ປະຊາຊົນລາວ ສ່ວນຫຼາຍ ຍັງບໍ່ມີໄຟຟ້າໃຊ້

ໄຊຍາ
2023.07.17
ປະຊາຊົນລາວ ສ່ວນຫຼາຍ ຍັງບໍ່ມີໄຟຟ້າໃຊ້ ວິຖີຊີວິດຊາວບ້ານ ເຂດຊົນນະບົດ ໃນແຂວງພາກເໜືອ ຂອງລາວ, ວັນທີ 15 ຕຸລາ ປີ 2022.
RFA

ເປົ້າໝາຍການພັທນາ ແບບຍືນຍົງທີ 7 ແມ່ນພາຍໃນປີ 2030 ຣັຖບານຈະຮັບປະກັນ ໃຫ້ປະຊາຊົນລາວທຸກຄົນມີພະລັງງານ ໄຟຟ້າ ທີ່ທັນສໄມ, ລາຄາຖືກ ແລະ ສະອາດຊົມໃຊ້. ສ່ວນສະພາບໂຕຈິງ ປັດຈຸບັນນີ້ປະຊາຊົນລາວ ຈຳນວນຫຼາຍຍັງບໍ່ມີພະລັງງານໄຟຟ້າທີ່ທັນ ສໄມລາຄາຖືກ ແລະ ສະອາດຊົມໃຊ້ເທື່ອຍ້ອນຣັຖບານຂາດງົບປະມານ ເພື່ອພັທນາ ຂຍາຍຕ່າຂ່າຍໄຟຟ້າ ແລະ ປະຊາຊົນລາວຈຳນວນຫຼາຍຍັງທຸກຍາກ ບໍ່ມີເງິນຈ່າຍຄ່າຕິດຕັ້ງໄຟຟ້າ ເຂົ້າເຮືອນທີ່ລາຄາແພງ, ແຕ່ພາຍໃນປີ 2030 ຄາດວ່າປະຊາຊົນຈະມີໄຟຟ້າ ຊົມໃຊ້ທຸກຄົວເຮືອນ ຍ້ອນຣັຖບານອະນຸຍາດໃຫ້ ນັກລົງທຶນຈາກຕ່າງປະເທດ ເຂົ້າມາຜລິດພະລັງງານໄຟຟ້າ ຈາກນໍ້າ, ແສງຕາເວັນ, ຖ່ານຫີນ, ລົມ ແລະ ອື່ນໆ ແຕ່ກໍຂຶ້ນກັບເງື່ອນໄຂ ຂອງແຕ່ລະບ່ອນວ່າ ຣັຖບານຈະຫາງົບປະມານ ຈາກແຫຼ່ງທຶນຕ່າງໆ ເພື່ອພັທນາ ຂຍາຍຕາຄ່າຍໄຟຟ້າໄດ້ ຫຼືບໍ່ ອີງຕາມຄຳເວົ້າ ຂອງເຈົ້າໜ້າທີ່ລາວ, ປະຊາຊົນ ແລະ ເຈົ້າໜ້າທີ່ຣັຖວິສາຫະກິຈ. ສະເພາະເມືອງຈອມເພັດ ແຂວງຫຼວງພຣະບາງ ປະຊາຊົນທົ່ວເມືອງມີໄຟຟ້າຊົມໃຊ້ 75% ແລ້ວ, ເຫຼືອແຕ່ 25% ທີ່ເປັນປະຊາຊົນທີ່ທຸກຍາກ ບໍ່ມີໄຟຟ້າຊົມໃຊ້ ເນື່ອງຈາກຣັຖບານຂາດແຫຼ່ງທຶນ ເພື່ອພັທນາ ຂຍາຍຕາຂ່າຍໄຟຟ້າ ແລະ ເຖິງແມ່ນຂັ້ນເມືອງໄດ້ທຶນເພື່ອພັທນາຂຍາຍຕາຂ່າຍໄຟຟ້າ ແຕ່ໄດ້ສາຍໄຟທີ່ບໍ່ໄດ້ມາຕຖານ ເຮັດໃຫ້ໄລຍະຝົນຕົກ ປະຊາຊົນປະເຊີນບັນຫາ ໄຟຕົກເລື້ອຍໆ.

