ຝ່າຍຜລິດໄຟຟ້າລາວ ກໍາລັງ ໂອນຫຸ້ນ
2020.10.09
ປັດຈຸບັນ ບໍຣິສັດຝ່າຍຜລິດ-ໄຟຟ້າລາວ ມະຫາຊົນ ຊຶ່ງເປັນບໍຣິສັດລູກຂອງ ຣັຖວິສາຫະກິດໄຟຟ້າລາວ ກຳລັງຢູ່ໃນຂັ້ນຕອນການໂອນ ຂາຍຫຸ້ນໄຟຟ້າ ປະມານ 400 ລ້ານ ຫຸ້ນ ໃຫ້ແກ່ບໍຣິສັດ ພົງຊັບທະວີ ກໍ່ສ້າງຂົວທາງ ເຄຫະສະຖານ ແລະ ຊົລປະທານ ຈຳກັດຜູ້ດຽວ.
ເຖິງວ່າມີຣາຍງານ ຂ່າວ ອອກມາໃນວັນທີ 1 ຕຸລາ ທີ່ຜ່ານມາ ວ່າບໍຣິສັດ ພົງຊັບທະວີ ຈະຊື້ຫຸ້ນໄຟຟ້າກໍຕາມ, ແຕ່ ມາເຖິງປັດຈຸບັນ ບໍຣິສັດ ພົງຊັບທະວີ ກໍຍັງບໍ່ໄດ້ເປີດເຜີຍ ຣາຍລະອຽດຂອງການຊື້ຂາຍ ຫຸ້ນ ໃນຄັ້ງນີ້ ຈົນກວ່າວ່າ ການໂອນຫຸ້ນຈະສຳເຣັດລົງ ບໍຣິສັດ ຈຶ່ງຈະສາມາດເປີດເຜີຍໄດ້. ເຈົ້າໜ້າທີ່ບໍຣິສັດ ຝ້າຍຜລິດ-ໄຟຟ້າລາວ ມະຫາຊົນ ກ່າວຕໍ່ເອເຊັຍເສຣີ ໃນວັນທີ 8 ຕຸລາ ວ່າ:
"ໂອ ເຮົາບໍ່ຊາບເນາະ ໂຕນີ້ ສຳລັບຈຸເຮົາແມ່ນໄດ້ເຜີຍແຜ່ອອກ ໄປທາງເວັບໄຊ ແລ້ວ ເນາະເຈົ້າ ເພິ່ນບໍ່ທັນ ໄດ້ແຈ້ງຫຍັງມາເທື່ອ."
ເອເຊັຍເສຣີ ໄດ້ຕິດຕໍ່ຫາ ບໍຣິສັດ ພົງຊັບທະວີ ເພື່ອຖາມຂໍ້ມູນເພີ່ມເຕີມ ກ່ຽວກັບເລື່ອງນີ້, ແຕ່ ເຈົ້າໜ້າທີ່ຂອງບໍຣິສັດ ບໍ່ໃຫ້ສະດວກທີ່ຈະໃຫ້ ສຳພາດເລື່ອງນີ້. ກ່ຽວກັບເລື່ອງນີ້ ເຈົ້າໜ້າທີ່ປະຈຳຄະນະ ກັມມະການ ຄຸ້ມຄອງຫຼັກຊັບລາວ ໃຫ້ການຢືນຢັນຄັກແນ່ວ່າ ສຳລັບຂໍ້ມູນ ແລະ ຣາຍລະອຽດຕ່າງໆ ກ່ຽວກັບການຊື້ຂາຍຫຸ້ນໄຟຟ້າ ດັ່ງກ່າວ, ບໍຣິສັດຜລິດໄຟຟ້າລາວ ມະຫາຊົນ ແລະ ບໍຣິສັດພົງຊັບທະວີ ຍັງບໍ່ຣາຍ ງານຕໍ່ຕະຫຼາດຫຼັກຊັບລາວ ສະນັ້ນ ຕ້ອງລໍຖ້າຈົນວ່າ ຈະມີການໂອນຫຸ້ນໃຫ້ສຳເຣັດກ່ອນ.
