ຖືກຈັບແລ້ວ ນາງພອນທິບ ໄຊປັນຍາ
2022.07.29

ໃນຕອນເຊົ້າ ຂອງວັນທີ 29 ກໍຣະກະດາ ທີ່ຜ່ານມາ ພົລຕຳຣວດເອກ ຣັຊທະພົງສ໌ ເຕີ້ຍສຸດ ຮອງຜູ້ບັງຄັບການຕຳຣວດ ກວດຄົນເຂົ້າເມືອງ 3 ນຳທີມເຂົ້າຄວບຄຸມໂຕ ເຈ້ທິບ ຫຼື ຍານາງ ພອນທິບ ໄຊປັນຍາ ອາຍຸ 30 ປີ ພ້ອມກັບຜົວຂອງນາງ ທ້າວ ອະນຸສິດ ພຸດທະວົງ ອາຍຸ 34 ປີ ສັນຊາຕລາວ ຢູ່ໂຮງແຮມແຫ່ງນຶ່ງ ເຂດຄອງຫ້າ ເມືອງຄອງຫຼວງ ແຂວງປະທຸມທານີ . ໂດຍເຈົ້າໜ້າທີ່ຕຳຣວດ ໄດ້ນຳເອົາທັງສອງ ໄປສອບສວນທີ່ສຳນັກງານ ຕຳຣວດກວດຄົນເຂົ້າເມືອງ ເພື່ອດຳເນີນຄະດີຕໍ່ໄປ.
ດັ່ງເຈົ້າໜ້າທີ່ຕຳຣວດ ທີ່ກ່ຽວຂ້ອງທ່ານນຶ່ງ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 29 ກໍຣະກະດາ 2022 ນີ້ວ່າ:
(ໄທຍ) “ຕອນນີ້ເຮົາບັນທຶກຈັບກຸມຢູ່ ຈະສົ່ງພະນັກງານສອບສວນ ຖແລງຂ່າວນີ້ ຈະຕ້ອງໄດ້ຟັງ ຜູ້ບັງຄັບບັນຊາອີກເທື່ອນຶ່ງ ອາຈຈະເປັນມື້ອື່ນ. ອາຈຈະຕ້ອງຖ້າຟັງອີກເທື່ອນຶ່ງ ບາງທີອາຈ ສົ່ງໄປທີ່ ຕມ.3 ກໍດຳເນີນຄະດີໃນໄທຍ.”
ກ່ອນໜ້ານີ້ ເມື່ອວັນທີ 29 ມິຖຸນາ ທີ່ຜ່ານມາ ຍານາງ ພອນທິບ ໄຊປັນຍາ ແລະ ຜົວ ໄດ້ເດີນທາງລົບໜີອອກນອກປະເທດລາວ ຜ່ານດ່ານຂົວມິຕພາບ ລາວ-ໄທຍ ແຫ່ງທີ 1 ວຽງຈັນ-ໜອງຄາຍ ເພື່ອມາລົບລີ້ ຢູ່ໃນປະເທດໄທຍ ໂດຍໄດ້ຖືກກ່າວຫາວ່າ ໄດ້ນຳເອົາເງິນມານຳ ຈຳນວນ 260 ຕື້ກີບ ໃນນັ້ນເປັນເງິນກີບ 20 ຕື້ກີບ, ເງິນບາທ 400 ລ້ານບາທ ຫຼື ປະມານ 180 ຕື້ກີບ ແລະ ເງິນໂດລາຣ໌ 4 ລ້ານໂດລາຣ໌ ຫຼື ປະມານ 60 ຕື້ກີບ ໂດຍຈຳນວນເງິນນີ້ ແມ່ນຖືກກ່າວຫາວ່າ ໄດ້ມາຈາກການຝາກ ຂອງຄົນລາວຫຼາຍພັນຄົນ ທີ່ຫວັງກຳໄລຈາກການຕອບແທນ ດ້ວຍອັດຕຣາດອກເບັ້ຽສູງ.
ນັບແຕ່ວັນທີ 30 ມິຖຸນາ 2022 ເປັນຕົ້ນມາ ມີຊາວລາວຈຳນວນຫຼາຍ ນໍາຫຼັກຖານການໂອນເງິນກີບ, ເງິນບາທ ແລະ ເງິນໂດລາຣ໌ສະຫະຣັຖ ໄປແຈ້ງຕໍ່ເຈົ້າໜ້າທີ່ຕຳຣວດ ເພື່ອແຈ້ງດຳເນີນຄະດີ ກັບຍານາງ ພອນທິບ ໄຊປັນຍາ ເນື່ອງຈາກໄດ້ໂອນເງິນ ໄປຝາກໄວ້ແຕ່ບໍ່ໄດ້ຮັບດອກເບັ້ຽ ຕາມທີ່ໄດ້ຕົກລົງກັນໄວ້. ສ່ວນພາກສ່ວນທີ່ກ່ຽວຂ້ອງ ຍັງບໍ່ທັນໄດ້ດຳເນີນຄະດີ ໃຫ້ກັບຜູ້ເສັຽຫາຍເທື່ອ.
