ຈີນລົງທຶນ ຢູ່ ສປປ ລາວ ຫຼາຍຂຶ້ນ ເຮັດໃຫ້ປະຊາຊົນ ກັງວົນ
2022.07.21

ການລົງທຶນຂອງຈີນ ເປັນອັນດັບ 1 ຂອງການລົງທຶນຕ່າງປະເທດຢູ່ລາວ ຊຶ່ງທົ່ວປະເທດ ມີການລົງທຶນຂອງນັກລົງທຶນຈີນທັງໝົດ 933 ໂຄງການ, ມູລຄ່າ 16.4 ຕື້ໂດລ້າຣ໌ສະຫະຣັຖ, ອີງຕາມການຣາຍງານຂອງທ່ານ ຄໍາເຈນ ວົງໂພສີ ຣັຖມົນຕຣີກະ ຊວງແຜນການ ແລະການລົງທຶນ ຕໍ່ກອງປະຊຸມລະຫວ່າງພາກຣັຖບານລາວ ແລະນັກທຸຣະກິຈຈີນ ຄັ້ງທີ 6 ເມື່ອວັນທີ 15 ກໍຣະກະດານີ້. ມູນຄ່າການລົງທຶນຂອງຈີນທີ່ວ່ານັ້ນ ເພິ່ມຂຶ້ນຈາກປີ 2013 ທີ່ມີມູນຄ່າ 5 ຕື້ປາຍໂດລ້າຣ໌.
ກ່ຽວກັບການເຂົ້າມາລົງທຶນ ທາງດ້ານຕ່າງໆ ຂອງນັກລົງທຶນຈີນນີ້ ປະຊາຊົນລາວ ຈໍານວນບໍ່ໜ້ອຍ ຮູ້ສຶກອຶດອັດໃຈ ແລະກັງວົນ ຢ້ານວ່າ ພວກເຂົາເຈົ້າຈະຕ້ອງໄດ້ສູນເສັຍທີ່ດິນໄປ ຖ້າຫາກວ່າ ນັກລົງທຶນຈີນເຂົ້າມາເຮັດໂຄງການຕ່າງໆ ຈໍານວນຫລາຍຂຶ້ນ ຊຶ່ງທີ່ຜ່ານມາ ກໍເຫັນວ່າ ຫລາຍໂຄງການຂອງຈີນຢູ່ລາວ ແມ່ນພວກເຂົາໄດ້ໃຊ້ສິທ ໃນການຍຶດຄອງທີ່ດິນ ແລະຂົ່ມເຫັງຄົນລາວ.
ດັ່ງຊາວລາວນາງນຶ່ງ ເວົ້າຕໍ່ວີທຍຸເອເຊັຽເສຣີໃນມື້ວັນທີ 20 ກໍຣະກະດານີ້ວ່າ:
“ຂົ່ມເຫັງຄົນລາວນີ້ຫລາຍທີ່ສຸດເລີຍ ໝ້ອງໃດເຂົາມັກ ເຂົາໃຫ້ນາຍທຶນລາວຫັ້ນ ກວ້ານເອົາໂລດ ລາຄາເທົ່າໃດເຂົາກະຊື້ເອົາ. ພວກຈີນນີ້ ເຂົາຢາກເຂົ້າມາຢູ່ແລ້ວ ເຂົາຊື້ເອົາໝົດ ເຂົາມາລົງທຶນເຂົາມີເງິນມີຊັບສິນ ເຂົ້າມາແລ້ວເຂົາກະມາເອົາຂອງເຮົາໄປຄືເກົ່າ. ປະຊາຊົນລາວເຮົານີ້ ຖືກເສັຽດິນຫລາຍທີ່ສຸດ.”
ຊາວລາວອີກຜູ້ນຶ່ງ ກໍເວົ້າວ່າ ການທີ່ຈີນເຂົ້າມາລົງທຶນຫລາຍເປັນອັນດັບ 1 ຢູ່ປະເທດລາວ, ສ່ວນນຶ່ງກໍເປັນຜົລດີ ໃນເຣື່ອງການສ້າງສາພັທນາປະເທດ ຖ້າຫາກວ່າ ພວກເຈົ້າຂອງໂຄງການ ປະຕິບັດຕາມລະບຽບ ກົດໝາຍລາວຢ່າງເຂັ້ມງວດ. ແຕ່ກໍເຫັນວ່າ ພວກນັກລົງທຶນຈີນ ທີ່ເຂົ້າມານັ້ນ ຊໍ້າພັດບໍ່ຊົດເຊີຍຄວາມເສັຍຫາຍໃຫ້ຄົນລາວ ທີ່ໄດ້ຮັບຜົລກະທົບ ຫລືໃຫ້ ກໍໃຫ້ແບບບໍ່ສົມເຫດສົມຜົລ ຊຶ່ງຖືວ່າ ເປັນການເອົາລັດ ເອົາປຽບປະຊາຊົນລາວ.
ດັ່ງນັ້ນຈຶ່ງຢາກໃຫ້ຣັຖບານລາວ ມີການຕິດຕາມ ກວດກາການລົງທຶນນັ້ນຫລາຍຂຶ້ນ.
