ຄົບຮອບ 6 ປີ ຄະດີພີເອສ ລູກຄ້າຜູ້ເສັຽຫາຍ ຍັງບໍ່ໄດ້ຮັບເງິນ
2023.09.08

ວັນທີ 11 ກັນຍາ ເປັນມື້ຄົບຮອບ 6 ປີ ທີ່ລູກຄ້າບໍຣິສັດ ພີເອສ ສົ່ງເສີມກະສິກັມ ແລະ ອຸດສາຫະກັມ ຄົບວົງຈອນ ຂາເຂົ້າ-ຂາອອກ ຈໍາກັດ ຫຼື ພີເອສ ມາປະທ້ວງ ເພື່ອທວງເງິນຄືນ ແຕ່ ມາຮອດປັດຈຸບັນ ຍັງບໍ່ທັນໄດ້ຮັບເງິນຄືນ. ອີງຕາມຂໍ້ມູນ ຈາກທາງການລາວ, ມີລູກຄ້າບໍຣິສັດພີເອສ ປະມານ 200,000 ປາຍຄົນ ແລະ ມີມູນຄ່າຄວາມເສັຽຫາຍ 1,000 ຕື້ກີບ.
ຣັຖບານ ມອບໃຫ້ ກົມນິຕິກັມ ເປັນຜູ້ຮັບຜິດຊອບ.
ເຈົ້າໜ້າທີ່ ສໍານັກງານນາຍົກ ຣັຖມົນຕຣີ ໄດ້ກ່າວວ່າ:
“ທາງເຮົາຫັ້ນ ບໍ່ໄດ້ຕິດຕາມ ກ່ຽວກັບເອກະສານ ທີ່ເຮົາເຮັດອອກໄປເລີຍ ເພາະວ່າ ມັນດົນແຮງແລ້ວ ລະເຮົາບໍ່ໄດ້ຮັບຜິດຊອບ ເລື່ອງຄໍາຮ້ອງ ກະບໍ່ແນ່ໃຈວ່າ ເພິ່ນຕັ້ງຄະນະສະເພາະກິຈ ອິຫຍັງຕື່ມບໍ່. ທາງຣັຖມົນຕຣີ ເພິ່ນໄດ້ມອບວຽກຄໍາຮ້ອງ ທັງໝົດຫັ້ນນ່າ ໄປໃຫ້ທາງກົມນະຕິກັມເລີຍນ່າ ແລ້ວພວກເຮົາກະບໍ່ໄດ້ສືບຕໍ່ເຮັດ.”
ສໍາລັບ ຄະດີພິີເອສ ຖືເປັນຄະດີໃຫຍ່ ເພາະວ່າ ມູນຄ່າຄວາມເສັຽຫາຍຫຼາຍ ທັງປະຊາຊົນລາວ ແລະ ຄົນຕ່າງປະເທດ ກໍໃຫ້ຄວາມສົນໃຈ.
ຫວນຄືນ ວັນທີ 21 ພຶສຈິກາ 2018 ສານປະຊາຊົນຂັ້ນຕົ້ນ ນະຄອນຫລວງວຽງຈັນ ໄດ້ຕັດສິນຄະດີຮ້ອງຟ້ອງບໍຣິສັດ ພີເອສ ໂດຍມີປະທານບໍຣິສັດ ຄື ນາງ ສຸກນາລີ ເທບສີເມືອງ ແລະ ທ້າວ ປໍ່ເຮີ້ ພ້ອມກັບພັກພວກ ລວມທັງໝົດ 12 ຄົນ ມີຄວາມຜິດແທ້ ແລະ ຖືກຕັດສິນຈໍາຄຸກ.
ເບື້ອງຫຼັງຂອງຄະດີດັ່ງກ່າວ ແມ່ນບໍຣິສັດພີເອສ ໄດ້ຈົດທະບຽນວິສາຫະກິຈ ວັນທີ 31 ພຶສພາ ປີ 2012 ແລະ ຕໍ່ມາ ບໍຣິສັດ ໄດ້ໂຄສະນາ ໃຫ້ປະຊາຊົນ ສະໝັກເປັນສະມາຊິກ ເພື່ອຮ່ວມລົງທຶນ ເຮັດການຊື້ຂາຍສິນຄ້ານໍາບໍຣິສັດ ໂດຍບໍຣິສັດ ໄດ້ໂຄສະນາຊວນເຊື່ອວ່າ ລູກຄ້າຈະໄດ້ເງິນປັນຜົລ 6 ເປີເຊັນ ຕໍ່ເດືອນ ເຊິ່ງສູງກວ່າທະນາຄານ.
