ເຣື້ອງທີ່ເກັບບັນທຶກໄວ້
2022-05-17
ປະເທດລາວ ບໍ່ພຽງແຕ່ ໄດ້ຮັບຜົລກະທົບ ຈາກການຣະບາດ ຂອງໂຄວິດ-19 ເທົ່ານັ້ນ ແຕ່ຍັງໄດ້ຮັບຜົລກະທົບ ຈາກໄພເງິນເຟີ້ ແລະ ການຂາດແຄນນ້ຳມັນ ອີກດ້ວຍ ຈົນກະຊວງປ້ອງກັນປະເທດ ຕ້ອງໄດ້ເອົານ້ຳສຳຮອງ 2 ລ້ານລິດ ອອກມາຂາຍ ແກ້ໄຂໃນໄລຍະສຸກເສີນ.
2022-05-17
ປັດຈຸບັນ ຜູ້ປະກອບການ ຣົຖໂດຍສານ ຈໍານວນນຶ່ງ ທີ່ຕ້ອງແລ່ນຣົຖ ໄປຕ່າງແຂວງເປັນປະຈໍາ ພົບບັນຫາ ໃນການຊອກຊື້ນໍ້າມັນໃສ່ຣົຖຍາກ ແລະບາງປໍ້າ ກໍຍັງຈໍາກັດປະຣິມານ ນໍ້າມັນນໍາອີກ ດ້ວຍເຫດນີ້ ຈຶ່ງຮຽກຮ້ອງ ໃຫ້ທາງພາກສ່ວນທີ່ກ່ຽວຂ້ອງ ຊ່ອຍແກ້ໄຂບັນຫາ ເຣື່ອງນ້ຳມັນສຳຮອງ ສຳລັບຣົຖໂດຍສານ ທີ່ແລ່ນລະຫວ່າງແຂວງ.
2022-05-17
ເຂດເສຖກິຈພິເສດ ແລະ ສະເພາະ ໃນນະຄອນຫຼວງວຽງຈັນ ຕ້ອງການຄົນງານລາວ ຈຳນວນຫຼາຍ ເນື່ອງຈາກຍັງບໍ່ສາມາດຈ້າງຄົນງານລາວ ໄດ້ເຕັມອັດຕຣາເທື່ອ
2022-05-16
ປ້ຳນ້ຳມັນ ບ້ານທ່າສີ ເມືອງບໍຣິຄັນ ແຂວງຄຳຣິຄຳໄຊ ບໍ່ຍອມຂາຍນ້ຳມັນ ໃຫ້ກັບປະຊາຊົນ ທີ່ຕ້ອງການໃສ່ນ້ຳມັນຣົຖ ໃນຊ່ວງທີ່ນ້ຳມັນຂາດແຄນ ເນື່ອງຈາກປ້ຳແຫ່ງນີ້ ເປັນປ້ຳດຽວທີ່ຍັງມີນຳມັນໃນເວລານັ້ນ ແຕ່ທາງປ້ຳນ້ຳມັນດັ່ງກ່າວ ພັດຂາຍໃຫ້ແຕ່ລູກຄ້າຣາຍໃຫຍ່ ທີ່ຊື້ໄປຂາຍຕໍ່.
2022-05-16
ທາງການລາວ ມີແຜນຈະຫາວິທີ ສນອງເງິນຕຣາຕ່າງປະເທດ ໃຫ້ໄດ້ 50% ຂຶ້ນໄປ ແກ່ບາງບໍຣິສັດ ທີ່ນຳເຂົ້າ ນ້ຳມັນເຊື້ອເພີງ ເພື່ອແກ້ບັນຫາ ນ້ຳມັນເຊື້ອເພີງຂາດເຂີນ
2022-05-16
ຂໍ້ມູນທະນາຄານໂລກ ໃນເດືອນເມສາ 2022 ໄດ້ລະບຸວ່າ ໃນປີ 2019 ໜີ້ສິນສາທາລະນະ ຂອງລາວກວມເອົາ 68% ຂອງລວມຍອດຜລິດຕະພັນພາຍໃນ ຫຼື GDP ເທົ່າກັບ 12.5 ຕື້ໂດລ້າຣ໌ ສ່ວນວ່າ ປີ 2021 ໜີ້ສິນສາທາຣະນະ ຂອງລາວ ກວມເອົາ 88% ຂອງ GDP ເທົ່າກັບ 14.5 ຕື້ໂດລ້າຣ໌.
2022-05-15
ຄົນງານລາວ ສ່ວນຫຼາຍ ຍັງຂາດປະສົພການ, ຄວາມຮູ້ ທີ່ຈະເຮັດວຽກ ໃນໂຄງການລົງທຶນ ຂອງຕ່າງປະເທດ, ດັ່ງນັ້ນ ພວກຂະເຈົ້າ ຈຶ່ງສືບຕໍ່ ໄປເຮັດວຽກ ໃນປະເທດເພື່ອນບ້ານ.
