ໄຟຟ້າລາວມະຫາຊົນ ຂາຍຫຸ້ນ
2020.10.06
ບໍຣິສັດຜລິດ-ໄຟຟ້າລາວມະຫາຊົນ (EDL-Generation Public Company) ຊຶ່ງເປັນບໍຣິສັດລູກ ຂອງຣັຖວິສາຫະກິດໄຟຟ້າລາວໄດ້ອອກ ແຈ້ງການເລກທີ 2199/ຜ-ຟຟລ ໃນມື້ວັນທີ 1 ຕຸລາ 2020 ທີ່ຣະບຸວ່າ ສໍານັກງານຄະນະກັມການ ຄຸ້ມຄອງຫລັກຊັບ ເຫັນດີ ໃຫ້ບໍຣິສັດ ພົງຊັບທະວີ ກໍ່ສ້າງຂົວທາງ, ເຄຫາສະຖານ ແລະຊົລປະທານ ຈໍາກັດຜູ້ດຽວ ດໍາເນີນການຊື້ຂາຍຫຸ້ນ ບໍຣິສັດ ຜລິດ-ໄຟຟ້າ ລາວ ມະຫາຊົນ ທີ່ຣັຖວິສາຫະກິດໄຟຟ້າລາວ ຖືຄອງຢູ່ໃນສັດສາວນ 24% ຕາມການສເນີຂອງສໍານັກງານ ຄະນະກັມການຄຸ້ມຄອງ ຫລັກຊັບລາວ ແລະ ຣັຖວິສາຫະກິດໄຟຟ້າລາວ, ແຕ່ທາງບໍຣິສັດຜລິດໄຟຟ້າ ລາວມະຫາຊົນຍັງບໍ່ມີກໍານົດ ຈັດການຖແລງຂ່າວ ການຊື້ຂາຍຄັ້ງນີ້ ແລະຍັງບໍ່ ສາມາດເປີດເຜີຍຣາຍລະອຽດ ຕື່ມໄດ້ ຍ້ອນຢູ່ໃນຣະຫວ່າງຫາຣືກັນຢູ່, ອີງຕາມຄໍາເວົ້າຂອງເຈົ້າໜ້າທີ່ ບໍຣິສັດຜລິດ-ໄຟຟ້າລາວ ມະຫາຊົນ ທ່ານນຶ່ງທີ່ຂໍສງວນຊື່ ຕໍ່ RFA ໃນມື້ວັນທີ 6 ຕຸລານີ້:
“ດຽວນີ້ພໍດີພວກເຮົາ ກໍາລັງຢູ່ໃນຂັ້ນຕອນ ໃນການປຶກສາໂຕເຣື່ອງຂ່າວ ໂຕນີ້ຢູ່ເນາະ ດ໋ຽວທາງພວກເຮົາ ໃຫ້ຂໍ້ມູລເພີ່ມ.”
ໃນມື້ດຽວກັນນີ້ RFA ກໍໄດ້ຕິດຕໍ່ຫາບໍຣິສັດ ພົງຊັບທະວີ ກໍ່ສ້າງຂົວທາງ, ເຄຫາສະຖານ ແລະ ຊົລປະທານ ເພື່ອຂໍຮູ້ເຣື່ອງທີ່ວ່ານີ້ ເພີ່ມຕື່ມ ແຕ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ບອກວ່າ ຍັງບໍ່ສາມາດເປີດເຜີຍຂໍ້ມູລໄດ້
“ໂອ໋ ໂຕນີ້ເຮົາຍັງບໍ່ທັນມີຂໍ້ມູລ ຊັດເຈນເນາະ ກະມີແຕ່ແບບຄ໋າວໆຊື່ໆ ແຕ່ວ່າເຮົາບໍ່ໄດ້ຮັບຜິດຊອບ ໂຕນີ້.”
ພ້ອມດຽວກັນນີ້ RFA ກໍໄດ້ຕິດຕໍ່ໄປຫາສໍານັກງານ ຄະນະກັມການຄຸ້ມຄອງ ຫລັກຊັບລາວ ຊຶ່ງເຈົ້າໜ້າທີ່ທີ່ກ່ຽວຂ້ອງ ໄດ້ຊີ້ແຈງວ່າປັດຈຸບັນ ບໍຣິສັດຜລິດໄຟຟ້າລາວມະຫາຊົນ ກັບບໍຣິສັດ ພົງຊັບທະວີ ກໍ່ສ້າງ ຂົວທາງ, ເຄຫາສະຖານ ແລະຊົລປະທານຈໍາກັດຜູ້ດຽວ ກໍາລັງດໍາເນີນ ການໂອນຫຸ້ນຢູ່, ຫາກການໂອນສໍາເຣັດ ເມື່ອໃດ ທັງ 2 ບໍຣິສັດ ຈະເປີດເຜີຍຂໍ້ມູລ ໃຫ້ຊາບຢ່າງເປັນທາງການ:
“ໂຕນີ້ແມ່ນວ່າ ເຮົາໄດ້ອະນຸຍາດໃຫ້ເພິ່ນຫັ້ນ ໄປດໍາເນີນການ ໂອນຫຸ້ນກັນເນາະ ທາງພົງຊັບທະວີ ກັບໄຟຟ້າລາວ ມີແຕ່ວ່າ ຖ້າສົມມຸດວ່າ ເພິ່ນສໍາເຣັດການໂອນແລ້ວ ເພິ່ນອາຈໄດ້ເປີດເຜີຍອີກເທື່ອນຶ່ງ ເຮົາຈະຕ້ອງໃຫ້ເພິ່ນເປີດເຜີຍ.”
