ລາຄານ້ຳມັນ ແພງຂຶ້ນອີກ ຊ້ຳຕື່ມໃສ່ ຄ່າຄອງຊີບສູງ
2023.06.13
ກົມການຄ້າພາຍໃນ ກະຊວງອຸດສາຫະກັມ ແລະການຄ້າ ອອກແຈ້ງການ ເລຂທີ 0570/ກຄພນ ລົງວັນທີ 7 ມິຖຸນາ 2023 ເພື່ອປັບຂຶ້ນລາຄານ້ຳມັນ ຂາຍຍ່ອຍ ໃນຂອບເຂດທົ່ວປະເທດ, ປະກອບມີ ນ້ຳມັນແອັດຊັງພິເສດ ປັບຂຶ້ນລິດລະ 440 ກີບ, ນ້ຳມັນແອັດຊັງ ທັມມະດາ ປັບຂຶ້ນລິດລະ 300 ກີບ, ແລະນ້ຳມັນກາຊວນ ປັບຂຶ້ນລິດລະ 160 ກີບ, ໂດຍເຣີ່ມປະຕິບັດໃນເວລາ 06.00 ໂມງ ຂອງວັນທີ 8 ມິຖຸນາ 2023 ນີ້ ເປັນຕົ້ນໄປ.
ການຂຶ້ນລາຄາ ຂາຍຍ່ອຍນ້ຳມັນເຊື້ອເພີງ ດັ່ງກ່າວ ສົ່ງຜົລໃຫ້ລາຄານ້ຳມັນ ຈຸດນະຄອນຫຼວງວຽງຈັນ ມີການປ່ຽນແປງ ດັ່ງນີ້, ນ້ຳມັນແອັດຊັງພິເສດ ຈາກລິດລະ 24,880 ກີບ ຂຶ້ນເປັນ 25,320 ກີບ, ນ້ຳມັນແອັດຊັງ ທັມມະດາ ຈາກລິດລະ 19,420 ກີບຂຶ້ນເປັນ 19,720 ກີບ, ແລະນ້ຳມັນກາຊວນ ຈາກລິດລະ 16,900 ກີບຂຶ້ນເປັນ 17,060 ກີບ.
ຕໍ່ກັບເຣື່ອງນີ້, ວິທຍຸ ເອເຊັຽ ເສຣີ ໄດ້ສອບຖາມໄປຍັງ ເຈົ້າຂອງປ້ຳນ້ຳມັນ ຜູ້ນຶ່ງ ຢູ່ນະຄອນຫຼວງວຽງຈັນ ເຊິ່ງບໍ່ປະສົງອອກຊື່ ກ່າວວ່າ ລາຄາຂາຍຍ່ອຍ ຂອງປ້ຳແຫ່ງນີ້ ໄດ້ຂາຍຕາມລາຄາ ທີ່ຣັຖກຳນົດໃຫ້.
ດັ່ງທ່ານໄດ້ກ່າວ ໃນມື້ວັນທີ 9 ມິຖຸນາ 2023 ນີ້ວ່າ:
“ເອົາລາຄາບໍ່, ຖ້າເປັນດີເຊວ ລະເຈົ້າ ແມ່ນລະກາຊວນນ່ະ ເຈົ້າ ເປັນເງິນກີບລະແມ່ນ 17,060 ກີບເຈົ້າ,ແອັດຊັງທັມມະດາ 91 ແມ່ນ 19,720 ກີບ, ແອັດຊັງພິເສດ 95, ປ້ຳເຮົາຫັ້ນບໍ່ໄດ້ຂາຍນ່າ ໂຕນີ້ຢູ່ເມືອງລາວ ບໍ່ຄ່ອຍໄດ້ຂາຍນ່າ ມີແຕ່ຣົຖຫຼູໃຊ້ ເຈົ້າ, ຖ້າເປັນ 95 ແມ່ນ 25,320.”
