ທາງການລາວ ມີແຜນຈະຊື້ ນໍ້າມັນເຊື້ອເພີງ ຈາກ ຊາອຸດິ ອາຣາເບັຽ

ໄຊຍາ
2022.07.29
ທາງການລາວ ມີແຜນຈະຊື້ ນໍ້າມັນເຊື້ອເພີງ ຈາກ ຊາອຸດິ ອາຣາເບັຽ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກຣັຖມົນຕຣີ ແລະ ຣັຖມົນຕຣີ ກະຊວງ ການຕ່າງປະເທດ.
LATV

ເມື່ອວັນທີ 21 ກໍຣະກະດາ ທີ່ຜ່ານມາ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກຣັຖມົນຕຣີ ແລະ ຣັຖມົນຕຣີ ກະຊວງການຕ່າງປະເທດ ຂອງລາວໄດ້ສົນທະນາ ຜ່ານໂທຣະສັບທາງໄກກັບ ສົມເດັຈ ເຈົ້າຊາຍ ໄຟຊາລ ບິນ ຟາຮັນ ອັລ ຊາອຸດ (Faisal Bin Farhan Al Saud) ຣັຖມົນຕຣີ ກະຊວງການຕ່າງປະເທດ ແຫ່ງຣາຊອານາຈັກ ຊາອຸດິ ອາຣາເບັຽ ກ່ຽວກັບການຮ່ວມມືທາງດ້ານການຄ້າ ແລະການລົງທຶນລະຫວ່າງ 2 ປະເທດ ໂດຍສະເພາະ ແມ່ນການນຳເຂົ້າຜລິຕພັນນໍ້າມັນເຊື້ອເພີງ ຈາກປະເທດ ຊາອຸດິ ອາຣາເບັຽ ມາຍັງປະເທດລາວ.

ໃນຂະນະທີ່ຊາວລາວ ຈຳນວນນຶ່ງເຫັນດີນຳ ຍ້ອນເປັນການເພີ່ມຊ່ອງທາງ ໃນການນຳເຂົ້ານໍ້າມັນ ເຊື້ອເພີງ ຊຶ່ງອາຈຈະຊ່ອຍຫລຸດລາຄານໍ້າມັນ ພາຍໃນປະເທດໄດ້.

ດັ່ງເຈົ້າຂອງປໍ້ານໍ້າມັນ ເຊື້ອເພີງ ຣາຍຍ່ອຍ ຢູ່ບ້ານດົງໂດກ ເມືອງໄຊທານີ ຍານາງນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 28 ກໍຣະກະດາ 2022 ນີ້ວ່າ:

ກໍ! ກໍເປັນການດີ ເພາະວ່າມັນມີຫຼາຍຊ່ອງທາງເຂົ້າ. ນໍ້າມັນກໍຈະຖືກລົງຕົ້ນທຶນມັນກໍຈະຖືກລົງ ເພາະວ່າມັນມີຫຼາຍທາງເລືອກ.

ໃນໄລຍະ ເດືອນກໍຣະກະດາຜ່ານມາ ລາຄານໍ້າມັນເຊື້ອເພີງ ຂາຍຍ່ອຍພາຍໃນຂົງເຂດ ທົ່ວປະເທດລາວປັບລາຄາລົງ 3 ຄັ້ງ ພາຍຫຼັງມີການປັບຂຶ້ນມາຢ່າງຕໍ່ເນື່ອງ 15 ຄັ້ງ ນັບແຕ່ຕົ້ນປີ 2022 ໂດຍນໍ້າມັນແອັດຊັງທັມມະດາ ປັບລົງ 1,940 ກີບຕໍ່ລິດ, ແອັດຊັງພິເສດປັບລົງ 4,010 ກີບຕໍ່ລິດ. ແຕ່ຢ່າງໃດກໍຕາມ ປະຊາຊົນຈຳນວນຫຼາຍ ກໍຍັງເຫັນວ່ານໍ້າມັນເຊື້ອເພີງ ໃນປັດຈຸບັນຍັງຄົງມີລາຄາສູງຄືເກົ່າ ເມື່ອທຽບໃສ່ກັບຄ່າຄອງຊີພ. ມາຮອດປັດຈຸບັນ ປະຊາຊົນລາວ ບໍ່ຈຳເປັນຕ້ອງລຽນແຖວ ເພື່ອລໍຖ້າຊື້ນໍ້າມັນເຊື້ອເພີງ ຄືໃນໄລຍະ 2-3 ເດືອນຜ່ານມາແລ້ວ ເນື່ອງຈາກປໍ້ານໍ້າມັນຂນາດໃຫຍ່ ຢູ່ເມືອງ ແລະແຂວງຕ່າງໆທົ່ວປະເທດ ມີນໍ້າມັນພຽງພໍສຳລັບສນອງ ຕໍ່ຄວາມຕ້ອງການ ຂອງປະຊາຊົນ. ໃນຂະນະທີ່ປໍ້ານໍ້າມັນຣາຍຍ່ອຍ, ຂນາດກາງ ແລະ ຂນາດນ້ອຍ ສ່ວນຫຼາຍຍັງບໍ່ສາມາດ ເປີດໃຫ້ບໍຣິການໄດ້ ຍ້ອນຕ້ອງໄດ້ຊື້ນໍ້າມັນ ໃນລາຄາສູງ ຊຶ່ງບໍ່ກຸ້ມກຳໄລ.

