ລອງເປີດຄືນ ເຂດເສຖກິຈ ພິເສດ ບໍ່ເຕັນ ຫວັງຊ່ອຍ ເສຖກິຈລາວ

ພອນ ພູມມີພອນ
2022.07.26
ລອງເປີດຄືນ ເຂດເສຖກິຈ ພິເສດ ບໍ່ເຕັນ ຫວັງຊ່ອຍ ເສຖກິຈລາວ ເຂດເສຖກິຈ ພິເສດ ບໍ່ເຕັນແດນງານ ແຂວງຫຼວງນ້ຳທາ ວັນທີ 27 ເດືອນພຶສພາ 2022.
RFA

ເຂດເສຖກິຈພິເສດບໍ່ເຕັນແດນງາມ ທີ່ເມືອງຫລວງນໍ້າທາ ແຂວງຫລວງນໍ້າທາ ທົດລອງເປີດເຂດ ຕັ້ງແຕ່ວັນທີ 1 ກໍຣະກະດາ 2022 ນີ້ ເປັນຕົ້ນມາ ພາຍຫລັງທີ່ເຄີຍປະກາດ ປິດການເຂົ້າ-ອອກ ຕັ້ງແຕ່ເດືອນ ພຶສະຈິກາ 2021 ທີ່ຜ່ານມານັ້ນ ຍ້ອນການແຜ່ຣະບາດ ຂອງໂຄວິດ-19 ໂດຍເຣີ່ມອະນຸຍາດໃຫ້ຄົນລາວ ແລະ ຕ່າງປະເທດ ເດີນທາງເຂົ້າ-ອອກ ພາຍໃນເຂດ ເພຶ່ອດຳເນີນທຸຣກິຈ ແລະ ການທ່ອງທ່ຽວໄດ້ ໂດຍບໍ່ມີການກວດຫາເຊື້ອໂຄວິດ-19 ອີກຕໍ່ໄປ.

ດັ່ງເຈົ້າໜ້າທີ່ ຄຸ້ມຄອງເຂດເສຖກິຈພິເສດ ບໍ່ເຕັນແດນງາມ ແຂວງຫລວງນໍ້າທາ ທ່ານນຶ່ງ ກ່າວຕໍ່ ວິທະຍຸ ເອເຊັຽເສຣີ ໃນມື້ວັນທີ 4 ກໍຣະກະດາ ທີ່ຜ່ານມານີ້ວ່າ:

“ເປີດເປັນທາງການແລ້ວ ເປີດຕັງແຕ່ເດືອນ 7 ວັນທີ 1. ປົກກະຕິຄົນອື່ນເຂົ້າມານີ້ ມາຫລີ້ນມາຫຍັງ, ປົກກະຕິຂະເຈົ້າບໍ່ໄດ້ກວດ. ໄລຍະນີ້ ກໍຫາກໍເປີດ ແລ້ວກະບໍ່ຄ່ອຍມີແຂກ ຫລືວ່າ ນັກທ່ອງທ່ຽວຕ່າງປະເທດມາ.

ທ່ານກ່າວຕື່ມອີກວ່າ ຫລັງຈາກທົດລອງເປີດ ເຂດເສຖກິຈພິເສດບໍ່ເຕັນແດນງາມ ມາໄດ້ 4ມື້ ສະພາບໂດຍລວມ ກໍຍັງຖືວ່າ ງຽບເຫງົາຫລາຍ ຂະນະທີ່ໂຮງແຮມ, ເຮືອນພັກ ແລະ ຮ້ານຄ້າຕ່າງໆ ພາຍໃນເຂດ ກໍຍັງບໍ່ທັນກັບມາເປີດເທຶ່ອ ເພາະສ່ວນຫລາຍ ກໍເປັນທຸຣກິຈຂອງຄົນຈີນ ແລະ ພວກເຂົາເຈົ້າກໍຍັງຂ້າມມາປະເທດລາວ ບໍ່ໄດ້ເທຶ່ອ.