ດັ່ງເຈົ້າໜ້າທີ່ຕຳຣວດ ກະຊວງປ້ອງກັນຄວາມສງົບ ຜູ້ບໍ່ປະສົງອອກຊື່ ແລະຕຳແໜ່ງທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ຜູ້ຖືກເສັຽຫາຍ ກໍມີແຕ່ຂຽນຄຳຮ້ອງມາ ຜ່ານທາງກະຊວງປ້ອງກັນ ຄວາມສງົບຂອງເຮົາຫັ້ນເນາະ ເພື່ອນຳສົ່ງໄປຫາກົມວິຊາສະເພາະຫັ້ນ ແຕ່ວ່າບໍ່ທັນໄດ້ດຳເນີນຄະດີຫັ້ນເນາະ ທາງເບື້ອງລາວ ຖືວ່າຍັງບໍ່ທັນມີເຫດການໃດ ຄືບໜ້າເທື່ອເນາະ. ອັນນີ້ຖ້າວ່າມີເຫດການຄືບໜ້າ ແນວທາງນັກຂ່າວລາວເນາະ ຈະອອກຂ່າວຢ່າງເປັນທາງການເນາະ ມີແຕ່ລໍຖ້າຕິດຕາມຂ່າວ. ອອກຂ່າວໄທຍຖືວ່າປະມານນັ້ນເນາະ ແຕ່ວ່າເຮົາຍັງນັ້ນບໍ່ໄດ້ເທື່ອ. ທາງກະຊວງເຮົາກໍຍັງ ບໍ່ໄດ້ມີການກວດສອບ ແນວໃດເທື່ອຫັ້ນເນາະ.”
ພາຍຫຼັງທີ່ເຈົ້າໜ້າທີ່ຕຳຣວດ ເຂົ້າຄວບຄຸມໂຕ ຍານາງ ພອນທິບ ໄຊປັນຍາ ກໍໄດ້ຕອບປະຕິເສດ ຕໍ່ກັບນັກຂ່າວໄທຍວ່າ ຕົນເອງບໍ່ໄດ້ສໍ້ໂກງຊັພ ຂອງຜູ້ໃດ ຊຶ່ງໃນຂະນະນີ້ກໍໄດ້ລົ້ມລະລາຍແລ້ວ ແລະ ສາເຫດທີ່ຕ້ອງລົບໜີມາປະເທດໄທຍນີ້ ກໍເພື່ອຕຣຽມສູ້ຄະດີໃນຂັ້ນສານ ແລະ ປ້ອງກັນໂຕເອງຈາກການຖືກທຳຮ້າຍ. ບາງຕອນ ຍານາງ ພອນທິບ ໄຊປັນຍາ ໄດ້ກ່າວວ່າ:
“ເງິນທັງໝົດທີ່ວ່ານັ້ນ ບໍ່ມີມູນຄວາມຈິງ ທຽບໃສ່ກັບຄວາມຈິງວ່າ ເຮົາເອົາມາໄດ້ບໍ່. ເງິນຂນາດນັ້ນຈຳນວນ 400 ລ້ານບາທ ມັນເປັນຈຳນວນຂນາດໃດ ແລ້ວແມ່ນເງິນໂດລາຣ໌ຈຳນວນ ຂນາດໃດ ກໍຄືມັນແບກມາບໍ່ໄດ້ຢູ່ແລ້ວ. ແລ້ວບາດນີ້ການໂອນເງິນ ເຮົາໂອນເງິນນ່າ ຂ້າມປະເທດຄັ້ງນຶ່ງນ່າ ມັນຕ້ອງມີເອກສານ ການຢັ້ງຢືນຫຍັງແດ່ ເຮົາຈຶ່ງໂອນຂ້າມມາໄດ້ ເຮົາມາໄທຍ ຄືເຮົາຈະມາແບບເຄຣັຽວ່າ ເຣື່ອງທີ່ມັນເກີດຂຶ້ນນີ້ ມັນເກີດຂຶ້ນເພາະອັນຫຍັງ ເພາະເຮົາຢູ່ຫັ້ນນ່າ. ເຮົາບໍ່ປອດພັຍ.”
