ນັກລົງທຶນ ວຽດນາມ ສົນໃຈທີ່ດິນ ໃກ້ຂົວມິຕພາບ ລາວ-ໄທຍ ແຫ່ງທີ 5
2022.07.28

ປັດຈຸບັນ ນັກທຸຣະກິຈ ແລະນັກລົງທຶນ ຊາວວຽດນາມຈໍານວນນຶ່ງ ເຣີ່ມໃຫ້ຄວາມສົນໃຈ ທີ່ດິນຂອງຊາວບ້ານໃນເຂດເມືອງປາກຊັນ ແຂວງບໍຣິຄໍາໄຊ ທີ່ຢູ່ໃກ້ກັບບໍຣິເວນໂຄງການ ກໍ່ສ້າງຂົວມິຕພາບລາວ-ໄທຍ ແຫ່ງທີ່ 5 ປາກຊັນ-ບຶງການ ເພື່ອລົງທຶນສ້າງທຸຣະກິຈຕ່າງໆ ເປັນຕົ້ນ ໂຮງແຮມ, ຣີສອດ ແລະອື່ນໆ ໃນອະນາຄົຕ ແຕ່ໃນເບື້ອງຕົ້ນ ຍັງບໍ່ມີການເຮັດສັນຍາ ຊື້-ຂາຍທີ່ດິນ ກັບຊາວບ້ານຢ່າງຈິງຈັງເທື່ອ.
ດັ່ງຊາວບ້ານທີ່ປະກາດຂາຍດິນ ຢູ່ເມືອງປາກຊັນ ນາງນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ່ 28 ກໍຣະກະດາ ນີ້ວ່າ:
“ແມ່ນຄົນວຽດນາມ ຂະເຈົ້ານັດວ່າ ອອກພັນສາ ເຂົາເຈົ້າຈະມາລົມ ແຕ່ວ່າ ຄັນສົມມຸດວ່າ ຜູ້ໃດຊື້ກະຂາຍ ບໍ່ກ່ຽວຫັ້ນນ່າ ຄັນເວົ້າແມ່ນເວົ້າເປັນເງິນບາທ ເອື້ອຍກະຕັ້ງໂຕເລຂໄວ້ 10 ລ້ານບາທຫັ້ນແຫຼະ ເພາະວ່າມັນໜ້າທາງ 128 ພຸ້ນແຫຼະ ບໍ່ຢູ່ໄກຈາກຂົວມິດຕະພາບບຶງການເນາະ.”
ໃນຂະນະທີ່ ຊາວບ້ານ ທີ່ປະກາດຂາຍດິນ ຢູ່ບໍຣິເວນສົ້ນຂົວມິຕພາບ ລາວ-ໄທຍ ແຫ່ງທີ່ 5 ອີກນາງນຶ່ງ ກ່າວວ່າ ກ່ອນໜ້ານີ້ບໍ່ດົນ ກໍເຄີຍມີນັກລົງທຶນ ຊາວວຽດນາມຣາຍນຶ່ງ ໄດ້ມາຕິດຕໍ່ເບິ່ງດິນ ທີ່ນາງປະກາດຂາຍ ແລະກໍໄດ້ມີການຕໍ່ລອງລາຄາ ຊື້-ຂາຍ ນໍາກັນຢູ່ຫຼາຍເທື່ອ ແຕ່ຫຼັງຈາກນັ້ນກໍມິດງຽບໄປ ຈົນທຸກມື້ນີ້ກໍຍັງບໍ່ທັນໃຫ້ຄໍາຕອບເທື່ອວ່າ ຍັງສົນໃຈທີ່ຈະຊື້ທີ່ດິນບ່ອນດັ່ງກ່າວຢູ່ ຫຼືບໍ່.
ດັ່ງນາງກ່າວວ່າ:
“ເພິ່ນກະມາເບິ່ງ ມາຖາມຢູ່ ບໍ່ເຫັນວ່າຫຍັງ ມີແຕ່ວ່າບາດແລ້ວຊິໃຫ້ຄໍາຕອບ ແລ້ວໂທມາຕໍ່ລາຄາ ລະກະມິດໄປຫັ້ນນ່າ ຢູ່ຫັ້ນມັນກະໄດ້ ຄັນວ່າເຮົາເຮັດເຮົາບຸກເບີກ ແລະເຮົາກະຖົມ ເຮົາກະເຮັດ ມັນກະມີທາງຊອຍເຂົ້າໄປ ກະໂຕຢູ່ສົ້ນຂົວຫັ້ນແຫຼະ.”
