ສເນີ ຂາຍປີ້ໂດຍສານ ຣົຖໄຟ ແບບຢືນ
2022.07.27
ໃນວັນທີ່ 26 ກໍຣະກະດາ ທີ່ຜ່ານມານີ້ ບໍຣິສັດທາງຣົຖໄຟລາວ-ຈີນ ຈໍາກັດ ໄດ້ມີການສເນີທີ່ຈະຂາຍປີ້ໂດຍສານແບບຢືນ ຢູ່ໃນຕູ້ໂດຍສານຂອງຣົົຖໄຟ ເຊິ່ງມີລາຄາສໍ່າກັນກັບ ລາຄາປີ້ໂດຍສານແບບນັ່ງ ເພື່ອເປັນການແກ້ບັນຫາ ຈໍານວນປີ້ບໍ່ພຽງພໍ ກັບຈໍານວນຜູ້ໂດຍສານ ໂດຍໃນເບື້ອງຕົ້ນ ທາງບໍຣິສັດ ໄດ້ມີການສອບຖາມຄວາມເຫັນ ຈາກຜູ້ໂດຍສານທົ່ວໄປ ຜ່ານທາງສື່ສັງຄົມອອນລາຍນ໌ວ່າ ເຫັນດີ ຫຼືບໍ່ເຫັນດີ ເພື່ອຈະນໍາໄປພິຈາຣະນາ ຄົ້ນຄວ້າອີກເທື່ອນຶ່ງ.
ກ່ຽວກັບເຣື່ອງນີ້ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ຫາບໍຣິສັດ ທາງຣົຖລາວ-ຈີນ ຈໍາກັດ ເພື່ອສອບຖາມຣາຍລະອຽດເພີ່ມຕື່ມ ໂດຍເຈົ້າໜ້າທີ່ ທີ່ຂໍສງວນຊື່ ແລະຕໍາແໜ່ງນາງນຶ່ງ ກ່າວຊີ້ແຈງພຽງແຕ່ວ່າ ການສເນີຂາຍປີ້ໂດຍສານ ແບບຢືນນັ້ນ ຍັງເປັນພຽງແຕ່ແຜນຄ້າວໆ ເທົ່ານັ້ນ ຍັງບໍ່ທັນລະບຸເທື່ອ ວ່າຈະການນໍາໃຊ້ແທ້ຫຼືບໍ່ ຕ້ອງລໍຖ້າໃຫ້ພາກສ່ວນທີ່ກ່ຽວຂ້ອງ ເປັນຜູ້ພິຈາຣະນາອີກເທື່ອນຶ່ງ.
ພາຍຫຼັງຈາກທີ່ຊາວລາວຫຼາຍຄົນ ຮູ້ຂ່າວວ່າ ບໍຣິສັດ ທາງຣົຖໄຟ ລາວ-ຈີນ ຈໍາກັດ ມີການສເນີຂາຍປີ້ໂດຍສານແບບຢືນ ຫຼາຍຄົນກໍບໍ່ເຫັນດ້ວຍ ຄັນຈະມີການຂາຍປີ້ປະເພດດັ່ງກ່າວ ຍ້ອນວ່າ ເປັນການແກ້ໄຂບັນຫາ ຈໍານວນປີ້ບໍ່ພຽງພໍກັບຜູ້ໂດຍສານ ທີ່ບໍ່ຖືກຈຸດ ແລະເຫັນວ່າ ຄວນມີການແກ້ໄຂບັນຫາ ດ້ວຍວິທີການແບບອື່ນ ເປັນຕົ້ນ ເພີ່ມຖ້ຽວຣົຖໄຟ ໃຫ້ຫຼາຍຂຶ້ນຕໍ່ມື້.
