ດອກງິ້ວຄໍາ ຈະລົງທຶນ ຢູ່ ຊຽງຂວາງ
2020.08.14

ບໍຣິສັດດອກງິ້ວຄຳ ທີ່ເປັນເຈົ້າຂອງໂຮງກາຊິໂນ ໃນເຂດເສຖກິຈພິເສດ ສາມຫຼ່ຽມຄຳ ທີ່ແຂວງບໍ່ແກ້ວ ກຳລັງສຶກສາສຳຣວດຄວາມເປັນໄປ ໄດ້ ໃນການລົງທຶນດ້ານການທ່ອງທ່ຽວ ການກະເສດ ແລະ ລ້ຽງສັດ ຢູ່ບໍຣິເວນທົ່ງໄຫຫິນ ໃນແຂວງຊຽງຂວາງ, ເຈົ້າໜ້າທີ່ແຜນການ ແລະ ການລົງທຶນ ແຂວງຊຽງຂວາງ ທ່ານນຶ່ງ ກ່າວກ່ຽວກັບໂຄງການນີ້ ຕໍ່ວິທຍຸເອເຊັຽເສຣີ ໃນວັນທີ່ 14 ສິງຫານີ້ວ່າ:
“ເພິ່ນມາສຶກສາສໍາຣວດ ເພິ່ນມາຍາມ ປະທານໃຫຍ່ ເຈົ້າເຫວີ່ຍ ເພິ່ນມາເດ້ ແຕ່ວ່າ ເປັນການສຶກສາສໍາຣວດ ຍັງບໍ່ໄດ້ລົງທຶນ ຫຍັງດອກ ກໍຫາເລີ່ມຕົ້ນ ແລະ ຕາມແຜນເພິ່ນ ກະຊິມີເວົ້າ ເຣື່ອງວຽກງານການທ່ອງທ່ຽວ ເປັນສ້າງກ່ຽວກັບ ບ້ານພັກ ກະຊິເອົາໂຕກະສິກັມ, ລ້ຽງສັດ ພືດຜັກປອດສານພິດ.”
ທ່ານກ່າວຕື່ມວ່າ ເບື້ອງຕົ້ນ ບໍຣິສັດດອກງິ້ວຄໍາ ໄດ້ເຊັນບົດບັນທຶກ ຂໍ້ຕົກລົງ MOU ກັບທາງການລາວແລ້ວ ວ່າງ 3 ເດືອນ ທີ່ແລ້ວເພື່ອ ສຶກສາສໍາຣວດ ຈະສ້າງສະຖານທີ່ທ່ອງທ່ຽວ ໂຮງແຮມ, ລ້ຽງສັດ, ໂຮງງານຢາສະໝຸນໄພພື້ນເມືອງ ແລະ ສນາມກ໊ອຟ, ແຕ່ຍັງຢູ່ໃນຂັ້ນ ຕອນ ການສຶກສາສໍາຣວດ ຄວາມເປັນໄປໄດ້, ຍັງບໍ່ໄດ້ຕົກລົງ ວ່າຈະໃຫ້ສັມປະທານເທື່ອ ເບື້ອງຕົ້ນສຶກສາຂໍ້ມູນ ຢູ່ເມືອງແປກ ໃນພື້ນທີ່ ປະມານ 150 ເຮັກຕ່າ:
“ກະບໍ່ແມ່ນວ່າຍອມ ມັນກະມີການຊີ້ນໍາຈາກສູນກາງເດ້ເນາະ ໃຫ້ເພິ່ນຜູ້ມີປະສົບການ ແລະທັງງົບປະມານ ເຂົ້າມາສຶກສາ ກໍບໍ່ແມ່ນວ່າ ໄປຕົກລົງເລີຍເດ້ ບໍ່ແມ່ນເດ້ ຈະໃຫ້ລົງທຶນຮອດ ອັນນັ້ນ ອັນນີ້ ບໍ່ຍັງບໍ່ແມ່ນ ຍັງຫຼາຍຂັ້ນຕອນ.”
