ເຂດເສຖກິຈພິເສດບໍ່ເຕັນ ຮອງຮັບຄົນງານລາວ ໄດ້ໜ້ອຍ

ພອນ ພູມມີທອນ
2023.09.28
ເຂດເສຖກິຈພິເສດບໍ່ເຕັນ ຮອງຮັບຄົນງານລາວ ໄດ້ໜ້ອຍ ເຂດເສຖກິຈພິເສດ ບໍ່ເຕັນແດນງານ ແຂວງຫຼວງນ້ຳທາ, ເດືອນມິຖຸນາ ປີ 2022.
ນັກຂ່າວ ພົລເມືອງ

ໃນເຂດເສຖກິຈພິເສດ ບໍ່ເຕັນແດນງາມ ແຂວງຫລວງນໍ້າທາ ມີຄົນງານທັງໝົດ 2,232 ຄົນ ໃນນີ້ ມີຄົນລາວ 1,783 ຄົນ ນອກນັ້ນ ເປັນຄົນຕ່າງປະເທດ ໂດຍສະເພາະຄົນຈີນ ແລະ ມີ ບໍຣິສັດ ຈຳນວນ 298 ບໍຣິສັດ ອີງຕາມການຣາຍງານ ຂອງ ທ່ານ ອ່ອນຈັນ ຄຳພາວົງ ຮອງເຈົ້າແຂວງຫລວງນໍ້າທາ ໄດ້ຣາຍງານຕໍ່ ທ່ານ ສອນໄຊ ສີພັນດອນ ນາຍົກ ຣັຖມັນຕຣີ ເມື່ອບໍ່ດົນມານີ້ ຂະນະທີ່ເຈົ້າໜ້າທີ່ ແຮງງານ ໃນແຂວງຫລວງນໍ້າທາ ທ່ານນຶ່ງ ຜູ້ຂໍສງວນຊື່ ແລະ ຕຳແໜ່ງ ໄດ້ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 28 ກັນຍານີ້ວ່າ ຕາມການຣາຍງານ ຂອງຮອງເຈົ້າແຂວງຫລວງນໍ້າທາ ມີຄົນງານພາຍໃນ ເຂດ ເສຖກິຈພິເສດບໍ່ເຕັນແດນງາມ ທັງໝົດ 2,200 ປາຍຄົນ ແລ້ວມີ ຄົນລາວທັງໝົດ 1,783 ຄົນນັນ ແມ່ນຢູ່ວ່າ ມີຄົນລາວຫລາຍກວ່າ ຄົນຕ່າງປະເທດ ແຕ່ວ່າ ໃນຄວາມເປັນຈິງແລ້ວ ເປີດຈິງຈັງມາໄດ້ 7 ປີ ກໍຖືວ່າ ຍັງມີຈຳນວນຄົນງານລາວ ໃນເຂດເສຖກິຈພິເສດບໍ່ເຕັນແດນງາມ ຈຳນວນໜ້ອຍຢູ່ ທັງໝົດມີບໍຣິສັດ ເກືອບ 300 ບໍຣິສັດ.

ສ່ວນສາເຫດ ທີ່ຄົນງານລາວ ໃນເຂດເສຖກິຈພິເສດບໍ່ເຕັນ ມີຈຳນວນໜ້ອຍ ແລະ ຄົນລາວ ບໍ່ນິຍົມເຂົາໄປເຮັດວຽກໃນເຂດນີ້ ກໍຍ້ອນວ່າ ທາງເຂດເສຖກິຈບໍ່ເຕັນ ຍັງບໍ່ມີຄວາມພ້ອມ ທີ່ຈະໂຄສະນາເຜີຍແຜ່ວຽກງານທຳ ຢ່າງທົ່ວເຖິງ ແລະ ຍັງບໍ່ມີເຈົ້າໜ້າທີ່ແຮງງານຂອງລາວ ເຂົ້າໄປເຮັດວຽກພາຍໃນເຂດ ເພື່ອຄຸ້ມຄອງແຮງງານໃນຫລາຍໆດ້ານ, ດັ່ງທ່ານກ່າວວ່າ:

“ແຕ່ວ່າ ສ່ວນຫລາຍແຮງງານຈີນຫລາຍເດ່ ເປັນຫຍັງເຂົາບໍ່ນິຍົມໄປ ທີ່ວ່າແຮງງານເຮົາໄປເຮັດວຽກຢູ່ຫັ້ນນ່າ ບໍ່ມີສັນຍາແຮງງານເນາະ ເອົາບໍ່ສາມາດເຂົ້າເຖິງ ບໍ່ມີຄ່າຄຸ້ມຄອງແຮງງານ ບໍ່ມີສວັດດີການອິຫຍັງຫັ້ນແຫລະ ດຽວນີ້ທາງບໍຣິສັດ ເພິ່ນກໍຍັງບໍ່ທັນມີຄວາມພ້ອມ ກໍຍັງບໍ່ເຂົ້າເຖິງທີ່ຈັດຫາງານເຮົາເນາະ ມີສອງບໍຣິສັດເນາະ ທີ່ວ່າເຂົາເຈົ້າຍັງເຂົ້າໃຈ ແລະ ໃຫ້ເຮົາມາເປັນຜູ້ປະກາດ.”

