ພາສາຈີນ ເປັນວິຊາ ທີ່ນັກຮຽນ ເລືອກອັນດັບນຶ່ງ
2022.07.29
ນັກຮຽນ ມ.7 ທົ່ວປະເທດລາວ 1,141 ຄົນ ໃນຈໍານວນຜູ້ສມັກສອບເສັງເຂົ້າ ມະຫາວິທຍາລັຍແຫ່ງຊາຕຂອງລາວ ຫລາຍໝື່ນຄົນ ເລືອກຮຽນພາສາຈີນ ອີງຕາມເວັບໄຊທ໌ ຂອງມະຫາວິທຍາລັຍແຫ່ງຊາຕ ແຕ່ມື້ວັນທີ 18 ເຖິງວັນທີ 29 ກໍຣະກະດານີ້. ໝາຍຄວາມວ່າ ມີຜູ້ນິຍົມເລືອກຮຽນພາສາຈີນຫລາຍທີ່ສຸດ ຈົນກາຍເປັນວິຊາອັນດັບນຶ່ງ ສ່ວນພາສາອັງກິດ ຢູ່ໃນອັນດັບວິຊາທີ 4 ຮອງລົງມາ ຈາກພາສາຈີນ, ການບໍຣິຫານທຸຣະກິຈ ແລະການເງິນ.
ແຕ່ສໍາລັບສົກການສຶກສາປີ 2022-2023 ນີ້ ທາງຄະນະອັກສອນສາຕ ສາຂາວິຊາພາສາຈີນ ຈະສາມາດຮັບໄດ້ແຕ່ 60-90 ຄົນ, ອີງຕາມຈໍານວນອາຈານ ຜູ້ສອນໃນສາຂາວິຊານີ້. ແຕ່ຈໍານວນທີ່ຈະຮັບໄດ້ນັ້ນ ອາຈເພີ່ມຂຶ້ນ ເປັນ 200 ຄົນ ຫລື 240 ຄົນ ເພື່ອແກ້ໄຂຄວາມສົນໃຈ ເຂົ້າຮຽນພາສາຈີນທີ່ຫລາຍຂຶ້ນ. ນັກວິຊາການ ມະຫາວິທຍາລັຍແຫ່ງຊາຕ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 29 ກໍຣະກະດານີ້ວ່າ:
“60-90, ແຕ່ວ່າມັນຕ້ອງຂຶ້ນກັບ ມະຫາວິທຍາລັບແຫ່ງຊາຕ ຫລືວ່າກະຊວງສຶກສາ. ເພິ່ນຈະສົ່ງເຂົ້າມາ ຫລືວ່າແນວໃດ ລະແມ່ນ ພວກເຮົາກໍຕ້ອງໄດ້ຮັບ ຕາມອັນນັ້ນ ເພາະວ່າ ເພື່ອແກ້ໄຂນັກສຶກສາ ທີ່ມີຄວາມສົນໃຈ ເຂົ້າຮຽນພາສາຈີນນີ້ແຫລະ.”
ນັກຮຽນຊັ້ນ ມ.7 ຈາກໂຮງຮຽນມັທຍົມໂພນສະຫວັນ ເມືອງແປກ ແຂວງຊຽງຂວາງຜູ້ນຶ່ງ ເວົ້າວ່າ ໄດ້ຢູ່ໃນກຸ່ມ B ຊຶ່ງສມັກສອບເສັງ ເຂົ້າຮຽນພາສາຈີນ ເປັນອັນດັບ 1 ແລະພາສາອັງກິດ ເປັນອັນດັບ 2 ຍ້ອນວ່າເຄີຍເຫັນຂ່າວ ການລົງທຶນຂອງຈີນ ຢູ່ລາວຫລາຍເປັນອັນດັບ 1 ຂອງການລົງທຶນຂອງຕ່າງປະເທດ ຄືມີເຖິງ 803 ໂຄງການ, ມູນຄ່າ 15.49 ຕື້ໂດລ້າຣ໌ສະຫະຣັຖ ເພື່ອວ່າຈະມີໂອກາດ ໄດ້ເຮັດວຽກນໍາຈີນ ຖ້າບໍ່ໄດ້ເຮັດວຽກນໍາຣັຖບານ. ເມື່ອຮຽນຈົບປະຣີນຍາຕຣີ ແລ້ວກໍຈະໄປຮຽນຕໍ່ ປຣີນຍາໂທ ຢູ່ຈີນ ຫາກມີທຶນ.