"ເພິ່ນກຳລັງດໍເນີນການໂອນຫຸ້ນ ຄືຄິດວ່າ ໃນໄວໆ ນີ້ ຖ້າສົມມຸດເພິ່ນແລ້ວ ເພິ່ນສຳເລັດການໂອນແລ້ວ ເພິ່ນອາດຈະໄດ້ເປີດເຜີຍ ອີກເທື່ອນຶ່ງ."
ອີງຕາມບົດສະຫຼຸບກ່ຽວກັບການຊື້ຂາຍຫຸ້ນ ລະຫວ່າງ ບໍຣິສັດຜລິດ-ໄຟຟ້າລາວ ແລະ ບໍຣິສັດ ພົງຊັບທະວີ, ຈຳນວນຫຸ້ນຂອງບໍຣິສັດຜລິດ ໄຟຟ້າລາວມະຫາຊົນມີປະມານ 1,600 ລ້ານຫຸ້ນ ຊຶ່ງມີມູນຄ່າຫຸ້ນລະ 4,000 ກີບ ໃນຂນະທີ່ ບໍຣິສັດ ພົງຊັບທະວີ ສະເໜີຂໍຊື້ຫຸ້ນ ຈຳນວນ 400 ລ້ານ ຫຸ້ນໃນລາຄາຫຸ້ນລະ 4,000 ກີບ.
ຫຼັງຈາກຊື້ຂາຍຫຸ້ນຄັ້ງນີ້ສຳເຣັດແລ້ວ ບໍຣິສັດ ພົງຊັບທະວີ ຈະເປັນຜູ້ຖືຫຸ້ນອັນດັບ 2 ໃນສັດສ່ວນ 24 ເປີເຊັນ ໃນບໍຣິສັດ ຜລິດ-ໄຟຟ້າລາວ ມະຫາຊົນ ໃນຂນະທີ່ ບໍຣິສັດ ຜລິດ-ໄຟຟ້າລາວຍັງເປັນຜູ້ຫຸ້ນອັບດັບ 1 ໃນອັດຕຣາສ່ວນ 51 ເປີເຊັນ ໃນຈຳນວນຫຸ້ນ ປະມານ 800 ລ້ານ ຫຸ້ນ.
ຄ່າໃຊ້ຈ່າຍໃນໄລຍະ 6 ເດືອນ ຕົ້ນປີ 2020 ຂອງບໍຣິສັດ ຜລິດ-ໄຟຟ້າລາວ ມະຫາຊົນ ເກືອບ 700,000 ລ້ານ ກີບ ໃນຂນະທີ່ ບໍຣິສັດ ດັ່ງກ່າວ ຂາດທຶນເກືອບ 170,000 ລ້ານກີບ, ສ່ວນວ່າ ກຳໄລສຸດທິ ທັງໝົດໃນໄລຍະ 6 ເດືອນ ຕົ້ນປີ 2020 ຢູ່ທີ່ 15,000 ລ້ານ ກີບ. ບໍຣິສັດ ຜລິດ-ໄຟຟ້າລາວ ມະຫາຊົນ ກໍບໍ່ອະນຸມັດເງິນປັນຜົນ ຍ້ອນວ່າ ຜົນກະກອບການ 6 ເດືອນຕົ້ນປີ 2020 ຫຼຸດລົງເຫຼືອປະມານ 15 ຕື້ ກີບ ອີງຕາມຕາມການຣາຍງານຂອງໜັງສືພິມວຽງຈັນທາມ ໃນວັນທີ 8 ຕຸລາ 2020.
ສຳລັບໂຄງການເຂື່ອນໄຟຟ້າ ທີ່ບໍຣິສັດ ຜລິດ-ໄຟຟ້າລາວ ມະຫາຊົນ ເປັນຜູ້ຄຸ້ມຄອງໃນ ປັດຈຸບັນ ມີທັງໝົດ 10 ໂຄງການ ໄດ້ແກ່ເຂື່ອນ ນ້ຳຄານ 2, ເຂື່ອນນ້ຳສະນາ, ເຂື່ອນນ້ຳຊອງ, ເຂື່ອນນ້ຳງື່ມ 1, ເຂື່ອນນໍ້າມັງ 3, ເຂື່ອນນ້ຳລີກ, ເຂື່ອນເຊເສັດ 1, ເຂື່ອນເຊເສັດ 2, ເຂື່ອນຫ້ວຍລຳພັນໃຫຍ່ ແລະ ເຂື່ອນເຊລະບຳ. ນອກຈາກນີ້ ບໍຣິສັດ ຍັງໄດ້ຖືຮຸ້ນຢູ່ໃນເຂື່ອນນ້ຳອູ 5, ເຂື່ອນນ້ຳອູ 6 ແລະ ເຂື່ອນ ດອນສະໂຮງ.
