ຄົນຈີນເຂົ້າມາລາວ ຜ່ານດ່ານບໍ່ເຕັນ 400,000 ປາຍຄົນ ໃນປີ 2023
2024.03.06

ເຈົ້າໜ້າທີ່ ຕໍາຣວດກວດຄົນເຂົ້າ-ອອກ ເມືອງ ໄດ້ຣາຍງານວ່າ ໃນປີ 2023 ທີ່ຜ່ານມາ ສະເພາະແຕ່ດ່ານບໍ່ເຕັນ ແຂວງຫລວງນໍ້າທາ ມີຄົນຈີນເດີນທາງເຂົ້າມາປະເທດລາວ ປະມານ 400,000 ປາຍຄົນ.
ຄົນຈີນທີ່ເຂົ້າມາລາວ ຜ່ານດ່ານສາກົລບໍ່ເຕັນ ແຂວງຫຼວງນ້ຳທາ ສ່ວນນຶ່ງກໍຈະເຂົ້າມາທ່ອງທ່ຽວ ແຂວງ ຫຼວງພຣະບາງ ດ້ວຍຣົຖໄຟລາວ-ຈີນ ແລະອີກສ່ວນນຶ່ງ ກໍໄປເຮັດວຽກຢູ່ໃນກາສິໂນ ເຂດເສຖກິຈພິເສດສາມຫຼ່ຽມຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ແລະ ອີກສ່ວນນຶ່ງກໍເດີນທາງໄປແຂວງອື່ນໆ ລວມທັງນະຄອນຫລວງວຽງຈັນ.
ຊາວບ້ານ ຜູ້ນຶ່ງ ຢູ່ແຂວງຫຼວງນ້ຳທາ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 5 ມີນາ ນີ້ວ່າ:
“ຈີນເຂົາເຈົ້າມາທ່ອງທ່ຽວ, ສອງມາກະເຮັດວຽກຢູ່ເມືອງຕົ້ນເຜິ້ງ. (ຫຼາຍ) ພໍສົມຄວນຢູ່ໃດ. ທາງນີ້ກະບໍ່ຮູ້ນ່າ ເພາະວ່າມັນບໍ່ໄດ້ໄປຜ່ານແດ່ ກະມີແຕ່ຂ່າວຄາວ. ນ້ອງໆ ເຂົາເຈົ້າໄປເຮັດວຽກ ບໍ່ຮູ້ວ່າເຂົາເຈົ້າເຮັດຖືກ ຫຼືຜິດ. ແມ່ນເຣື່ອງກາສິໂນຫຼາຍກວ່າ. ຍັງເທື່ອໃດ, ເຂົາເຈົ້າໄປທາງຫຼວງພຣະບາງ ຫຼາຍກວ່າ.”
ຊາວຈີນ ທີ່ເຂົ້າມາແຂວງຫຼວງນ້ຳທາ ສ່ວນຫຼາຍ ບໍ່ໄດ້ເຂົ້າມາໃນຖານະນັກທ່ອງທ່ຽວ ແຕ່ວ່າເປັນນັກທຸຣະກິຈ. ໃນນັ້ນ ສ່ວນນຶ່ງເຂົ້າມາຮັບສັມປະທານ ຂຸດຄົ້ນບໍ່ແຮ່ ຕາມທີ່ຣັຖບານລາວອະນຸຍາດໃຫ້.
ເຈົ້າໜ້າທີ່ ຂແນງການທ່ອງທ່ຽວ ທ່ານນຶ່ງ ຢູ່ແຂວງຫຼວງນ້ຳທາ ທີ່ບໍ່ປະສົງອອກຊື່ ໄດ້ກ່າວວ່າ:
“ຫຼວງນ້ຳທານີ້ບໍ່? ສ່ວນຫຼາຍເຂົາເຈົ້າຈະມາເຮັດທຸຣະກິຈຫຼາຍກ່ອນຕີີ້, ຫຼວງນ້ຳທານ່າ. ສ່ວນຫຼາຍເຂົາເຈົ້າກໍມາເຮັດຂຸດຄົ້ນບໍ່ແຮ່ ອີ່ຫຍັງແບບນີ້ນ່າ. ແມ່ນແຫຼະ, ເພາະວ່າເຂົາເຈົ້າຈະມາຈັດສັນຊີ້ນ່າ ເພິ່ນຈະອະນຸມັດໃຫ້ ແມ່ນປະມານນັ້ນແຫຼະ.”

