ເປີດຈຸດເຊື່ອມຕໍ່ ການຂົນສົ່ງສິນຄ້າ ຣົຖໄຟລາວ-ຈີນ ກັບຣົຖໄຟໄທຍ
2022.07.21

ໃນວັນທີ 1 ເດຶອນ ກໍຣະກະດາ ທີ່ຜ່ານມານີ້ ບໍຣິສັດ ທາງຣົຖໄຟລາວ-ຈີນ ໄດ້ເປີດຈຸດເຊື່ອມໂຍງ ຄຽ່ນຖ່າຍ ສິນຄ້າຣົຖໄຟ ລາວ-ຈີນ ແລະ ທາງຣົຖໄຟລາວ-ໄທຍ ຢູ່ຈຸດຄຽ່ນຖ່າຍສິນຄ້າ ນະຄອນຫລວງວຽງຈັນ ເຊິ່ງເປັນສັນຍາລັກ ທີ່ສະແດງໃຫ້ເຫັນວ່າ ທາງຣົຖໄຟລາວ-ຈີນ ແລະ ທາງຣົຖໄຟລາວ-ໄທຍ ໄດ້ເຊື່ອມຕໍ່ໃສ່ກັນ ເປັນທີ່ຮຽບຮ້ອຍ ເພື່ອຮອງຮັບການຂົນສົ່ງສິນຄ້າ ລະຫວ່າງໄທຍ-ລາວ-ຈີນ ໃນອານາຄົດ ພາຍຫລັງ ທີ່ໄດ້ເປີດນຳໃຊ້ທາງຣົຖໄຟ ລາວ-ຈີນ ມາໄດ້ 7 ເດືອນເຕັມ.
ແຕ່ເຖິງຢ່າງໃດກໍຕາມ ການເປີດ ຈຸດເຊື່ອມໂຍງຄຽ່ນຖ່າຍສິນຄ້າ ຣົຖໄຟລາວ-ຈີນ ແລະ ທາງຣົຖໄຟລາວ-ໄທຍ ກໍຍັງເປັນພຽງພິທີເປີດຊື່ໆ ຍັງບໍ່ທັນເປີດໃຫ້ບໍຣິການຂົນສົ່ງສິນຄ້າ ຜ່ານທາງຣົຖໄຟ ລະຫວ່າງລາວ-ໄທຍ ແບບເປັນທາງການເທຶ່ອ.
ດັ່ງເຈົ້າໜ້າທີ່ບໍຣິສັດ ທາງຣົຖໄຟລາວ-ຈີນ ຈຳກັດ ທ່ານນຶ່ງ ກ່າວຕໍ່ ວິທະຍຸເອເຊັຽເສຣີ ໃນວັນທີ 4 ກໍຣະກະດາ ທີ່ຜ່ານມານັ້ນວ່າ:
“ດຽວນີ້ຍັງບໍ່ທັນໄດ້ຂົນສົ່ງໄປເທຶ່ອ ເພາະວ່າທາງພວກເຮົາ ຍັງບໍ່ທັນແລ້ວ ມີແຕ່ເປີເປັນພິທີຊື່ໆ. ຍັງບໍ່ຮູ້ເທຶ່ອ ເພາະວ່າທາງບໍຣິສັດ ກະຍັງບໍ່ມີແຈ້ງການ ອອກມາເທຶ່ອວ່າ ແມ່ນມື້ໃດຊິເຣີ່ມ.”
ໃນຂະນະດຽວກັນ ເຈົ້າໜ້າທີ່ ປະຈຳສະຖານນີຣົຖໄຟ ມາບຕາພຸດ ແຂວງຣະຍອງ ທາງພາກກາງຂອງປະເທດໄທຍ ກໍຢືນຢັນວ່າ ມາຮອດປັຈຸບັນຍັງບໍ່ມີ ຂະບວນຣົຖໄຟ ຂົນສົ່ງສິນຄ້າຈາກລາວ ແລ່ນຜ່ານເຂົ້າມາໄທຍ ຈົນຮອດສະຖານນີຣົຖໄຟ ມາບຕາພຸດ ເທຶ່ອ ມີແຕ່ຂະບວນຣົຖໄຟ ຂົນສົ່ງສິນຄ້າ ທີ່ແລ່ນຈາກສະຖານນີຣົຖໄຟ ມາບຕາພຸດ ໄປສົ່ງໜາກໄມ້ ຮອດແຂວງໜອງຄາຍ ແລ້ວຂົນສົ່ງ ໄປປະເທດຈີນ ອີກເທຶ່ອນຶ່ງ.
ດັ່ງທ່ານກ່າວວ່າ:
“ທ່ານກ່າວວ່າ: ຍັງເທຶ່ອເດິ້ ຍັງບໍ່ຮູ້ຂ່າວສານເທຶ່ອ ຢູ່ສະຖານນີ ມາບຕາພຸດ ຂອງຂ້ອຍມີພຽງແຕ່ຂະບວນຣົຖໄຟ ຂົນສົ່ງໜາກຖົ່ວລຽນ ໄປແຂວງໜອງຄາຍ ແລ້ວອອກໄປຈີນ.”
