ເຣື້ອງທີ່ເກັບບັນທຶກໄວ້
2022-08-05
ຣັຖວິສາຫະກິຈ ນໍ້າມັນເຊື້ອເພີງລາວ ປະກາດວ່າ ຈະພະຍາຍາມ ສນອງນໍ້າມັນເຊື້ອເພີງ ໃຫ້ພຽງພໍ ໃນຂະນະທີ່ຊາວລາວ ກໍຄາດຫວັງວ່າ ຢາກໃຫ້ເຮັດໃຫ້ໄດ້ແທ້ ແລະຮັບປະກັນ ບໍ່ໃຫ້ເປັນຄືດັ່ງເຄີຍຜ່ານມາ ຍ້ອນເຫັນວ່າ ພາກສ່ວນທີ່ກ່ຽວຂ້ອງ ອອກປະກາດ ໃນລັກສະນະດັ່ງກ່າວນີ້ ຫຼາຍເທື່ອແລ້ວ ແຕ່ກໍຍັງບໍ່ສາມາດແກ້ໄຂໄດ້.
2022-08-04
ຫຼັງຈາກເປີດ ເສັ້ນທາງຣົຖໄຟລາວ-ຈີນ ຢ່າງເປັນທາງການ ມາໄດ້ເຄິ່ງປີ ໃນທີ່ສຸດ ບໍຣິສັດ ທາງຣົຖໄຟລາວ-ຈີນ ກໍອອກມາຍອມຮັບ ຂໍ້ຜິດພາດ ຫຼາຍຢ່າງ ໃນການບໍຣິການ ເຊັ່ນການຊື້ປີ້ຣົຖໄຟ, ຫ້ອງນ້ຳສາທາຣະນະ ແລະອື່ນໆ ທີ່ຜູ້ໃຊ້ບໍຣິການ ທັງພາຍໃນ ແລະຕ່າງປະເທດ ໄດ້ຮ້ອງຮຽນ ຂະນະທີ່ທາງພາກສ່ວນທີ່ກ່ຽວຂ້ອງ ຮັບປາກວ່າຈະແກ້ໄຂຕໍ່ໄປ.
2022-08-02
ຄົນງານລາວ ທີ່ໄປເຮັດວຽກ ຢູ່ປະເທດເກົາຫລີໃຕ້ ບໍ່ປະຕິບັດຕາມ ສັນຍາການເຮັດວຽກ ລັກໜີຈາກນາຍຈ້າງ ທີ່ຖືກມອບໝາຍ ໃຫ້ໄປເຮັດວຽກນັ້ນໆ ກາຍເປັນບັນຫາ ໃນຂະນະທີ່ ເກົາຫລີໃຕ້ ຕ້ອງການຄົນງານ ໄປເຮັດວຽກ ຕາມຣະດູການຫລາຍຂຶ້ນ.
2022-07-31
ຣັຖບານລາວ ປະກາດປະຕິຮູບ ຣັຖວິສາຫະກິຈ ທັງໝົດ, ແຕ່ເນັ້ນໃສ່ ຣັຖວິສາຫະກິຈ ໄຟຟ້າລາວ ກ່ອນໝູ່ ຍ້ອນວ່າ ມີໜີ້ສິນຄຸມເຄືອ, ສະສົມມາຫຼາຍປີ ແລະ ເປັນໜີ້ສູງ ກວມເອົາໜີ້ 30% ທັງໝົດໜີ້ສິນ ຂອງປະເທດ.
2022-07-29
ທາງການລາວ ເຈຣະຈາ ຊື້ນ້ຳມນັນເຊື້ອເພີງ ຈາກຣາຊອານາຈັກ ຊາອຸດິ ອາຣາເບັ້ຽ ຊຶງເປັນພຽງຂັ້ນຕອນ ການພົວພັນ ເຖິງຄວາມເປັນໄປໄດ້ເທົ່າ ແຕ່ຖ້າຫາກ ການເຈຣະຈາສຳເຣັດ ກໍຈະເຮັດໃຫ້ປະເທດລາວ ສາມາດນຳເຂົ້ານ້ຳມັນ ຂະນະທີ່ການຂົນສົ່ງ ຄືອຸປສັກທີ່ສຳຄັນ.
