ລູກຄ້າ ພີເອັສ ຍັງບໍ່ໄດ້ ເງິນຄືນ
2020.09.09

ປະຊາຊົນ ຜູ້ເສັຽຫາຍ ຈາກການເອົາເງິນໄປລົງທຶນ ກັບບໍຣິສັດ PS ຍັງບໍ່ໄດ້ຮັບເງິນຄືນ ເຖິງແມ່ນວ່າສານໄດ້ຕັດສີນຄະດີຂອງບໍຣິສັດ PS ຜ່ານມາເປັນເວລາເກືອບສາມປີ ແລ້ວກໍຕາມ. ດັ່ງເຈົ້າໜ້າທີ່ຕຳຣວດ ປກສ ນະຄອນຫຼວງໄດ້ກ່າວຕໍ່ເອເຊັຽເສຣີ ເມື່ອວັນທີ 8 ກັນຍາ ປິ 2020 ວ່າ. ຂະບວນການຈ່າຍເງິນຄືນ ໃຫ້ຜູ້ເສັຽຫາຍຍັງລໍຖ້າ ຄຳສັ່ງຂອງສານ.
"ດຽວນີ້ລະຖືວ່າສານຕັດສິນແລ້ວເນາະ ໄດ້ຮັບໂທດໄປແລ້ວ ແຕ່ວ່າ ເຣື່ອງເງິນເນາະ ຫຼາຍພາກສ່ວນ ທີ່ໄປຕີຣາຄາເຣື່ອງຊັບສິນ ຂອງ ທ້າວປໍເຮີ້ ກັບ ນາງສຸກນາລີ ຫັ້ນນ່າ.ດຽວນີ້ເຂົາແຕ່ງ ເປັນຄະນະກັມມະການ ຟ້ອງກັນຢູ່ສານ ແຕ່ວ່າເຂົາຊິມີພວກປະຕິບັດ ຄຳຕັດສິນ ຂອງສານ ພຸ້ນແລ້ວເນາະ. ມີແຕ່ເບື້ອງສານ ຈະເປັນຜູ້ຕັດສິນພິຈາຣະນາ ວ່າຈະຕ້ອງໃຫ້ລູກຄ້າ ຈຳນວນເທົ່າໃດ ແຕ່ລະຄົນແທ້ເນາະ."
ສານປະຊາຊົນນະຄອນຫຼວງວຽງຈັນ ຂັ້ນຕົ້ນໄດ້ຕັດສິນຄະດີ ຂອງບໍຣິສັດ PS ເມື່ອວັນທີ 21 ພຶສຈິກາ 2018 ຜ່ານມາ ໃນຂໍ້ຫາສໍ້ໂກງ ຊັບສິນພົລເມືອງ, ຟອກເງິນ, ໂຄສະນາຕ້ານ ສປປລາວ ເຕົ້າໂຮມກຸ່ມຄົນສ້າງຄວາມປັ່ນປ່ວນ, ຊື້-ຂາຍ ອາວຸດເສິກ, ຄອບຄອງຊິ້ນສ່ວນ ອາວັຍວະສັດປ່າ ປະເພດຫວງຫ້າມ ພ້ອມທັງໃຫ້ຊົດໃຊ້ແທນ ຄວາມເສັຽຫາຍໃຫ້ໂຈດ ທາງແພ່ງ ຈຳນວນ 1.000 ຕື້ກີບ.
ຕໍ່ກັບບັນຫາດັ່ງກ່າວ ເຖິງແມ່ນວ່າຣັຖບານລາວ ໄດ້ແຕ່ງຕັ້ງຄະນະສະເພາະກິຈ ເພື່ອມາແກ້ໄຂບັນຫາເຣື່ອງຂອງຊັບສິນ ຂອງບໍຣິສັດ PS ກ່ອນສານຕັດສິນກໍຕາມ ແຕ່ຍັງບໍ່ມີຄວາມ ຄືບໜ້າ ຕໍ່ກັບການຈ່າຍເງິນຄືນ ໃຫ້ກັບຜູ້ເສັຽຫາຍ.