ສ່ວນຜົວຂອງຍານາງ ພອນທິບ ໄຊປັນຍາ ທ້າວ ອະນຸສິດ ພຸດທະວົງ ກໍໄດ້ປະຕິເສດ ຕໍ່ຂໍ້ກ່າວຫາຕາມທີ່ສັງຄົມອ້າງວ່າ ນຳເອົາເງິນຈຳນວນດັ່ງກ່າວ ຂ້າມມາຝັ່ງໄທຍ. ຕົນເອງກໍມີເງິນປະມານ 50,000-60,000 ບາທເທົ່ານັ້ນ ພ້ອມຊີ້ແຈງວ່າ ທັງສອງໄດ້ດຳເນີນການ ໂອນເງິນໃຫ້ກັບແອັດມິນ 2 ຄົນ ທີ່ທຳໜ້າທີ່ດູແລເພຈ ເພືື່ອໃຫ້ນຳໄປຈ່າຍໃຫ້ແກ່ລູກຄ້າ ແຕ່ແອັດມິນ ບໍ່ປະຕິບັດຕາມ ເຮັດໃຫ້ລູກຄ້າ ບໍ່ໄດ້ຮັບເງິນ ຊຶ່ງເຫັນວ່າຖືກແອັດມິນ ສໍ້ໂກງ. ຕອນນີ້ພວກເຮົາກຳລັງ ຮວບຮວມຫຼັກຖານ ເພື່ອດຳເນີນຄະດີແອັດມິນ.
ກໍຣະນີ ການສໍ້ໂກງຊັພຂອງປະຊາຊົນ ໃນລັກສະນະດັ່ງກ່າວ ສ່ວນຫຼາຍຜູ້ກະທຳຜິດ ຈະຍອມຖືກຈຳຄຸກແທນ ການຈ່າຍເງິນຄືນ ໃຫ້ລູກຄ້າ ຍ້ອນບົດລົງໂທດ ຢູ່ປະເທດລາວ ບໍ່ຮຸນແຮງເມື່ອທຽບໃສ່ ຈຳນວນເງິນທີ່ຜູ້ກະທຳຜິດ ສາມາດສໍ້ໂກງມາໄດ້ ໃນໄລຍະບໍ່ດົນ. ສ່ວນເຈົ້າໜ້າທີ່ ອົງການອັຍການ ປະຊາຊົນສູງສຸດ ຜູ້ບໍ່ປະສົງອອກຊື່ ແລະຕຳແໜ່ງໄດ້ກ່າວວ່າ:
“ຄະດີສໍ້ໂກງ! ສໍ້ໂກງຊັພພົລເມືອງ ໂທດຈະບໍ່ໜັກ. ມັນຈະເບິ່ງຕາມຊັພສິນ ທີ່ລາວເຮັດມາໄດ້ຫັ້ນ ຢູ່ທີ່ລາວນີ້ ເຂົາຈະບໍ່ໄດ້ໃຊ້ຄືນນ່າ ເພາະວ່າມັນຕິດໄປ ມັນກໍເປັນຄະດີທີ່ວ່າ ບໍ່ມີຄວາມໝາຽ ບໍ່ໄດ້ເງິນແລ້ວເດ້. ແລ້ວສານກໍຈະມາເບິ່ງເງິນ ໃນບັນຊີ ເພິ່ນຈະອາຍັດຄືນ ອາຍັດຄືນແລ້ວ ຈະມາໃຊ້ລູກໜີ້ ແຕ່ລະຄົນ ແຕ່ວ່າບັນຊີນຳເງິນຄືນລາວໄດ້ບໍ່ ບາງເທື່ອແຕກເປັນຄຳ ບາງເທື່ອແຕກເປັນເພັດ ຊຸກເຊື່ອງໄວ້ກ່ອນ.”
ທາງດ້ານຄົນລາວ ຈຳນວນຫຼາຍ ທີ່ໄດ້ຮັບຮູ້ຂ່າວວ່າ ຍານາງ ພອນທິບ ໄຊປັນຍາ ຖືກເຈົ້າໜ້າທີ່ ຕຳຣວດໄທຍ ຈັບໂຕໄດ້ນັ້ນ ກໍມີຄວາມຮູ້ສຶກດີໃຈ. ເມື່ອສົ່ງໂຕຜູ້ກ່ຽວ ກັບມາຍັງປະເທດລາວ ກໍຢາກໃຫ້ທາງການລາວ ດຳເນີນຄະດີຕາມ ລະບຽບກົດໝາຽ ພ້ອມສເນີວ່າ ຢາກໃຫ້ພາກສ່ວນກ່ຽວຂ້ອງ ປັບປຸງຂໍ້ກົດໝາຽ ການສໍ້ໂກງຊັພພົລເມືອງ ເພື່ອປ້ອງກັນບໍ່ໃຫ້ເກີດເຫດການ ໃນລັກສະນະນີ້.