ທ່ານ ກ່າວຕື່ມວ່າ ລາຄາຂາຍຍ່ອຍ ນ້ຳມັນເຊື້ອເພີງ ໃນປັດຈຸບັນ ຍັງບໍ່ແພງເທົ່າປີກາຍ ເຊິ່ງລາຄານ້ຳມັນກາຊວນຂຶ້ນ ໄປຮອດ 22,180 ກີບ ມາແລ້ວ ແລະບັນຍາກາດ ການຊົມໃຊ້ນ້ຳມັນ ເຊື້ອເພີງ ຂອງຊາວບ້ານ ຍັງຄົງເປັນປົກກະຕິ.
“ມັນກໍແພງ ແຕ່ສໄມກ່ອນ, ແຕ່ວ່າລາຄາຢູ່ລາວ ກະລົງມາຫຼາຍແລ້ວນ່າ, ກາຊວນຂຶ້ນໄປ ປະມານ 20,000. ແລ້ວ ຕອນນີ້ມັນຫຼຸດລົງມາ, ບໍ່ມີບັນຫາຫຍັງແລ້ວ.”
ທາງດ້ານ ຜູ້ໃຊ້ຣົຖຈັກ ນາງນຶ່ງ ຢູ່ນະຄອນຫຼວງວຽງຈັນ ກ່າວວ່າ ນາງກໍ່ໄດ້ຮັບຄວາມເດືອດຮ້ອນ ຈາກລາຄານ້ຳມັນ ທີ່ສູງຂຶ້ນ ຈາກແຕ່ກ່ອນຫຼາຍ ຍ້ອນວ່າຕ້ອງໄດ້ໃຊ້ເງິນເຕີມນ້ຳມັນ ຫຼາຍກວ່າເຄິ່ງ.
“ຕອນນີ້ມັນ ນ້ຳມັນຫາກໍຂຶ້ນເຈົ້າ, ມັນຂຶ້ນຕາມເຣຕເງິນນ່າ ຄັນເຣຕເງິນຂຶ້ນ ເຄື່ອງຂອງອິຫຍັງ ມັນກໍຂຶ້ນໝົດເລີຍ, ບໍ່ມີຣົຖໃຫຍ່ ມີແຕ່ຣົຖຈັກ (ຕື່ມເຕັມຖັງ) ປະມານ 80,000, ຄັນໄດ້ທ່ຽວ ໄປໄກ ກະບໍ່ຮອດທິດ, (ສໄມຕະກີ້) ປະມານ 40,000-50,000 ກະເຕັມ, ໂດຍ ກະລຳບາກຢູ່ ເຈົ້າ.”
ເຖິງແມ່ນວ່າ ລາຄາຂາຍຍ່ອຍນ້ຳມັນ ເຊື້ອເພີງ ຢູ່ລາວ ໃນປັດຈຸບັນ ຈະຍັງບໍ່ສູງສຸດ ທຽບໃສ່ເມື່ອຄັ້ງໄລຍະ ວິກິດນ້ຳມັນເຊື້ອເພີງ ໃນເດືອນມິຖຸນາ 2022 ທີ່ຜ່ານມາ, ແຕ່ກໍຖືວ່າສູງຫຼາຍ ເມື່ອທຽບໃສ່ລາຍໄດ້ ແລະຄ່າຄອງຊີບ ຂອງປະຊາຊົນ, ນອກຈາກນີ້ແລ້ວ, ຍັງມີຫຼາຍປ້ຳ ທີ່ສວຍໂອກາດ ໄລ່ລາຄານ້ຳມັນ ແພງກວ່າ ທີ່ຣັຖກຳນົດ. ຜູ້ໃຊ້ຣົຖຈັກ ຜູ້ນຶ່ງ ຢູ່ແຂວງອັດຕະປື ທີ່ບໍ່ປະສົງອອກຊື່ ແລະສຽງ ກ່າວວ່າ ລາວຕ້ອງໄດ້ຕື່ມນ້ຳມັນ ແອັດຊັງ ທັມມະດາ ໃນລາຄາລິດລະ 21,000-22,000 ກີບ, ຂຶ້ນຢູ່ກັບແຕ່ລະປ້ຳ,ໂດຍລາຄາ ທີ່ຣັຖກຳນົດໃຫ້ ແຂວງອັດຕະປື ແມ່ນ 20,050 ກີບຕໍ່ລິດ.