ເຖິງຢ່າງໃດກໍຕາມ ຄະນະຄຸ້ມຄອງ ເຂດເສຖກິຈພິເສດບໍ່ເຕັນແດນງາມ ຈະອະນຸຍາດໃຫ້ຄົນງານຈີນ ທີ່ເຮັດວຽກຢູ່ພາຍໃນເຂດ ສາມາດແຈ້ງເຈດຈຳນົງ ຂໍເດີນທາງກັບຄືນປະເທດຈີນໄດ້ ແຕ່ກໍຍັງຄົງໄວ້ ເຊຶ່ງມາຕການເປີດດ່ານສາກົລ ໂດຍທາງເຂດຈະຕັ້ງດ້ານກວດຫາ ເຊື້ອໂຄວິດ-19 ຢູ່ບໍຣິເວນໜ້າເຂດເສຖກິຈພິເສດ ຫາກບໍ່ພົບເຊື້ອໂຄວິດ-19 ຈະອະນຸຍາດໃຫ້ກັບປະເທດຈີນໄດ້ ແຕ່ຫາກພົບເຊື້ອ ກໍຈະກັກໂຕຢູ່ພາຍໃນເຂດຄືເກົ່າກ່ອນ.

ຂະນະທີ່ເຈົ້າໜ້າທີ່ຫ້ອງວ່າການ ແຂວງຫລວງນໍ້າທາ ກ່າວວ່າ ໃນປັຈຸບັນ ເຖິງຈະມີການທົດລອງ ເປີດເຂດເສຖກິຈພິເສດບໍ່ເຕັນແດນງາມ ແລ້ວກໍຕາມ ແຕ່ການເດີນທາງເຂົ້າ-ອອກ ປະເທດລາວ ກັບ ປະເທດຈີນ ກໍຍັງບໍ່ສາມາດເຂົາອອກໄດ້ເທຶ່ອ ຍົກເວັ້ນຄົນທີ່ໄດ້ຮັບອະນຸຍາດ ຈາກຣັຖບານທັງສອງຝ່າຍ ແລະ ການຂົນສົ່ງສິນຄ້າເທົ່ານັນ.

ສ່ວນຄົນຈີນ ທີ່ຈະເດີນທາງເຂົ້າປະເທດລາວ ເພຶ່ອມາດຳເນີນທຸຣກິຈ ຢູ່ພາຍໃນເຂດເສຖກິຈພິເສດບໍ່ເຕັນແດນງາມ ຈະຕ້ອງໄດ້ຮັບອະນຸຍາດ ຈາກທາງການຈີນກ່ອນ. ຫາກໄດ້ຮັບອະນຸຍາດແລ້ວ ກໍສາມາດເຂົ້າປະເທດລາວໄດ້ຕາມປົກກະຕິ ພຽງແຕ່ສະແດງຜົລກວດຫາ ເຊື້ອໂຄວິດ-19 ກ່ອນ ໂດຍບໍ່ມີການກັກໂຕ.

ດັ່ງເຈົ້າໜ້າທີ່ ຫ້ອງວ່າການ ແຂວງຫລວງນໍ້າທາທ່ານນຶ່ງ ກ່າວຕໍ່ວິທະຍຸ ເອເຊັຽເສຣີ ໃນມື້ດຽວກັນນັ້ນວ່າ:

“ຍັງໆ ບໍ່ທັນມີແຈ້ງເທຶ່ອເນາະ ວ່າແມ່ນເຂົ້າ-ອອກ ປົກຕິແລ້ວ ຫັ້ນນ່າເນາະ ເພາະວ່າ ໄລຍະຣະບາດ ຂອງ ເຊຶ້ອໂຄວິດນີ້ ຄົນຈີນກະຢາກກັບຫລາຍເນາະ. ຖືວ່າ ຍັງໆເຂັ້ມງວດຢູ່. ໝາຍຄວາມວ່າ ທາງເບື້ອງເຮົານີ້ ເຮົາກະເປີດປົກຕິເນາະ ແຕ່ວ່າທາງເບື້ອງຈີນນີ້ ເພີ່ນຍັງເຂັ້ມງວດຢູ່ເນາະ.”