ໃນຂະນະດຽວກັນ ຊາວບ້ານຢູ່ເມືອງປາກຊັນ ອີກຫຼາຍຄົນ ທີ່ປະກາດຂາຍດິນ ຢູ່ໃກ້ກັບ ບໍຣິເວນຂົວມິຕພາບ ລາວ-ໄທຍ ແຫ່ງທີ່ 5 ສ່ວນຫຼາຍກໍມີການປະກາດຂາຍທີ່ດິນ ໃນລາຄາສູງກວ່າບ່ອນອື່ນໆ ເພາະເຊື່ອວ່າ ທີ່ດິນບໍຣິເວນດັ່ງກ່າວ ຈະກາຍເປັນດິນເສຖກິຈ ທີ່ນັກລົງທຶນໃຫ້ຄວາມສົນໃຈຈໍານວນຫຼາຍ ພາຍຫຼັງຈາກ ໄດ້ເປີດນໍາໃຊ້ຂົວແຫ່ງນີ້ໃນອະນາຄົດ.
ດັ່ງຊາວບ້ານ ອີກນາງນຶ່ງ ກ່າວວ່າ:
“ລາຄາດິນຫັ້ນ ກະແມ່ນນຶ່ງລ້ານເນາະ (ລ້ານບາດ) ດິນມັນ 2 ເຮັກຕ້າຣ໌ປາຍ ໜ້າຈະໄດ້ໃດ໋ ເພາະວ່າໂຊນມັນກະໂອເຄຢູ່ ກໍໜ້າຈະມີຄົນມາເບິ່ງຫຼາຍ ໃຜກະແນ່ນອນເນາະ ເວົ້າເຣື່ອງເສຖກິຈເນາະ ຖ້າວ່າຂົວແມ່ນຫຍັງແລ້ວ ມັນກະໂອເຄຢູ່.”
ປັດຈຸບັນ ຢູ່ພາຍໃນເມືອງປາກຊັນ ກໍມີນັກທຸຣະກິຈຊາວວຽດນາມ ເຂົ້າມາເຮັດທຸຣະກິຈແລ້ວຈໍານວນບໍ່ໜ້ອຍ ໂດຍສ່ວນຫຼາຍ ມັກເຮັດທຸຣະກິຈປະເພດຮ້ານຂາຍເຄື່ອງ, ໂຮງແຮມ ແລະເຮືອນພັກ ເຊິ່ງຊາວບ້ານກໍພາກັນເຊື່ອວ່າ ຄັນຂົວມິຕພາບລາວ-ໄທຍ ແຫ່ງທີ່ 5 ເປີດໃຊ້ແບບເປັນທາງການແລ້ວ ກໍແຫ່ງຈະເຮັດໃຫ້ຊາວວຽດນາມ ເຂົ້າມາເຮັດທຸຣະກິຈຫຼາຍຂຶ້ນ ເພາະວ່າການເດີນທາງ ລະຫວ່າງໄທຍ, ລາວ ແລະວຽດນາມ ຈະສະດວກຂຶ້ນນໍາ.
ດັ່ງຊາວບ້ານ ອີກນາງນຶ່ງ ກ່າວວ່າ:
“ວຽດຫຼາຍ ມາຄ້າຂາຍ ວຽດສ່ວນຫຼາຍເຂົາກະຄ້າຂາຍ ເຫັນແຕ່ຂະເຈົ້າເຊົ່າເຮືອນຢູ່ຫັ້ນນ່າ ມັນກະມີບ້ານພັກ ມີຫຍັງ ແຕ່ວ່າບໍ່ໄດ້ມາເຊົ່າຂອງຂ້ອຍຫັ້ນນ່າ ກໍໜ້າຈະຫຼາຍຂຶ້ນ ຖ້າມີຂົວຫັ້ນນ່າ.”
ແຕ່ຢ່າງໃດກໍຕາມ ກົດໝາຍລາວ ຍັງບໍ່ອະນຸຍາດໃຫ້ຄົນຕ່າງປະເທດ ສາມາດຊື້ດິນໃນລາວໄດ້ ດັ່ງນັ້ນ ໃນກໍຣະນີທີ່ຊາວວຽດນາມ ທີ່ມີຄວາມສົນໃຈ ຢາກຊື້ດິນຢູ່ແຂວງບໍຣິຄໍາໄຊ ຫຼືແຂວງອື່ນໆໃນລາວ ກໍຈໍາເປັນຕ້ອງໄດ້ໃຫ້ຄົນລາວ ອອກຊື່ໃນການຊື້ທີ່ດິນ ແລະອອກຊື່ ໃນໃບຕາດິນ ຈຶ່ງຈະສາມາດເຮັດການຊື້-ຂາຍດິນນັ້ນໄດ້.
