ສິນຄ້າອຸປະໂພກ, ບໍຣິໂພກ ແພງຂຶ້ນຫຼາຍເທົ່າໂຕ

ສຸພັດຕາ
2022.07.25
ສິນຄ້າອຸປະໂພກ, ບໍຣິໂພກ ແພງຂຶ້ນຫຼາຍເທົ່າໂຕ ຊາວລາວ ທີ່ພວມຈ່າຍເງິນຄ່າສິນຄ້າ ແລະ ອາຫານ ເປັນເງິນກີບ ໃນນະຄອນຫຼວງວຽງຈັນ (TS), ວັນທີ 19 ເດືອນມິຖຸນາ ປີ 2022.
RFA

ໃນເດືອນມິຖຸນາ ຜ່ານມານີ້ ສິນຄ້າພາຍໃນລາວ ເປັນຕົ້ນ: ສິນຄ້າອຸປະໂພກ ແລະບໍຣິໂພກ ທີ່ຈໍາເປັນໄດ້ໃຊ້ໃນຊີວິຕປະຈໍາວັນ ມີລາຄາແພງຂຶ້ນຫຼາຍເທົ່າໂຕ ເຊັ່ນ: ໄຂ່ໄກ່ ລາຄາປະມານ 45,000 ກີບຕໍ່ແຕະ ຈາກແຕ່ກ່ອນ ປະມານ 28,000 ກີບຕໍ່ແຕະ, ແຟັບທີ່ນໍາເຂົ້າມາຈາກໄທຍ ລາຄາປະມານ 40 ປາຍພັນກີບຕໍ່ກ່ອງ ຈາກປະມານ 23,000 ກີບຕໍ່ກ່ອງ ແລະຫຼາຍຄົນ ກໍບໍ່ນິຍົມໄປໃຊ້ຂອງລາວ ຍ້ອນບໍ່ມີປະສິດທິພາບ, ນໍ້າມັນພືດຕຸກນ້ອຍ ລາຄາປະມານ 10,000 ປາຍພັນກີບຕໍ່ຕຸກ ຈາກແຕ່ກ່ອນ ລາຄາປະມານ 6,000 ກີບຕໍ່ຕຸກ ເຊິ່ງສ້າງຜົລກະທົບ ໃຫ້ຫຼາຍຄົນ ໂດຍສະເພາະຜູ້ທີ່ມີລາຍໄດ້ໜ້ອຍ ຫາເຊົ້າກິນຄໍ່າ ໃຊ້ຊີວິຕຍາກລໍາບາກຂຶ້ນ ຫຼາຍຄົນກໍເຮັດຫຍັງບໍ່ໄດ້ ຕ້ອງພຍາຍາມປະຢັດ ຫຼີກລ່ຽງໂດຍການຊື້ໜ້ອຍລົງ ຫຼືບໍ່ຊື້ ບໍ່ກິນເລີຍ.

ດັ່ງຊາວນະຄອນຫຼວງວຽງຈັນ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ່ 25 ກໍຣະກະດາ ນີ້ວ່າ:

“ລາຄາຫັ້ນ ຂຶ້ນທົບເຄິ່ງ ໄຂ່ໄກ່ເນາະ ແຕະນຶ່ງເຄີຍຊື້ເນາະ 28 ພັນ ດຽວນີ້ກໍ 45 ພັນ, ແຟັບເຄີຍຊື້ 23 ພັນ ດຽວນີ້ກໍປະມານ 40 ປາຍພັນ, ແປ້ງນົວ, ນໍ້າປາ, ສະບູ, ຄີມອາບນໍ້າ, ຢາສະຜົມ ຂຶ້ນທົບຄືກັນ, ນໍ້າມັນກະ ຄູນສອງພຸ້ນ ຊື້ຕຸກນຶ່ງ ຕຸກນ້ອຍປະມານ 6 ພັນ ດຽວນີ້ກະ 10 ປາຍພັນ ທີ່ເຮົາເຄີຍກິນເຮົາກະບໍ່ກິນ.”

