ບໍຣິສັດບໍ່ເສັຽອາກອນ ໃຫ້ໂຈະ ກິຈການ
2020.10.06
ແຂວງບໍຣິຄໍາໄຊສັ່ງໃຫ້ 157 ບໍຣິສັດຮວມທັງ 12 ບໍຣິສັດທີ່ຂຶ້ນທະບຽນ ວິສາຫະກິດນໍາຂັ້ນກະຊວງ ໂຈະການເຄື່ອນໄຫວ ກິຈການຊົ່ວຄາວ ຍ້ອນບໍ່ເສັຽພາສີ-ອາກອນ ໃຫ້ຣັຖເປັນໄລຍະ ເວລາ 2 ປີ ຂຶ້ນໄປ, ອີງຕາມຄໍາເວົ້າຂອງ ເຈົ້າໜ້າທີ່ ຜແນກອຸດສາຫະກັມ ແລະ ການຄ້າ ແຂວງບໍຣິຄໍາໄຊ ທີ່ ບໍ່ປະສົງອອກຊື່ ແລະ ຕໍາແໜ່ງ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 5 ຕຸລາ ນີ້:
“ຫົວໜ່ວຍວິສາຫະກິດ ທີ່ບໍ່ເສັັັັັັັັັັັັັັັັຽພັລທະອາກອນ ແກ່ຣັຖເນາະ ມັນກະມີຫລາຍຫົວໜ່ວຍ. 12 ຫົວໜ່ວຍນີ້ແມ່ນຂຶ້ນ ຂຶ້ນທະບຽນຢູ່ຂັ້ນກະຊວງ. ຖ້າວ່າຈະສືບຕໍ່ເນາະ ມັນຕ້ອງເຂົ້າມາຊໍາຣະ ພັລທະອາກອນ ມັນຄ້າງທໍ່ໃດເນາະ.”
ທ່ານເວົ້າວ່າ ບໍຣິສັດທີ່ຖືກສັ່ງໂຈະ ບໍ່ໃຫ້ເຄື່ອນໃຫວກິຈການຊົ່ວຄາວ ໃນເທື່ອນີ້ ສ່ວນຫລາຍເປັນບໍຣິສັດຂນາດນ້ອຍ ແລະຂນາດກາງ ທີ່ເຮັດ ທຸຣະກິດຄ້າຂາຍ, ການຂົນສົ່ງສິນຄ້າ ແລະ ກະສິກັມ ໂດຍມີເງິນ ລົງທຶນຕັ້ງແຕ່ 500 ລ້ານກີບ ຫາ 10 ຕື້ກີບ, ມີທັງບໍຣິສັດຂອງຄົນລາວ, ບໍຣິສັດຮ່ວມທຶນລາວກັບຈີນ, ບໍຣິສັດຈີນ, ວຽດນາມ, ໄທ, ແລະ ບໍຣິສັດມາເລເຊັຽ.
ການບໍ່ຈ່າຍພາສີ-ອາກອນ ໃຫ້ຣັຖ ຂອງ ບໍຣິສັດເຫລົ່ານີ້ ເຮັດໃຫ້ຣັຖເກັບຣາຍຮັບ ປະຈໍາປີ ບໍ່ໄດ້ເຕັມເມັດເຕັມໜ່ວຍ ຊຶ່ງທີ່ຜ່ານມາ ກໍໄດ້ມີ ແຈ້ງການທວງເງິນພາສີ-ອາກອນ ແລະ ໃຫ້ເຂົ້າມາພົບເຈົ້າໜ້າທີ່ ທີ່ກ່ຽວຂ້ອງແລ້ວ ແຕ່ບໍ່ມີບໍຣິສັດໃດຈ່າຍ ແລະເຂົ້າມາພົບ, ທ່ານກ່າວ.
ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ຜແນກການເງິນ ແຂວງບໍຣິຄໍາໄຊ ຜູ້ບໍ່ປະສົງອອກຊື່ ແລະຕໍາແໜ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ອີງຕາມຣະບຽບການ ຂອງກະຊວງອຸດສາຫະກັມ ແລະ ການຄ້າ, ຫາກ ບໍຣິສັດໃດ ມີທະບຽນວິສາຫະກິດ ແຕ່ບໍ່ມີການເຄື່ອນໄຫວ ກິຈການ ເປັນໄລຍະເວລາ 3 ເດືອນ ນັບແຕ່ມື້ໄດ້ຮັບໃບ ທະບຽນ ວິສາຫະກິດໄປ ແລະບໍ່ຈ່າຍພາສີ-ອາກອນ ໃຫ້ຣັຖ ກໍຈະຖືກສັ່ງຖອນ ໃບທະບຽນ ວິສາຫະກິດ ຖາວອນ:
“ເພາະວ່າຕາມຣະບຽບ ຂອງການຄ້າລະແມ່ນ ຄັນຖ້າ 3 ເດືອນແຫລະບໍ່ມາ ບໍ່ມີການເຄື່ອນໄຫວເນາະ ຄືບໍ່ມາອອກທະບຽນ ອາກອນ ຂອງເຮົາ ການຄ້າຈະເຮັດລົບລ້າງ ໃບທະບຽນວິສາຫະກິດ ຫັ້ນນ່າ.”