ດັ່ງເຈົ້າໜ້າທີ່ ຜແນກອຸດສາຫະກັມ ແລະການຄ້າ ແຂວງບໍຣິຄໍາໄຊ ກ່າວວ່າ:
“ຢາກມາຊື້ດິນຢູ່ລາວນີ້ ໂອ້ ຄັນວ່າອັນນັ້ນກະ ໃຫ້ຄົນລາວ ອອກເປັນຊື່ຄົນລາວນີ້ກະໄດ້ ແຕ່ວ່າຕ້ອງມີສັນຍາຄັກແນ່ຫັ້ນລະບໍ່ ມັນຈັ່ງຊິໄດ້.”
ທ່ານກ່າວຕື່ມວ່າ ສໍາລັບຣາຍລະອຽດ ກ່ຽວກັບຊາວວຽດນາມ ທີ່ເຂົ້າມາສົນໃຈທີ່ດິນ ຢູ່ຂອບເຂດໃກ້ກັບຂົວມິຕພາບລາວ-ໄທຍ ແຫ່ງທີ່ 5 ນັ້ນ ທ່ານເອງກໍຍັງບໍ່ໄດ້ຮິບໂຮມຂໍ້ມູນຢ່າງຄັກແນ່ ວ່າມີຈໍານວນຫຼາຍສໍ່າໃດ ແຕ່ຄັນມີການຊື້-ຂາຍທີ່ດິນ ລະຫວ່າງຊາວບ້ານ ກັບຊາວວຽດນາມ ກໍຈໍາເປັນຕ້ອງໄດ້ແຈ້ງໃຫ້ທາງການຮັບຊາບ.
ມາຮອດປັດຈຸບັນ ໂຄງການກໍ່ສ້າງຂົວມິຕພາບລາວ-ໄທຍ ແຫ່ງທີ່ 5 ປາກຊັນ-ບຶງການ ທີ່ມີຄວາມຍາວ 1.3 ກິໂລແມັດ ມີຄວາມຄືບໜ້າປະມານ 32% ຄາດວ່າ ຈະສໍາເຣັດພາຍໃນທ້າຍປີ 2023 ແລະເປີດນໍາໃຊ້ແບບເປັນທາງການ ໃນປີ 2024, ອີງຕາມການຣາຍງານ ຂອງທ່ານ ໄລທອງ ພົມມະວົງ ຫົວໜ້າໂຄງການຂົວຂ້າມນໍ້າຂອງ ແຫ່ງທີ່ 5 ເບື້ອງລາວ ເມື່ອເດືອນພຶສພາ ທີ່ຜ່ານມາ.
ຢ່າງໃດກໍຕາມ ນອກຈາກນັ້ນແລ້ວ ກໍຍັງມີຊາວຕ່າງປະເທດ ອີກຈໍານວນຫຼາຍ ທີ່ໃຫ້ຄວາມສົນໃຈທີ່ດິນ ທີ່ໃກ້ຄຽງກັບໂຄງການໃຫຍ່ໃນລາວ ເປັນຕົ້ນ ນັກລົງທຶນຈີນ ທີ່ກໍາລັງໃຫ້ຄວາມສົນໃຈ ທີ່ດິນໃກ້ກັບສະຖານີຣົຖໄຟ ລາວ-ຈີນ ຫຼາຍແຫ່ງໃນລາວ ໂດຍສະເພາະ ໃກ້ກັບສະຖານີ ນະຄອນຫຼວງວຽງຈັນ ເນື່ອງຈາກ ຢູ່ໃກ້ກັບເຂດພັທນາ ທ່າບົກ-ທ່ານາແລ້ງ ແລະເຂດໂລຈິສຕິກສ໌ ພາຣ໌ກ ເຊິ່ງສ່ວນນຶ່ງ ກໍໄດ້ສໍາເຣັດການຊື້-ຂາຍໄປແລ້ວ ໂດຍອາສັຍຊື່ຄົນລາວ ຕ່າງໜ້າໃຫ້, ອີງຕາມການຣາຍງານຂ່າວ ຂອງວິທຍຸເອເຊັຽເສຣີ ໃນກ່ອນໜ້ານີ້.