ຜູ້ເສັຍຫາຍ ກວ່າ 5,000 ຄົນ ຖືກ ນາງ ພອນທິບ ຕົວະເອົາເງິນ

ຈຳປາທອງ
2022.07.12
ຜູ້ເສັຍຫາຍ ກວ່າ 5,000 ຄົນ ຖືກ ນາງ ພອນທິບ ຕົວະເອົາເງິນ ຮ້ານຂາຍເຄື່ອງປະດັບອັນມີຄ່າ ໃນນະຄອນຫຼວງວຽງຈັນ ຂອງຍານາງ ພອນທິບ ໄຊປັນຍາ (ເຈ້ ທິບ) ທີ່ເປັນນັກຕົ້ມຕຸ໋ນຊາວລາວ ລວງເອົາເງິນຊາວລາວດ້ວຍກັນ (TS), ວັນທີ 30 ມິຖຸນາ 2022.
RFA

ມາເຖິງວັນທີ 30 ມິຖຸນາ 2022 ນີ້ ມີຜູ້ເສັຍຫາຍຫລາຍກວ່າ 5,000 ຄົນ ໄປແຈ້ງຄວາມຕໍ່ເຈົ້າໜ້າທີ່ຕໍາຣວດ ເພື່ອຂໍໃຫ້ຊ່ອຍຕິດຕາມຈັບ ນາງ ພອນທິບ ໄຊປັນຍາ ຫລື ເຈ້ທິບ ອາຍຸ 30 ປີ ທີ່ໄດ້ເປີດບໍຣິການ ຮັບຝາກເງິນໃຫ້ດອກເບັ້ຍສູງເຖິງ 30% ຕໍ່ເດືອນ ຖ້າຜູ້ໃດນໍາເງິນມາຟາກ ຢ່າງໜ້ອຍ 50 ລ້ານກີບຂຶ້ນໄປນັ້ນ ມາດໍາເນີນຄະດີ ຍ້ອນນາງຕົວະຕົ້ມ ຫລອກເອົາເງິນໄປ ເປັນຈຳນວນຫລວງຫລາຍ. ເບື້ອງຕົ້ນຫລາຍຄົນກໍໄດ້ເງິນຄືນມາ ແຕ່ໃນໄລຍະຫລັງໆບໍ່ໄດ້. ນາງໄດ້ຫລົບໜີອອກນອກປະເທດ ຜ່ານດ່ານຂົວມິຕພາບລາວ-ໄທຍ ວຽງຈັນ-ໜອງຄາຍ ໃນມື້ວັນທີ 29 ມິຖຸນາຜ່ານມາ, ອີງຕາມການຣາຍງານຂອງເວັບໄຊທ໌ ປ້ອງກັນຄວາມສງົບ ໃນມື້ວັນທີ 12 ກໍຣະກະດານີ້.

ມາເຖິງປັດຈຸບັນ ເຈົ້າໜ້າທີ່ຕໍາຣວດ ຍັງບໍ່ສາມາດຕິດຕາມຫາ ນາງ (ພອນທິບ ໄຊປັນຍາ) ມາດໍາເນີນ ຄະດີໄດ້ ຍ້ອນບໍ່ຮູ້ວ່ານາງໄປຢູ່ໃສ. ແຕ່ເຈົ້າໜ້າທີ່ຕໍາຣວດລາວ ກໍໄດ້ປະສານໄປຫາຕໍາຣວດໄທຍ ເພື່ອຂໍໃຫ້ຊ່ອຍຕິດຕາມຫາ ນາງ ພອນທິບ ແລະສົ່ງນາງກັບມາລາວ ເພື່ອດໍາເນີນຄະດີຕາມ ລະບຽບກົດໝາຍ ດັ່ງເຈົ້າໜ້າທີ່ ຕໍາຣວດພາກ ສ່ວນທີ່ກ່ຽວຂ້ອງ ຜູ້ຂໍສງວນຊື່ ແລະຕໍາແໜ່ງທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 12 ກໍຣະກະດານີ້ວ່າ:

ໂອຍ ມັນກໍຫລາຍພາກສ່ວນ ເຂົ້າມາແຈ້ງຄວາມຢູ່ນີ້ຫລາຍພັນ ຫລາຍຕື້ສໍ້ໂກງ. ຍັກຍອກຊັພຫັ້ນແຫລະ ມັນບໍ່ຮູ້ແນ່ນອນໂຕນີ້ນະ ເພາະວ່າເຂົາກໍຍັງຊັກທອດຢູ່ ບໍ່ທັນຮູ້ເທື່ອ, ແຕ່ເຂົາກໍຕິດຕາມຢູ່ ຄັນໄປຕ່າງປະເທດ ທາງນັ້ນເຂົາກໍພົວພັນທາງນັ້ນ ເຮົາພົວພັນກັນຕລອດຢູ່ແລ້ວ.
ຜູ້ເສັຍຫາຍຫລາຍກວ່າ 5,000 ຄົນທີ່ວ່ານັ້ນ ສູນເສັຍເງິນໄປເປັນຈໍານວນຫລວງຫລາຍ ຄື 20 ຕື້ກີບ, 400 ລ້ານບາດ ແລະ 4 ລ້ານໂດລ້າຣ໌ສະຫະຣັຖ, ເຈົ້າໜ້າທີ່ຄາດວ່າ ຍັງຈະມີອີກຫລາຍຄົນ ທີ່ຈະເຂົ້າມາແຈ້ງຄວາມຕື່ມອີກ.

ເຈົ້າໜ້າທີ່ຕໍາຣວດອີກທ່ານນຶ່ງເວົ້າວ່າ ມາເຖິງປັດຈຸບັນ ກໍຍັງບໍ່ຮູ້ວ່າ ເຈ້ທິບ ຢູ່ໃສ ແຕ່ກໍມີເຈົ້າໜ້າທີ່ຕໍາຣວດສະເພາະກິຈ ຮັບຜິດຊອບຕິດຕາມເຣື່ອງນີ້ ເພື່ອຊອກຫາຕົວນາງມາດໍາເນີນຄະດີ.

ເພິ່ນມອບໃຫ້ຄະນະສະເພາະກິຈ ພາກສ່ວນທີ່ກ່ຽວຂ້ອງດໍາເນີນ ລະກະຮ້າຍແຮງຫັ້ນແຫລະ ມັນຫລາຍຄົນເດ ອັນນີ້ເຮົາກໍຍັງບໍ່ຮູ້ ຍັງບໍ່ໄດ້ຂໍ້ມູນດີປານໃດນໍ ເພາະວ່າທາງໄທຍເຂົາກໍແຈ້ງກັນແລ້ວເດ.

ຜູ້ເສັຍຫາຍທ່ານນຶ່ງເວົ້າວ່າ ຕົນກໍບໍ່ຄິດວ່າຈະຖືກຕົວະຕົ້ມ ເພາະທີ່ຜ່ານມາ ເຈ້ທິບ ນີ້ກໍໃຫ້ເງິນຄືນເປັນປົກກະຕິ, ແຕ່ມາໄລຍະຫລັງໆນີ້ ບໍ່ໄດ້ເງິນຄືນ ເຮັດໃຫ້ຕົນເສັຍເງິນໄປປະມານ 900 ລ້ານກີບ, ບາງຄົນເສັຍ 2-3 ຕື້ກໍມີ. ທ່ານຢາກໃຫ້ເຈົ້າໜ້າທີ່ຕໍາຣວດ ເລັ່ງຕິດຕາມຫາຕົວນາງມາດໍາເນີນຄະດີ, ຖ້າເປັນໄປໄດ້ກໍຢາກໄດ້ເງິນຄືນ.