ດັ່ງເຈົ້າຂອງປໍ້ານໍ້າ ມັນເຊື້ອເພີງຣາຍຫຍ່ອຍ ຢູ່ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ນາງນຶ່ງກ່າວວ່າ:

ດຽວນີ້ຄືບໍ່ໄດ້ເປີດເລີຍ. ຢູ່ລາວມີແຕ່ປໍ້າຣັຖບານເປີດ. ມັນບໍ່ມີນໍ້າມັນ. ຖ້າໄປຊື້ມາ ມັນກໍແພງ ຕົ້ນທຶນສູງ ຄັນໄປຊື້ກັບຂອງຣັຖຫັ້ນ ເຂົາກໍໃຫ້ກຳໄລໜ້ອຍ ເຮົາກໍໄດ້ບໍ່ໄດ້ ບໍ່ກຸ້ມຢູ່ ບໍ່ກຸ້ມຄ່າພນັກງານ, ຄ່າໄຟຟ້າ. ອັດຕຣາແລກປ່ຽນ ຂອງປະເທດນີ້ນ່າ ຖ້າມີເງິນກີບບໍ່ຂາດທຶນ. ມັນກໍເປີດໄດ້ ຂຶ້ນກັບເສຖກິຈຂອງປະເທດ ຄັນວ່າເສຖກິຈ ມັນດີ ກໍປໍ້ານໍ້າມັນເອກຊົນກໍເປີດໄດ້.

ສຳລັບແຜນການການ ນຳເຂົ້ານໍ້າມັນເຊື້ອເພີງ ຈາກປະເທດຊາອຸດິ ອາຣາເບັຽ ນັ້ນ ຍັງຢູ່ໃນໄລຍະທຳອິດຍ້ອນທາງການ ຂອງທັງສອງປະເທດ ຫາກໍໄດ້ເຈຣະຈາ ຮ່ວມກັນໄປໃນໄລຍະສັປດາທີ່ຜ່ານມາ ຊຶ່ງພາກສ່ວນທີ່ກ່ຽວຂ້ອງ ເປັນຕົ້ນກົມການຄ້າພາຍໃນ ຈຳເປັນຕ້ອງໄດ້ປຶກສາ ຄົ້ນຄ້ວາກ່ຽວກັບຣາຍລະອຽດແລະຄວາມເປັນໄປໄດ້ ໃນການນຳເຂົ້ານໍ້າມັນເຊື້ອເພີງ ຈາກປະເທດດັ່ງກ່າວນີ້ຕື່ມກ່ອນ.

ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງຜູ້ບໍ່ປະສົງອອກຊື່ ແລະຕຳແໜ່ງທ່ານນຶ່ງກ່າວວ່າ:

ອັນນີ້ເປັນການເຈຣະຈາເບື້ອງຕົ້ນສື່ໆ. ອັນນີ້ເຮົາກໍບໍ່ຮູ້ ເພາະຣັຖບານເພິ່ນເປັນຜູ້ເຈຣະຈາ ກໍຍັງບໍ່ທັນຮູ້ຣາຍລະອຽດດອກ ເພາະວ່າພາກຣັຖບານ ເພິ່ນເປັນຜູ້ຄົ້ນຄ້ວາ.