ເຈົ້າໜ້າທີ່ ທີ່ແຮງງານ ແຂວງຫລວງນໍ້າທາ ທ່ານນີ້ ຍັງກ່າວຕື່ມວ່າ ສຳລັບແຜນໃນອະນາຄົດ ທີ່ຣັຖບານໄດ້ມີການປະຊຸມກັນ ຫວ່າງວັນທີ 26 ກັນຍາ 2023 ທີ່ຜ່ານມາ ຈະເຮັດຂໍ້ຕົກລົງຮ່ວມກັນ ກັບ ທາງເຂດເສຖກິຈພິເສດບໍ່ເຕັນແດນງາມ ໂດຍໃຫ້ທາງເຈົ້າໜ້າທີ່ແຮງງານລາວ ເຂົ້າໄປເຮັດວຽກພາຍໃນເຂດ ເພື່ອເກັບກຳຂໍ້ມູນຄົງານລາວ ແລະ ຄົນງານຕ່າງປະເທດ ລວມເຖິງຕ້ອງມີການຄຸ້ມຄອງ ແຮງງານ ສວັດດີການຕ່າງໆ ໃຫ້ແກ່ຄົນງານລາວ.

“ແຜນເປີດກອງປະຊຸມມື້ນັ້ນເນາະ ທາງຣັຖມົນຕຣີກໍສເນິວ່າ ໃຫ້ທາງກະຊວງແຮງງານ ໄປເຮັດຂໍ້ຕົກລົງແຕ່ງຕັ້ງ ໃຫ້ພນັກງານເຮົາໄປປະຈຳການ ຄື ເຮັດວຽກກ່ຽວກັບແຮງງານ ໄປຂຶ້ນທະບຽນແຮງງານລາວ ແຮງງານຕ່າງປະເທດ ກັບ ສວັດດີການ ການຈ້າງງານ ຕ້ອງມີສັນຍາແຮງງານ ຕ້ອງມີການຈັດຫາວຽກເຮັດງານທຳ ຕ້ອງມີການຄຸ້ມຄອງ ຄວາມປອດໄພຂອງແຮງງານ.”

ຂະນະທີ່ ເຈົ້າຂອງແຮງງານ ໃນແຂວງຫລວງນໍ້າທາ ອີກທ່ານນຶ່ງ ກໍກ່າວວ່າ ປັຈຸບັນ ທາງເຂດເສຖກິຈພິເສດ ບໍ່ເຕັນແດນງາມ ຍັງບໍ່ມີການໂຄສະນາວຽກງານ ຢ່າງທົ່ວເຖິງ ຄາດວ່າ ວຽກພາຍໃນຍັງຈະມີຫລາຍຢູ່ ແຕ່ທາງເຂດບໍ່ເຫັນໃຫ້ເຈົ້າໜ້າທີ່ແຮງງານ ປະກາດ ຫລື ໂຄສະນາໃຫ້ ສ່ວນໃຫຍ່ຄົນລາວ ທີ່ຕ້ອງການຫາວຽກງານທຳ ຈະເຂົ້າສມັກ ຫລື ເຂົ້າໄປຫາເຮັດວຽກໃນເຂດເສຖກິຈພິເສດ ບໍ່ເຕັນແດນງາມ ກັນເອງ ບໍ່ໄດ້ຜ່ານເຈົ້າໜ້າທີ່ແຮງງານແຂວງ.

“ວຽກນີ້ຄືຊິມີຫລາຍຢູ່ ແຕ່ວ່າ ເຂົາຍັງບໍ່ໄດ້ປະສານງານກັບເຮົາ ຣາຍລະອຽດແຮງງານ ຢູ່ພາຍໃນຂອງເຂດນັ້ນ ບໍ່ແຈ້ງໃຫ້ເຮົາລະອຽດເທື່ອ ຜູ້ທີ່ວ່າຕ້ອງການວຽກເຮັດງານທຳ ບາງຄົນກະໄປ ສມັກເອງຢູ່ພຸ້ນເລີຍຫັ້ນນ່າ ໂດຍບໍ່ໄດ້ຜ່ານເຮົາ.”