ດັ່ງຊາວລາວ ນາງນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ່ 27 ກໍຣະກະດາ ນີ້ວ່າ:
“ຍັງມີການສໍາຣວດພົລເມືອງຢູ່ ວ່າຂະເຈົ້າເຫັນດີ ບໍ່ເຫັນດີຫັ້ນນ່າ ສໍາລັບເຮົາຄິດວ່າ ບໍ່ໄດ້ໃຊ້ປີ້ຢືນກໍໄດ້ ແຕ່ວ່າຕ້ອງເພີ່ມຖ້ຽວຣົຖໄຟ ເພີ່ມ 5-6 ຖ້ຽວນີ້ ແລ້ວກໍໃຫ້ທຸກຄົນໄດ້ນັ່ງ ເພາະວ່າທຸກຄົນກໍຢາກສະບາຍ.”
ໃນຂະນະທີ່ ຊາວລາວອີກທ່ານນຶ່ງ ກໍບໍ່ເຫັນດ້ວຍ ຫາກຈະມີການຂາຍປີ້ໂດຍສານແບບຢືນ ຍ້ອນບໍ່ເປັນຜົລດີຕໍ່ຜູ້ໂດຍສານຣົຖໄຟ ທີ່ຕ້ອງໃຊ້ເວລາ ຢູ່ໃນຕູ້ໂດຍສານເປັນເວລາ ຫຼາຍວ່າ 1 ຊົ່ວໂມງ ແຕ່ກໍເຊື່ອວ່າໃນທ້າຍທີ່ສຸດແລ້ວ ທາງບໍຣິສັດ ທາງຣົຖໄຟລາວ-ຈີນ ຈໍາກັດ ກໍໜ້າຈະບໍ່ມີການຂາຍປີ້ໂດຍສານແບບຢືນ ແລະຫັນໄປເພີ່ມຈໍານວນຖ້ຽວຣົຖໄຟແທນ.
ດັ່ງທ່ານກ່າວວ່າ:
“ມັນບໍ່ສົມຄວນ ເພາະວ່າມັນໄກ ຢືນ 2-3 ຊົ່ວໂມງເດ້ ໂອ້ຍິນເພິ່ນເວົ້າ ເພິ່ນກໍາລັງແກ້ໄຂບໍ່ ບາງທີ່ ເພິ່ນຈະເພີ່ມຖ້ຽວເດີນທາງ.”
ສ່ວນຊາວລາວ ອີກນາງນຶ່ງເຫັນວ່າ ປີ້ໂດຍສານແບບຢືນນັ້ນ ເໝາະສໍາລັບການເດີນທາງ ໃນໄລຍະໃກ້ໆ ແລະໃຊ້ເວລາເດີນທາງໜ້ອຍກວ່າ 1 ຊົ່ວໂມງ ເຊິ່ງກໍເຊື່ອວ່າ ໜ້າຈະບໍ່ມີໃຜ ຊື້ປີ້ໂດຍສານ ແບບຢືນ ສໍາລັບການເດີນທາງ ດ້ວຍຣົຖໄຟລາວ-ຈີນ ແຕ່ຄັນຖ້າທາງບໍຣິສັດ ທາງຣົຖໄຟລາວ-ຈີນ ຈໍາກັດ ຈະມີການຂາຍປີ້ໂດຍສານ ແບບຢືນແທ້ໆ ກໍຄວນຈະຫຼຸດລາຄາປີ້ແບບຍືນ ໃຫ້ມີລາຄາຖືກກວ່າປີ້ແບບນັ່ງ ຈຶ່ງຈະສົມເຫດສົມຜົລ.
ດັ່ງນາງກ່າວວ່າ:
“ຄັນແບບວ່າ ໄລຍະທາງມັນໃກ້ ກະຢືນກະໄດ້ ແຕ່ວ່າຖ້າໄລຍະທາງມັນໄກ ຖ້າກໍຣະນີ ຈາກນະຄອນຫຼວງໄປບໍ່ເຕັນເລີຍ ສ່ວນຫຼາຍກະໜ້າຈະຊື້ປີ້ຢືນ ມັນໜ້າຈະລາຄາຫຼຸດລົງກວ່າປີ້ນັ່ງ ຫຼືວ່າຖ້າບໍ່ຈໍາເປັນ ຄົນທີ່ວ່າ ຈະຕ້ອງການເດີນທາງໃກ້ ກໍອາຈຊື້.”