“ເພາະວ່າສັງເກດ ຕາມປະເທດລາວລະແມ່ນມີບໍຣິສັດທີ່ວ່າຄົນຈີນຫັ້ນ ມາເຮັດວຽກຫລາຍເນາະ ເປັນອັນດັບນຶ່ງ. ແລ້ວຖ້າວ່າເຮົາມີໂອກາດ ໄດ້ພາສາຈີນ ເຖິງວ່າເຮົາບໍ່ໄດ້ເຮັດວຽກ ຢູ່ຕາມຣັຖບານ ກໍຢ່າ. ເຮົາໄປຊອກວຽກເຮັດຕາມໂຮງງານ ຫລືວ່າບໍຣິສັດຈີນ ເຂົາກໍຮັບເຮົາຢູ່. ສົມມຸດວ່າ ຖ້າເຮົາຈົບຢູ່ມະຫາວິທຍາລັຍນີ້ ຖ້າເຮົາມີທຶນຕໍ່ ໄປຕໍ່ຕ່າງປະເທດຈີນ ເຮົາກໍຢາກໄປຮຽນຕໍ່ ເພື່ອໃຫ້ຮຽນສູງກວ່າເກົ່າ ກໍໄດ້ເຮັດວຽກສູງ ແລ້ວກໍໄດ້ເງິນເດືອນດີ.”
ແຕ່ນັກຮຽນຊັ້ນ ມ.7 ຈາກໂຮງຮຽນສາທິຕ ນະຄອນຫລວງວຽງຈັນ ເວົ້າວ່າ ຕົນເລືອກສມັກສອບເສງ ໃນກຸ່ມ B ເຂົ້າຮຽນພາສາອັງກິດ ເປັນອັນດັບ 1 ແລະພາສາຈີນ ເປັນອັນດັບທີ 2, ວິຊາທ່ອງທ່ຽວ ຄະນະເສຖສາຕ ແລະບໍຣິຫານທຸຣະກິຈ ເປັນອັນດັບທີ 3 ຍ້ອນວ່າພາສາອັງກິດ ເປັນພາສາ ສາກົນ, ສ່ວນພາສາຈີນ ກໍຮູ້ໃນຂັ້ນພື້ນຖານ ຈາກການຮຽນ ນອກເວລາຢູ່ສະຖາບັນຂົງຈື້.
“ໃນອະນາຄົຕຂອງເຮົານໍາຫັ້ນນ່າ ວ່າ ພາສາອັງກິດ ມັນກໍເປັນພາສາທີ່ ແບບທຸກຄົນໃຊ້ ສື່ສານກັນທົ່ວໂລກ. ຄັນໄດ້ພາສາອັງກິດ ກໍຊອກຫາວຽກໄດ້ງ່າຍ ໂດຍພາສາຈີນກໍຄືຕອນແລກ ເຮົາກໍມີພື້ນຖານໜ້ອຍນຶ່ງແລ້ວເນາະ ກໍພໍລົມກັບຄົນຈີນໄດ້ຢູ່. ກໍຄືເຮົາຢາກຫາປະສົບການ ຮຽນພາສາຈີນໃຫ້ໄດ້ຫລາຍໆ ກໍໄປເຮັດວຽກນໍາຄົນຈີນ. ຄອບຄົວເຮົາກໍວ່າ ອາຈານໃນ ມຊ ເຂົາເຈົ້າໜ້າຈະສອນ ພາສາຈີນດີໄດ້ຢູ່ແລ້ວ ກໍພາສາອັງກິດນໍາ. ແລ້ວກໍໜ້າຮຽນເອົາ ຫລັກສູຕນໍາເຂົາເຈົ້າມາ. ເຮົາເຊື່ອວ່າ ຄັນເຮົາໄດ້ພາສານີ້ ມີວຽກເຮັດງານທໍານີ້ ກໍໜ້າຈະບໍ່ຍາກແລ້ວ.”