ກະບໍ່ຄິດນໍ ເພາະວ່າເຈ້ທິບຫັ້ນເຮັດເປີດເຜີຍນໍ ຮ້ານລາວກະມີ ບາງຄົນນີ້ເຂົາເຈົ້າຮູ້ຈັກກັນດົນ ໝູ່ຄູ່ເພິ່ນຕັ້ງແຕ່ສມັຍຮຽນຕັ້ງແຕ່ດົນ ຕັ້ງແຕ່ນ້ອຍພຸ້ນນະ ເພິ່ນກະຍັງຕົວະ ຢາກໃຫ້ຕໍາຣວດເຮັດວຽກ ແລ້ວກະມາແຈ້ງຂ່າວໃຫ້ປະຊາຊົນຮູ້ພ້ອມ ວ່າວຽກໄປຮອດໃສແລ້ວ ໂອກາດທີ່ຈະນໍາໂຕເຈ້ທິບ ມາດໍາເນີນຄະດີໄດ້ບໍ ເພາະຢາກໄດ້ຄໍາຕອບ ຢາກໄດ້ເງິນຄືນ.    

ແລະຜູ້ເສັຍຫາຍອີກຄົນນຶ່ງກໍເວົ້າວ່າ ຫລາຍຄົນກໍເດືອດຮ້ອນ, ບໍ່ຄິດວ່າຈະຖືກຕົວະຕົ້ມ ເພາະທີ່ຜ່ານມາກໍໄດ້ເງິນຄືນ, ແຕ່ເມື່ອເກີດເຫດຄືແນວນີ້ຂຶ້ນມາ ກໍເຮັດຫຍັງບໍ່ໄດ້, ມີແຕ່ວ່າຢາກໃຫ້ເຈົ້າໜ້າທີ່ ຕິດຕາມຈັບ ເຈ້ທິບ ໃຫ້ໄດ້ໄວ.

ກໍຢາກໃຫ້ຕໍາຣວດຈັບໄດ້ ໄລ່ທັນຫັ້ນແຫລະນໍ ເດືອດຮ້ອນ ບໍ່ຄືບໜ້າອີ່ຫຍັງ ກະບໍ່ຮູ້ຊິເຮັດຈັ່ງໃດຄືກັນ ກະເສີຍ ກໍເສີຍໄປຫັ້ນແຫລະ ກະຈໍາເປັນເດສະ ຫອບເງິນ ຫອບຄໍາໜີແຫລະ ກະບໍ່ຮູ້ວ່າໂຕນໄປໃສ ໄປຢູ່ໃສ.                                                                

ເຈ້ທິບ ເປັນຄົນມີຊື່ສຽງທາງສັງຄົມອ໋ອນລາຍນ໌ ແລະໃຊ້ຊີວິຕຫລູຫລາ, ມີຮ້ານຂາຍເພັດ ແລະຄໍາແທ່ງ. ແຕ່ລະມື້ຈະໂພສຕ໌ຂາຍເພັດ, ອັນຍະມະນີ ທີ່ມີລາຄາແພງ ແລະໂພສຕ໌ຂາຍຄໍາແຖ່ງ ເປັນຈໍານວນຫລວງຫລາຍ.

LAYA (4).jpg

ທຸລະກິຈຫລັກຂອງ ນາງ ພອນທິບ ຫລື ເຈ້ທິບ ແມ່ນການຮັບຝາກເງິນ ໃຫ້ດອກເບັ້ຍສູງ. ຕາມທີ່ຫລາຍຄົນເວົ້າວ່າ ໄລຍະທໍາອິດ ຜູ້ຝາກເງິນກໍໄດ້ເງິນຄືນຕາມນັ້ນ ເຮັດໃຫ້ຫລາຍຄົນນໍາເງິນໄປຝາກເພີ່ມຂຶ້ນເລື້ອຍໆ ແຕ່ສຸດທ້າຍໄລຍະຫລັງມາກໍບໍ່ໄດ້ເງິນນັ້ນຄືນ ໂດຍທີ່ບໍ່ຮູ້ວ່າ ນາງມີແຜນສໍ້ໂກງເອົາເງິນນໍາຄົນໄປຝາກ ຢ່າງນຽບນຽນມາຕັ້ງແຕ່ຕົ້ນແລ້ວ.