ການນຳເຂົ້ານໍ້າມັນເຊື້ອເພີງ ຈາກປະເທດຊາອຸດິ ອາຣາເບັຽ ອາຈມີຄວາມເປັນໄປໄດ້ ຂ້ອນຂ້າງໜ້ອຍເນື່ອງຈາກເສັ້ນທາງ ໃນການຂົນສົ່ງນໍ້າມັນ ຈາກປະເທດດັ່ງກ່າວນີ້ ມາຍັງປະເທດລາວ ເປັນໄລຍະທາງໄກ.

ດັ່ງເຈົ້າໜ້າທີ່ ເຮັດວຽກກ່ຽວກັບ ການຄຸ້ມຄອງສາງນໍ້າມັນເຊື້ອເພີງ ຢູ່ນະຄອນຫຼວງວຽງຈັນ ຜູ້ບໍ່ປະສົງອອກຊື່ ແລະຕຳແໜ່ງອີກທ່ານນຶ່ງກ່າວວ່າ:

ເຮົາບໍ່ເຫັນເອກສານໂຕໃດເນາະ ຂໍນໍາເຂົ້າຈາກປະເທດນັ້ນ ປະເທດນີ້. ເພິ່ນຈະເຮັດໜັງສືມາ ຕາມອັນນ່າຣັຖມົນຕຣີເນາະ ໃຫ້ຄຳເຫັນກ່ອນ. ແຕ່ຍັງບໍ່ເຫັນຫຍັງ ບໍ່ເຫັນເອກສານໂຕຫັ້ນເນາະ ເພິ່ນກໍເອົາຈາກປະເທດ ຂອງພວກເຮົາ, ເອົາຈາກປະເທດໄທຍຫັ້ນ ປະເທດວຽດນາມ ປະເທດອື່ນ ຄິດວ່າຍັງບໍ່ມີເພາະມັນເວົ້າເຣື່ອງ ການຂົນສົ່ງ ມັນຫຍຸ້ງຍາກໜ້ອຍນຶ່ງ.

ທ່ານກ່າວຕື່ມວ່າ ສຳລັບແຜນການທີ່ຈະນຳເຂົ້າ ນໍ້າມັນເຊື້ອເພີງ ຈາກປະເທດຣັສເຊັຽທີ່ເກີດຂຶ້ນ ກ່ອນໜ້ານີ້ ໄດ້ຖືກໂຈະການຈັດຕັ້ງ ປະຕິບັດລົງ ຍ້ອນການຂົນສົ່ງນໍ້າມັນ ເຊື້ອເພີງ ຈາກປະເທດຣັສເຊັຽ ມາຍັງປະເທດລາວ ມີໄລຍະທາງຂ້ອນຂ້າງໄກ ອີກທັງທາງການຣັສເຊັຽ ຍັງຕ້ອງການຂາຍນໍ້າມັນ ເຊື້ອເພີງ ໃຫ້ແກ່ທາງການລາວນັ້ນ ຄັ້ງລະປະມານ 1,000 ລ້ານລິດ ໃນຂະນະທີ່ ປະເທດລາວບໍ່ມີສາງຈັດເກັບ ນໍ້າມັນດັ່ງກ່າວນີ້ໄດ້ ຢ່າງພຽງພໍ ແລະບໍ່ທັນໄດ້ຕ້ອງການນໍ້າມັນ ເຊື້ອເພີງຫຼາຍດັ່ງທີ່ ທາງການຣັສເຊັຽສເນີຂາຍ.

ເຖິງແມ່ນວ່າ ທາງການລາວຈະໄດ້ເຈຣະຈາ ກ່ຽວກັບການນໍາເຂົ້ານໍ້າມັນ ເຊື້ອເພີງຈາກປະເທດ ຊາອຸດິ ອາຣາເບັຽ ແລ້ວແຕ່ຢາງໃດກໍຕາມ ພາກສ່ວນທີ່ກ່ຽວຂ້ອງ ກໍບໍ່ສາມາດຢັ້ງຢືນໄດ້ວ່າ ແຜນການດັ່ງກ່າວນີ້ຈະຊ່ອຍຫລຸດລາຄານໍ້າມັນ ຂາຍຫຍ່ອຍພາຍໃນປະເທດໄດ້ ຍ້ອນການກຳນົດລາຄານໍ້າມັນ ເຊື້ອເພີງ ກ່ຽວຂ້ອງກັບໂຄງສ້າງອື່ນໆນໍາດ້ວຍ.