ຂະນະ ທີ່ຊາວລາວທ່ານນຶ່ງ ກໍກ່າວວ່າ ສ່ວນໃຫຍ່ທີ່ບໍ່ເຂົ້າໄປເຮັດວຽກ ໃນເຂດເສຖກິຈພິເສດ ບໍ່ເຕັນແດນງາມ ແຂວງຫລວງນໍ້າທາ ກໍຍ້ອນວ່າ ພື້ນທີ່ເຂດນັ້ນ ມີແຕ່ຄົນຈີນ ເພາະໃນເຂດ ລັກສະນະ ເປັນເມືອງຈີນອີກເມືອງນຶ່ງ ແລ້ວກົດໝາຍລາວ ກໍບໍ່ສາມາດ ຄຸ້ມຄອງແຮງງານໄດ້ຢ່າງທົ່ວເຖິງ ເຂົາຈະກົດຂີ່ແນວໃດກໍໄດ້.

“ກົດໝາຍລາວມັນຄຸ້ມຄອງ ບໍ່ໄດ້ເຕັມທີ່ຫັ້ນນ່າ ເຂົາໄປແລ້ວຖືກກົດຂີ່ ເຂົາໄປແລ້ວແບບຄົນຈີນ ມັນເຮັດສາຣະພັດນ່າ ຄ້າຍແບບເມືອງເຖື່ອນ ແມ່ນຢູ່ເມືອງລາວ ແຕ່ວ່າ ມັນເປັນເຂດຂອງເຂົາ ເພາະວ່າ ພື້ນທີ່ສັປທານ ມັນຄ້າຍໆ ແບບເມືອງຈີນເລີຍ ແລ້ວບາດນີ້ ຄຸ້ມຄອງແຮງງານ ກໍບໍ່ທົ່ວເຖິງ ໄດ້ຍິນວ່າ ເຂົາຮອດມີຕຳຣວດເຂົາເອງ.”

ຂະນະທີ່ຊາວລາວອີກທ່ານນຶ່ງ ກໍກ່າວວ່າ ທີ່ບໍ່ຢາກເຮັດໃນເຂດເສຖກິຈພິເສດບໍ່ເຕັນ ແຂວງຫລວງນໍ້າທາ ຫລື ໃນເຂດເສຖກິຈ ພິເສດແຫ່ງອື່ນໆ ໃນລາວ ກໍຍ້ອນວ່າ ບໍ່ຢາກເຮັດວຽກກັບຄົນຈີນ ເພາະມີຄວາມສ່ຽງຫລາຍຢ່າງ.

“ມັນຫລາຍຄວາມສ່ຽງ ມັນຫລາຍນ່າເຮັດນຳຄົນຈີນ ເທົ່າທີ່ຮູ້ ຄືໝູ່ຄູ່ໄປເຂົາກໍເຮັດວຽກນຳຄົນຈີນ ນຶ່ງເຂົາບໍ່ຄ່ອຍມີມາຣຍາດ ຄຳເວົ້າ ຄຳຈາ ເຂົາບໍ່ໄດ້ແຄກັນເລີຍຫັ້ນນ່າ.”

ສຳລັບ ເຂດເສຖກິຈພິເສດ ບໍ່ເຕັນແດນງາມ ມີເນື້ອທີ່ທັງໝົດ 1,640 ເຮັກຕ້າຣ໌ ການພັທນາເຂດແຫ່ງນີ້ ໄດ້ເຣີ່ມຂຶ້ນຢ່າງເປັນທາງການ ໃນປີ 2016 ແຕ່ໄດ້ສັມປທານ ປີ 2003 ໂດຍໃຊ້ງົບປະມານທັງໝົດ 493 ລ້ານໂລດ້າຣ໌ ສະຫະຣັຖ ເຊິ່ງໄດ້ມີການພັທນາໄປແລ້ວໃນເນື້ອທີ່ 800 ເຮັກຕ້າຣ໌ ກໍ່ສ້າງເສັ້ນທາງ 90% ໄຟຟ້າ ນໍ້າປະປາ 70% ສ້າງໂຮງງານນໍ້າປະປາ ທີ່ສາມາດຜລິດນໍ້າໃຊ້ໄດ້ 10,000 ເເມັດກ້ອນຕໍ່ວັນ ສ້າງຕຶກອາຄານ 20 ປາຍຕຶກ ແລະ ສິ່ງປຸກສ້າງອື່ນໆ.  ປັຈຸບັນ ພາຍໃນເຂດດັ່ງກ່າວ ມີພົລເມືອງຢູ່ອາໄສປະມານ 3,000 ຄົນ ໃນນັ້ນແມ່ນຊາວຈີນ 900 ຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.