ນັກຮຽນຊັ້ນ ມ.7 ຈາກໂຮງຮຽນ ມສ ເມືອງງອຍ ແຂວງຫລວງພຣະບາງ ເວົ້າວ່າ ໄດ້ຢູ່ໃນກຸ່ມ B ຊຶ່ງສມັກສອບເສັງ ເຂົ້າຮຽນພາສາຈີນ ເປັນອັນດັບ 1 ແລະພາສາອັງກິດ ເປັນອັນດັບ 2 ຍ້ອນວ່າ ເຫັນລຸ້ນເອື້ອຍ-ອ້າຍ ທີ່ບໍ່ໄດ້ຮຽນຈົບດ້ານພາສາ ບໍ່ໄດ້ຮັດວຽກ ແລ້ວກັບໄປເຮັດໄຮ່, ເຮັດນາຊ່ອຍຄອຍຄົວ. ແຕ່ສໍາລັບຜູ້ໄດ້ພາສາ ໂດຍສະເພາະພາສາຈີນ, ພາສາອັງກິດ ແມ່ນມີວຽກເຮັດ, ໄດ້ເງິນເດືອນສູງ ເຖິງ 10 ລ້ານກີບກໍມີ ຂະນະທີ່ເງິນເດືອນພື້ນຖານຢູ່ລາວ ໄດ້ພຽງ 1 ລ້ານປາຍກີບ.
“ລຸ້ນອ້າຍຂອງນ້ອງນີ້ແຫລະ ກໍສ່ວນຫລາຍ ຖ້າຮຽນຈົບສາອື່ນມາ ເຂົາມີແຕ່ກັບບ້ານ ເຮັດໄຮ່ເຮັດອີ່ຫຍັງຄືເກົ່າຫັ້ນແຫລະ ເຮັດໃຫ້... ສັງເກດເປັນແບບນີ້ນ່າ ບໍ່ຄ່ອຍສົນໃຈໃນສາຍອື່ນປານໃດ ເພາະວ່າລຸ້ນອ້າຍທີ່ວ່າ ແບບວ່າເຂົາພໍໄດ້ພາສາຈີນແດ່ ພາສາອັງກິດແດ່ ກໍເລີຍຮູ້ສຶກວ່າ ຊອກຫາວຽກເຮັດງານທໍາງ່າຍ ແລະກໍເຣື່ອງຂອງເງິນເດືອນ ເຂົາເຈົ້າສູງໜ້ອຍນຶ່ງ.”
ເຈົ້າໜ້າທີ່ ຢູ່ສູນຮຽນພາສາຈີນ ຂອງເອກຊົນ ທີ່ນະຄອນຫລວງວຽງຈັນ ເວົ້າວ່າ ກະແສການຮຽນພາສາຈີນ ມີຫລາຍແທ້, ນັກຮຽນຊັ້ນ ມ.7 ທີ່ເສັງເຂົ້າຮຽນພາສາຈີນ ຢູ່ມະຫາວິທຍາລັຍແຫ່ງຊາຕ ຫລືບ່ອນອື່ນບໍ່ໄດ້ ກໍຈະຮຽນພາສາຈີນເສີມ ຫລັງຈາກເລີກຮຽນ. ປັດຈຸບັນ ຢູ່ປະເທດລາວ ມີນັກລົງທຶນຈີນເຂົ້າມາເຮັດທຸຣະກິຈຫລາຍ ຫາກໄດ້ພາສາຈີນ ກໍຈະມີໂອກາດໄດ້ເຮັດວຽກ ແລະໄດ້ເງິນເດືອນຫລາຍກວ່າ ຜູ້ທີ່ບໍ່ໄດ້ພາສາຈີນ.
