ຣັຖບານ-ຜູ້ຕາງໜ້າລູກຄ້າ ບໍຣິຫານ ພີເອັສ

ອຸ່ນແກ້ວ ສຸກສະຫວັນ
2017.09.14
F-PS ຫ້ອງການໃຫຍ່ ບໍຣິສັດພີເອັສ ຕັ້ງຢູ່ບ້ານປາກຊາບໃໝ່ ເມືອງໄຊທານີ ນະຄອນຫຼວງວຽງຈັນ.
Public Domain

ຫລັງຈາກ ນາງ ສຸກນາລີ ເທບສີເມືອງ ແລະ ທ້າວ ປໍເຮີ ປະທານ ບໍຣິສັດພີເອັສ ແລະ ສະມາຊິກອີກ 7 ຄົນ ຖືກຈັບເຂົ້າຄຸກ ໂພນທັນ, ຄະນະສະເພາະກິດຣັຖບານ ແລະ ຜູ້ຕາງໜ້າ ປະຊາຊົນ ທີ່ເປັນລູກຄ້າ ບໍຣິສັດພີເອັສ ໄດ້ຕົກລົງກັນ ບໍຣິຫານ ບໍຣິສັດພີເອສ ຕໍ່ໄປ.

ຄະນະສະເພາະກິດຣັຖບານລວມມີ ທະນາຄານແຫ່ງ ສປປລາວ, ເຈົ້າໜ້າທີີ່ ຂັ້ນສູງຈາກ  ຫ້ອງວ່າການ ນະຄອນຫລວງວຽງຈັນ ແລະ ເຈົ້າໜ້າທີ່ກ່ຽວຂ້ອງ ຈາກພາກສ່ວນຕ່າງໆ ໄດ້ປະຊຸມ ກັບປະຊາຊົນ ເພື່ອຜ່ານບົດບັນທຶກ ໃນວັນທີ 12 ກັນຍາ ຢູ່ຫ້ອງການໃຫຍ່ບໍຣິສັດ ພີເອັສ ຕັ້ງຢູ່ ບ້ານປາກຊາບໃໝ່ ເມືອງໄຊທານີ.

ໃນບົດບັນທຶກໄດ້ລະບຸວ່າ ປະທານ ບໍຣິສັດພີເອັສ ຍອມຈ່າຍເງິນຄືນໃຫ້ ປະຊາຊົນ ແລະ ໃຫ້ຄະນະ ສະເພາະກິດ ແລະ ຕົວແທນຂອງ ປະຊາຊົນເປັນຜູ້ຄວບຄຸມ ບໍຣິສັດ, ດັ່ງເຈົ້າໜ້າທີ່ ຫົວໜ້າຫ້ອງວ່າການ ນະຄອນຫລວງວຽງຈັນ ໄດ້ກ່າວ ໃນວັນທີ 12 ກັນຍາ ວ່າ:

"ຍອມຮັບເອົາຂໍ້ສະເໜີ ຂອງປະຊາຊົນ ຄື ຈະສືບຕໍ່ສົ່ງເງິນຄືນ ໝາຍຄວາມວ່າ ໃຊ້ໜີ້ແກ່ພໍ່ແມ່ ປະຊາຊົນ ທັງໝົດ ແລະ ມອບຊັບສິນ ຂອງບໍຣິສັດ ພີເອສ ທັງໝົດ ຫລື ພິສູດວ່າ ເປັນຂອງ ບໍຣິສັດພີເອັສ ທັງໝົດ ໃຫ້ຄະນະ ສະເພາະກິດ ຂອງຣັຖບານ ແລະ ຕົວແທນ ຂອງປະຊາຊົນ ທີ່ເປັນເຈົ້າໜີ້ ແລະ ເປັນຜູ້ກວດກາ ແລະ ອຳນວຍຄວບຄຸມ ກິຈການ ບໍຣິສັດພີເອັສ".

ນອກຈາກນີ້ ລູກຄ້າທີ່ເປັນຕົວແທນ ຂອງບໍຣິສັດພີເອັສ ເຫັນດີ ໃຫ້ກຳມະກອນຢູ່ໃນໂຮງງານ ນັ້ນສືບຕໍ່ ທຳການຜລິດ ແລະ ໃຫ້ບໍຣິການ ຕາມປົກກະຕິດ ໂດຍຢູ່ພາຍໃຕ້ ການກວດກາ ແລະ ຄຸ້ມຄອງດູແລ ຂອງຄະນະສະເພາະກິດຣັຖບານ ແລະ ຕົວແທນປະຊາຊົນ ທີ່ເປັນ ເຈົ້າໜີ້ບໍຣິສັດ.

ກອງປະຊຸມເຫັນດີ ໃຫ້ປະຊາຊົນ ເລືອກຕົວແທນ ຂອງຕົນເອງປະມານ 10 ຄົນ ເຂົ້າມາດຳເນີນງານ ຮ່ວມກັບ ຄະນະສະເພາະກິດ ຂອງຣັຖບານ ຕໍ່ໄປ.

ຫລັງຈາກການຜ່ານບົດບັນທຶກແລ້ວ, ລູກຄ້າຄົນນຶ່ງ ໄດ້ກ່າວຕໍ່ເອເຊັຍເສຣີ ໃນວັນທີ 12 ກັນຍາ ວ່າ: ກໍຈຳເປັນຕ້ອງມີການ ດຳເນີນການ ເພື່ອປະຄອງບໍຣິສັດໄປກ່ອນ ເພາະວ່າ ບັນຫາມັນເກີດຂຶ້ນແລ້ວ ກໍຕ້ອງຄ່ອຍແກ້ໄຂໄປ.

ການຈັບກຸ່ມປະທານບໍຣິສັດ ແລະ ຄະນະບໍຣິຫານຂອງບໍຣິສັດ ໃນຄັ້ງ ເປັນຍ້ອນວ່າ ປະຊາຊົນ ຈາກທົ່ວປະເທດປະມານ 2 ພັນ ຄົນມາ ຊຸມນຸມເພື່ອທວງເງິນ ຈາກບໍຣິສັດພີເອັສ ແຕ່ວັນທີ 11-12 ກັນຍາ.

ລາຍຊື່ ຜູ້ທີ່ຖືກຈັບ ໃນວັນທີ 12 ກັນຍາ ມີດັ່ງຕໍ່ໄປນີ້:

1.ນາງ ສຸກນາລີ ເທບສີເມືອງ ປະທານບໍຣິສັດພີເອັສ

2.ທ້າວ ປໍເຮີ ປະທານຮ່ວມ

3.ທ້າວ ສິງ ນ້ອງຊາຍ ຂອງ ນາງ ສຸກນາລີ

4.ທ້າວ ກີ້ ນ້ອງຊາຍ ຂອງ ນາງ ສຸກນາລີ

5.ທ້າວ ບຸນທຳ ລັດວິໄສ

6.ນາງ ຈັນສະໝອນ

7.ທ້າວ ໄຊຊົງ ທາດເມືອງ

8.ທ້າວ ໄຊຊົງ (ນ້ອຍ

9.ທ້າວ ແກ້ວ ສິງນະວົງ

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.