ກ່ຽວກັບເຣື່ອງນີ້ ທ່ານ ວິທູນ ເພີ່ມພົງສາຈະເຣີນ ຜູ້ອໍານວຍການເຄືອຂ່າຍພະລັງງານ ເພື່ອນິເວດວິທຍາແມ່ນໍ້າຂອງ ມູນນິທິຟື້ນຟູຊີວິດ ແລະ ທັມຊາດ ໄດ້ສະແດງຄວາມຄິດເຫັນວ່າ ການທີ່ບໍຣິສັດຜລິດໄຟຟ້າ ລາວມະຫາຊົນ ຂາຍຫຸ້ນ 24% ໃຫ້ບໍຣິສັດພົງຊັບທະວີ ກໍ່ສ້າງ ຂົວທາງ, ເຄຫາສະຖານ ແລະຊົລປະທານ ຈໍາກັດຜູ້ດຽວນັ້ນ ອາດເປັນໄປໄດ້ວ່າ ບໍຣິສັດຜລິດ-ໄຟຟ້າລາວ ມະຫາຊົນ ກໍາລັງຫາເງິນຕຣາ ຕ່າງປະເທດ ເພື່ອນໍາໄປຊໍາຣະໜີ້ສິນ ເປັນຈໍານວນມະຫາສານ ທີ່ກູ້ຢືມມາຈາກຈີນ ເພື່ອນໍາມາໃຊ້ໃນການສ້າງ ໂຄງການເຂື່ອນຕ່າງໆ ແລະ ພັທນາຣະບົບໄຟຟ້າ ຕ່າງໆໃນລາວ ດັ່ງນັ້ນຈຶ່ງຕ້ອງ ຣະດົມທຶນ ດ້ວຍການຂາຍຫຸ້ນ ດັ່ງກ່າວ ເພື່ອຫາເງິນໃຊ້ ໜີ້ຈີນ ດັ່ງທີ່ທ່ານກ່າວຕໍ່ RFA ໃນມື້ວັນທີ 6 ຕຸລາ ນີ້ວ່າ:
ທ່ານກ່າວວ່າ "ມັນມີບັນຫາວ່າ ລາວ ກໍາລັງປະສົບບັນ ຫາໃນການຊໍາຣະໜີ້ ຊຶ່ງອັນນີ້ ເປັນເຫດຜົລດ້ວຍຫລືບໍ່ ໃນການທີ່ຈະຕ້ອງຣະດົມທຶນ ໂດຍຂາຍຫຸ້ນ ອັນນີ້ກະເປັນຂໍ້ສັງເກດທີ່ເປັນໄປໄດ້ ເພື່ອຈະໄດ້ເງິນ ຕຣາຕ່າງປະເທດ ໄປຊໍາຣະໜີ້ ທີ່ກໍາລັງ ປະສົບບັນຫາ.”
ທ່ານ ວິທູນ ກ່າວອີກວ່າ ການທີ່ບໍຣິສັດ ພົງຊັບທະວີ ເຂົ້າມາຊື້ຫຸ້ນນັ້ນ ໝາຍຄວາມວ່າຄະນະກັມການ ຈາກບໍຣິສັດດັ່ງກ່າວ ຈະຕ້ອງເຂົ້າມາ ມີບົດບາດ ໃນການບໍຣິຫານນໍາດ້ວຍ ໃນຖານະຜູ້ຖືຫຸ້ນຮ່ວມ ຊຶ່ງອາດເຮັດໃຫ້ມີຜົລ ຕໍ່ການປ່ຽນໂຄງສ້າງ ຂອງ ບໍຣິສັດຜລິດ-ໄຟຟ້າລາວ ມະຫາຊົນ ຫລື ອື່ນໆນໍາດ້ວຍ.