ຫຼ້າສຸດເຈົ້າໜ້າທີ່ຕຳຣວດ ທີ່ດຳເນີນຄະດີກໍໄດ້ຢັ້ງຢືນ ວ່າຍັງຢູ່ໃນຂັ້ນຕອນຂອງສານອອກຄຳສັ່ງ ວ່າຈະຈ່າຍຄືນ ໃຫ້ປະຊາຊົນ ຜູ້ເສັຽຫາຍ ເທົ່າໃດ.
ໃນໂອກາດຄົບຮອບ 3 ປີ ທີ່ ບໍຣິສັດ PS ຖືກສັ່ງປິດກິຈການ ຜູ້ເສັຽຫາຍທີ່ຕົກເປັນເຫຍື່ອ ຖືກສໍ້ໂກງຊັບ ຊາວນະຄອນຫຼວງວຽງຈັນ ໄດ້ກ່າວ ຕໍ່ເອເຊັຽເສຣີ ວ່າຍັງຫວັງວ່າ ສານຈະຕັດສິນ ຈ່າຍເງິນຄືນໃຫ້ຜູ້ເສັຍຽຫາຍໃນໄວໆນີ້ ແຕ່ຄວາມຈິງ ຍັງບໍ່ໄດ້ຮັບຣາຍງານຈາກ ທາງການເຖິງ ຄວາມຄືບໜ້າ.
"ເງິນຊົດເຊີຍຫັ້ນຍັງບໍ່ທັນນ່າ ເພາະວ່າລໍສານລໍແລ້ວລໍອີກຢູ່ ໄປຕາມ ຢູ່ສານ ບ່ອນນຶ່ງກາວ່າ ຢູ່ສານບ່ອນນຶ່ງ ຢູ່ນ່າຈັກຊິເຮັດແນວໃດ ຄືຊັກຊ້າ ເອົາແທ້ເອົາວ່າຫັ້ນນ່າ."
ສ່ວນຜູ້ເສັຽຫາຍຊາວນະຄອນຫຼວງວຽງຈັນ ອີກຄົນນຶ່ງໄດ້ກ່າວວ່າ ລົງທຶນໄປ 10 ລ້ານກີບ ຄິດວ່າຄືຊິບໍ່ໄດ້ເງິນຄືນ ຈາກການຕິດຕາມຂ່າວ ໃນກຸ່ມອອນລາຍ.
"ຂອງອ້າຍລະມີຢູ່ 10 ປາຍລ້ານກີບ ເງີນກາບໍ່ໄດ້ທຶນກາບໍ່ໄດ້ ແລ້ວກາ ກຳໄລກາບໍ່ໄດ້ ເບິ່ງນໍາເຟສບຸກ ກາຄືຊິບໍ່ໄດ້ແລ້ວລະ ຈັ່ງວ່າກາບໍ່ ທັນຮູ້ວ່າ ຜູ້ໃຫຍ່ເຂົາເຮັດແນວໃດ."
ຕໍ່ກັບການແກ້ໄຂບັນຫາດັ່ງກ່າວ ກົມກວດກາຫ້ອງວ່າການ ສຳນັກງານາຍົກຣັຖມົນຕຼີ ໄດ້ກ່າວວ່າກົມກວດກາໄດ້ແຈ້ງ ໄປຍັງຄະນະຮັບຜິດ ຊອບແກ້ໄຂບັນຫາPSນັບແຕ່ຕັດສີນຄະດີ ຈົນເຖິງປັຈຈຸບັນ ກົມກວດກາຍັງບໍ່ທັນໄດ້ຮັບ ຣາຍງານ ເຣື່ອງການຈ່າຍເງິນຄືນ ໃຫ້ຜູ້ເສັຽຫາຍ ເທື່ອ.