“ເພິ່ນມາລົງທຶນ ຄັນມາຖືກຕາມລະບຽບ ກົດໝາຍບ້ານເຮົາ ມັນກະດີເພາະວ່າ ຂຍາຍເສຖກິຈບ້ານເຮົາເນາະ ປະເທດເຮົາ. ອັນທີ 2 ກະແມ່ນມາລົງທຶນ ຄັນວ່າບໍ່ເອົາເງິນຊົດເຊີຍ ປະເທດຊາດບ້ານເມືອງເຮົາ, ປະຊາຊົນເຮົາ ມັນກະບໍ່ຖືກຕ້ອງ.”

ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ແຂວງຫລວງພຣະບາງ ທ່ານນຶ່ງ ທີ່ຂໍສງວນຊື່ ແລະຕໍາ ແໜ່ງ ກ່າວວ່າ ການເຂົ້າມາລົງທຶນຂອງຈີນ ໃນແຕ່ລະໂຄງການ ແມ່ນລ້ວນແລ້ວ ແຕ່ມີຜົລດີ ແລະຜົລເສັຍຄວບຄູ່ກັນໄປ ຊຶ່ງທ່ານເອງ ກໍບໍ່ສາມາດເວົ້າໄດ້ຢ່າງຕຣົງໄປຕຣົງມາ ຍ້ອນຢ້ານຈະຂັດຕໍ່ນະໂຍບາຍ ຂອງພັກ-ຣັຖ. ແຕ່ກໍຢືນຢັນວ່າ ການລົງທຶນໃນບາງໂຄງການຂອງຈີນ ໄດ້ມີການຂໍຊື້ທີ່ດິນ ຈາກຊາວບ້ານຢູ່ເລື້ອຍໆ.
“ມີແຕ່ທາງຣົຖໄຟອັນດຽວຫັ້ນແຫລະ ຜົລໄດ້ຜົລເສັຽກະຄືຊິຄຽງຂ້າງກັນ ໄປຫັ້ນແຫລະ ມີຜົລໄດ້ ກະມີຜົລເສັຽ ໄປນໍາກັນຫັ້ນແຫລະເນາະ. ຜົລດີຫລາຍໂອ໋ ຜົລບໍ່ດີຫລາຍ ກະບໍ່ຮູ້ນໍາເພິ່ນແຫລະເດີ ສ່ວນຫລາຍເພິ່ນຢູ່ກະເຂດເມືອງໃຫຍ່ພຸ້ນແຫລະ. ຄັນວ່າໄດ້ດິນກໍສ່ວນຫລາຍ ເຂົາເຈົ້າຈະມາຊື້ນໍາຄົນລາວ ຊື້ນໍາຜູ້ທີ່ມີດິນຫລາຍຫັ້ນແຫລະເນາະ.”
ໃນຂະນະດຽວກັນ ອະດີດເຈົ້າໜ້າທີ່ລາວທ່ານນຶ່ງ ກໍກ່າວຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 20 ກໍຣະກະດານີ້ວ່າ ການເຂົ້າມາລົງທຶນຂອງຈີນ ກໍມີຜົລດີ ເຮັດໃຫ້ມີການສ້າງສາພັທນາປະເທດ ແລະທັງເຮັດໃຫ້ຊາວບ້ານມີວຽກເຮັດ, ມີລາຍໄດ້. ແຕ່ຜົລເສັຍກໍຄືເຮັດໃຫ້ຣັຖບານລາວ ຕົກເປັນໜີ້ຈີນໃນບາງໂຄງການ ໂດຍສະເພາະໂຄງ ການທີ່ກູ້ຢືມເງິນຈາກຈີນ ຊຶ່ງຕ້ອງໄດ້ຊໍາຣະໜີ້ ໂດຍການຂໍຜ່ອນຜັນໄປເລື້ອຍໆ, ເປັນຕົ້ນ ໂຄງການກໍ່ສ້າງທາງຣົຖໄຟລາວ-ຈີນ.
“ຜົລດີຂອງມັນ ກະຊ່ວຍພັທນາສ້າງສາ ບ້ານເມືອງເຮົາເນາະ ໃຫ້ຈະເຣີນຮຸ່ງເຮືອງ ໄປໂດຍການຊ່ວຍເຫລືອ ຂອງເຂົາເຈົ້າຫັ້ນ. ຈໍານວນນຶ່ງກໍເວົ້າວ່າຢືມຫັ້ນແຫລ້ວ ແຕ່ວ່າ ໃນໂຕຈິງຫັ້ນນ່າບໍ່ມີຄວາມສາມາດຊໍາຣະໃຫ້ວ່າ ຊິຜ່ອນຜັນຈັກເປີເຊັນໆ.”