157 ບໍຣິສັດ ທີ່ຖືກສັ່ງໂຈະ ບໍ່ໃຫ້ເຄື່ອນໄຫວກິຈການຊົ່ວຄາວ ເທື່ອນີ້ ຈະຕ້ອງນໍາໃບ ທະບຽນວິສາຫະກິດໄປຍື່ນ ຈ່າຍພາສີ-ອາກອນ ທີ່ ຫ້ອງການຊ່ວຍສາອາກອນ ແຂວງບໍຣິຄໍາໄຊ ນັບແຕ່ວັນທີ 1 ຕຸລາ ເຖິງ ວັນທີ 1 ພຶສຈິກາ 2020 ນີ້. ຫາກກາຍກໍານົດດັ່ງກ່າວ ແລະ ເຫັນວ່າ ບໍຣິສັດນັ້ນຍັງບໍ່ປະຕິບັດຕາມ ຣະບຽບກົດໝາຍ ກໍຈະສັ່ງປິດກິຈການຖາວອນ ແລະ ຖອນໃບທະບຽນ ວິສາຫະກິດ, ທ່ານກ່າວ.
ເຈົ້າຂອງບໍຣິສັດຂນາດນ້ອຍ ທີ່ຂໍສງວນຊື່ ຢູ່ເມືອງປາກຊັນ ແຂວງບໍຣິຄໍາໄຊ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 5 ຕຸລານີ້ວ່າ ນັບແຕ່ເກີດ ການຣະບາດ ຂອງເຊື້ອພຍາດໂຄວິດ-19 ມາ, ບໍຣິສັດຂອງຕົນ ໄດ້ປິດກິຈການໄປຫລາຍເດືອນ ແຕ່ກໍໄດ້ຈ່າຍ ພາສີ-ອາກອນ ໃຫ້ຣັຖທຸກ ເດືອນ ແລະສັງເກດເຫັນວ່າ ຫລາຍບໍຣິສັດ ກໍໄດ້ປິດກິຈການ ຕໍ່ໄປເລື້ອຍໆ ບໍ່ຈັກວ່າສິຫາເງິນມາ ແຕ່ທາງໃດ ຈ່າຍພາສີ-ອາກອນ, ກໍເຫັນໃຈທັງຜູ້ປະກອບການ ແລະທາງການລາວຢູ່:
“ເສັຽປີນຶ່ງແສນປາຍ ຈ່າຍໃຫ້ເປັນປີ. ແຕ່ລະເດືອນຫັ້ນອີກບາດນີ້ເດືອນນຶ່ງ 60 ພັນກີບ. ຫ້ອງງານຫ້ອງການເຂົາກະປິດໝົດ ໂອ໋... ເຂົາກະ ເດືອດຮ້ອນໝົດທີບເນາະ. ຍາມຄັບຂັນຈັ່ງຊີ້ ຄັນບໍ່ຫລຸດ ສິເອົາເງິນສິໄດ໋ມາ.”
ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ກະຊວງການເງິນ ທີ່ບໍ່ປະສົງອອກຊື່ ແລະຕໍາແໜ່ງ ກໍກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 5 ຕຸລາ ນີ້ວ່າໃນອີກ 3 ເດືອນ ຕໍ່ໜ້ານີ້ ກໍຈະສິ້ນສຸດການ ຈັດເກັບຣາຍຮັບ ທຸກປະເພດ ແລ້ວ ແລະ ຈະມີການສລຸບງົບປະມານ ປະຈໍາປີ ຊຶ່ງກະຊວງການເງິນໄດ້ ພຍາຍາມຊຸກຍູ້, ກວດກາຫົວໜ່ວຍທຸຣະກິດ ທຸກຂນາດໃນທົ່ວປະເທດ ເພື່ອຈັດເກັບພາສີ-ອາກອນ ເຂົ້າງົບປະມານ ຂອງຣັຖ ໃຫ້ໄດ້ຫຼາຍ ທີ່ສຸດ ໂດຍສະເພາະບໍຣິສັດ ທີ່ຄ້າງສໍາຣະໜີ້ຂັ້ນແຂວງ ແລະເມືອງ ຈະຕ້ອງໄດ້ເອົາໃຈໃສ່ ຫລາຍສົມຄວນ ດັ່ງທີ່ທ່ານກ່າວວ່າ:
“ກໍາລັງຂຸ້ນຂ້ຽວຈັດຕັ້ງ ປະຕິບັດໃນໄລຍະ 3 ເດືອນ ຢູ່ນີ໋ຮອດເດືອນ 12 ເນາະ ແມ່ນເຮົາຈະໄດ້ສລຸບ ຣາຍຮັບປະຈໍາປີ. ແຕ່ສໍາຄັນກະ ຢາກໃຫ້ທາງບັນດາ ທາງບໍຣິສັດ, ໂຄງການທີ່ວ່າຍັງຄ້າງສໍາຣະຫັ້ນ ຕຽມຕົວເອງຫັ້ນແຫລະ ເປັນການດີທີ່ສຸດ ຄືວິສາຫະກິດບໍ່ ໂຮງຈັກ ໂຮງງານ ມັນຈະມີຂັ້ນຂອງ ຂະເຈົ້າເນາະ.”
ອີງຕາມຣາຍງານຂອງກະຊວງການເງິນ ເມື່ອເດືອນກໍຣະກະດາ 2020 ກ່ຽວກັບການຈັດເກັບ ຣາຍຮັບ ພາສີ-ອາກອນ ປະຈໍາປີ 2020 ທີ່ຕັ້ງ ເປົ້າໝາຍໃຫ້ໄດ້ 8,200 ຕື້ກີບ, ແຕ່ໃນລະໄລຍະ 5 ເດືອນຕົ້ນປີ 2020 ສາມາດເກັບໄດ້ພຽງ 2,586 ຕື້ປາຍກີບ, ຄືຫລຸດລົງ 402 ຕື້ກີບ ເມື່ອທຽບໃສ່ປີ 2019 ຊຶ່ງສາເຫດຫລັກ ກໍແມ່ນມາຈາກ ການຣະບາດ ຂອງໂຄວິດ-19, ຫລາຍຂແນງການ ຕ້ອງໄດ້ໂຈະກິຈການ ຊົ່ວຄາວ ຮວມເຖິງຫົວໜ່ວຍ ທຸຣະກິດຕ່າງໆ ທີ່ຄ້າງສໍາຣະພາສີ-ອາກອນ ອັນເຮັດໃຫ້ກະທົບຕໍ່ການເກັບພາສີ-ອາກອນ.
ນອກຈາກນັ້ນ ຍັງມີປັດຈັຍອື່ນໆອີກ ທີ່ເຮັດໃຫ້ພາສີ ເກັບຣາຍຮັບບໍ່ໄດ້ຕາມເປົ້າໝາຍ ເປັນຕົ້ນ ການປະຕິບັດມູລຄ່າແຈ້ງພາສີ ຂອງບໍຣິສັດ ຕ່າງໆ ຍັງບໍ່ທັນເປັນເອກພາບກັນ, ການແກ້ໄຂຣົດນໍາເຂົ້າບໍ່ຖືກຕ້ອງ ຢູ່ທ້ອງຖິ່ນຕ່າງໆ ຍັງບໍ່ທັນເຂັ້ມງວດ, ການລັກລອບນໍາສິນຄ້າໜີພາສີ ຍັງມີຫລາຍ ໂດຍສະເພາະນໍ້າມັນເຊື້ອໄຟ, ຍານພາຫານະ ແລະເຄື່ອງອຸປໂພກ-ບໍຣິໂພກ.
ປັດຈັຍສໍາຄັນອີກອັນນຶ່ງ ທີ່ເຮັດໃຫ້ການເກັນຣາຍຮັບເຂົ້າຣັຖ ບໍ່ໄດ້ຕາມເປັ້າໝາຍ ແມ່ນຍ້ອນຍັງມີເຈົ້າໜ້າທີ່ຣັຖຈໍານວນນຶ່ງ ບໍ່ມີຄວາມ ໂປ່ງໃສໃນການປະຕິບັດໜ້າທີ່ວຽກງານ, ມີການສໍ້ຣາດບັງຫລວງ ເອົາງົບປະມານຂອງຣັຖ ໄປເປັນຂອງສ່ວນຕົວ.