ກ່ຽວກັບເຣື່ອງທີ່່ວ່ານີ້ ຊາວລາວ ຄົນນຶ່ງ ທີ່ຂໍບໍ່ອອກຊື່ ມີຄວາມເຫັນຕໍ່ RFA ໃນມື້ວັນທີ 6 ຕຸລານີ້ວ່າ ການທີ່ບໍຣິສັດຜລິດ-ໄຟຟ້າລາວ ມະຫາຊົນ ຂາຍຫຸ້ນບາງສ່ວນນັ້ນ ອາດເປັນໄປໄດ້ວ່າ ໄດ້ປະສົບບັນຫາ ການເງິນພາຍໃນ ອັນເກີດຈາກການສໍ້ຣາດບັງຫລວງ ຂອງ ພະນັກງານຈໍານວນນຶ່ງ ໃນບໍຣິສັດ ແລະ ທີ່ຜ່ານມາກໍເຄີຍໄດ້ຍິນ ຂ່າວວ່າ ຫຸ້ນໃນຕລາດຫລັກຊັບ ຂອງບໍຣິສັດດັ່ງກ່າວ ໄດ້ຕົກລົງໄປ ຫລາຍເຊັ່ນກັນ, ທ່ານກ່າວ.
“ບໍ່ມີເງິນໃນນັ້ນ ກະສະແດງວ່າ ເອົາງ່າຍໆ ເຂົາຄືໂກງຄໍຣັບຊັນຫຍັງຫັ້ນ ພະນັກງານຫັ້ນແຫລະ ໝູ່ທີ່ເຄີຍຊື້ຫຸ້ນໄຟຟ້າ ຂະເຈົ້າບໍ່ແນະນໍາໃຫ້ ຊື້ຫຸ້ນໄຟຟ້າປານໃດຫັ້ນເນາະ ມັນລົງມາຕໍ່າຫລາຍຢູ່ໃດ໋.”
ອີງຕາມ ບົດສລຸບຫຍໍ້ກ່ຽວກັບ ການຊື້ຂາຍຫຸ້ນ ບໍຣິສັດຜລິດ-ໄຟຟ້າລາວ ມະຫາຊົນ ຂອງທາງບໍຣິສັດ ພົງຊັບທະວີນັ້ນ ບໍຣິສັດ ພົງຊັບທະວີ ໄດ້ສເນີຊື້ຫຸ້ນທັງໝົດ 403,832,887 ຫຸ້ນ ໂດຍມີວັດຖຸປະສົງລົງທຶນ ຂອງບໍຣິສັດໃນອະນາຄົດ ເນື່ອງຈາກທາງບໍຣິສັດ ມີໂຄງການເຂື່ອນ ໄຟຟ້າ ຈໍານວນນຶ່ງ ທີ່ມີແຜນ ຈະເຂົ້າຈົດທະບຽນ ໃນຕລາດຫລັກຊັບລາວ ໃນອະນາຄົດອັນໃກ້ນີ້ ແລະ ເພື່ອສ້າງຄວາມເຂັ້ມແຂງ ທາງ ດ້ານການເງິນ ຂອງ ບໍຣິສັດ ໃຫ້ມີຄວາມໝັ້ນຄົງ.
ບໍຣິສັດ ພົງຊັບທະວີ ກໍ່ສ້າງຂົວທາງ ເຄຫາສະຖານ ແລະຊົລປະທານຈໍາກັດຜູ້ດຽວ ສ້າງຕັ້ງເມື່ອປີ 2001 ໂດຍເລີ່ມຈາກທຸຣະກິດກໍ່ສ້າງ ເສັ້ນທາງ ສາຍຕ່າງໆ ພາຍໃຕ້ໂຄງການ ຂອງຣັຖບານ. ຕັ້ງແຕ່ປີ 2011 ເປັນຕົ້ນມາ ບໍຣິສັດນີ້ ກໍໄດ້ເລີ່ມສ້າງ ເຂື່ອນໄຟຟ້າ ໂດຍມີ ທັງໝົດ 8 ໂຄງການ ຮວມທັງເຂື່ອນ ເຊນໍ້ານ້ອຍ 1 ແຂວງອັດຕະປື, ເຂື່ອນນໍ້າງຽບ 3A ແຂວງຊຽງຂວາງ ແລະ ເຂື່ອນເຊນໍ້ານ້ອຍ 6 ແຂວງ ຈໍາປາສັກ ແລະ ກໍາລັງສຶກສາຄວາມເປັນໄປໄດ້ ໃນການສ້າງເຂື່ອນໄຟຟ້າ ຕື່ມອີກ 19 ໂຄງການ ຢູ່ແຂວງ ຊຽງຂວາງ, ຫົວພັນ, ໄຊສົມບູນ, ສວັນນະເຂດ, ເຊກອງ ແລະອັດຕະປື ເປັນມູນຄ່າການ ລົງທຶນ ທັງໝົດ ປະມານ 1 ຕື້ 400 ລ້ານໂດລາສະຫະຣັຖ ແລະ ຍັງໂຄງການອື່ນໆ ຕື່ມອີກ.