ທາງດ້ານ ຜູ້ປະກອບການຂົນສົ່ງສິນຄ້າ ລະຫວ່າງລາວ-ໄທຍ ທີ່ຮັບເຄຶ່ອງຈາກໄທຍ ມາລາວຢູ່ໃນເວລານີ້ ສ່ວນໃຫຍ່ ກໍມັັກໃຊ້ບໍຣິການຂົນສົ່ງ ທາງຣົຖບັນທຸກ ຢູ່ຕາມປົກກະຕິ ແລະ ຫລາຍຄົນ ກໍຍັງບໍ່ມີແຜນ ທີ່ຈະຫັນໄປໃຊ້ ບໍຣິການຂົນສົ່ງສິນຄ້າ ຈາກໄທຍມາລາວ ຜ່ານທາງຣົຖໄຟລາວ-ໄທຍ ນັ້ນເທຶ່ອ.
ດັ່ງຜູ້ປະກອບການ ຂົນສົ່ງສິນຄ້າ ຈາກໄທຍ ເຂົ້າລາວ ກ່າວວ່າ:
“ໂຕນີ້ ຍັງບໍ່ແນ່ໃຈເທຶ່ອນ່າ ເພາະເຮົາຍັງບໍ່ໄດ້ມີແຜນເທຶ່ອ. ປົກກະຕິ ເປັນຣົຖບັນທຸກ 3-4 ມື້ເດິ. ໂຕນີ້ແມ່ນຈະໃຫ້ທາງລູກຄ້ານ່າ ຝາກຂື້ນຂົນສົ່ງອິຫຍັງກະໄດ້ ທີ່ຢູ່ເຂດບ້ານ ຂອງລູກຄ້ານ່າ ສົ່ງມາໃຫ້ເຮົາ.”
ໃນຂະນະທີ່ ບໍຣິສັດໄທຍບາງຣາຍ ທີ່ເປີດໃຫ້ບໍຣິການ ຂົນສົ່ງສິນຄ້າຈາກໄທຍໄປລາວ ແລະ ໄທຍໄປຈີນ ໂດຍຜ່ານເສັ້ນທາງຣົຖໄຟ ກ່າວວ່າ ມາຮອດປັຈຸບັນ ສາມາດຂົນສົ່ງສິນຄ້າ ຜ່ານທາງຣົຖໄຟ ໄປສີ້ນສຸດຢູ່ແຂວງໜອງຄາຍ ແລ້ວຈຶ່ງຂົນສົ່ງດ້ວຍຣົຖບັນທຸກ ເຂົ້າໄປລາວອີກເທຶ່ອນຶ່ງ ແລະ ການໃຫ້ບໍຣິການ ຍັງບໍ່ທັນເຂົ້າລະບົບດີເທຶ່ອ ຍັງຕ້ອງປັບປຸງ ການໃຫ້ບໍຣິການຕື່ມຢູ່ ແຕ່ກໍຍັງມີຜູ້ມາໃຊ້ບໍຣິການຢູ່ເລື້ອຍໆ.
ດັ່ງພະນັກງານ ຂົນສົ່ງສິນຄ້າຈາກໄທຍມາລາວ ກ່າວວ່າ:
“ຍັງບໍ່ທັນເຂົ້າລະບົບດີເທຶ່ອ ແຕ່ກໍເຣີ່ມມີໃຫ້ບໍຣິການ ໄປແດ່ແລ້ວເປັນບາງສ່ວນ ເພາະວ່າ ບໍຣິສັດກໍເຊັນບົດບັນທຶກຄວາມເຂົ້າໃຈ ເມຶ່ອ 2-3ເດຶອນກ່ອນ. ຕອນນີ້ກໍເຣີ່ມໃຫ້ບໍຣິການແລ້ວ ແຕ່ວ່າກໍຍັງບໍ່ເປັນທີ່ແນ່ນອນຫລາຍປານໃດ ໃນເຣຶ່ອງຂອງການແຈ້ງລາຄາ ອິຫຍັງປະມານນີ້.”
ກ່ຽວກັບເຣຶ່ອງນີ້ “ທ່ານ ອະດິສອນ ເສມແຍ້ມ” ຜູ້ອຳນວຍການ ສູນແມ່ນໍ້າຂອງສຶກສາ ປະຈຳສະຖາບັນເອເຊັຽສຶກສາ ທີ່ຂື້ນກັບ ຈຸລາລົງກອນ ມະຫາວິທະຍາລັຍ ຂອງໄທຍ ກ່າວວ່າ ການເຊຶ່ອມຕໍ່ ຂອງເສັ້ນທາງຣົຖໄຟ ລາວ-ຈີນ ແລະ ລາວ-ໄທຍ ນັ້ນແມ່ນຢູ່ພາຍໃຕ້ອິດທິພົລ ດ້ານເສຖກິຈຂອງຈີນ ທີ່ໄດ້ແຜ່ຂະຫຍາຍມາ ຕາມເສັ້ນທາງຣົຖໄຟ ເຊິ່ງທ່ານເອງເຫັນວ່າ ຖ້າມີການຂົນສົ່ງສິິນຄ້າ ຜ່ານທາງຣົຖໄຟລາວ-ໄທຍ ແລະ ລາວ-ຈີນ ຢ່າງເຕັມຮູບແບບ ກໍຈະເຮັດໃຫ້ ຜູ້ປະກອບການ ຣົຖບັນທຸກຂົນສົ່ງສິນຄ້າ ໄດ້ຮັບຜົລກະທົບຢ່າງແນ່ນອນ.