ຂະນະທີ່ ຊາວແຂວງຈໍາປາສັກ ທ່ານນຶ່ງ ກໍໄດ້ກ່າວວ່າ ປັດຈຸບັນນີ້ ສິນຄ້າທີ່ຈໍາເປັນຕ້ອງໄດ້ຊື້ກິນຊື້ໃຊ້ ແພງຂຶ້ນໝົດທຸກຢ່າງ ເຊັ່ນ: ຊີ້ນໝູ ຢູ່ເຂດບ້ານທີ່ຕົນຢູ່ ປັດຈຸບັນ ລາຄາ 70,000-75,000 ກີບຕໍ່ກິໂລກຣາມ ຈາກແຕ່ກ່ອນປະມານ 45,000 ກີບຕໍ່ກິໂລກຣາມ ສ່ວນຊີ້ນງົວ ລາຄາ 90,000-95,000 ກີບຕໍ່ກິໂລກຣາມ ຈາກແຕ່ກ່ອນ ປະມານ 65,000 ກີບຕໍ່ກິໂລກຣາມ ເຊິ່ງກໍຕ້ອງຫັນມາຊື້ໜ້ອຍລົງ ແລະຫັນໄປກິນຢ່າງອື່ນແທນ ເຊັ່ນ: ກິນປາ ກິນຜັກ ເພາະລາຄາຍັງບໍ່ແພງ.

“ກະແພງ ແພງໝົດທຸກຢ່າງ ໝູນີ້ ກິໂລນຶ່ງ 70-75 ພັນ ແຕ່ກ່ອນ 40-45, ຊີ້ນງົວໂລ 90-95 ແຕ່ກ່ອນ 60-65 ຊື້ໜ້ອຍລົງ ຈາກໂລນຶ່ງ ກະຊື້ເຄິ່ງໂລ ໂອ້ປະຢັດກໍຍາກ ກະກິນປາແດ່ ກິນໝູແດ່ ຕັດເອົາຜັກກໍບໍ່ແພງ ກະພໍໄປພໍມາຢູ່.”

ຊາວລາວທ່ານນຶ່ງ ຢູ່ເມືອງໄຊທານີ ນະຄອນຫຼວງວຽງຈັນ ກໍໄດ້ກ່າວວ່າ ສິນຄ້າໃນແຕ່ລະບ່ອນ ແພງຂຶ້ນຫຼາຍເຕີບ ແລະລາຄາກໍຈະບໍ່ຄືກັນນໍາດ້ວຍ ເຊັ່ນ: ຕລາດໃນເຂດບ້ານ ທີ່ຕົນໄປຊື້ ຊີ້ນໝູລາຄາ 65,000 ຈາກແຕ່ກ່ອນ 45,000 ກີບຕໍ່ກິໂລກຣາມ ເຊິ່ງເງິນ 1 ແສນກີບ ກໍເກືອບບໍ່ພໍຊື້ຂອງກິນ ສໍາລັບຄອບຄົວນຶ່ງ ທີ່ມີຫຼາຍຄົນ.

“ເຄື່ອງຂຶ້ນຫຼາຍ ໄປນັ່ງກິນເຂົ້າ ດຽວນີ້ເງິນແສນກີບນີ້ ໂອ້ກະຍາກແລ້ວ ທຸກຢ່າງມັນແພງ ກະໄດ້ກິນເນື້ອຄືເກ່ົ່າ ໝູໂລນຶ່ງ 65 ພັນ ແຕ່ກ່ອນມີແຕ່ 45-46 ນີ້ແຫຼະ ຄັນໝູເນື້ອງາມ.”

ນອກຈາກນີ້ ບໍ່ແມ່ນແຕ່ປະຊາຊົນລາວຫຼາຍຄົນ ທີ່ໄດ້ຮັບຜົລກະທົບ ຈາກສິນຄ້າລາຄາແພງ ບັນດາຊາວຄ້າຂາຍ ແລະຜູ້ປະກອບການຕ່າງໆ ກໍໄດ້ຮັບຜົລກະທົບເຊັ່ນກັນ ເພາະຂາຍເຄື່ອງ ບໍ່ໄດ້ດີຄືແຕ່ກ່ອນ ຍ້ອນລູກຄ້າມາຊື້ເຄື່ອງໜ້ອຍລົງ ເພາະລາຄາສິນຄ້າແຕ່ລະຮ້ານ ໄດ້ປັບຂຶ້ນແພງຕາມສະພາບຂອງເສຖກິຈ ເຊິ່ງທາງຫ້າງຮ້ານຕ່າງໆ ກໍຈໍາເປັນຕ້ອງໄດ້ປັບລາຄາຂຶ້ນ ຍ້ອນວ່າສິນຄ້າຮັບມາລາຄາແພງ ຮວມທັງຄ່າຂົນສົ່ງຕ່າງໆ ກໍແພງນໍາດ້ວຍ.