ໃນປີ 2017 ບໍຣິສັດ ບໍ່ຈ່າຍເງິນປັນຜົລໃຫ້ລູກຄ້າ ທີ່ເປັນສະມາຊິກ ຈຶ່ງເຮັດໃຫ້ເຂົາເຈົ້າພາກັນມາປະທ້ວງ ຢູ່ໜ້າບໍຣິສັດ ທີ່ຕັ້ງຢູ່ເມືອງໄຊທານີ ນະຄອນຫລວງວຽງຈັນ ໃນວັນວັນທີ 11 ກັນຍາ 2017 ເພື່ອທວງເງິນນໍາບໍຣິສັດ, ແຕ່ ເຂົາເຈົ້າກໍບໍ່ໄດ້ຮັບເງິນຄືນ.
ຕົ້ນປີ 2018, ຣັຖບານ ໄດ້ຕັ້ງຄະນະສະເພາະກິຈ ແກ້ໄຂບັນຫາບໍຣິສັດ ພີເອສ ປະກອບມີ ຜູ້ຕາງໜ້າທະນາຄານແຫ່ງ ສປປ ລາວ, ຜູ້ຕາງໜ້າຕໍາຣວດເສຖກິຈ, ຜູ້ຕາງໜ້າຂແນງຊັບສິນ ກະຊວງການເງິນ ແລະ ຜູ້ຕາງໜ້າກະຊວງອຸດສາຫະກັມ ແລະ ການຄ້າ.
ມາຮອດປັດຈຸບັນ ຄົບຄອບ 6 ປີ ແລ້ວ ຄະນະສະເພາະກິຈແກ້ໄຂ ຄະດີບໍຣິສັດ ພີເອສ ກໍໄດ້ຖືກຍຸບໄປແລ້ວ ຂະນະທີ່ ຣັຖບານບໍ່ໄດ້ເປີດເຜີຍ ຊັບສິນຕ່າງໆ ຂອງບໍຣິສັດ ພີເອສ ທັງໝົດ ແລະ ບໍ່ມີການເປີດເຜີຍວ່າ ຊັບສິນດັ່ງກ່າວ ຖືກເກັບໄວ້ໃສ ແລະ ພາກສ່ວນໃດເປັນຜູ້ຮັບຜິດຊອບ.
ນອກຈາກນີ້ ຍັງມີຊັບສິນສ່ວນໂຕ ຂອງ ທ້າວ ປໍ່ເຮີ້ ແລະ ນາງ ສຸກນາລີ ເທບສີເມືອງ ອີກຫຼາຍຣາຍການ ທີ່ນໍາອອກມາປະມູນຂາຍ ເປັນຕົ້ນ ຄໍາແທ່ງ, ສາຍຄໍ, ສານແຂນ, ທີ່ດິນ ແລະ ຣົຖໃຫຍ່ຈໍານວນນຶ່ງ ແຕ່ເຈົ້າໜ້າທີ່ກ່ຽວຂ້ອງ ບໍ່ມີການຣາຍງານ ແລະ ເປີດເຜີຍຂໍ້ມູນ ວ່າ ຊັບສິນດັ່ງກ່າວ ມີມູນຄ່າເທົ່າໃດ.
ໜ່ວຍງການສະເພາະກິຈ ໄດ້ຮີບໂຮມຊັບສິນຕ່າງໆ ຂອງບໍຣິສັດ ພີເອສ ແລ້ວມອບໃຫ້ຣັຖບານ.
ເຈົ້າໜ້າທີ່ກະຊວງອຸດສາຫະກັມ ແລະ ການຄ້າ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ວ່າ:
“ໄທເຮົາມອບຄືນໃຫ້ຣັຖບານໝົດ ສືບຕໍ່ແກ້ໄຂລະແມ່ນທະນາຄານກາງຫັ້ນໂອ້. ເບິ່ງຄືຊິໄກຢູ່ ສິນຄ້າທີ່ຄ້າງຢູ່ຫັ້ນ ຊັບສິນຖືວ່າ ແມ່ນເພິ່ນມອບໃຫ້ຣັຖ ຈະເປັນຣົຖ ເອົາອາຄານ ເປັນຫຍັງຕ່າງໆ ເປັນຜູ້ຄຸ້ມຄອງ.”
ມັນເປັນເຣື່ອງຍາກ ທີ່ຈະຈ່າຍເງິນຄືນໃຫ້ແກ່ລູກຄ້າ ບໍຣິສັດ ພີເອສ. ເຈົ້າໜ້າທີ່ກະຊວງຍຸຕິທັມ ໄດ້ກ່າວຕື່ມວ່າ:
“ຊັບກັບໜີ້ສິນ ກັບຈໍານວນຄະດີ ຫັ້ນໂອ້ ຍາກ ຍາກ ຊິເອົາເງິນໃສມາໃຊ້ ສະມາຊິກໝົດຫັ້ນເດ້.”
