ເຈົ້າໜ້າທີ່ ຕັ້ງຂໍ້ຫາ ນາງ ພອນທິບ ພ້ອມຜູ້ຮ່ວມ ຂະບວນການ
2022.09.20

ອີງຕາມການຣາຍງານ ຂອງກົມຕໍາຣວດເສຖກິຈ ກົມໃຫຍ່ຕໍາຣວດ ກະຊວງປ້ອງກັນຄວາມສງົບ ໃນວັນທີ່ 19 ກັນຍາ 2022 ທີ່ໄດ້ຖແລງຂ່າວ ຄວາມຄືບໜ້າຄະດີ ນາງພອນທິບ ຫຼື ເຈ້ທິບ ອາຍຸ 30 ປີ ແລະທ້າວ ອານຸສິດ ອາຍຸ 34 ປີ ສອງຜົວເມັຍ ອາສັຍຢູ່ບ້ານຫົວຂົວ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ທີ່ສໍ້ໂກງເງິນປະຊາຊົນ ຮັບຝາກໃຫ້ດອກເບັ້ຍສູງ ທັງສອງຄົນຮັບສາຣະພາບວ່າ ໄດ້ໂຄສະນາ ແລະເຄື່ອນໄຫວ ສໍ້ໂກງຊັບປະຊາຊົນແທ້. ປັດຈຸບັນ ມີຜູ້ເສັຍຫາຍເຂົ້າມາແຈ້ງຄວາມຕໍ່ຕໍາຣວດ ຫຼາຍກວ່າ 1,600 ຄົນ ມູນຄ່າ ຄວາມເສັຍຫາຍທັງໝົດ 355 ຕື້ປາຍກີບ, ເງິນບາທ 305,100,000 ປາຍບາທ ແລະເງິນໂດລ້າຣ໌ 7,800,000 ປາຍໂດລ້າຣ໌. ເຈົ້າໜ້າທີ່ຕໍາຣວດໄດ້ຍຶດ ແລະອາຍັດຊັບສິນ ທີ່ໄດ້ຈາກການກະທໍາຜິດ ເປັນຕົ້ນ ເຮືອນ, ຣົຖ, ທີ່ດິນ ແລະເຄື່ອງປະດັບ ຫຼາຍຣາຍການ ແຕ່ບໍ່ໄດ້ລະບຸມູນຄ່າ ທີ່ຍຶດມາໄດ້ ແລະຍັງຈັບພັກພວກ ທີ່ຮ່ວມຂບວນການ ມາດໍາເນີນຄະດີເພີ່ມອີກ 5 ຄົນ ເຊິ່ງຫຼັງຈາກນີ້ ຕໍາຣວດຈະສົ່ງຟ້ອງສານ ໃຫ້ສານພິຈາຣະນາຕັດສິນຄະດີ ແລະປະຕິບັດ ຕາມຂັ້ນຕອນກົດໝາຍຕໍ່ໄປ.
ດັ່ງເຈົ້າໜ້າທີ່ຕໍາຣວດ ທີ່ກ່ຽວຂ້ອງ ໃນກະຊວງປ້ອງກັນຄວາມສງົບ ທ່ານນຶ່ງ ທີ່ຂໍສງວນຊື່ ແລະຕໍາແໜ່ງ ກ່າວໃນວັນທີ່ 20 ກັນຍາ ນີ້ວ່າ:
“ກະຊິສລຸບສໍານວນ ສົ່ງອັຍການ ແລ້ວກະສົ່ງຟ້ອງສານ ເທົ່ານັ້ນແຫຼະ. ຢູ່ພຸ້ນລະ ຜູ້ພິພາກສາ ເພິ່ນຫາກຊິນັ້ນເອງ, ໄຈ້ແຍກເອງດອກ.”
ກ່ຽວກັບເຣື່ອງດັ່ງກ່າວນີ້ ທະນາຍຄວາມທ່ານນຶ່ງ ກໍໄດ້ກ່າວວ່າ ສໍາລັບຄະດີເຈ້ທິບ ທີ່ສໍ້ໂກງຊັບປະຊາຊົນ ໄປຫຼາຍພັນຕື້ກີບນີ້ ທາງການກໍໄດ້ຖແລງຂ່າວ ວ່າມີຄວາມຜິດແທ້ ຫາກເວົ້າຕາມກົດໝາຍ ຕໍາຣວດທີ່ຮັບຜິດຊອບຄະດີດັ່ງກ່າວ ຈະຕ້ອງຮວບຮວມສໍານວນ ໃຫ້ຮຽບຮ້ອຍ ແລ້ວນໍາສໍານວນສົ່ງໃຫ້ສານ ພິຈາຣະນາຕັດສິນຄະດີ ວ່າຈະຕິດຄຸກຈັກປີ ແລະຕ້ອງຈ່າຍເງິນຄືນ ໃຫ້ແກ່ຜູ້ທີ່ເສັຍຫາຍ ທີ່ສໍ້ໂກງມາຕາມທີ່ຮ້ອງຟ້ອງ ໂດຍຊັບສິນ ທີ່ຕໍາຣວດຍຶດມາໄດ້ນັ້ນ ຈະຕ້ອງນໍາໄປປະມູນຂາຍ ເພື່ອເອົາເງິນໄປຄືນ ໃຫ້ແກ່ຜູ້ເສັຍຫາຍ.
