລາຍໄດ້. ສະນັ້ນແລ້ວຜູ້ປະກອບການຄົນລາວ ແລະໄທຍ ຕ້ອງເລັ່ງປັບໂຕ ແລະຮຽນຮູ້ວິທີການເຮັດທຸຣະກິຈ ຂອງຄົນຈີນເພື່ອນໍາມາປັບໃຊ້ ແລະບໍ່ໃຫ້ເສັຽປໂຍດຫຼາຍຈົນເກີນໄປ. ທ່ານ ດຣ. ອາຣ໌ມ ຕັ້ງນິຣັນດອນ ອາຈານ ປະຈຳສູນຈີນສຶກສາ ສະຖາບັນເອເຊັຽສຶກສາ ຈຸລາລົງກອນ ມະຫາວິທຍາລັຍ ປະເທດໄທຍ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ວັນທີ 6 ທັນວາ ນີ້ວ່າ:

“ຂ້ອຍຄິດວ່າ ເຮົາຈະເຫັນຂ້ອນຂ້າງຈະແຈ້ງຫຼາຍວ່າ ໃນໄລຍະ 5 ປີຜ່ານມາ ການເຂົ້າມາລົງທຶນຂອງທຸຣະກິຈຈີນ ພໍ່ຄ້າຄົນຈີນ ພາຍໃນລາວນີ້ເພີ່ມຂຶ້ນຢ່າງ ມະຫາສານ, ສ່ວນຂອງໂຄງຮ່າງພື້ນຖານທີ່ເຊື່ອມຈອດກັນນີ້ ຂ້ອຍຄິດວ່າ ກໍຄົງຈະເປັນໂຕທີ່ ເຮັດໃຫ້ການຄ້າ ຊາຍແດນຈຸດນີ້ຄຶກຄັກຂຶ້ນມາ ແລ້ວຄິດວ່າການປ່ຽນແປງ ຈະໄວຫຼາຍພຽງບໍ່ພໍເທົ່າໃດປີ.”

ສຳລັບໂຄງການ ພັທນາທ່າບົກ-ທ່ານາແລ້ງ ແລະ ເຂດໂລຈີສຕິກຄົບວົງຈອນ ນະຄອນ ຫຼວງວຽງຈັນແມ່ນເປັນໂຄງການ ທີ່ຢູ່ໃນແຜນຍຸທສາດ ຂອງການພັທນາໂລຈີສຕິກ ຂອງ ຣັຖບານລາວ ໃນການຫັນປ່ຽນປະເທດລາວ ຈາກປະເທດທີ່ບໍ່ມີຊາຍແດນ ຕິດກັບທະເລ (Landlocked Country) ໃຫ້ກາຍເປັນການເຊື່ອມໂຍງ ເຊື່ອມຈອດ ດ້ານການຂົນສົ່ງ, ການຄ້າ ຂອງພາກພື້ນ ແລະສາກົລ ໃຫ້ປະຜົລເປັນຈິງ.

ໂຄງການດັ່ງກ່າວ ເປັນການລົງທຶນໂດຍ ບໍຣິສັດ ວຽງຈັນໂລຈີສຕິກພາກ ຈຳກັດ ມີມູນຄ່າການລົງທຶນຈຳນວນ 727 ລ້ານໂດລາຣ໌ສະຫະຣັຖ ກວມເອົາເນື້ອທີ່ 382 ເຮັກຕ້າ ມີອາຍຸສັມປະທານ 50 ປີ.

ຜົລສຳເຣັດໃນການພັທນາ ໂຄງການ ທ່າບົກ-ທ່ານາແລ້ງ ຈະສົ່ງຜົລດີ ຕິດພັນກັບທາງ ຣົຖໄຟ ລາວ-ຈີນ ບໍ່ສະເພາະແຕ່ສິນຄ້າ ນຳເຂົ້າເທົ່ານັ້ນ ສິນຄ້າສົ່ງອອກຂອງລາວກໍໄດ້ປໂຍດນໍາດ້ວຍ ບັນຫາໃຫຍ່ແມ່ນ ຜູ້ປະກອບການ ຜູ້ຜລິດສິນຄ້າໃນປະເທດລາວ ມີຈຳນວນບໍ່ຫຼາຍ ສິນຄ້າສົ່ງອອກມີຈຳກັດ ຈຶ່ງເຮັດໃຫ້ປະເທດລາວ ໄດ້ຮັບປໂຍດພຽງສ່ວນໃດສ່ວນນຶ່ງເທົ່ານັ້ນ.