“ສ່ວນໃຫຍ່ ຈະເປັນນັກລົງທຶນຈີນ. ສ່ວນໃຫຍ່ແລະໃນຫລາຍໆບໍຣິສັດ ກໍຈະມີຄົນຈີນຢູ່ນໍາ ແລະໃນການເຮັດວຽກຂອງເຮົາເນາະ. ໃນການທີ່ມີຫົວໜ້າເປັນຄົນຈີນ ມີເພື່ອນຮ່ວມງານເປັນຄົນຈີນ ຖ້າເຮົາໄດ້ພາສາຈີນ ເຮົາສາມາດລົມກັບເຂົາໄດ້ຮູ້ເຣື່ອງ. ຄົນຈີນທີ່ເປັນຫົວໜ້າເຮົາ ເຂົາເຈົ້າຈະເອັນດູເຮົາຫລາຍກວ່າຄົນທີ່ບໍ່ຮູ້ພາສາຈີນ ອັນນີ້ກໍຄືຜົລດີ ແລະອີກຢ່າງນຶ່ງ ໃນພາສາຈີນເນາະ ເຮົາສາມາດນໍາ ລະດັບພາສາ ຂອງເຮົານີ້ ໄປອັບເງິນເດືອນຂຶ້ນໄດ້ ຈາກນັ້ນເງິນເດືອກໍຈະສູງກວ່າ ພະນັກງານປົກຕິທົ່ວໄປ ເຈົ້າ.”
ພາຍຫລັງທີ່ ລະບົບຮັບສມັກສອບເສັງເຂົ້າ ມະຫາວິທຍາລັຍແຫ່ງຊາຕ ປິດຮັບ ສມັກທາງອອນລາຍນ໌ ໃນມື້ວັນທີ 10 ສິງຫາ 2022 ແລ້ວ, ວັນທີ 13-14 ສິງຫາ 2022 ກໍໄດ້ມີການສອບເສັງ ຕາມການສມັກຂອງກຸ່ມ A ແລະກຸ່ມ B. ກຸ່ມ A ໄດ້ເສັງ 6 ວິຊາຄື: ຄະນິດສາຕ, ຟີຊິກສາຕ, ເຄມີສາຕ, ຊີວະວິທຍາສາຕ, ພາສາລາວ-ວັນນະຄະດີ ແລະພາສາອັງກິດ. ສ່ວນກຸ່ມ B ໄດ້ເສັງ 5 ວິຊາ ຄື: ຄະນິດສາຕ, ພາສາລາວ-ວັນນະຄະດີ, ປະວັດສາຕ, ພູມີສາຕ ແລະພາສາອັງກິດ. ສໍາລັບຜູ້ສມັກສອບເສັງ ແພດສາຕ ແມ່ນບໍ່ລວມກັບກຸ່ມ A ແລະ ກຸ່ມ B ຊຶ່ງແພດສາຕ ໄດ້ເສັງ 4 ວິຊາ ຄື: ຄະນິດສາຕ, ເຄມີສາຕ, ຊີວະສາຕ ແລະພາສາອັງກິດ, ອີງຕາມຂໍ້ມູນຂ່າວ ຈາກວິຊາການ ມະຫາວິທຍາລັຍແຫ່ງຊາຕ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 29 ກໍຣະກະດານີ້.
ສົກການສຶກສາປີ 2022-2023 ນີ້ ທາງມະຫາວິທຍາລັຍແຫ່ງຊາຕ ຮັບນັກສຶກສາເຂົ້າຮຽນ 6,990 ຄົນ. ໃນນັ້ນ ຂັ້ນປະຣິນຍາຕຣີ 5,150 ຄົນ ຊຶ່ງມີ 13 ຄະນະວິຊາ, ມີຫຫລັກສູຕລະດັບປະຣິນຍາຕຣີ 118 ສາຂາວິຊາ ຊຶ່ງເປັນສະຖາບັນ ການສຶກສາ ທີ່ມີຫລາຍສາຂາວິຊາ ແຫ່ງທໍາອິດຂອງລາວ ແລະຄາດວ່າ ຈະປະກາດຜົລ ການສອບເສັງກ່ອນວັນທີ 12 ກັນຍາ 2022 ນີ້ ແລະເດືອນຕຸລາ ກໍຈະເຣີ່ມເຂົ້າຮຽນປົກຕິ, ອີງຕາມຄໍາເວົ້າຂອງ ທ່ານ ສອນສັກສິທ ບຸນມາ ຫົວໜ້າຫ້ອງການ ວິຊາການ ມະຫາວິທຍາລັຍແຫ່ງຊາຕ ຕໍ່ສື່ມວນຊົນລາວ ໃນມື້ວັນທີ 26 ກໍຣະກະດານີ້.