ກຸ່ມບໍລິສັດ ພົງຊັບທະວີ ໄດ້ກໍ່ຕັ້ງຂຶ້ນ ໃນປີ 2001 ໃຊ້ທຶນຈົດທະບຽນ 15 ຕື້ກີບ ເລີ່ມຕົ້ນຈາກການດຳເນີນທຸລະກິດ ກໍ່ສ້າງ ແລະ ໄດ້ຮັບ ເໝົາກໍ່ສ້າງເສັ້ນທາງ ເຂດພູດອຍ ຈຳນວນຫຼາຍໂຄງການ ຈາກຣັຖບານ.
ມາເຖິງປີ 2010, ກຸ່ມບໍລິສັດ ພົງຊັບທະວີ ໄດ້ປ່ຽນຮູບແບບການ ຮັບເໝົາກໍ່ສ້າງແບບດັ່ງເດີມ ມາເປັນ ຮູບແບບສັນຍາ ຮັບເໝົາກໍ່ສ້າງ ທັງໝົດ ແລ້ວສົ່ງມອບໃຫ້ເຈົ້າຂອງໂຄງການ,
ແລ້ວເກັບເງິນຄືນຈາກເຈົ້າຂອງໂຄງການ ຫຼື ຣັຖບານ, ຮູບແບບສັນຍາ ນີ້ໄດ້ປະຕິບັດໃນໂຄງການ ຕ່າງໆເຊັ່ນ: ໂຄງການກໍ່ສ້າງທາງ, ໂຄງການກໍ່ສ້າງ ອາຄານ ແລະອື່ນໆ, ກັບພາກລັດ, ລັດວິສາຫະກິດ ແລະ ເອກະຊົນ, ຄຽງຄູ່ກັນນັ້ນ ກໍ່ໄດ້ດຳເນີນ ທຸລະກິດດ້ານອະສັງຫາລິມະຊັບ ຕື່ມອີກ.
ໂຄງການກໍ່ສ້າງ ເຂື່ອນໄຟຟ້າ ແຫ່ງທຳອິດຂອງ ກຸ່ມບໍຣິສັດ ພົງຊັບທະວີ ໄດ້ເລີ່ມລົງຕົ້ນຂຶ້ນ ໃນປີ 2011, ມາຮອດປະຈຸບັນ ກຸ່ມບໍຣິສັດ ພົງຊັບທະວີ ໄດ້ສ້າງເຂື່ອນ ສຳເຣັດປະມານ 4 ເຂື່ອນ ມີກຳລັງການ ຜລິດ 110 MW, ແລະ ອີກ 3 ເຂື່ອນ ມີກຳລັງການຜລິດ 102 MW., ແລະ ຍັງມີໂຄງການ ເຂື່ອນທີ່ກຳລັງກໍ່ສ້າງອີກ ຈຳນວນນຶ່ງ ທີ່ມີກຳລັງການຜະລິດ 293 MW. ກຸ່ມບໍລິສັດ ພົງຊັບທະວີ ໄດ້ວາງແຜນ ພັທນາ ດ້ານພະລັງງານ ໃຫ້ສຳເລັດບໍຕ່ຳກວ່າ 1,000 MW ໃນປີ 2020 ໃນນັ້ນ ຈະລວມມີ ພະລັງງານໄຟຟ້າ ຈາກນ້ຳ, ພະລັງງານໄຟຟ້າຈາກ ແສງອາທິດ, ພະລັງໄຟຟ້າງານຈາກລົມ ແລະ ພະລັງງານໄຟຟ້າ ຈາກຖ່ານຫີນ.