ແລະນັກທຸຣະກິຈລາວ ທີ່ມີຄວາມຮູ້ເຣື່ອງການລົງທຶນ ຂອງຈີນໃນລາວທ່ານນຶ່ງ ກໍກ່າວວ່າ ປັດຈຸບັນ ນັກລົງທຶນຈີນຫລາຍຄົນ ພະຍາຍາມຊອກຊື້ດິນ ຢູ່ໃກ້ກັບສະຖານີຣົຖໄຟລາວ-ຈີນ ທີ່ນະຄອນຫລວງວຽງຈັນ ເພື່ອລົງທຶນ ໃນໂຄງການຕ່າງໆ ໃນອະນາຄົດ ຍ້ອນວ່າ ເປັນເຂດທີ່ຢູ່ໃກ້ກັບເຂດທ່າບົກ-ທ່ານາແລ້ງ, ເຂດໂລຊິສຕິກ ຮວມທັງໂຄງການກໍ່ສ້າງເມືອງທັນສມັຍ Smart City ນໍາດ້ວຍ.
“ຄົນຈີນດຽວນີ້ນິ ນາຍທຶນເຂົ້າມາຫລາຍ ເພາະວ່າເຂົາເຈົ້າຢາກໄດ້ດິນອ້ອມແອ້ມສະຖານີນີ້ ເພາະວ່າທີ່ທໍາເລແຖວໃກ້ບ່ອນຂົນສົ່ງສິນຄ້າ ໂລຊິສຕິກພວກນີ້ນິນ່າ ຈັນເຂົາເຈົ້າຢາກໄດ້ດິນແຖວນັ້ນຫລາຍ ເພາະວ່າມັນຈະເປັນເມືອງໃໝ່ໃນອະນາຄົດອີກ 2-3 ປີຂ້າງໜ້ານີ້ ແຖວເມືອງຫາດຊາຍຟອງ.”
ທ່ານ ອະດິສອນ ເສມແຍ້ມ ຜູ້ອໍານວຍການແມ່ນໍ້າຂອງສຶກສາ ປະຈໍາສະຖາບັນ ເອເຊັຽສຶກສາ ທີ່ຂຶ້ນກັບມະຫາວິທຍາລັຍຈຸລາລົງກອນ ຂອງໄທຍ ກ່າວຕໍ່ວິທຍຸເອເຊັຽເສຣີວ່າ ສິ່ງນຶ່ງທີ່ທ່ານກໍາລັງສຶກສາຢູ່ໃນເວລານີ້ ຄື ບາງໂຄງການລົງທຶນ ທີ່ເປັນການຮ່ວມມືລະຫວ່າງ ລາວ ແລະ ຈີນ. ໂດຍສະເພາະໂຄງການກໍ່ສ້າງທາງ ຣົຖໄຟລາວ-ຈີນ ທີ່ລາວໄດ້ກູ້ຢືມເງິນຈາກຈີນ ແລະກໍຕົກເປັນໜີ້ຈີນ ເຖິງແມ່ນວ່າຣັຖບານລາວ ອາຈມີບັນຫາໃນການຊໍາຣະໜີ້ ແຕ່ກໍເຊື່ອວ່າ ຈະສົ່ງຜົລກະທົບຕໍ່ເສຖກິຈ ຂອງປະເທດ ເຖິງຂັ້ນຮ້າຍແຮງ ເພາະວ່າລາວມີຊັພຍາກອນທໍາຊາຕ ຊຶ່ງຫລາຍໂຄງການ ໄດ້ເອົາຄໍ້າປະກັນ ຢູ່ໃນສັນຍາການກູ້ຢືມນັ້ນ.
(ໄທຍ)... “ທ່ານກ່າວວ່າ “ເຣື່ອງຂອງເງິນທີ່ກູ້ຢືມອິ່ຫຍັງຕ່າງໆ ບັນຫາຕອນນີ້ ມັນກໍຈະເຣີ່ມເຫັນແລ້ວ ເຣື່ອງຂອງພາຣະໜີ້ສິນ ເຣື່ອງຂອງການຊໍາຣະເງິນທີ່ກູ້ມາ ຢ່າງໃດກໍຕາມ ມັນອາຈບໍ່ຄືກັນກັບປະເທດສີລັງກາ ເພາະວ່າ ລາວມີຊັພຍາກອນ ທີ່ຖືກຄໍ້າປະກັນ ເປັນຕົ້ນພວກໂຄງການບໍ່ແຮ່ ບໍ່ຄໍາ ອິ່ສັງຕ່າງໆ.”
ໂຄງການສໍາຄັນໃນຈໍານວນ 933 ໂຄງການ ທີ່ຈີນລົງທຶນຢູ່ລາວ ມີທັງໂຄງການທາງຣົຖໄຟ ລາວ-ຈີນ, ໂຄງການທາງດ່ວນ ນະຄອນຫລວງວຽງຈັນ-ວັງວຽງ, ເຂດເສຖກິຈສະເພາະ ບໍ່ເຕັນແດນງາມ, ເຂດເສຖກິດພິເສດສາມຫລ່ຽມຄໍາ, ເຂດເສຖກິດພິເສດກວມລວມໄຊເສດຖາ, ເຂື່ອນໄຟຟ້າ ແລະອຶ່ນໆ, ອີງຕາມຂໍ້ມູນຈາກ ກະຊວງແຜນການ ແລະການລົງທຶນຂອງລາວ.