ດັ່ງເຈົ້າໜ້າທີ່ ຣັຖວິສາຫະກິຈ ໄຟຟ້າລາວ ເມືອງຈອມເພັດກ່າວວ່າ:

ການຂຍາຍຕາຂ່າຍ ມັນຕ້ອງໄດ້ໃຊ້ທຶນສູງ ບາດນີ້ເຮົາເວົ້າເຣື່ອງການລົງທຶນ ຂອງຣັຖ ແຕ່ລະປີເຮົາກໍຍາດແຍ່ງຈັ່ງຊີ້. ບາງເທື່ອໄດ້ດ້າມບ້ານ ຈັ່ງຊີ້ນ່າ ຂາດແຫຼ່ງທຶນນີ້ແຫຼະ. ກໍໄດ້ມາກໍໄດ້ເຮັດແຕ່ໄຟ 12, 17 ນີນ່າ. ບໍ່ໄດ້ໃຊ້ໄຟ 22. ລະບົບຊີນວາຍໄຟເສັ້ນດຽວແຕ່ວ່າຄັນຟ້າຮ້ອງຝົນຕົກຂ້ອນຂ້າງໄຟຕົກລຳບາກສົມຄວນຄັນວ່າໄຟ 22 ລະບົບອັນມາຕຖານຢູ່ໃນອັນນ່າເມືອງໃຫຍ່ເພິ່ນກໍໃຊ້ໄຟ 22 ຕົ້ນທຶນສູງຈັ່ງຊິເຮົາຊິຂຶ້ນໄປຍາດແຍ່ງມັນກໍບໍ່ຕິດນ່າໂຄງການ.

ສ່ວນຢູ່ເມືອງວຽງພູຄາ ແຂວງຫຼວງນໍ້າທາ ປະຊາຊົນທົ່ວເມືອງມີໄຟຟ້າຊົມໃຊ້ 95% ແລ້ວເຫຼືອແຕ່່ 5% ເຊິ່ງເປັນປະຊາຊົນທີ່ທຸກຍາກ ບໍ່ມີໄຟຟ້າຊົມໃຊ້ຄືກັນ ເນື່ອງຈາກເຂດບ້ານທີ່ທຸກຍາກບໍ່ມີໂຄຕ້າ ຈາກຣັຖບານເພື່ອຂຍາຍຕາຂ່າຍໄຟຟ້າ ເທື່ອ ແລະນະໂຍບາຍຣັຖກ່ຽວກັບໃຫ້ປະຊາຊົນ ຜ່ອນຄ່າຕິດຕັ້ງໄຟ ເຂົ້າເຮືອນນຳຣັຖວິສາຫະກິຈໄຟຟ້າລາວ ໄດ້ 35 ເດືອນ ແມ່ນເປັນນະໂຍບາຍທີ່ຈັດຕັ້ງປະຕິບັດ ບໍ່ທົ່ວເຖິງເຂດບ້ານທຸກຍາກ.

ດັ່ງເຈົ້າໜ້າທີ່ ຣັຖວິສາຫະກິຈໄຟຟ້າລາວ ເມືອງວຽງພູຄາກ່າວວ່າ:

ຕາມທິດຊິ້ນຳລວມ ຂອງອັນນ່າບໍຣິສັດໄຟຟ້າ ປະມານ 95% ນີ້ຖືວ່າໄດ້ແລ້ວແຫຼະ ໄຟຟ້ານ່າ, ແຕ່ວ່າບ່ອນທີ່ຄ້າງ, ຄອບຄົວທີ່ທຸກຍາກເນາະ ເພາະວ່າ ທາງບໍຣິສັດເຂົາເຈົ້າ ຈະອອກອອກໂຄຕ້າ ເປັນປີເນາະ. ອັນນ່າປີນີ້ເທົ່ານີ້ ຄອບຄົວທາງຂັ້ນເທິງກໍໄດ້ມີນະໂຍບາຍ ຈຳນວນນຶ່ງ. ການຕໍ່ໄຟ ມັນຈະຖືກເປັນລ້ານບໍ່ຄືວ່າ ເຂົາເຈົ້າ (ບໍຣິສັດໄຟຟ້າ) ຈະເອົາໄປເຄິ່ງນຶ່ງ ສ່ວນເຄິ່ງນຶ່ງນັ້ນ ຈະໃຫ້ເຂົາຈ່າຍເປັນເດືອນ ເປັນງວດຫັ້ນແຕ່ຍັງບໍ່ທັນໝົດເທື່ອ.

ແຂວງເຊກອງ ປະຊາຊົນທົ່ວແຂວງ ມີໄຟຟ້າຊົມໃຊ້ 87% ແລ້ວ ໃນນັ້ນມີເມືອງກາລືມ ທີ່ໜ້າເປັນຫ່ວງຫຼາຍກ່ວາໝູ່ ຍ້ອນມີອັດຕຣາຊົມໃຊ້ໄຟຟ້າ ທົ່ວເມືອງພຽງ 30% ເທົ່ານັ້ນ ເນື່ອງຈາກເປັນເມືອງທີ່ມີບ້ານຢູ່ເຂດຫ່າງໄກ ສອກຫຼີກ ເປັນບ້ານບໍ່ທັນໄດ້ເຕົ້າໂຮມ ຈຶ່ງເຮັດໃຫ້ທາງການບໍ່ມີງົບປະມານ ພັທນາຂຍາຍຕາຂ່າຍໄຟຟ້າ ໄປເຂດດັ່ງກ່າວ.

ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງແຂວງເຊກອງ ກ່າວວ່າ:

ອັດຕຣາການຊົມໃຊ້ ກໍປະມານ 87% ກ່ວາ ນຶ່ງມາກໍຍ້ອນແມ່ນບ້ານພວກເຮົາ ມັນເປັນພູສູງ ສ່ວນໃຫຍ່ເນາະ. 95% ພື້ນທີ່ຫັ້ນນ່າ ແລ້ວກໍບັນດາບ້ານກໍກະແຈກ ກະຈາຍ ເມືອງກໍຢູ່ຊົນນະບົດ ຫ່າງໄກສອກຫຼີກຫັ້ນແຫຼະ ເຣື່ອງຂຍາຍຕາຂ່າຍເຮົານີ້ ເຣື່ອງທຶນຂອງເຮົານີ້ແຫຼະ. ງົບປະມານໃຫ້ມາຢູ່ແຕ່ລະປີ ກໍໄດ້ໃຫ້ມາແຕ່ວ່າຍັງບໍ່ທັນທົ່ວເຖິງເນາະ ສ່ວນໃຫຍ່ກໍຍັງແຕ່ 2-3 ໂຕເມືອງ ໃກ້ຊິໄດ້ 100% ໝົດແລ້ວ ຍັງໂຕເມືອງດຽວ ເມືອງກາລືມ. ອ້າຍວ່າແຫຼະ ມັນໄດ້ແຕ່ 30% ປາຍ. ການຊົມໃຊ້ຂອງຄົວເຮືອນ.