2022-07-29
ນາງ ພອນທິບ ໄຊປັນຍາ ອາຍຸ 30 ປີ ຫຼື ເຈ້ທິບ ຊຶ່ງເປັນຜູ້ຕ້ອງຫາ ໃນຄະດີ ສໍ້ໂກງຊັພພົລເມືອງ ພ້ອມດ້ວຍ ທ້າວ ອານຸສິດ ພຸດທະວົງ ອາຍຸ 34 ຜູ້ເປັນສາມີ ຖືກເຈົ້າໜ້າທີ່ ຕຳຣວດກວດຄົນເຂົ້າເມືອງ ຂອງໄທຍ ເຂົ້າຈັບກຸມໄດ້ ຢູ່ທີ່ແຂວງປະທຸມທານີ ປະເທດໄທຍ ໃນວັນທີ 29 ກໍຣະກະດານີ້.
2022-07-29
ນັກຮຽນທີ່ສອບເສັງເຂົ້າ ມະຫາວິທຍາລັຍ ເລືອກວິຊາພາສາຈີນ ເປັນອັນດັບນຶ່ງ ດ້ວຍຫວັງວ່າ ເມື່ອຮຽນຈົບມາແລ້ວ ຈະສາມາດຊອກວຽກເຮັດ ງານທຳ ໄດ້ງ່າຍກວ່າວິຊາອື່ນ ເພາະການລົງທຶນ ຂອງຈີນໃນ ສປປ ລາວ ຖືວ່າຫຼາຍທີ່ສຸດ.
2022-07-28
ທີ່ດິນໃກ້ໂຄງການ ກໍ່ສ້າງຂົວມິຕພາບ ລາວ-ໄທຍ ແຫ່ງທີ່ 5 ບໍຣິຄຳໄຊ-ບຶງການ ດຶງດູດຄວາມສົນໃຈ ຂອງນັກທຸຣະກິຈ ແລະ ນັກລົງທຶນ ຊາວວຽດນາມ ຊຶ່ງກໍມີຊາວບ້ານ ຈຳນວນນຶ່ງ ໄດ້ຕິດປະກາດ ຂາຍດິນແລ້ວ.
2022-07-28
ສນາມບິນໜອງຄ້າງ ທີ່ຍັງສ້າງບໍ່ສຳເຣັດ ຖືກຖິ້ມປະໄວ້ ໄລຍະນຶ່ງ ໄດ້ກັບຄືນມາ ເຣີ່ມການກໍ່ສ້າງອີກ ຊຶ່ງແມ່ນບໍຣິສັດ ຮອງແອງ ອັດຕະປື ຂອງວຽດນາມ, ຂະນະທີ່ຊາວບ້ານ ຜູ້ໄດ້ຮັບຜົລກະທົບ ຍັງບໍ່ທັນໄດ້ຄ່າຊົດເຊີຍ ນັບຕັ້ງແຕ່ເຣີ່ມ ໂຄງການນີ້ ໃນປີ 2013.
2022-07-27
ບໍຣິສັດ ທາງຣົຖໄຟລາວ-ຈີນ ຈໍາກັດ ໄດ້ມີການສເນີ ຄວາມຄິດ ທີ່ຈະຂາຍປີ້ໂດຍສານ ແບບຢືນ ເພື່ອເປັນການແກ້ໄຂບັນຫາ ຈໍານວນທີ່ນັ່ງ ບໍ່ພໍຜູ້ໂດຍສານ ຂະນະທີ່ ປະຊາຊົນ ເຫັນວ່າ ເປັນການແກ້ບັນຫາ ບໍ່ຖືກຈຸດ ແລະເອົາປຽບຜູ້ໃຊ້ບໍຣິການ ແທນທີ່ ຈະເພີ່ມຂະບວນຣົຖໄຟຕໍ່ມື້.