ດັ່ງຜູ້ປະກອບການຮ້ານອາຫານ ແຫ່ງນຶ່ງ ໃນແຂວງສວັນນະເຂດ ກ່າວວ່າ:

“ມັນກະບໍ່ຂາຍດີຄືແຕ່ກ່ອນຫັ້ນແຫຼະ ຂຶ້ນໝົດທຸກຢ່າງ ເພາະເງິນກະຂຶ້ນ ມັນນໍ້ມກໍແພງ ຄັນສິເວົ້າແຫຼະ ຮ້ານຂ້ອຍມັນເປັນຮ້ານອາຫານທີ່ວ່າ ອາຫານມັນສົດຫັ້ນນ່າ ຊື້ເຂົາເຈົ້າ ເຂົາເຈົ້າກະຈະໄລ່ເປັນເງິນບາດຫັ້ນນ່າ.”

ພ້ອມດຽວກັນນີ້ ເຈົ້າຂອງຮ້ານຄ້າແຫ່ງນຶ່ງ ໃນນະຄອນຫຼວງວຽງຈັນ ກໍໄດ້ກ່າວວ່າ ສິນຄ້າພາຍໃນຮ້ານຂອງຕົນ ໄດ້ຂຶ້ນລາຄາທຸກອັນ ເພາະຮັບສິນຄ້າມາໃນລາຄາແພງ ຮວມທັງການຂົນສົ່ງ ຄ່ານໍ້າມັນກໍແພງ ເຊິ່ງທາງຮ້ານຂອງຕົນເອງ ປັບລາຄາຂຶ້ນ ຕາມລາຄາສິນທີ່ຮັບມາຂາຍ ແຕ່ວ່າ ຮ້ານຂອງຕົນເອງ ກໍໄດ້ຮັບຜົລກະທົບເຊັ່ນກັນ ຄືຂາຍເຄື່ອງບໍ່ດີຄືແຕ່ກ່ອນ ເພາະຄົນມາຊື້ໜ້ອຍລົງ.

“ແຫຼ່ງເຄື່ອງມັນແພງ ມັນກໍຕ້ອງໄດ້ຂຶ້ນແນ່ນອນຢູ່ແລ້ວ ເຣື່ອງຂົນສົ່ງ ເຣື່ອງນໍ້າມັນ ກະຕ້ອງໄດ້ຮັບຜົລກະທົບຢູ່ແລ້ວ ກະຄືຂາຍຍາກກ່ອນເກົ່າໜ້ອຍນຶ່ງ ກະທົບບໍ່ທຽບເທົ່າ ທີ່ຜ່ານມາເນາະ ຊົມໃຊ້ໜ້ອຍລົງ ດ້ວຍຫຼາຍໆອັນ ເຣດເງິນທຸກຢ່າງ.”

ກ່ຽວກັບເຣື່ອງດັ່ງກ່າວນີ້ ເຈົ້າໜ້າທີ່ອຸດສາຫະກັມແລະການຄ້າ ໃນນະຄອນຫຼວງວຽງຈັນ ທ່ານນຶ່ງ ກໍໄດ້ກ່າວວ່າ ປັດຈຸບັນ ທາງກະຊວງອຸດສາຫະກັມ ແລະການຄ້າ ກໍໃຫ້ເຈົ້າໜ້າທີ່ ການຄ້າພາຍໃນແຕ່ລະແຂວງ ແຕ່ລະເມືອງ ສຶກສາຄົ້ນຄວ້າ ເພື່ອປັບໂຄງສ້າງສິນຄ້າກັນຢູ່ ເພື່ອຫາວິທີບໍ່ໃຫ້ສິນຄ້າ ມີລາຄາແພງເກີນໄປ ເຊິ່ງການທີ່ສິນຄ້າໃນລາວແພງນັ້ນ ກໍມີປັດຈັຍຫຼາຍຢ່າງ ທັງເງິນເຟີ້ ສິນຄ້າຊົມໃຊ້ບໍ່ພຽງພໍ ຈໍາເປັນຕ້ອງໄດ້ນໍາເຂົ້າຈາກຕ່າງປະເທດ.