ເມຶອງໄຊ ແຂວງອຸດົມໄຊ ຍັງມີກຸ່ມຫົວນໍ້າງາ ເປັນຕົ້ນ ບ້ານແສນສຸວັນເກົ່າມີ 30 ຄົວເຮືອນ ຈາກທັງໝົດ 100 ປາຍຄົວເຮືອນ ບໍ່ມີພະລັງງານໄຟຟ້າຊົມໃຊ້ ໃນນັ້ນຊື້ດອກໄຟ ແລະ ແຜງໂຊລ້າເຊລ ຈຳນວນ 5 ຄອບຄົວໃຊ້ແທນໄຟຟ້າ ສ່ວນທີ່ເຫຼືອຍັງໃຊ້ທຽນໄຂ, ໃຊ້ຕະກຽງ ແລະ ໃຊ້ພູມປັນຍາທ້ອງຖິ່ນ ປະດິດໄຟຟ້າໃຊ້ເອງ ຍ້ອນບໍ່ມີເງິນໄປຊື້ດິນ ປຸກເຮືອນ ແລະເຮັດກະສິກັມຢູ່ເຂດບ້ານແສນສວັນໃໝ່ ເຊິ່ງເປັນບ່ອນໃໝ່ ທີ່ຂັ້ນເທິງເຕົ້າໂຮມ ແລະມີຕາຂ່າຍໄຟຟ້າຊົມໃຊ້.

ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງຂັ້ນທ້ອງຖິ່ນເມືອງໄຊ ກ່າວວ່າ:

“30 ຄອບຄົວນີ້ເພາະວາມັນຍັງຢູ່ ສນາມ ຢູ່ບ້ານແສນສວັນເກົ່າ ແລ້ວກໍເປັນສນາມລ້ຽງສັດສື່ໆ ແລ້ວຢູ່ສນາມ ເຂົາຍັງບໍ່ມີເຮືອນຢູ່ບ້ານ ໃຫຍ່ນີ້, ເຂົາຕັ້ງບໍ່ມາເພາະວ່າດິນຊິເຮັດໄຮ່ ເຮັດສວນ ກໍບໍ່ມີແດ່. ດິນປຸກສ້າງກໍບໍ່ມີແດ່ ແລ້ວກໍບາງຄອບຄົວ ເຂົາຊິໄຟສະຫວ່າງ ໂຊລາເຊລ ມາໃຊ້. ມີບາງຄອບຄົວເຂົາກໍໃຊ້ທຽນບໍ່ ໃຊ້ໂຄມເທົ່ານັ້ນແຫຼະ. ມີບາງຄອບຄົວ ເຂົາກໍເອົາຈັກນ້ອຍໄປຕັ້ງ ຈັກຕີເຂົ້າ ເຮົາຫັ້ນນ່າ. ຈັກນ້ອຍໆ ເຂົາກິນ ເຂົ້າກິນນໍ້າແລ້ວ ເຂົາກໍເກັຍແລ້ວ ກໍນອນສະນັ້ນແຫຼະ.”

ວິທຍຸ ເອເຊັຽ ເສຣີ ໄດ້ຮິບໂຮມຂໍ້ມູນ ຢູ່ 2 ບ້ານ ຄືບ້ານນາແລ ເມືອງພຽງ ແຂວງໄຊຍະບູຣີ ແລະ ບ້ານອາຍາ ເມືອງບຸນໃຕ້ ແຂວງຜົ້ງສາລີ ພົບວ່າປະຊາຊົນ ບ້ານລະ 20 ປາຍ ຄອບຄົວ ຍັງບໍ່ມີໄຟຟ້າຊົມໃຊ້ຄືກັນ ເນື່ອງຈາກບໍ່ມີເງິນຕິດຕັ້ງໄຟ ເຂົ້າເຮືອນ ເຮັດໃຫ້ທຸກມື້ນີ້ຕ້ອງຕໍ່ໄຟ ຈາກເຮືອນຂອງຍາດພີ່ນ້ອງ ນຳໃຊ້ກ່ອນ.

ປະຊາຊົນຢູ່ບ້ານນາແລ ກ່າວໃນມື້ດຽວກັນວ່າ:

ປະມານ 20 ປາຍຄອບຄົວນີ້ ເງື່ອນໄຂຜູ້ອອກຢູ່ລຸ່ມກິນ ມາເຂົາບໍ່ມີເງິນຊິດຶງຕາຂ່າຍ ເຂົ້າຫັ້ນນ່າ. ຕາຂ່າຍນຶ່ງ ກໍປະມານ ມັນໃກ້ມັນໄກເນາະ ເພາະວ່າ ເຄີຍເຫັນດຶງເຂົ້ານີ້ ກໍປະມານລ້ານນຶ່ງ ລ້ານປາຍນີ້ນ່າ.