“ເກັບກໍາຂໍ້ມູນສືບສວນ ອີ່ຫຍັງອອກມາແລ້ວໝົດ, ສົ່ງຟ້ອງສານຕັດສິນ. ບາດນີ້ຕິດຄຸກຈັກປີ ແລ້ວກະໃຊ້ແທນ ຊໍາຣະສະສາງຄ່າເສັຍຫາຍ ຄືນໃຫ້ພວກເສັຍຫາຍນັ້ນ. ມັນຕ້ອງໄດ້ລໍ ມີຄໍາຕັດສິນຂອງສານ ເປັນສຳເຣັດທີ່ຮຽບຮ້ອຍກ່ອນ. ກະຍຶດຊັບ ອາຍັດຊັບຕ່າງໆ ທີ່ລາວມີຢູ່ຫັ້ນ ຂາຍທົດແທນຄືນໃຫ້ ໂຕໃດທີ່ເປັນເງິນ ເຂົາກໍສົ່ງຄືນໃຫ້.”
ຂະນະທີ່ ຜູ້້ເສັຍຫາຍນາງນຶ່ງ ກ່າວວ່າ ການຖແລງຂ່າວ ຂອງເຈົ້າໜ້າທີ່ຕໍາຣວດ ຍັງບໍ່ຈະແຈ້ງເທົ່າທີ່ຄວນ ເຊິ່ງເຈົ້າໜ້າທີ່ ຕໍາຣວດຖແລງແຕ່ຄວາມຜິດ ທີ່ຫຼາຍຄົນຮູ້ຢູ່ແລ້ວ ຄວນຈະຖແລງກ່ຽວກັບ ການດໍາເນີນການຄືນເງິນ ໃຫ້ປະຊາຊົນນໍາດ້ວຍ ວ່າຈະໄດ້ຄືນແນວໃດ ແລະຊັບສິນທີ່ຍຶດມາໄດ້ນັ້ນ ເປັນມູນຄ່າເທົ່າໃດ ແລະຈະດໍາເນີນການແນວໃດ ເຊິ່ງຕາມທີ່ເຈົ້າໜ້າທີ່ ຖແລງຂ່າວວ່າ ມີຜູ້ເສັຍຫາຍຈໍານວນ 1,600 ປາຍຄົນນັ້ນ ບໍ່ແມ່ນຄວາມຈິງ ເຊິ່ງມີຜູ້ເສັຍຫາຍຫຼາຍກວ່ານັ້ນ ແຕ່ຫຼາຍຄົນຍັງບໍ່ຢາກໄປແຈ້ງຄວາມ ເພາະມີຫຼາຍເຫດຜົລ ທີ່ແຕກຕ່າງກັນອອກໄປ ແລະຄະດີ ກໍຍັງບໍ່ຈະແຈ້ງ.
“ຢາກໃຫ້ເພິ່ນນັ້ນ ຖແລງລະອຽດກວ່ານີ້ແຫຼະ ເພາະວ່າຄົນຢູ່ໃນກຸ່ມຂະເຈົ້າ ກະວຸ້ນກັນວ່າ ເປັນຫຍັງຂະເຈົ້າຈຶ່ງຖແລງສໍ່ານີ້ ຄືບໍ່ບອກແນ່ວ່າ ຍຶດຊັບສິນໄດ້ເທົ່າໃດ. ເງິນເດ້ໄດ້ປະມານເທົ່າໃດ. ເພັດລາວເດ້. ຄໍາລາວເດ້. ແລ້ວເຮືອນລາວ ກໍາລັງປຸກສ້າງເດ້, ບ້ານສວນລາວເດ້ ຄືນ ຫຼືບໍ່ຄືນ. ໃຫ້ຮູ້ ຄົນເສັຍຫາຍມັນບໍ່ແມ່ນໜ້ອຍໆຫັ້ນນ່າ. ຈໍານວນຄົນກະຫຼາຍກວ່າ ທີ່ເຂົາເຈົ້າແຈ້ງເດີ້ ແຕ່ເຂົາເຈົ້າບໍ່ໄປ ເຫດຜົລແຕ່ລະຄົນ ມັນບໍ່ຄືກັນນ່າ.”