ລູກຄ້າທີ່ເປັນຜູ້ເສັຽຫາຍ ກໍບໍ່ໄດ້ຮັບຂ່າວຈາກຍັງໜ່ວຍງານທີ່ຮັບຜິດຊອບ. ລູກຄ້າຜູ້ທີ່ເສັຽເງິນໃຫ້ບໍຣິສັດ ພີເອສ 150 ລ້ານ ກີບ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ວ່າ:
“ບໍ່ເຄື່ອນໄຫວຫຍັງເລີຍ ອັນຣັຖບານຂະເຈົ້າເກັບກໍາລາຍຊື່ໄປເນາະ ກະມິດມາປານນີ້ເລີຍແຫຼະ ຕາມຜູ້ໃດກະບໍ່ໄດ້ ຂະເຈົ້າເຮັດຫຍັງບໍ່ໄດ້ນ່າ ເຣື່ອງເງິນສົ່ງຄືນ ປະຊາຊົນລະບໍ່ເຫັນຊິວ່າເລີຍ ຂະເຈົ້າບໍ່ເປີດຂ່າວເລີຍ.”
ນອກຈາກນີ້ ລູກຄ້າອີກຄົນນຶ່ງ ທີ່ເປັນຜູ້ເສັຽຫາຍເປັນເງິນ 50 ລ້ານ ກີບ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ວ່າ:
“ຂາຍຊັບສິນຫັ້ນ ໄດ້ເທົ່າໃດກະປັນກັນໄດ້ ຜູ້ລະລ້ານ ສອງລ້ານ ຫຼືວ່າ ເທົ່າໃດກະຢ່າ ຈະບໍ່ໄດ້ຊໍ່າ ເຂົາກະຄິດແນວນັ້ນ ບໍ່ຮູ້ວ່າ ຣັຖບານເພິ່ນຈະແກ້ແນວໃດ ຄືຊິີບໍ່ມີແວວດອກ ວ່າຊິໄດ້ເງິນຄືນ ມັນຍາກ ຍາກຢູ່.”
ນັກວິຊາການ ທາງດ້ານກົດໝາຍ ເຫັນວ່າ ຄວນເອົາເງິນຈາກການຂາຍຊັບສິນ ຂອງບໍຣິສັດ ພີເອສ ແລ້ວມາຈ່າຍຄືນໃຫ້ສະມາຊິກ ຜູ້ເສັຽຫາຍ ເຊິ່ງຈະໄດ້ຜູ້ລະເທົ່າໃດກໍຕາມ.
“ຕອນນີ້ ກະຄື ຖ້າມັນບໍ່ມີຄວາມຄືບໜ້າ ສິ່ງທີ່ເຮົາເຮັດກະໄດ້ຄື 1. ຂຽນໜັງສືຫາກວດກາຮັຖບານ ໃນເຣື່ອງການທົດແທນເງິນຄືນ ໃຫ້ແກ່ສະມາຊິກຫັ້ນ ໄດ້ດໍາເນີນຮອດຂັ້ນໃດ, ກະຕ້ອງໄດ້ຕາມເພາະຫຍັງ ເພາະວ່າ ຢ່າງໜ້ອຍ ມັນກະມີເຣື່ອງຊັບສິນ ຂອງບໍຣິສັດ ກະຍັງມີຢູ່ ຢ່າງໜ້ອຍເຮົາກະໄດ້ ສ່ວນໃດສ່ວນນຶ່ງ ກະຍັງດີ.”
ທ້າວ ປໍ່ເຮີ ແລະ ນາງ ສຸກນາລີ ເທບສີເມືອງ ພ້ອມດ້ວຍພັກພວກທັງໝົດ 12 ຄົນ ຖືກສານຕັດສິນ ໃນຄວາມຜິດສໍ້ໂກງຊັບພົລເມືອງ, ການຟອກເງິນ, ການໂຄສະນາຕ້ານ ສປປ ລາວ, ການໂຮມກຸ່ມຄົນ ເພື່ອສ້າງຄວາມປັ່ນປ່ວນ, ການຊື້ຂາຍອາວຸດ ແລະ ຄອບຄອງຊິ້ນສ່ວນອະໄວຍະວະສັດປ່າ ປະເພດຫວງຫ້າມ ໂດຍບໍ່ໄດ້ຮັບອະນຸຍາດ.
ນາງ ສຸກນາລີ ເທບສີເມືອງ ປະທານບໍຣິສັດ ພີເອສ ຖືກຕັດສິນຈໍາຄຸກ 29 ປີ ປັບໃໝ 2.8 ຕື້, ແລະ ທ້າວ ປໍ່ເຮີ້ ເຈົ້າຂອງບໍຣິສັດ ຖືກຕັດສິນຈໍາຄຸກ 27 ປີ ແລະປັບໃໝ 2.8 ຕື້ ກີບ, ແຕ່ ທັງ 2 ຄົນຍອມຮັບສາລະພາບ ສານຈຶ່ງລົດໂທດໃຫ້ ເຫຼືອຈໍາຄຸກ 15 ປີ, ສ່ວນພະນັກງານອີກ 10 ຄົນ ທີ່ມີສ່ວນກ່ຽວຂ້ອງ ໄດ້ຮັບໂທດຕາມກົດໝາຍ ທີ່ສານປະຊາຊົນ ຊັ້ນຕົ້ນໄດ້ຕັດສິນໄປ.