ກ່ຽວກັບເຣຶ່ອງນີ້ ຜູ້ປະກອບການເຮືອນພັກ ຢູ່ບໍຣິເວນ ເຂດເສຖກິຈພິເສດບໍ່ເຕັນແດນງາມ ກ່າວວ່າ ພາຍຫລັງທີ່ໄດ້ທົດລອງ ເປີດເຂດເສຖກິຈພິເສດບໍ່ເຕັນແດນງາມ ກໍຍັງບໍ່ເຫັນນັກທ່ອງທ່ຽວ ທັງຈາກພາຍໃນ ແລະ ຕ່າງປະເທດ ໂດຍສະເພາະຄົນຈີນ ເຂົ້າມາທ່ອງທ່ຽວຫລາຍປານໃດເທຶ່ອ. ໃນແງ່ນຶ່ງ ກໍອາດເປັນຍ້ອນທາງການຈີນ ຍັງເຂັ້ມງວດ ໃນມາຕການປິດດ່ານສາກົນຢູ່.

ເຖິງຢ່າງໃດກໍຕາມ ຫາກທາງການຈີນຫລຸດຜ່ອນມາຕການ ແລ້ວເປີດດ່ານສາກົລຄືນໃໝ່ ກໍເຊື່ອໝັ້ນວ່າ ສະພາບການດຳເນີນທຸຣກິຈ ແລະ ການທ່ອງທ່ຽວ ພາຍໃນເຂດເສຖກິຈພິເສດບໍ່ເຕັນແດນງາມ ແລະ ຊາຍແດນລາວຈີນ ຈະກັບມາຄື້ກຄື້ນ ແລະ ສາມາດຟື້ນໂຕໄດ້ດີຂຶ້ນກວ່ານີ້ ຢ່າງແນ່ນອນ.

ດັ່ງຜູ້ປະກອບການເຮືອນພັກ ຢູ່ເຂດເສຖກິຈພິເສດບໍ່ເຕັນແດນງາມ ໃນແຂວງຫລວງນໍ້າທາ ກ່າວຕໍ່ວິທະຍຸ ເອເຊັຽເສຣີ ໃນມື້ດຽວກັນນັ້ນວ່າ:

“ເຂົາຫາກໍເປີດຄາສິໂນໄດ້ 2-3ມື້ນີ້ ແຕ່ວ່າຄົນກະບໍ່ຫລາຍ ຄົນກະບໍ່ມີ. ເຮົາກະໄດ້ຍິນຂ່າວວ່າຢູ່ (ເປີດດ່ານ) ບາດມາເບິ່ງ ຕາມສະພາບນີ້ກ່ອນ ບຶດນຶ່ງເຂົາຊິເປີດກະບໍ່ຮູ້ແຫລະ.”

ຜູ້ປະກອບການຊາວໄທຍ ທີ່ເຂົ້າມາເປີດຮ້ານອາຫານໄທຍ ຢູ່ເຂດເສຖກິຈພິເສດບໍ່ເຕັນແດນງາມ ກໍກ່າວວ່າ ສະພາບການດຳເນີນທຸຣກິຈ ແລະ ການທ່ອງທ່ຽວ ພາຍໃນເຂດດັ່ງກ່າວ ກໍຂ້ອນຂ້າງງຽບເຫົງາຢຸູ່ ເຊິ່ງມີແຕ່ຄົນລາວ ເຂົ້າໄປທ່ອງທ່ຽວພຽງເລັກໜ້ອຍ ແລະ ຍັງບໍ່ມີນັກທ່ອງທ່ຽວຈີນພໍປານໃດ.

ສ່ວນການເດີນທາງເຂົ້າ-ອອກ ປະເທດຈີນ ທາງການຈີນ ກໍຍັງອະນຸຍາດ ໃຫ້ສະເພາະພົລເມືອງຈີນ ທີ່ມີຈຸດປະສົງ ຈະເດີນທາງກັບຄືນປະເທດຈີນເທົ່ານັ້ນ. ສ່ວນຄົນລາວ ກໍຍັງບໍ່ສາມາດຂ້າມໄປໄດ້ເທຶ່ອ.