2022-07-27
ພາກການທ່ອງທ່ຽວ ເຣີ່ມມີນັກທ່ອງທ່ຽວ ຈາກປະເທດໄທຍ ເຂົ້າມາທ່ຽວລາວ ຫຼາຍຂຶ້ນ ຂະນະທີ່ ທີ່ພັກ, ອາຫານ ແຕ່ບາງສ່ວນ ໄດ້ສວຍໂອກາດຂຶ້ນ ລາຄາຫຼາຍເກີນຄວນ ເຮັດໃຫ້ທາງການລາວ ຈຳເປັນຕ້ອງ ໄດ້ເອົາໃຈໃສ່ ເພື່ອບໍ່ໃຫ້ກະທົບ ຕໍ່ພາກການທ່ອງທ່ຽວ ທີ່ຫາເຣີ່ມຟື້ນໂຕ.
2022-07-26
ເຂດເສຖກິຈ ພິເສດບໍ່ເຕັນ ແຂວງຫລວງນໍ້າທາ ທົດລອງເປີດ ເພື່ອຕ້ອນຮັບ ນັກທ່ອງທ່ຽວ ຫວັງວ່າຈະຊ່ອຍເຮັດ ໃຫ້ເສຖກິຈ ກັບຄືນມາ ຟື້ນໂຕ ເມື່ອຈີນ ລົດມາຕການ ໂຄວິດ ເປັນສູນລົງ ກໍຈະມີຄົນຈີນເຂົ້າມາ ໃນເຂດດັ່ງກ່າວຫຼາຍຂຶ້ນ.
2022-07-25
ໃນເດືອນມິຖຸນາ ຜ່ານມານີ້ ສິນຄ້າ ອຸປະໂພກ, ບໍຣິໂພກ ທີ່ຈໍາເປັນ ໃນຊີວິຕປະຈໍາວັນ ມີລາຄາແພງຂຶ້ນຫຼາຍເທົ່າໂຕ ຊຶ່ງສາຍເຫດທີ່ສຳຄັນ ສິນຄ້າສ່ວນຫຼາຍ ແມ່ນນຳເຂົ້າ ຈາກຕ່າງປະເທດ ບວກກັບເງິນກີບ ອ່ອນຄ່າ ຢ່າງຕໍ່ເນື່ອງ ສ້າງຄວາມເດືອດຮ້ອນໃຫ້ ປະຊາຊົນໜັກພໍສົມຄວນ.
2022-07-21
ທາງຣົຖໄຟລາວ-ຈີນ ໄດ້ເຊື່ອມຕໍ່ ໃສ່ທາງຣົຖໄຟ ໄທຍ-ລາວ ແລ້ວ ເພື່ອຮອງຮັບ ການຂົນສົ່ງສິນຄ້າ ລະຫວ່າງ ໄທຍ-ລາວ-ຈີນ ແຕ່ຍັງບໍ່ທັນເປີດ ບໍຣິການ ແບບເປັນທາງການເທຶ່ອ.
2022-07-21
ນັກທົງທຶນ ເຂົ້າມາລົງທຶ້ນ ຢູ່ໃນ ສປປ ລາວ ເພີ່ມຫລາຍຂຶ້ນ ຊຶ່ງມາເຖິງປັດຈຸບັນນີ້ ຈຳນວນໂຄງການ ຂອງນັກລົງທຶນຈີນ ໃນລາວ ມີເຖິງ 933 ໂຄງການ ສ້າງຄວາມກັງວົນໃຈ ບໍ່ໜ້ອຍໃຫ້ກັບຄົນລາວ ຈຳນວນນຶ່ງ ໂດຍສະເພາະເຣື່ອງທີ່ດິນ ແລະການເອົາລັດ ເອົາປຽບຂອງຄົນຈີນ ທີ່ບໍ່ເຄົາຣົບ ລະບຽບກົດໝາຍ.