“ປະຊຸມຢູ່ຕລອດ ເວົ້າເຣື່ອງໂຄງສ້າງລາຄານໍ້າມັນນີ້ນ່າ ເພາະວ່າການສນອງພາຍໃນ ເຮົາບໍ່ພໍເດ້ ເພິ່ນກໍຄົ້ນຄວ້າກະໃຫ້ນໍ້າເຂົ້າ ຈົນວ່າແຈ້ງໃຫ້ທຸກເມືອງຫັ້ນແລ້ວ ເພິ່ນຄົ້ນຄວ້າປຶກສາຫາລື ຫາເຫດຜົລມັນຄັກແນ່ເດ້ ແລ້ວອັນນ່າເພິ່ນຈັ່ງຊິ ເອກກະພາບກັນກອງປະຊຸມ.”

ຢ່າງໃດກໍຕາມ ລາຄາສິນຄ້າອຸປະໂພກ ແລະບໍຣິໂພກໃນລາວ ຍັງສືບຕໍ່ເພີ່ມຂຶ້ນເລື້ອຍໆ ໂດຍໃນເດືອນມິຖຸນາ 2022 ດັດຊະນີ ລາຄາສິນຄ້າ ທີ່ຜູ້ບໍຣິໂພກນໍາເຂົ້າໄດ້ເພີ່ມຂຶ້ນ 41.2% ເມື່ອທຽບໃສ່ໃນໄລຍະເດືອນດຽວກັນ ໃນປີ 2021, ອີງຕາມຂໍ້ມູນຈາກ ວຽງຈັນທາມສ໌.

ຫຼ້າສຸດນີ້ ກະຊວງອຸດສາຫະກັມແລະການຄ້າ ແລະພາກສ່ວນທີ່ກ່ຽວຂ້ອງ ໄດ້ຈັດກອງປະຊຸມ ໃນວັນທີ່ 12 ກໍຣະກະດາ 2022 ເພື່ອຫາວີທີແກ້ໄຂບັນຫາດັ່ງກ່າວ ໂດຍກໍານົດໄວ້ 2 ແຜນການຄື: ໄລຍະສັ້ນ ແລະ ໄລຍະຍາວ.
ໂດຍໄລຍະສັ້ນ ຈະຄິດໄລ່ໂຄງປະກອບລາຄາສິນຄ້າ ປະເພດຄວບຄຸມ ທີ່ຍັງບໍ່ທັນໄດ້ກໍານົດໂຄງປະກອບລາຄາ ຮວມໄປເຖິງ ບາງຣາຍການສິນຄ້າ ທີ່ບໍ່ນອນຢູ່ໃນບັນຊີຄວບຄຸມ ພ້ອມທັງມີການລົງຕິດຕາມກວດກາ ການກໍານົດລາຄາຂາຍສິນຄ້າ, ປັບໃໝ, ທໍາລາຍສິນຄ້າ ແລະຈະຊຸກຍູ້ ສິນຄ້າພາຍໃນໃຫ້ເຂັ້ມແຂງ ຄຸ້ມຄ້ອງການນໍາເຂົ້າ-ສົ່ງອອກ ເພື່ອສາມາດສນອງສິນຄ້າທີ່ຜລິຕໄດ້ພາຍໃນ ທົດແທນສິນຄ້ານໍາເຂົ້າ ໃຫ້ນັບມື້ນັບຫຼາຍຂຶ້ນ ໃນລາຄາ ແລະຄຸນນະພາບທີ່ີໃກ້ຄຽງກັນ.
ສ່ວນໄລຍະຍາວ ຈະປັບປຸງສ້າງຄວາມເຂັ້ມແຂງໃຫ້ຣັຖວິສາຫະກິຈ ກາຍເປັນຫົວໜ່ວຍ ທີ່ສາມາດຂຸດຄົ້ນແຫຼ່ງລາຍຮັບ ເປັນເງິນຕຣາຕ່າງປະເທດຢ່າງແທ້ຈິງ, ຊຸກຍູ້ສົ່ງເສີມສິນຄ້າພາຍໃນ ທີ່ສາມາດຜລິຕ ແລະສນອງໃຫ້ກວ້າງຂວາງຂຶ້ນ ແລະສົ່ງເສີມການທ່ອງທ່ຽວໃໝ່ໆ ທັງຮູບແບບການສ້າງຂຶ້ນ ຫຼືອະນຸຮັກທາງທັມມະຊາຕ ແລະສ້າງລາຍຮັບ ເປັນເງິນຕຣາຕ່າງປະເທດເພີ່ມຂຶ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.