ດັ່ງຜູ້ປະກອບການຊາວໄທຍ ທີ່ເຂົ້າໄປເຮັດທຸຣກິຈ ເປີດຮ້ານອາຫານໄທຍ ຢູ່ເຂດເສຖກິຈພິເສດບໍ່ເຕັນແດນງາມ ກໍກ່າວຕໍ່ວິທະຍຸເອເຊັຽເສຣີ ໃນມື້ດຽວກັນນັ້ນວ່າ:

ທ່ານວ່າ “ເຂົ້າຈີນ ຍັງບໍ່ໄດ້ເປີດ ເປີດພຽງແຕ່ໄປບໍ່ເຕັນ ບ່ອນນີ້ ເມື່ອກ່ອນມັນປິດ. (ເຂົ້າໄປຈີນ) ຄົນຈີນກະໄດ້ໆ ແຕ່ວ່າ ຄົນລາວຍັງເຂົ້າໄປບໍ່ໄດ້ເທຶ່ອ.”

ສ່ວນຜູ້ປະກອບການ ທີ່ເຮັດທຸຣກິຈໃຫ້ເຊົ່າຕຶກຫ້ອງແຖວ ໃກ້ກັບເຂດເສຖກິຈພິເສດບໍ່ເຕັນແດນງາມ ກໍກ່າວໃນທຳນອງດຽວກັນວ່າ ຫລັງຈາກປິດດ່ານເຂົ້າ-ອອກ ເຂດເສຖກິຈພິເສດເຕັນແດນງາມ ໄປຫລາຍເດືອນ ກໍເຮັດໃຫ້ການດຳເນີນທຸຣກິຈ, ການບໍຣິການ ແລະ ການທ່ອງທ່ຽວ ມິດງຽບໄປຫລາຍເຕີບ. ສະນັ້ນແລ້ວ ເພຶ່ອເປັນການກະຕຸ້ນເສຖກິຈ ພາຍໃນເຂດດັ່ງກ່າວ ໃຫ້ກັບມາຟື້ນໂຕ ກະຈຳເປັນຕ້ອງໄດ້ເປີດ ເຂດເສຖກິຈພິເສດບໍ່ເຕັນແດນງາມ ຢ່າງເຕັມຮູບແບບ ໃຫ້ໄວທີ່ສຸດ.

ນອກຈາກນີ້ ນັກລົງທຶນຈີນ ທັງຣາຍນ້ອຍ-ຣາຍໃຫຍ່ ທີ່ເຂົ້າມາລົງທຶນຢູ່ລາວ ຕ່າງກໍຫວັງວ່າ ທາງການຈີນ ຈະຮີບດ່ວນເປີດປະເທດ ເພຶ່ອຈະເຮັດໃຫ້ ໂຄງການເສັ້ນທາງຣົຖໄຟລາວ-ຈີນເຊື່ອມຕໍ່ກັນ ເຊິ່ງຈະເຮັດໃຫ້ຄົນຈີນ ຈຳນວນຫລາຍ ຫລັ່ງໄຫລເດີນທາງເຂົ້າມາ ຊອກເຮັດວຽກ, ທ່ອງທ່ຽວ ແລະ ຄ້າຂາຍ ພາຍໃນເຂດ ເສຖກິຈພິເສດບໍ່ເຕັນແດນງາມ ແລະ ໃນປະເທດລາວເພີ່ມຂຶ້ນ.

ດັ່ງຜູ້ປະກອບການ ທີ່ເຮັດທຸຣກິຈໃຫ້ເຊົ່າຕຶກຫ້ອງແຖວ ໃກ້ກັບເຂດເສຖກິຈພິເສດບໍ່ເຕັນແດນງາມ ໃນແຂວງຫລວງນໍ້າທາ ກ່າວຕໍ່ ວິທະຍຸເອເຊັຽເສຣີ ໃນມື້ດຽວກັນນັນວ່າ:

“ຈີນ, ຂະເຈົ້າ ກະຢາກເປີດຣົຖໄຟຫັ້ນ ຈີນເຂົາລົງທຶນໜັກຢູ່ ແລ້ວ ເຂົາກໍຢາກເປີດສາຍທົວ ອັນຣົຖໄຟຂະເຈົ້າຫັ້ນ. ແລ້ວບາດນີ້ ຄັນເຂົ້າລາວເຮົາ ລາວພັດວ່າປະເທດນ້ອຍເດ່ ໄດ້ແຕ່ນັ່ງຖ້າ ເພິ່ນເຮັດແນວໃດກະເຮັດ ເພິ່ນຊິເປີດມື້ໃດ ກະຖ້າແຕ່ໃຫ້ເພິ່ນເປີດ.