(ບົດອ່ານ) “ແພງຕລອດ, ຂຶ້ນຢູ່ກັບແຕ່ລະປ້ຳ, ເຈົ້າ, ບາງປ້ຳ 21,000-22,000 ຂຶ້ນໄປ. ສຳລັບນ້ຳມັນແອັດຊັງທັມມະດາ, ຕື່ມເຕັມຖັງ ກໍ 50,000, ແຕ່ຊາວບ້ານ ກໍຕ້ອງໄດ້ຕື່ມ ມັນຈຳເປັນ. ພວກທີ່ຂາຍ ເປັນແກ້ວ ແຮງເອົາປຽບໜັກ, ແກ້ວນຶ່ງ 20,000 ກີບ ບໍ່ຮອດລິດນຶ່ງຊ້ຳ.”

“ຄັນຊັ້ນຂ້ອຍຈະອັດ ວິດີໂອ ໄວ້ແລ້ວ, ເພາະວ່າຫຍັງ ມັນເສັຽປຽບລູກຄ້າ, ຂ້ອຍກະຍັງທ້ວງ ກະເດັກປ້ຳວ່າ, ເອົ້າອ້າຍ! ນ້ຳມັນຄືຂຶ້ນສູງແທ້ ທໍ່ວ່າມື້ນີ້ ຂຶ້ນມາຮອດຊາວພັນປາຍ ເພິ່ນວ່າ, ແມ່ນແຫຼະເອື້ອຍຂຶ້ນເມື່ອເຊົ້ານີ້ວ່າຊັ້ນ, ຂຶ້ນ 25,250 ເວລາທີ່ຂ້ອຍໃສ່ ໃນຂະນະນັ້ນນ່າ, ຂ້ອຍກໍ່ນຶກວ່າມັນຂຶ້ນ ຄືກັນໝົດນໍ ເຮົາກະຈະບໍ່ເອະໃຈ ຫຍັງ, ບາດມາຮອດຫ້ອງການ ໄປຮອດຄ້າຍ ຂ້ອຍໄປລົມນຳໝູ່ ຢູ່ຄ້າຍວ່າ ປ້າດ! ນ້ຳມັນນ່າຂຶ້ນສູງແທ້ ເຮັດໃດຂ້ອຍຊິທຽວການໄດ້ ເປັນຈັ່ງຊີ້ ມັນຂຶ້ນຫຼາຍປານນີ້ນ່າ, ບໍ່ນ່າ ມັນຂຶ້ນແຕ່ສາມຮ້ອຍກີບ ເຂົາວ່ານ່າ.”
ກ່ຽວກັບເຣື່ອງນີ້, ວິທຍຸ ເອເຊັຽ ເສຣີ ໄດ້ພະຍາຍາມສອບຖາມ ໄປຍັງເຈົ້າໜ້າທີ່ກ່ຽວຂ້ອງ, ແຕ່ບໍ່ສາມາດຕິດຕໍ່ໄດ້. ການປັບລາຄານ້ຳມັນ ເທື່ອນີ້ ແມ່ນເປັນເທື່ອທີ 2 ຂອງເດືອນມິຖຸນາ 2023 ນີ້, ໂດຍໃນສັປດາກ່ອນ ຄືໃນວັນທີ 1 ມິຖຸນາ 2023 ທີ່ຜ່ານມາ, ລາຄານ້ຳມັນ ແອັດຊັງ ພິເສດ ປັບຂຶ້ນລິດລະ 60 ກີບ, ລາຄານ້ຳມັນ ແອັດຊັງ ທັມມະດາ ປັບລົງລິດລະ 50 ກີບ, ແລະລາຄານ້ຳມັນ ກາຊວນ ບໍ່ມີການປັບລາຄາ, ທັງນີ້ ລາຄາຂາຍຍ່ອຍ ຈະມີການປັບປ່ຽນ ທຸກໆວັນພະຫັດ.