 ເຂົາກໍໃຊ້ນຳພີ່ ນຳນ້ອງ ນຳພໍ່ ນຳແມ່ ໄປກ່ອນ. ເຂົາກໍສຽບອອກຈາກເຮືອນພໍ່ ເຮືອນແມ່ ໄປໃຊ້ຢູ່ໃນຄອບຄົວຫັ້ນນ່າ.”

ພາຍໃນປີ 2030 ປະເທດລາວມີແຜນ ຈະລົບລ້າງການໃຊ້ຕະກຽງ ແຕ່ວ່າຈະເຮັດໄດ້ ຫຼື ບໍ່ນັ້ນກໍຕ້ອງຂຶ້ນກັບການຊ່ອຍເຫຼືອ ຈາກຫຼາຍພາກສ່ວນ ທັງອົງການຈັດຕັ້ງສາກົລ, ຫົວໜ່ວຍທຸຣະກິຈ ແລະ ຣັຖບານ. ດັ່ງເຈົ້າໜ້າທີ່ ຣັຖວິສາຫະກິຈໄຟຟ້າລາວ ເມືອງຈອມເພັດ ໄດ້ໃຫ້ຄວາມເຫັນວ່າ:

“ຍຸທສາດ ການພັທນາ ເຮົາກໍວາງໄວ້ແນວນັ້ນເນາະ. 2030 ຈະໃຫ້ລົບລ້າງ ລົບລ້າງ ເມືອງການໃຊ້ຕະກຽງ ຫຼືວ່າ ບ້ານໃຊ້ຕະກຽງ ກໍຢາກວ່າແນວນັ້ນແຫຼະ. ໂອ້ກໍໄດ້ອອກແຮງສົມຄວນ ຍາດແຍ່ງການອັນນ່າຊ່ອຍເຫຼືອ ທຸກພາກສ່ວນແຫຼະ ທັງການຊ່ອຍເຫຼືອ ຈາກການຈັດຕັ້ງສາກົລ ທາງພາກຣັຖ ເຂົ້າມາຊ່ອຍກັນ ກໍໜ້າຈະເປັນໄປໄດ້.”

ເຈົ້າໜ້າທີ່ ທີ່ກ່ຽວຂ້ອງແຂວງເຊກອງ ກໍໄດ້ກ່າວໃຫ້ຂໍ້ມູນ ຕື່ມວ່າ ປັດຈຸບັນປະເທດລາວ ຈະມີແຫຼ່ງຜລິດພະລັງງານໄຟຟ້າ ເພີ່ມຂຶ້ນ ເປັນທັງໝົດ 94 ແຫ່ງ ມີກຳລັງການຕິດຕັ້ງ ປະມານ 11,600 ເມກາວັດ ແລະ ພາຍໃນປີ 2030 ປະເທດລາວ ມີເປົ້າໝາຍຜລິດພະລັງງານໄຟຟ້າ ໃຫ້ມີກຳລັງຕິດຕັ້ງປະມານ 30,000 ເມກາວັດ ເພື່ອໃຫ້ປະຊາຊົນນລາວ ທຸກຄົນມີໄຟຟ້າ ຊົມໃຊ້.

ຕາການຄາດຄະເນ ພາຍໃນປີ 2030 ຣັຖບານລາວ ຈະເຮັດຕາມເປົ້າໝາຍ ດັ່ງກ່າວໄດ້ ເນື່ອງຈາກຣັຖບານອະນຸຍາດໃຫ້ ຜູ້ລົງທຶນທັງພາຍໃນ ແລະຕ່າງປະເທດ ລົງທຶນເຂົ້າໃສ່ໂຄງການພັທນາຜລິດພະລັງງານໄຟຟ້າ ເພື່ອການຊົມໃຊ້ພາຍໃນ ແລະສົ່ງອອກເປັນຕົ້ນ ພະລັງງານໄຟຟ້າ ຈາກຖ່ານຫີນ ແລະ ພະລັງງານໄຟຟ້າ ຈາກພະລັງງານ ສີຂຽວເປັນຕົ້ນ ພະລັງງານລົມ, ພະລັງງານແສງຕາເວັນ.