ມີຄົນຈີນເດີນທາງເຂົ້າມາຢູ່ອາໄສ ແລະເຊົ່າເຮືອນຢູ່ນະຄອນຫຼວງວຽງຈັນ ເປັນຈຳນວນຫຼາຍເຊັ່ນດຽວກັນ, ແຕ່ ຄົນຈີນບາງກຸ່ມ ທີ່ມາເຊົ່າເຮືອນຢູ່ນະຄອນຫລວງວຽງຈັນ ເຮັດໃຫ້ເຄື່ອງເຮືອນເສັຽຫາຍ ເຊັ່ນ ເຈົ້າຂອງເຮືອນພັກບາງຄົນ ພົບວ່າ ເຄື່ອງປັບອາກາດ, ສາຍໄຟ ແລະ ເຄື່ອງໃຊ້ໄຟຟ້າ ຈໍານວນຫຼາຍ ຖືກລັກໄປ. ນອກຈາກນີ້ ເຈົ້າຂອງບ້ານພັກຍັງສົງໄສວ່າ ກຸ່ມຄົນຈີນດັ່ງກ່າວ ເປັນແກ້ງມິດສາຊີບ ຫຼື ແກ້ງຄໍເຊັນເຕີ້ ເພາະວ່າ ລາວໄດ້ພົບຄີບອດຄອມພິວເຕີຈໍານວນ 10 ປາຍ ອັນ.
ເຈົ້າຂອງເຮືອນໃຫ້ເຊົ່າ ນາງນຶ່ງ ຢູ່ນະຄອນຫຼວງວຽງຈັນ ໄດ້ກ່າວວ່າ:
“ຫຼາຍ, ຫຼາຍແຮງ. ບໍ່ແນ່ໃຈວ່າເຂົາເຮັດຄໍເຊັນເຕີ້ບໍ່. ແຕ່ຄັນໃຫ້ການ ຕາມການຄາດເດົາຂອງຂ້ອຍ ເຂົາເຈົ້າໜ້າຈະເຮັດຄໍເຊັນເຕີ້. ເພາະວ່າຂ້ອຍເຫັນຄີບອດຖິ້ມຢູ່ບ້ານຂ້ອຍ ປະມານ 10 ປາຍອັນ ແຕ່ວ່າກະແບບ ຕຳຣວດກະເກັບໄປໝົດດອກ, ບໍ່ໄດ້ແບບມີໄວ້ຢູ່ບ້ານຂ້ອຍດອກ.”
ເຈົ້າຂອງເຮືອນນາງນີ້ ກ່າວອີກວ່າ ນາງໄດ້ໄປແຈ້ງຄວາມດຳເນີນຄະດີ ນຳຜູ້ເຊົ່າເຮືອນຊາວຈີນດັ່ງກ່າວໄວ້ແລ້ວ ແຕ່ຈາກການສຶບສວນ-ສອບສວນ ຂອງເຈົ້າໜ້າທີ່ຕຳຣວດ ປະກົດວ່າ ຄົນຈີນເຫຼົ່ານັ້ນໄດ້ຫຼົບໜີກັບຄືນປະເທດຈີນໄປແລ້ວ. ນອກຈາກນີ້, ນາງກໍຮຽກຮ້ອງໃຫ້ເຈົ້າໜ້າທີ່ຕຳຣວດ ດຳເນີນຄະດີຕໍ່ນາຍໜ້າຄົນຈີນ ເພື່ອຊົດໃຊ້ຄ່າເສັຽຫາຍ.