ນາງກ່າວຕື່ມວ່າ ໃນຄວາມເປັນຈິງ ຜູ້ເສັຍຫາຍຈໍານວນຫຼາຍຄົນ ກໍມີຄວາມຫວັງວ່າ ຈະໄດ້ເງິນຄືນຢູ່ ເພາະເງິນທີ່ໂຕເອງເສັຍໄປ ປະມານ 1 ຕື້ກີບ ຄົນອື່ນໆເສັຍຫຼາຍກວ່າ 1 ຕື້ກໍມີຫຼາຍ.
ສ່ວນຜູ້ເສັຍຫາຍ ອີກທ່ານນຶ່ງ ກໍກ່າວວ່າ ກ່ຽວກັບເຣື່ອງນີ້ ຜູ້ເສັຍຫາຍຫຼາຍຄົນ ກໍຢາກໄດ້ເງິນຄືນ ເພາະຊັບສິນພາກຣັຖ ກໍມີການຍຶດໄປຫຼາຍຣາຍການ ຕາມຖແລງຂ່າວ ພຽງແຕ່ຖແລງຂ່າວ ບໍ່ລະອຽດ ແລະບໍ່ບອກຈໍານວນ ມູນຄ່າເທົ່ານັ້ນ ເຊິ່ງກໍລໍຖ້າວ່າ ພາກຣັຖຈະສລຸບໃຫ້ແນວໃດ ຈະຄືນໃຫ້ແທ້ບໍ່ ທັ້ງໆທີ່ເຈ້ທິບ ຜິດໃນຂໍ້ຫາ ສໍ້ໂກງຊັບປະຊາຊົນແທ້.
“ໃຜກະຢາກໄດ້ເງິນຄືນ ຕ່າງແຕ່ວ່າ ບໍ່ຮູ້ພາກຣັຖເພິ່ນຈະສລຸບ ໃຫ້ຈັ່ງໃດຫັ້ນນ່າ ເພິ່ນຈະຄືນໃຫ້ແທ້ບໍ່ ເຣື່ອງຊັບສິນ. ພາກຣັຖກະຍຶດໄປຫຼາຍແລ້ວຊິນ່າ ບໍ່ເຫັນເພິ່ນເວົ້າຫັ້ນນ່າ ແລ້ວເຣື່ອງຊັບສິນເຣື່ອງຫຍັງ ຈະເຄັຍກັນຈັ່ງໃດ ກະຖ້າຮອດຕອນນັ້ນພຸ້ນແຫຼະ ໃຫ້ສານເພິ່ນຕັດສິນຊີ້ນ່າ ວ່າພາກຣັຖເພິ່ນຊິສລຸບບໍ່ ວ່າເງິນຊິໃຫ້ບໍ່ໃຫ້.”
ຂະນະດຽວກັນ ຊາວລາວທ່ານນຶ່ງ ໄດ້ໃຫ້ຄວາມເຫັນວ່າ ຄະດີດັ່ງກ່າວນີ້ ຖືວ່າເປັນຄະດີສໍ້ໂກງຮຸນແຮງ ເຊິ່ງສາມາດສໍ້ໂກງ ຄົນໄດ້ເງິນໄປຫຼາຍພັນຕື້ກີບ ແຕ່ທຸກຢ່າງ ກໍຂຶ້ນກັບເຈົ້າໜ້າທີ່ພາກຣັຖ ວ່າຈະຈິງຈັງແນວໃດ.
“ກະເຮົາເຮັດຫຍັງບໍ່ໄດ້ຢູ່ແລ້ວ ມັນກະຂຶ້ນກັບຂັ້ນເທິງ. ເພິ່ນຊິຈັດການໃຫ້ວ່າຈັ່ງໃດ ຈັ່ງໃດຫັ້ນນ່າ ຮຸນແຮງເດ້ນີ້ນ່າ. ຖ້າວ່າຕໍາຣວດຈັບບໍ່ໄດ້ ກະຄືວ່າແລ້ວເລີຍ ສິ້ນຫວັງເລີຍ ຄັນເວົ້າພາສາຕລາດ ກໍນັກຕົ້ມຕຸນໃຫຍ່ຫັ້ນນ່າ ກະຄວນຈະກວດສອບໃຫ້ເນັ້ນໜັກ ເພິ່ນຈະມີທ່າທີໃຊ້ຄືນບໍ່ ກໍມີແຕ່ວ່າຟັງໂຕຈິງ.”