ໃນຂະນະດຽວກັນ ກໍມີຜູ້ໂດຍສານຣົຖໄຟລາວ-ຈີນ ອີກຈໍານວນຫຼາຍ ທີ່ຢາກໃຫ້ບໍຣິສັດທາງຣົຖໄຟລາວ-ຈິີນ ຈໍາກັດ ພັທນາຊ່ອງທາງການຂາຍປີ້ຣົຖໄຟ ຜ່ານທາງລະບົບອອນລາຍນ໌ ທີ່ຢູ່ພາຍໃຕ້ການຄວບຄຸມຂອງບໍຣິສັດ ເພື່ອສ້າງຄວາມສະດວກໃຫ້ແກ່ຜູ້ໂດຍສານ ທັງຊາວລາວ ແລະນັກທ່ອງທ່ຽວ ຈາກປະເທດເພື່ອນບ້ານ ເປັນຕົ້ນ ໄທຍ ທີ່ຫຼັງໄຫຼມາໃຊ້ບໍຣິການຣົຖໄຟ ລາວ-ຈີນ ນັບມື້ນັບຫຼາຍ.
ດັ່ງຜູ້ໂດຍສານ ນາງນຶ່ງ ກ່າວວ່າ:
“ໂອ້! ຕໍ່ແຖວຊື້ເອົາ ບໍ່ມີທາງອອນລະບົບລາຍນ໌ເທື່ອ ໂອບໍ່ຮູ້ເທື່ອ ເພາະວ່າເພິ່ນກະເວົ້າຢູ່ ວ່າຊິປັບປຸງ ແຕ່ມັນບໍ່ປັບປຸງງ່າຍເທື່ອ ຊິແມ່ນຍາມໃດ ບໍ່ຮູ້ເທືື່ອ ມີແຕ່ວ່າໄດ້ມາຢືນຕໍ່ແຖວກັນ ຄືເຂົາເຫັນກັນເອົາລົງທາງເຟສນີ້ແຫຼະ.”
ທາງດ້ານນັກວິຊາການ ດ້ານການທ່ອງທ່ຽວ ຢູ່ປະໄທຍທ່ານນຶ່ງ ທີ່ມີຄວາມຮູ້ ແລະປະສົບການໃນການໃຊ້ບໍຣິການຣົຖໄຟລາວ-ຈີນ ໃຫ້ຄວາມເຫັນວ່າ ຄັນວ່າ ຈະມີປີ້ໂດຍສານແບບຢືນ ຢູ່ໃນຕູ້ໂດຍສານຣົຖໄຟ ທ່ານເອງ ກໍເຫັນວ່າ ບໍ່ເໝາະສົມ ແລະກໍມີໂອກາດ ທີ່ຈະເຮັດໃຫ້ເກີດອັນຕຣາຍ ຕໍ່ຜູ້ໂດຍສານນໍາດ້ວຍ ເພາະວ່າ ໂຄງສ້າງໃນຕູ້ໂດຍສານ ຣົຖໄຟລາວ-ຈີນ ບໍ່ເໝາະສົມ ກັບການໃຫ້ຜູ້ໂດຍສານຢືນ ໃນຂະນະທີ່ຣົຖໄຟ ກໍາລັງແລ່ນ.