ໃນສາຍຕາຂອງນັກທຸຣະກິຈ ຕ່າງປະເທດ, ຊາວຈີນທີ່ເຂົ້າມາປະເທດລາວ ສ່ວນຫຼາຍ ບໍ່ສາມາດເຮັດທຸຣະກິຈຢູ່ຈີນໄດ້ ຍ້ອນວ່າ ການແຂ່ງຂັນສູງ ສະນັ້ນເຂົາເຈົ້າຈຶ່ງມາຫາໂອກາດໃໝ່ມາເຮັດທຸຣະກິຈຢູ່ປະເທດລາວ.
ນັກທຸຣະກິຈ ຊາວໄທຍ ທ່ານໜຶ່ງ ຢູ່ນະຄອນຫຼວງວຽງຈັນ ກ່າວວ່າ:
(ພາສາໄທຍ) “ເປັນຮ້ານຂອງຄົນຈີນຫຼາຍຂຶ້ນ. ແຕ່ນີ້ມັນບໍ່ແມ່ນ, ມັນມີຄວາມຮູ້ສຶກບໍ່ຈົບບໍ່ງາມຢູ່ ແຕ່ອາດຈະຕ້ອງໃຊ້ໄລຍະເວລາໜ້ອຍນຶ່ງ ທີ່ຄົນຈີນຈະປັບໂຕ. ເຮົາເບິ່ງແລ້ວ, ກໍບໍ່ແມ່ນຄົນມີເງິນຈາກຈີນມາ ກໍເປັນຄົນທີ່ອາດຈະຄ້າຂາຍຢູ່ຈີນບໍ່ໄຫວ ຍ້ອນຈີນມີການແຂ່ງຂັນສູງຫຼາຍ. ເຂົາເຈົ້າຈຶ່ງຍົກຍ້າຍໂຕເອງມາຢູ່ລາວນີ້.”

ຕໍ່ກັບເຣື່ອງນີ້, ວິທຍຸເອເຊັຽເສຣີ ພະຍາຍາມຕິດຕໍ່ຫາ ເຈົ້າໜ້າທີ່ ຕມ ດ່ານສາກົລບໍ່ເຕັນ ແຂວງຫຼວງນ້ຳທາ ແຕ່ບໍ່ມີເຈົ້າໜ້າທີ່ຜູ້ໃດຮັບໂທລະສັບ.
ໃນໄລຍະຜ່ານມາ, ການເຂົ້າມາຂອງຄົນຈີນຢູ່ລາວ ກໍໄດ້ນຳມາສູ່ຫຼາຍບັນຫາສັງຄົມ ທີ່ເກີດຂຶ້ນ ເປັນຕົ້ນ ການຕົວະຍົວະ ເອົາແມ່ຍິງແລະເດັກຍິງລາວ ເຂົ້າສູ່ຂບວນການຄ້າມະນຸດ, ມີການຄາດຕະກໍາທີ່ພົວພັນກັບຄົນຈີນເກີດຂຶ້ນ.
ໃນບາງກໍລະນີ ຄົນຈີນຈໍານວນໜຶ່ງ ກໍປະພຶດໂຕແບບບໍ່ເຄົາລົບກົດໝາຍລາວ ເຊັ່ນ ການຂັບຣົຖໄວ, ຕຳແລ້ວໜີ ໃນຂະນະທີ່ ທີ່ເຈົ້າໜ້າທີ່ກ່ຽວຂ້ອງ ບໍ່ສາມາດແກ້ໄຂບັນຫາດັ່ງກ່າວໄດ້ເລີຍ.
ໃນປີ 2023 ມີຄົນເດີນທາງເຂົ້າມາປະເທດລາວ ຜ່ານດ່ານ ສາກົນບໍ່ເຕັນ 654,000 ຄົນ ໃນນັ້ນ ມີຄົນຈີນ 434,500 ຄົນ, ຄົນລາວ 206,000 ຄົນ ແລະ ສ່ວນທີ່ເຫຼືອ ເປັນຄົນຊາດອື່ນໆ ອີງຕາມການລາຍງານຂອງ ທ່ານ ພັນໂທ ດາວເພັດ ຄໍາທອງ ຫົວໜ້າຕໍາຣວດກວດກາ ຄົນເຂົ້າ-ອອກເມືອງ ປະຈໍາດ່ານບໍ່ເຕັນ ແຂວງຫລວງນ້ຳທາ.