ດັ່ງທ່ານກ່າວວ່າ:
“ມັນກໍຢູ່ພາຍໃຕ້ເງົາ ເສຖກິຈຈີນ ເຊິ່ງແຜ່ມາຕາມເສັ້ນທາງຣົຖໄຟ ຈຶ່ງຈະເຮັດໃຫ້ຜູ້ປະກອບການທີ່ຂົນສົ່ງສິນຄ້າ ດ້ວຍຣົຖບັນທຸກ ຈະຕ້ອງໄດ້ຮັບຜົລກະທົບ ຢ່າງແນ່ນອນ. ແຕ່ວ່າ ຈະໄດ້ຮັບຜົລກະທົບຫລາຍ ຫລືໜ້ອຍ ກໍຕ້ອງໄປເບິ່ງກັນອີກເທຶ່ອນຶ່ງ ຍ້ອນວ່າ ໃນໄລຍະແຜ່ຣະບາດ ຂອງ ໂຄວິດ-19 ການຂົນສົ່ງດ້ວຍຣົຖບັນທຸກ ມັນໜ້ອຍລົງ. ແຕ່ວ່າ ໃນສ່ວນປະກອບການ ຣົຖບັນທຸກຂົນສົ່ງໄປລາວ ທີ່ເຂົາເຄີຍຂົນສົ່ງໄປ ຈັ່ງໃດກະໄດ້ຮັບຜົລກະທົບ.”
ກ່ອນໜ້ານີ້ ທ່ານ “ຢວນ ໝິງຫາວ” ຜູ້ອຳນວຍການບໍຣິສັດ ທາງຣົຖໄຟ ລາວ-ຈີນ ຈຳກັດ ໄດ້ກ່າວໃນມື້ພິທີເປີດ ຈຸດເຊື່ອມໂຍງຄຽ່ນຖ່າຍສິນຄ້າຣົຖໄຟ ລາວ-ຈີນ ແລະ ທາງຣົຖໄຟລາວ-ໄທຍ ວ່າ ການເປີດນຳໃຊ້ ຈຸດເຊື່ອມໂຍງຄຽ່ນຖ່າຍສິນຄ້າຣົຖໄຟ ລາວ-ຈີນ ແລະ ທາງຣົຖ ໄຟລາວ-ໄທຍ ໃນຄັ້ງນີ້ ຖືເປັນຜົລສຳເຣັດ ຂອງຍຸທສາຕ ຫັນປະເທດລາວ ທີ່ບໍ່ມີຊາຍແດນຕິດທະເລ ໃຫ້ເປັນປະເທດທີ່ເຊື່ອມໂຍງ ແລະ ເຊື່ອມຈອດ ກັບທາງຣົຖໄຟ ຂອງປະເທດເພຶ່ອນບ້ານໄດ້ ເຊຶ່ງຈະເຮັດໃຫ້ ຂະບວນຣົຖໄຟ ຂົນສົ່ງສິນຄ້າຂ້າມແດນ ຂອງຣົຖໄຟລາວ-ຈີນ ສາມາດຂົນສົ່ງໄປຮອດແຂວງຕ່າງໆຂອງຈີນ. ພ້ອມດຽວກັນນັ້ນ ກໍສາມາດຂົນສົ່ງ ໄປຮອດທ່າເຮຶອ “ແຫລມສະບັງ” ປະເທດໄທຍ ແລະ ໄປຍັງທ່າເຮຶອ “ສິງກະໂປ” ແລະ ທ່າເຮຶອອື່ນໆໄດ້.
ເຖິງຢ່າງໃດກໍຕາມ ນັບແຕ່ເສັ້ນທາງຣົຖໄຟລາວ-ຈີນ ເປີດໃຊ້ບໍຣິການ ເປັນເວລາ 7 ເດືອນມານີ້ ກໍໄດ້ມີການຂົນສົ່ງສິນຄ້າ ລວມທັງໝົດ 4 ລ້ານ 9 ແສນ ຕັນ ໂດຍສ່ວນໃຫຍ່ ແມ່ນສິນຄ້າ ປະເພດແຮ່ທາຕ, ຜລິຕພັນກົລຈັກ, ເຄຶ່ອງອິເລັກໂທຣນິກ ແລະ ອື່ນໆອີກ 2,000 ຊນິດ, ອີງຕາມຣາຍງານ ຂອງສຳນັກຂ່າວ ວິທຍຸສາກົລແຫ່ງປະເທດຈີນ.ອ