ດັ່ງທ່ານກ່າວວ່າ.

ຄິດວ່າຄືຊິໄດ້ ເພາະວ່າປັດຈຸບັນພວກເຮົາ ທັງໝົດມັນ 94 ແຫ່ງເດ້ ແຫຼ່ງຜລິດພະລັງງານນ່າ ຕາມແຜນຂອງຣັຖບານວ່າ ໃຫ້ມັນໄດ້ 30,000 ເມກາວັດໃນປີ 2030. ດຽວນີ້ພວກເຮົາກໍໄດ້ 11,000 ປາຍເມກາວັດນີ້ ແຂວງຂອງຂ້າພະເຈົ້ານີ້ ກໍຫຼາຍເຕີບເດ. ຢາກເຂົ້າ 6,000 – 7,000 ເມກາວັດພຸ້ນ ຖ້າວ່າໄດ້ກໍ່ສ້າງລົງມືກໍ່ສ້າງ ທັງໝົດບັນດາໂຄງການ ແຫຼ່ງຜລິດພະລັງງານ. ພະລັງງານລົມ ເຂົາກໍໍກຳລັງກໍ່ສ້າງຢູ່ກໍ 600 ເມກາວັດປາຍ ແລ້ວສ່ວນຫຼາຍແມ່ນການລົງທຶນ ຕ່າງປະເທດເນາະ ໂຕແຫຼ່ງຜລິດພະລັງງານທຶນຂອງຣັຖເຮົາ ສ່ວນໃຫຍ່ມີແຕ່ດຶງຕາຂ່າຍ.

ປັດຈຸບັນ ບາງພື້ນທີ່ໃນປະເທດລາວ ການຈະບັນລຸເປົ້າໝາຍ ທີ່ວ່າປະຊາຊົນລາວທຸກຄົນ ມີໄຟຟ້າຊົມໃຊ້ພາຍໃນປີ 2030 ນັ້ນ ບໍ່ໄດ້ຂຶ້ນກັບງົບປະມານ ພັທນາຂຍາຍຕາຂ່າຍໄຟຟ້າ ຂອງຣັຖບານພຽງຢ່າງດຽວ ຫຼື ຂຶ້ນກັບການລົງທຶນ ຜລິດໄຟຟ້າໃນລາວ ຂອງຕ່າງປະເທດ ແຕ່ຂຶ້ນກັບງົບປະມານ ດ້ານອື່ນນຳດ້ວຍເປັນຕົ້ນ ດ້ານການຈັດສັນດິນ ຫຼື ຊື້ດິນໃຫ້ປະຊາຊົນ ເພື່ອໃຫ້ປະຊາຊົນສາມາດ ເຂົ້າຢູ່ອາໄສ ແລະເຮັດການຜລິດ ເປັນສີນຄ້າໃນເຂດທີ່ມີການຕິດຕັ້ງ ຕາຂ່າຍໄຟຟ້າ ແລະໝໍ້ນັບໄຟຟ້າ ແລະຂຶ້ນກັບແຜນການຂອງຂແນງການ ທີ່ກ່ຽວຂ້ອງ ທີ່ຈະໃຫ້ໂຄຕ້າຂຍາຍຕາຂ່າຍໄຟຟ້າ ເຂົ້າບ້ານທີ່ທຸກຍາກ ເຂດຫ່າງໄກສອກຫຼີກ ຫຼືບໍ່ນຳດ້ວຍ. ອີງຕາມເຈົ້າໜ້າທີ່ ຣັຖວິສາຫະກິຈໄຟຟ້າລາວ ເມືອງວຽງພູຄາ ແລະ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງຂັ້ນທ້ອງຖິ່ນ ເມືອງໄຊ ກ່າວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.