ດັ່ງເຈົ້າໜ້າທີ່ຜແນກ ອຸດສາຫະກັມ ແລະການຄ້າ ຢູ່ແຂວງທາງພາກເໜືອ ຜູ້ບໍ່ປະສົງອອກຊື່ ແລະຕຳແໜ່ງອີກທ່ານນຶ່ງກ່າວວ່າ:

ໂອ້! ມີແຕ່ກະຊວງເພິ່ນ ອັນນ່າຍັງບໍ່ທັນໄດ້ແຈ້ງລົງມາ ຫາທ້ອງຖິນເທື່ອ. ມັນຊິຫຼຸດ ຊິລື່ນ. ຍັງບໍ່ທັນໄດ້ຮູ້ໄດ໋ ເພາະວ່າຢູ່ທາງເທິງພຸ້ນແຫຼະ ຢູ່ທາງກະຊວງພຸ້ນ ເພິ່ນເປັນຜູ້ກຳນົດເລີຍແຫຼະ ກະຊວງຜູ້ເປັນຜູ້ຄຸ້ມຄອງໂດຍກົງເລີຍ ເຣື່ອງນໍ້າມັນເຊື້ອເພີງ ເພາະວ່າຣັຖບານ ຄຸ້ມຄອງໂດຍກົງເລີຍນີ້ນ່າ. ໂຕລາຄາໂຄງສ້າງ ຂອງຣັຖບານເລີຍ ເພາະສະນັ້ນໄທເຮົາອາຈຊິຮູ້ບໍ່ໄດ້ວ່າ ມັນຊິຫລຸດ ຊິລື່ນນ່າ.

ນໍ້າມັນເຊື້ອເພີງ ຖືກເປັນສິນຄ້ານໍາເຂົ້າອັນດັບຕົ້ນຕໍ ຂອງປະເທດລາວ ຫຼືກວມເອົາອັດຕຣາສ່ວນສຳຄັນ ຂອງການນໍາເຂົ້າທັງໝົດ. ສະເພາະປີ 2020 ປະເທດລາວ ໄດ້ນໍາເຂົ້ານໍ້າມັນເຊື້ອເພີງ ມູນຄ່າສູງເຖິງ 5,064,425,360 ໂດລາຣ໌ສະຫະຣັຖ ຫຼື ກວມເອົາ 9.4% ໃນຂະນະທີ່ ປີ 2021 ມີຍອດການນຳເຂົ້າ ນໍ້າມັນ 5,887,331,437 ໂດລາຣ໌ສະຫະຣັຖ ຫຼື ກວມເອົາ 10.2% ຂອງມູນຄ່າ ການນໍາເຂົ້າສິນຄ້າ ທັງໝົດໂດຍສ່ວນຫຼາຍ ກໍແມ່ນນໍາໃຊ້ ກັບຍານພາຫະນະທາງບົກ ແລະທາງອາກາດ.

ທີ່ຜ່ານມາ ປະເທດລາວໄດ້ນໍາເຂົ້າ ນໍ້າມັນເຊື້ອເພີງຈາກປະເທດສິງກະໂປ, ໄທຍ ແລະ ວຽດນາມ ເປັນຫຼັກ, ແຕ່ໄລຍະຜ່ານ ມາພັດບໍ່ມີເງິນຕຣາ ຕ່າງປະເທດພຽງພໍ ສຳລັບໃຊ້ຈ່າຍ ໃນການນໍາເຂົ້ານໍ້າມັນ ຈາກຕ່າງປະເທດ ຈຶ່ງເຮັດໃຫ້ເກີດປະກົດການ ຂາດເຂີນນໍ້າມັນ ໃນບັນດາເມືອງ ແລະແຂວງຕ່າງໆ ທົ່ວປະເທດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.