ສຳລັບໂຄງການເຂື່ອນພະລັງງານ ໄຟຟ້າຂອງບໍຣິສັດ ພົງຊັບທະວີ ທີ່ໄດ້ຜລິດກະແສໄຟຟ້າ ແລ້ວ ມີທັງໝົດ 8 ໂຄງການລວມມີ ເຂື່ອນ ເຊນ້ຳນ້ອຍ 1, ເຂື່ອນເຊນ້ຳນ້ອຍ 6, ເຂື່ອນນ້ຳງຽບ 3A, ເຂືອນນໍ້າຊັນ 3A, ເຂື່ອນນ້ຳຊັນ 3B, ເຂື່ອນນ້ຳໂສ, ເຂື່ອນນ້ຳເປີນ 1, ເຂື່ອນນ້ຳແກ, ແລະ ຍັງມີໂຄງການເຂື່ອນ ທີ່ກຳລັງສຶກສາຄວາມເປັນໄປໄດ້ອີກ 19 ໂຄງການ ຢູ່ແຂວງຊຽງຂວາງ, ຫົວພັນ, ໄຊສົມບູນ, ສວັນນະເຂດ, ເຊກອງ ແລະ ອັດຕະປື.
ການທີ່ບໍຣິສັດຜລິດໄຟຟ້າ ລາວມະຫາຊົນ ຂາຍຫຸ້ນ 24% ໃຫ້ບໍຣິສັດພົງຊັບທະວີ ນັ້ນ ຍ້ອນວ່າ ບໍຣິສັດຜລິດ-ໄຟຟ້າລາວ ມະຫາຊົນ ກໍາລັງຫາເງິນຕາ ຕ່າງປະເທດ ເພື່ອນໍາໄປຊໍາຣະໜີ້ສິນ ເປັນຈໍານວນ ມະຫາສານ ທີ່ກູ້ຢືມມາຈາກຈີນ ເພື່ອນໍາມາໃຊ້ໃນການສ້າງ ໂຄງການເຂື່ອນຕ່າງໆ ແລະ ພັດນາລະບົບໄຟຟ້າ ຕ່າງໆໃນລາວ ດັ່ງນັ້ນຈຶ່ງຕ້ອງ ຣະດົມທຶນ ດ້ວຍການຂາຍຫຸ້ນ ດັ່ງກ່າວ ເພື່ອຫາເງິນໃຊ້ໜີ້.
ທ່ານ ວິທູນ ເພີ່ມພົງສາຈະເຣີນ ຜູ້ອໍານວຍການເຄືອຂ່າຍພະລັງງານ ເພື່ອນິເວດວິທຍາຢູ່ເຂດລຸ່ມແມ່ນໍ້າຂອງ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 6 ຕຸລາ ວ່າ:
"ມັນມີບັນຫາວ່າ ລາວ ກໍາລັງປະສົບບັນ ຫາໃນການຊໍາຣະໜີ້ ຊຶ່ງອັນນີ້ ເປັນເຫດຜົນນຳ ຫລື ບໍ່ ໃນການທີ່ຈະຕ້ອງຣະດົມທຶນ ໂດຍຂາຍ ຫຸ້ນ ອັນນີ້ກະເປັນຂໍ້ສັງເກດທີ່ເປັນໄປໄດ້ ເພື່ອຈະໄດ້ເງິນຕຣາຕ່າງ ປະເທດ ໄປຊໍາຣະໜີ້ ທີ່ກໍາລັງ ປະສົບບັນຫາ.”
ທ່ານ ວິທູນ ກ່າວອີກວ່າ ການທີ່ບໍຣິສັດ ພົງຊັບທະວີ ເຂົ້າມາຊື້ຫຸ້ນນັ້ນ ໝາຍຄວາມວ່າຄະນະກັມການ ຈາກບໍຣິສັດດັ່ງກ່າວ ຈະຕ້ອງເຂົ້າມາ ມີບົດບາດ ໃນການບໍຣິຫານນໍາດ້ວຍ ໃນຖານະຜູ້ຖືຫຸ້ນຮ່ວມ ຊຶ່ງອາດເຮັດໃຫ້ມີຜົນ ຕໍ່ການປ່ຽນໂຄງສ້າງ ຂອງ ບໍຣິສັດຜລິດ-ໄຟຟ້າລາວ ມະຫາຊົນ.