"ເຣື່ອງໂຕນີ້ຜ່ານມາທາງກົມພວກເຮົາ ກາໄດ້ຮັບຄຳຮ້ອງ ມາຫຼາຍສະບັບຢູ່ຫ້ັນນ່າ ເຈົ້າ. ເພີ່ນກາມອບໄປໃຫ້ ຄະນະສະເພາະກິຈ ເພີ່ນກາຕ້ອງຄົ້ນຄວ້າ ພິຈາຣະນາ ແກ້ໄຂທາງເພີ່ນເອງ ເຮົານ່າຈະຍັງບໍ່ໄດ້ຮັບ ຣາຍງານມາຄືນເທື່ອ ມັນກາພາຣະບົດບາດ ເຮົາກາ ໝົດແຕ່ຊໍ່ານີ້ຫັ້ນນ່າ."
ຈາກເຫດການຄະດີ ຂອງບໍຣິສັດ PS ທີ່ທາງປະທານບໍຣິສັດ ແລະ ຄະນະ 11 ຄົນ ຖືກຈັບກຸມໃນເດືອນ ກັນຍາ 2017 ຜ່ານມາ ແລະ ສານຕັດສິນ ເດືນ ກັນຍາ 2018 ໃນຂໍ້ຫາ ສໍ້ໂກງ ເງິນປະຊາຊົນ ແລະ ດຳເນີນທຸຣະກິຈ ບໍ່ໄປຕາມທະບຽນ ທຸຣະກິຈ ພ້ອມທັງແອບອ້າງ ສວຍໃຊ້ບຸກຄົນ ໃນວົງການການເມືອງ ເພື່ອຊັກຈູງ ແລະ ຕົວະຕົ້ມ ປະຊາຊົນຈຳນວນ ຫຼາຍເຂົ້າ ຮ່ວມທຸຣະກິຈ ຕ່ອງໂສ້ ໂດຍແຜນການ ຕລາດຕົວະຍົວະ ໃຫ້ດອກປັນຜົລສູງ.
ຈາກຜູ້ເສັຍຫາຍ ທົ່ວປະເທດ ເຂົ້າຣາຍງານ ຄວາມເສັຍຫາຍ ເຊີ່ງກຳນົດໃຫ້ຣາຍງານ ວັນ 30 ພຶສຈິກາ 2017. ຈາກການຮີບໂຮມຂໍ້ມູນ ໄດ້ຂໍ້ມູນ ທັງໝົດ ມີຜູ້ເສັຍຫາຍຫຼາຍກ່ວາ 30 ພັນຄົນ ຮວມມູນຄ່າຜົລເສັຍເປັນເງິນ 800 ຕື້ ກີບ.
ໜ່ວຍງານສະເພາະກິຈຣາຍງານວ່າ ບໍຣິສັດມີຄວາມສັບສົນ ເພາະຂໍ້ມູນຕ່າງໆ ແມ່ນບໍ່ມີຣາຍຣະອຽດ ໂດຍສະເພາະແມ່ນບ່ວງລາຍຈ່າຍ ເອກກະສານ ແມ່ນບໍ່ມີ.
ທາງເຈົ້າໜ້າທີ່ສະເພາະກິຈ ໄດ້ມີການປະມູນຕີຣາຄາຂາຍຕ່າງໆ ທີ່ມີຢູ່ໃນບໍຣິສັດພີເອັສ ເພື່ອເກັບເງິນຄືນ ແຕ່ກໍເປັນໄປຊັກຊ້າ ເພາະວ່າ ສິນຄ້າສ່ວນຫຼາຍ ຄົນບໍ່ຢາກໄດ້.
ເຖີງຢ່າງໃດກໍ່ຕາມ ການນຳເອົາຊັບສີນ ທີ່ຜູ່ຮ່ວມຂະບວນການ ອາດນຳເອົາໄປໃຊ້ໃນທາງອື່ນ ແມ່ນຍັງຄົງດຳເນີນການຕໍ່ໄປ ເພື່ອຈະຢຶດ ເອົາຊັບສີນຕ່າງໆ ມາເພື່ອຈະຊ່ອຍ ຜູ້ທີ່ຕົກ ເປັນເຫຍື່້ອໃນ ຂະບວນການຕົ້ມຕຸນ.