ສໍາລັບພັກພວກ 5 ຄົນ ໃນຄະດີ ນາງພອນທິບ ສໍ້ໂກງຊັບປະຊາຊົນ ທີ່ເຈົ້າໜ້າທີ່ຕໍາຣວດ ຈັບໄດ້ເພີ່ມອີກນັ້ນ ມີດັ່ງນີ້:
- ນາງ ສຸພິນທາ ອາຍຸ 28 ປີ ຢູ່ບ້ານຫ້ວຍຫົງ ເມືອງຈັນທະບູຣີ ນະຄອນຫຼວງວຽງ.
- ນາງ ສຸພາວັນ ອາຍຸ 27 ປີ ຢູ່ບ້ານດົງໂພນເລົາ ເມືອງຫາດຊາຍຟອງນະຄອນຫຼວງວຽງຈັນ.
- ທ້າວ ສົມຜິດ ອາຍຸ 26 ປີ ພັກອາສັຍ ຢູ່ບ້ານໂພນຕ້ອງສະຫວາດ ເມືອງຈັນທະບູຣີ ນະຄອນຫຼວງວຽງຈັນ.
- ນາງໄຂ່ມຸກ ພັກອາສັຍ ຢູ່ບ້ານໂພນຕ້ອງສະຫວາດ ເມືອງຈັນທະບູຣີ ນະຄອນຫຼວງວຽງຈັນ.
- ນາງ ມີນາ ອາຍຸ 33 ປີ ຢູ່ບ້ານໜອງດ້ວງທົ່ງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ.
ຢ່າງໃດກໍຕາມ ນາງພອນທິບ ໄດ້ເປີດບັນຊີທະນາຄານ 3 ບັນຊີ ຄື ບັນຊີເງິນກີບ, ບັນຊີເງິນບາທ ແລະບັນຊີເງິນໂດລ້າຣ໌ ໂດຍອອກຊື່ ລາຍາ ຂາຍເພັດພອຍ ວັດຖຸມີຄ່າ ແລ້ວໄດ້ມີການໂຄສະນາ ຜ່ານສື່ອອນລາຍນ໌ ຜ່ານເຟສບຸກຄ໌ສ່ວນໂຕ ດ້ວຍຮູບການແອບອ້າງ ເປັນແມ່ຫວຍ ດ້ວຍການລະດົມເງິນ ມາລົງທຶນ ແລະໃຫ້ດອກເບັ້ຍສູງ ກວ່າທະນາຄານ 30% ຕໍ່ເດືອນ ໂດຍຝາກຂັ້ນຕໍ່າ 30,000,000 ກີບຂຶ້ນໄປ.
ຫຼັງຈາກນັ້ນ ກໍມີຄົນຈໍານວນຫຼາຍ ເຂົ້າຫວຍ ແລະໂອນເງິນເຂົ້າບັນຊີ ຂອງເຈ້ທິບ ຄັ້ງທໍາອິດຜູ້ທີ່ເຂົ້າຫວຍ ເຈ້ທິບ ກໍໄດ້ໂອນເງິນດອກໃຫ້ ແກ່ລູກຫວຍ ໂດຍເອົາເງິນຕົ້ນທຶນ ທີ່ຜູ້ຄົນນໍາມາເຂົ້າຫວຍ ໂອນໃຫ້ ລັກສະນະໝູນເງິນ ໄປເລື້ອຍໆ ຕໍ່ມາບໍ່ມີຄົນເຂົ້າຫວຍ ຈຶ່ງບໍ່ສາມາດຈ່າຍດອກ ໃຫ້ລູກຫວຍໄດ້ ຈົນມາຮອດເດືອນ ພຶສພາ 2022 ລູກຫວຍຈໍານວນນຶ່ງ ໄດ້ໄປຂໍຖອນເງິນທຶນຄືນ ແຕ່ເຈ້ທິບ ບໍ່ມາສາມາດຈ່າຍເງິນ ໃຫ້ແກ່ລູກຫວຍໄດ້ ຈຶ່ງໜີຮ້ອນໄປເພິິ່ງເຢັນ ທີ່ປະເທດໄທຍ ເປັນເວລາ 1 ເດືອນເຕັມ ຈົນຖືກເຈົ້າໜ້າທີ່ໄທຍ ຈັບໄດ້ ແລ້ວສົ່ງຄືນໃຫ້ທາງການລາວ ນໍາໂຕໄປດໍາເນີນຄະດີຕື່ມ.