ລູກຄ້າຈະທວງເງິນຈາກ ພີເອສ

ອຸ່ນແກ້ວ ສຸກສະຫວັນ
2017.09.08
F-PS ບໍຣິສັດພີເອັສ ສົ່ງເສີມ ກະສິກັມ ແລະ ອຸດສາຫະກັມ ຄົບວົງຈອນ
Screen captured LNTV video

ບັນດາສະມາຊິກລູກຄ້າ ທີ່ໄດ້ເອົາເງິນໄປຝາກນຳ ບໍຣິສັດ ພີເອສ ຈະພາກັນ ໄປທວງເງິນນໍາ ບໍຣິສັດ ພີເອສ ໂດຍສະເພາະ ປະທານ ບໍຣິສັດ ຄື ທ່ານ ປໍເຮີ ແລະ ນາງ ສຸກນາລີ ເທບສີເມືອງ. ດັ່ງທ່ານ ແກ້ວວິຊຽນ ໄຊຍະສິດ ລູກຄ້າຄົນນຶ່ງຂອງບໍຣິສັດ ພີເອສ ໄດ້ກ່າວ ປະກາດ ໃຫ້ສະມາຊິກ ທົ່ວປະເທດ ຮູ້ວ່າ:

"ຂ້າພະເຈົ້າຊິຂໍແຈ້ງການ ວ່າວັນທີ 11 ເດືອນ 9 ປີ 2017 ນີ້ ທີມງານພວກຂ້າພະເຈົ້າ ຊິມີການຮວມໂຕເນາະ ເພື່ອໄປທວງຖາມ ເອົາສິດ ໄປທວງຖາມເອົາ ເງິນເຮົາຄືນ ນຳປະທານ ປໍເຮີ ກໍຄື ນາງ ສຸກນາລີ ເທບສີເມືອງ".

ລູກຄ້າໄດ້ຮຽນຮ້ອງໃຫ້ ຣັຖບານເຂົ້າມາ ຊ່ວຍເຫລືອ ຍ້ອນວ່າ ຫລັງຈາກທີ່ ທະນາຄານ ອອກແຈ້ງການໃຫ້ ບໍຣິສັດ ສົ່ງເງິນຄືນໃຫ້ ລູກຄ້າ ແຕ່ຈົນມາເຖີງ ປັດຈຸບັນ ກໍຍັງບໍ່ມີລູກຄ້າ ຄົນໃດ ໄດ້ຮັບເງິນ. ດັ່ງ ທ່ານ ກ່າວວິຊຽນ ກ່າວຕື່ມອີກວ່າ:

"ຖ້າທາງພາກຣັຖໄດ້ຍິນ ກະຢາກໃຫ້ ມາຍື່ນມືມາເຂົ້າມາຊ່ວຍ ແກ້ໄຂຊ່ວຍພໍ່ແມ່ ປະຊາຊົນແດ່ ເພາະວ່າ ຕອນນີ້ ຜ່ານມາໄລຍະ ຫລາຍ ເດືອນແລ້ວ ທີ່ທາງຫ້ອງການ ຣັຖບານກະຄື ທາງທະນາຄານ ໄດ້ແຈ້ງການ ມາວ່າໃຫ້ ທ່ານ ປໍເຮີ ກະຄື ທ່ານນາງ ສຸກນາລີ ຄືນເງິນໃຫ້ ປະຊາຊົນ ແຕ່ປັດຈຸບັນນີ້ ກະບໍ່ມີ ຫຍັງເລີຍ ບໍ່ມີຄຳຕອບ ແນວໃດເນາະ".

ສະມາຊິກ ອີທ່ານນຶ່ງ ໄດ້ກ່າວຕໍ່ ເອເຊັຽເສຣີ ໃນວັນທີ 7 ກັນຍາ ວ່າ: ໃນວັນ 11 ກັນຍາ ຈະມີສະມາຊິກຫລາຍ 100 ຄົນໄປທວງເງິນ ນຳບໍຣິສັດຍ້ອນວ່າ ປະທານບໍຣິສັດ ເຄີຍບອກ ວ່າຈະຈ່າຍເງິນຄືນ ໃຫ້ລູກຄ້າ, ແຕ່ຈົນເຖີງ ປັດຈຸບັນນີ້ ກໍບໍ່ມີລູກຄ້າ ຄົນໃດ ໄດ້ເງິນຄືນ.

ເພື່ອສອບຖາມຂໍ້ມູນເພີ້ມເຕີມ, ເອເຊັຍເສຣີ ໄດ້ພຍາຍາມ ຕິດຕໍ່ຫາ ທ່ານ ປໍເຮີ ແລະ ນາງ ສຸກນາລີ ເທບສີເມືອງ ຫລາຍຄັ້ງ, ແຕ່ທັງ ສອງທ່ານ ບໍ່ມີໃຜຮັບ ໂທຣະສັບ.

ຫລັງຈາກ ທີ່ຮູ້ວ່າ ຈະມີລູກຄ້າໄປທວງເງິນ ໃນວັນທີ 11 ກັນຍາ, ບໍຣິສັດ ພີເອສ ໄດ້ອອກແຈ້ງການ ປິດການໃຫ້ ບໍຣິການ ຊົ່ວຄາວ ນັບແຕ່ ວັນທີ 7-15 ກັນຍາ.

ທີ່ຜ່ານມາ ທະນາຄານແຫ່ງ ສປປລາວ ໄດ້ອອກແຈ້ງການ ໃຫ້ບໍຣິສັດ ສົ່ງເງິນຄືນ ແກ່ລູກຄ້າທັງມົດ ພາຍໃນ 30 ວັນເລີ້ມແຕ່ວັນທີ 6 ມິຖຸນາ ໄປຫາວັນທີ 6 ກໍຣະກະດາ ຜ່ານມາ, ແຕ່ປະກົດວ່າ ຍັງບໍ່ມີລູກຄ້າ ຄົນໃດ ສາມາດ ຖອນເງິນ ຈາກ ບໍຣິສັດໄດ້.

ບໍຣິສັດ ພີເອສ ໄດ້ມີການໂຄສະນາ ແລະ ປຸກລະດົມ ປະຊາຊົນ ຢູ່ເຂດຊົນນະບົດ ໂດຍອ້າງວ່າ ບັນຫາ ທີ່ເກີດຂຶ້ນ ເປັນຍ້ອນ ແຈ້ງການ ຂອງທະນາຄານ ແຫ່ງ ສປປລາວ, ແລະຍັງມີ ການແອບອ້າງ ເວົ້າເຖີງ ນາຍົກຣັຖມົນຕຼີ ແລະ ຫ້ອງການ ສຳນັກງານນາຍົກ ເພື່ອໄປ ລະດົມ ປະຊາຊົນ ໃຫ້ຫລົງເຊື່ອ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.