ດັ່ງທ່ານກ່າວວ່າ:
“ຂ້ອຍວ່າ ມັນບໍ່ໜ້າເໝາະສົມ ກະບໍ່ຮູ້ວ່າເພິ່ນຈະມີການປັບປຸງໂຄງສ້າງ ໃນຕູ້ໂດຍສານຕື່ມຫຼືບໍ່ ຄັນວ່າໃຫ້ຜູ້ໂດຍສານຢືນ ແລ້ວໃຊ້ມືຈັບຕັ່ງນັ່ງ ມັນກະບໍ່ເໝາະສົມ ແຕ່ຖ້າມີການຕິດຕັ້ງ ຮາວໃຫ້ຜູ້ໂດຍສານຈັບສໍາລັບການໂດຍສານແບບຢືນ ແລະຕົບແຕ່ງທາງໃນເພີ່ມຕື່ມ ກໍໜ້າຈະດີ ແຕ່ວ່າດ້ວຍໄລຍະທາງທີ່ໄກ ເປັນຕົ້ນ ຈາກສະຖານີນະຄອນຫຼວງວຽງຈັນ ຫາສະຖານີຫຼວງພຣະບາງ ຄັນຈະໃຫ້ຢືນໂດຍສານໄປ ຂ້ອຍກະຄິດວ່າບໍ່ເໝາະສົມ.”
ມາຮອດປັດຈຸບັນ ຣົຖໄຟລາວ-ຈີນ ເປີດໃຫ້ບໍຣິການຈໍານວນ 3 ຄູ່ໄປ-ກັບ ໄດ້ແກ່ ຖ້ຽວຣົຖໄຟ EMU C82/C81 ນະຄອນຫຼວງວຽງຈັນ-ບໍ່ເຕັນ, ຖ້ຽວຣົຖໄຟ ຄວາມໄວທັມມະດາ K12/K11 ນະຄອນຫຼວງວຽງຈັນ-ບໍ່ເຕັນ ແລະຖ້ຽວຣົຖໄຟ EMU C84/C83 ນະຄອນຫຼວງວຽງຈັນ-ຫຼວງພຣະບາງ ແລະໃນວັນທີ່ 28 ຫາ 29 ກໍຣະກະດາ ນີ້ ຈະເພີ່ມຖ້ຽວຣົຖໄຟ EMU C86/C85 ນະຄອນຫຼວງວຽງຈັນ-ອຸດົມໄຊ ໄປ-ກັບ 1 ຄູ່ ແລະວັນທີ່ 30 ຫາ 31 ກໍຣະກະດາ ນີ້ ກໍຈະເພີ່ມຖ້ຽວຣົົຖໄຟ EMU C92/C91 ນະຄອນຫຼວງວຽງຈັນ-ຫຼວງພຣະບາງ, ໄປ-ກັບ ອີກ 1 ຄູ່, ອີງຕາມຂໍ້ມູນ ຈາກບໍຣິສັດ ທາງຣົຖໄຟລາວ-ຈີນ ຈໍາກັດ ໃນວັນທີ່ 27 ກໍຣະກະດາ 2022 ນີ້.
ຢ່າງໃດກໍຕາມ ກ່ອນໜ້ານີ້ ກໍມີຫາງສຽງວິພາກວິຈານ ກ່ຽວກັບການໃຊ້ບໍຣິການ ຣົຖໄຟລາວ-ຈີນ ຢູ່ເລື້ອຍໆ ຫຼ້າສຸດໃນວັນທີ່ 22 ກໍຣະກະດາ ທີ່ຜ່ານມາ ກໍມີຜູ້ໂດຍສານຈໍານວນຫຼາຍ ພາກັນຈົ່ມ ພາຍຫຼັງຈາກ ຣົຖໄຟລາວ-ຈີນ ຖ້ຽວ EMU C83 ແລະຖ້ຽວຄວາມໄວທັມມະດາ K11 ຕ້ອງໄດ້ຈອດຄ້າງຢູ່ສະຖານີ ຫຼວງພຣະບາງ ເປັນເວລາດົນພໍສົມຄວນ ຍ້ອນເກີດໄຟຟ້າດັບ ເຮັດໃຫ້ການເດີນທາງ ມີຄວາມຫຼ້າຊ້າກວ່າປົກກະຕິ.