ເຖິງຢ່າງໃດກໍຕາມ ນະໂຍບາຍ ການທົດລອງເປີດເຂດ ເສຖກິຈພິເສດບໍ່ເຕັນແດນງາມ ອາດປັບປຸງ ໄປຕາມສະພາບການແຜ່ຣະບາດ ຂອງໂຄວິດ-19 ຂອງປະເທດລາວ ແລະ ເຂດເສຖກິຈພິເສດບໍ່ເຕັນແດນງາມເອງ ໂດຍທາງເຂດດັ່ງກ່າວ ຍັງຂໍຮ້ອງໃຫ້ທຸກຄົນ ໄສ່ຜ້າອັດປາກ, ອັດດັງ ຕລອດເວລາ, ລ້າງມືເລື້ອຍໆ ຫາກກວດພົບເຊື້ອໂຄວິດ-19 ຈະຕ້ອງໄດ້ຣາຍງານ ຕໍ່ຄະນະຄຸ້ມຄອງ ເຂດເສຖກິຈພິເສດບໍ່ເຕັນແດນງາມ ທັນທີ ເພຶ່ອສະກັດກັ້ນ ແລະ ປ້ອງກັນການແຜ່ຣະບາດ ຂອງໂຄວິດ-19 ເພີ່ມຕື່ມ.

ທາງພະເເນກແຮງງານ ແລະ ສວັດດີການສັງຄົມ ແຂວງຫລວງນໍ້າທາ ກໍໄດ້ຣາຍງານວ່າ ນັບແຕ່ມີການກໍ່ຕັ້ງ ເສຖກິຈພິເສດບໍ່ເຕັນແດນງາມ ຂຶ້ນມາ ກໍຍັງບໍ່ສາມາດຮີບໂຮມຂໍ້ມູນ ກຸ່ມຄົນງານຈີນ ພາຍໃນເຂດດັ່ງກ່າວໄດ້ໝົດເທຶ່ອ ເພາະຜ່ານມາ ພວກກຸ່ມຄົນງານຈີນ ເດີນທາງເຂົ້າ-ອອກ ພາຍໃນເຂດດັ່ງກ່າວ ຕລອດເວລາ ເນຶ່ອງຈາກ ເຂດເສຖກິຈດັ່ງກ່າວ ຕິດກັບຊາຍແດນຈີນ ຈຶ່ງເຮັດໃຫ້ການເຂົ້າອອກ ສະດວກສະບາຍ.

ອີກອັນນຶ່ງ ທາງການແຂວງຫລວງນໍ້າທາ ກໍໄດ້ພະຍາຍາມ ທີ່ຈະປັບປຸງລະບຽບການຕ່າງໆ ເພຶ່ອໃຫ້ສອດຄ່ອງ ກັບກົດໝາຍຄຸ້ມຄອງແຮງງານ ທີ່ຣັຖບານລາວ ກຳນົດໄວ້ ໂດຍ ຈະເລັ່ງຂຶ້ນທະບຽນຄົນງານຈີນ ແລະ ຄົນງານທຸກປະເທດ ທີ່ເຮັດວຽກ ຢູ່ພາຍໃນເຂດເສຖກິຈພິເສດບໍ່ເຕັນແດນງາມ ເພຶ່ອເປັນຖານຂໍ້ມູນ ແລະ ແກ້ໄຂບັນຫາ ການເຂົ້າ-ອອກ ໂດຍບໍໍ່ໄດ້ຮັບອະນຸຍາດ ແລະ ປ້ອງກັນເຫດອາຊຍາກັມ ທີ່ອາດເກີດຂຶ້ນໄດ້ທຸກເວລາ ໃນອານາຄົດນຳດ້ວຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.