ດັ່ງຊາວນະຄອນຫຼວງວຽງຈັນ ທ່ານນຶ່ງກ່າວວ່າ:
“ກໍຮູ້ສຶກດີໃຈແລ້ວ ທີ່ວ່າທາງໄທຍເພິ່ນຈັບໄດ້ຫັ້ນນ່າ ເປັນຄະດີໃຫຍ່ໃນລາວ ເປັນຜູ້ຮ້າຍຂ້າມແດນເນາະ ເປັນອຸທາຫອນໃຫ້ປະຊາຊົນລາວເນາະ ການທີ່ວ່າຝາກເງິນ ລະກໍມັນບໍ່ມີຫຍັງທີ່ວ່າ ຈະໄດ້ກຳໄຣ 30-40%. ຢາກໃຫ້ທາງດ້ານກົດໝາຽ ຕ້ອງໄດ້ປັບປຸງໂຕນີ້ເນາະ ແລ້ວເນາະ ຄັນຜູ້ໃດວ່າ ທີ່ວ່າມີການໂຄສະນາ ເກີນຄວາມເປັນຈິງ ເອົາມາສອບຖາມກ່ອນ ເຈົ້າຊິເອົາຕົວະ ຫຼອກລວງ ປະຊາຊົນບໍ່ ເຈົ້າຊິເຮັດຫຍັງກັນແທ້.”
ກ່ອນໜ້ານີ້ ຍານາງ ພອນທິບ ໄຊປັນຍາ ມັກສະແດງໂຕເອງວ່າ ຖືກຫວຍລາວ ແທບທຸກງວດ ແລະແຕ່ລະງວດຖືກຫຼາຍກວ່າ 500 ລ້ານກີບ ຈາກແອພພຣິເຄຊັນ ຫວຍລາວ ຈາກນັ້ນ ຍານາງ ພອນທິບ ກໍໂຄສະນາຮັບເງິນຝາກ ແລະຖ້າຫາກຜູ້ໃດນຳເງິນມາຝາກ ຢ່າງໜ້ອຍ 50 ລ້ານກີບຂຶ້ນໄປ ຍານາງພອນທິນ ກໍຈະຕອບແທນ ດ້ວຍການໃຫ້ດອກເບັ້ຽສູງເຖິງ 30-50% ຕໍ່ເດືອນ ໂດຍໃນໄລຍະທຳອິດ ນາງໄດ້ຈ່າຍດອກເບັ້ຽ ຕາມປົກຕິ ແຕ່ໃນໄລຍະຫຼັງ ຍານາງ ບໍ່ຍອມຈ່າຍດອກເບັ້ຽ ຕາມສັນຍາ.
ທີ່ຜ່ານມາປະເທດລາວ ມີການສໍ້ໂກງ ທີ່ເຮັດໃຫ້ປະຊາຊົນເສັຽຫາຍ ຈຳນວນຫຼາຍ ແລະມີກໍຣະນີຄ້າຍຄືກັນເຊັ່ນ: ປີ 2021 ມີການສໍ້ໂກງ ຜ່ານແອພພຣິເຄຊັນ SHBC ລະດົມທຶນຮັບຝາກ, ລົ້ມລະລາຍສ້າງຄວາມເສັຽຫາຍ 2 ຕື້ປາຍກີບ. ປີ 2020 ແອພພຣິເຄຊັນ Fingo ລົງທະບຽນ ຮັບເປີເຊັນແນະນຳລູກຄ້າ, ລົ້ມລະລາຍ ສ້າງຄວາມເສັຽຫາຍ 500 ປາຍລ້ານກີບ. ປີ 2017 ບໍຣິສັດ PS ລະດົມທຶນເງິນຝາກ ໃຫ້ດອກເບັ້ຽ 6% ຕໍ່ເດືອນ, ລົ້ມລະລາຍສ້າງຄວາມເສັຽຫາຍ 900 ຕື້ກີບ. ບໍຣິສັດ Asean Face ຮັບເງິນຝາກໃຫ້ດອກເບັ້ຽ 30% ຕໍ່ເດືອນ, ລົ້ມລະລາຍ ສ້າງຄວາມເສັຽຫາຍ 16 ລ້ານໂດລ້າຣ໌ສະຫະຣັຖ. ໃນປີ 2015 ບໍຣິສັດ ແມັກກີ້ ຮັບເງິນຝາກໃຫ້ດອກເບັ້ຽ 6% ຕໍ່ເດືອນ, ລົ້ມລະລາຍ ສ້າງຄວາມເສັຽຫາຍ 16 ລ້ານໂດລ້າຣ໌ສະຫະຣັຖ ແລະ ປີ 1989-1992 ສິນເຊື່ອເມດຕາ ແລະ ສິນເຊື່ອ ສີວິໄລ ຮັບເງິນຝາກໃຫ້ດອກເບັ້ຽສູງ ໃນທີ່ສຸດກໍລົ້ມລາຍ ແຕ່ບໍ່ມີຣາຍງານ ໂຕເລຂຜົລເສັຽຫາຍ.