ໃນບົດບັນທຶກ MOU ນັ້ນ ທາງບໍຣິສັດ ຍັງຈະສົ່ງເສີມໃຫ້ຊາວບ້ານ ມີຣາຍໄດ້ນໍາດ້ວຍ ໂດຍໃຫ້ປະຊາຊົນລ້ຽງສັດ, ປູກພືດປອດສານພິດ ໂດຍ ມີຣັຖບານເປັນຜູ້ຄຸ້ມຄອງທີ່ດິນ ສ່ວນ ບໍຣິສັດດອກງິ້ວຄໍາ ຈະສົ່ງເສີມໃນເຣື່ອງເງິນທຶນ ຫາຕລາດຮອງຮັບ ສ່ວນໃຫຍ່ກໍຈະສົ່ງໄປຈີນ ແຕ່ປະຊາຊົນແຂວງຊຽງຂວາງ ບາງຄົນ ຄິດວ່າ ບໍຣິສັດດອກງິ້ວຄຳ ອາຈສ້າງໂຮງ ກາຊິໂນ ໃນບໍຣິເວນ ທົ່ງໄຫຫິນນັ້ນນຳ:
“ກາຊິໂນ ຖາມວ່າເປີດຢູ່ຈຸດນີ້ ມັນໂອເຄບໍ ມັນກໍຕ້ອງໄດ້ຢູ່ແລ້ວ ເພາະມັນຈະເນັ້ນໃຫ້ເປີດຢູ່ ຊາຍແດນໝົດ ຄືດ່ານມິຕພາບໜອງຄາຍ, ບໍ່ແກ້ວ ທາງຫຼວງນໍ້າທາພຸ້ນເນາະ ເພາະກາຊິໂນ ນິ່ ສ່ວນຫຼາຍກໍເປັນພວກ ນັກລົງທຶນ ນັກທຸຣະກິຈໃຫຍ່ ແຫຼະມາສ່ວນຫຼາຍ ກາຊິໂນ.”
ນັກວິຊາການລາວ ທ່ານນຶ່ງ ຜູ້ທີ່ບໍ່ປະສົງອອກຊື່ ແລະ ສຽງ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 14 ສິງຫາ ວ່າ: ຖ້າມີການລົງທຶນຂອງກຸ່ມ ບໍຣິສັດ ດັ່ງກ່າວ ໂດຍສະເພາະ ຖ້າມັນກ່ຽວພັນ ກັບການພະນັນ ມັນອາດມີບັນຫາອາຊຍາກັມ ຫຼາຍຢ່າງເກີດຂຶ້ນ ເຊັ່ນ: ປຸ້ນຈີ້, ຂີ້ລັກ, ຄາດຕະກຳ, ຢາເສບຕິດ, ຄ້າປະເວນີ ແລະ ອື່ນໆ.
ນັກວິຊາການທ່ານນີ້ ກ່າວອີກວ່າ: ເຂດທົ່ງໄຫຫິນ ແຂວງຊຽງຂວາງ ຫາກໍຮັບຮອງເປັນ ມໍຣະດົກໂລກ ແລະ ການພັທນາ ຄວນເປັນໄປ ໃນທິດທາງການທ່ອງທ່ຽວ ແລະ ບໍລິການດ້ານອື່ນ, ແຕ່ບໍ່ຄວນເປັນການລົງທຶນ ດ້ານການພະນັນ.
ອີກຢ່າງນຶ່ງ ປັດຈຸບັນ ບໍຣິສັດ ດອກງິ້ວຄໍາ ໃນເຂດເສຖກິຈພິເສດ ສາມຫຼ່ຽມຄໍາ ແຂວງບໍ່ແກ້ວ ກໍາລັງສເນີຕໍ່ ຣັຖບານລາວ ເພື່ອໃຫ້ ພິຈາຣະນາ ກໍ່ສ້າງສນາມບິນສາກົລ ໃນມູນຄ່າ 150 ລ້ານໂດລາສະຫະຣັຖ, ແຕ່ຣັຖບານລາວ ກໍຍັງບໍ່ທັນອະນຸຍາດ ໃຫ້ສ້າງສນາມບິນ ເທື່ອ ຍ້ອນຢູ່ໃນການພິຣະນາ ສຶກສາຄົ້ນຄວ້າຢູ່.
ໃນທ້າຍປີ 2018 ຣັຖບານສະຫະຣັຖອາເມຣິກາ ກໍໄດ້ຖແລງການຂຶ້ນບັນຊີດໍາ ກາຊິໂນ ຄີງໂຣມັນ ໃນເຂດເສຖກິຈພິເສດສາມຫຼ່ຽມຄໍາ ແຂວງບໍ່ແກ້ວ ເປັນສະຖານທີ່ ຜິດກົດໝາຍ ຫຼາຍຢ່າງ ບໍ່ວ່າຈະເປັນ ອາຊຍາກັມ ຂ້າມຊາດ, ຟອກເງິນ, ຄ້າຢາເສພຕິດ, ຄ້າປະເວນີ, ຄ້າສັດປ່າ, ຮັບສິນບົນ ແລະ ກຸ່ມອັນຕະພານ.
ໃນປີ 2014 ກຸ່ມບໍຣິສັດ ດອກງິ້ວຄໍາ ເຄີຍມີຂໍ້ຂັດແຍ້ງທີ່ດິນ ກັບປະຊາຊົນ 6 ບ້ານ ຢູ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ຍ້ອນກຸ່ມບໍຣິສັດ ດັ່ງກ່າວຈະເອົາທີ່ດິນປະຊາຊົນ ໄປສ້າງສນາມບິນ ໂດຍຈ່າຍຄ່າຊົດເຊີຍ ໃຫ້ປະຊາຊົນປະມານ 1 ແສນບາດຕໍ່ 1 ໄລ່, ແຕ່ປະຊາຊົນ ບໍ່ຍອມຮັບເອົາ.