ເຈ້ທິບ ຮັບຊື້-ຂາຍຫວຍອ໋ອນລາຍນ໌ ແລະມີຊື່ສຽງໃນດ້ານ ການລາງວັນຫວຍພັທນາລາວ ຢ່າງຕໍ່ເນື່ອງ, ຖືກງວດນຶ່ງບໍ່ຕໍ່າກວ່າ 400 ລ້ານກີບ. ແຕ່ຄວາມເປັນຈິງ ການຖືກຫວຍຂອງນາງນັ້ນ ເປັນພຽງການສ້າງກະແສວ່າ ຕົນເອງດວງດີ, ລໍ້າລວຍ ເພື່ອຫວັງຫລອກລວງ ໃຫ້ຄົນເອົາເງິນມາຝາກ ນໍາຫລາຍຂຶ້ນ.

ເຈົ້າໜ້າທີ່ຕໍາຣວດເຊື່ອວ່າ ນອກຈາກກໍຣະນີຫລອກລວງຂອງ ເຈ້ທິບ ນີ້ແລ້ວ ປັດຈຸບັນ ຍັງມີອີກຫລາຍຄົນທີ່ສໍ້ໂກງ ດ້ວຍການຕົວະຍົວະຜູ້ຄົນ ໃຫ້ນໍາເງິນໄປຝາກກິນດອກເບັ້ຍສູງ ແລ້ວຫອບເອົາເງິນນັ້ນຫລົບໜີໄປຕ່າງປະເທດ.

ທີ່ຜ່ານມາ ຢູ່ປະເທດລາວ ກໍມີການສໍ້ໂກງ ທີ່ເຮັດໃຫ້ປະຊາຊົນຈໍານວນບໍ່ໜ້ອຍເສັຍຫາຍໃນລັກສະນະຄ້າຍຄືກັນກັບກໍຣະນີທີ່ວ່ານີ້ ຄື:

  1. ປີ 2021 ແອັບ SHBC ລະດົມທຶນຮັບຝາກ ລົ້ມລະລາຍ ສ້າງຄວາມເສັຍຫາຍຫລາຍກວ່າ 2 ຕື້ກີບ
  2. ປີ 2020 ແອັບ Fingo ລົງທະບຽນຮັບເປີເຊັນ ການແນະນໍາລູກຄ້າ ລົ້ມລະລາຍ ສ້າງຄວາມເສັຍຫາຍຫລາຍກວ່າ 500 ລ້ານກີບ
  3. ປີ 2017 ບໍຣິສັດ ພີເອສ ລະດົມທຶນ ຮັບເງິນຝາກ ໃຫ້ 6 ເປີເຊັນຕໍ່ເດືອນ ລົ້ມລະລາຍ ສ້າງຄວາມເສັຍຫາຍເຖິງ 900 ຕື້ກີບ
  4. ໃນປີດຽວກັນນັ້ນ ບໍຣິສັດ ASEAN Face ຮັບຝາກເງິນ ໄດ້ດອກເບັ້ຍ 30% ຕໍ່ເດືອນ ລົ້ມລະລາຍ ສ້າງຄວາມເສັຍຫາຍ 16 ​ລ້ານໂດລ້າຣ໌ສະຫະຣັຖ
  5. ປີ 2015 ບໍຣິສັດ ແມ້ກີ້ ຮັບຝາກເງິນ ໃຫ້ 6% ຕໍ່ເດືອນ ລົ້ມລະລາຍ, ສ້າງຄວາມເສັຍຫາຍ 16 ລ້ານໂດລ້າຣ໌ສະຫະຣັຖ.
  6. ແຕ່ປີ 1989 ຫາປີ 1992 ສິນເຊື່ອເມດຕາ ແລະສິນເຊື່ອສີວິໄລ ຕົວະປະຊາຊົນໃຫ້ເອົາເງິນໄປຝາກ ໄດ້ດອກເບັ້ຍສູງ, ສຸດທ້າຍຫອບເງິນໜີ ແລະລົ້ມລະລາຍ, ມີຜູ້ເສັຍຫາຍຈໍານວນບໍ່ໜ້ອຍ.
ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.