2022-05-13
ຮອງປະທານສະພາການຄ້າ ແລະ ອຸດສາຫະກັມ ແຫ່ງຊາດລາວ ຢາກໃຫ້ທາງການລາວ ສົ່ງເສີມໃຫ້ຄົນລາວ ໄປເຮັດວຽກຢູ່ຕ່າງປະເທດ ເພື່ອນຳເງິນຕຣາຕ່າງປະເທດ ເຂົ້າມາໃນປະເທດລາວຫຼາຍຂຶ້ນ ເພື່ອຈະຫຼຸດຜ່ອນບັນຫາ ຂາດເງິນຕຣາຕ່າງປະເທດ ໃນລະບົບແລກປ່ຽນ ເງິນຕຣາໃນລາວ.
2022-05-11
ເປີດດ່ານ ລາວ-ໄທຍ ແຫ່ງທີ 1 ວຽງຈັນ-ໜອງຄາຍ ຢ່າເປັນທາງການແລ້ວ, ແຕ່ຜູ້ເດີນທາງ ເຂົ້າປະເທດລາວ ຍັງໜ້ອຍຢູ່ ຖ້າທຽບໃສ່ກ່ອນໂຄວິດ-19 ຈະຣະບາດ ຊຶ່ງອາດຈະເປັນເພາະ ສະພາບເສຖກິຈ ແລະຄ່າຄອງຊີບ ທີ່ສູງຂຶ້ນທຸກມື້ ໃນປະເທດລາວ.
2022-05-11
ປັດຈຸບັນຫຼາຍແຂວງ ໃນປະເທດລາວ ປະສົບບັນຫານ້ຳມັນຂາດປ້ຳ ສ່ວນນ້ຳມັນແພງ ຖືເປັນບັນຫານຶ່ງ ແຕ່ນ້ຳມັນຂາດແຄນ ກໍເປັນເຣື່ອງທີ່ສົ່ງຜົລກະທົບ ຕໍ່ປະຊາຊົນລາວ ເປັນວົງກວ້າງ ປະຊາຊົນຕ້ອງຊອກຫາປ້ຳນ້ຳມັນ ທີ່ຍັງເປີດໃຫ້ບໍຣິການ ແລະລຽນຄິວລໍຖ້າຊື້ນ້ຳມັນ.
2022-05-10
ສປປ ລາວ ເປີດດ່ານສາກົນ ທີ່ມີຢູ່ທົ່ວປະເທດ ແຕ່ການຂົນສົ່ງສິນຄ້າ ຈາກດ່ານບໍ່ເຕັນໄປຈີນ ຍັງເປັນບັນຫາ ທີ່ແກ້ໄຂບໍ່ໄດ້ເຕັມຮ້ອຍເທື່ອ ເນື່ອງຈາກທາງການຈີນ ຍັງຄົງບັງຄັບໃຊ້ ມາຕການປ້ອງກັນ ໂຄວິດ-19 ຈຶ່ງສົ່ງຜົລກະທົບ ເຮັດໃຫ້ຣົຖຂົນສົ່ງສິນຄ້າ ລະບາຍອອກບໍ່ໄດ້ເທົ່າທີ່ຄວນ.
2022-05-10
ທາງການລາວ ອອກແຈ້ງການ ພິຈາຣະນາ ດຳເນີນການຄົ້ນຄວ້າ ໂດຍແມ່ນ ກະຊວງອຸດສາຫະກັມ ແລະການຄ້າ, ກະຊວງການເງິນ ແລະໜ່ວຍງານທີ່ກ່ຽວຂ້ອງ ຮັບພິຊອບເຈຣະຈາ ຂໍຊື້ນ້ຳມັນຈາກປະເທດຣັສເຊັຽໂດຍຕຣົງ ຊຶ່ງຄາດຫວັງ ຈະຊ່ອຍຫຼຸດຜ່ອນບັນຫາ ລາຄານ້ຳມັນແພງ ແລະ ນ້ຳມັນຂາດປ້ຳ ແບບທີ່ເປັນຢູ່ໃນປັດຈຸບັນ.
2022-05-09
ສປປລາວ ປະເຊີນກັບ ວິກິຕນໍ້າມັນແພງ ເປັນປວັດການ ພ້ອມທັງຫຼາຍປໍ້າຂາດນໍ້າມັນ ບໍຣິການລູກຄ້າ, ຕໍ່ບັນຫາດັ່ງກ່າວ ຣັຖບານລາວ ໄດ້ປູທາງຕິດຕໍ່ ຂໍຊື້ນໍ້າມັນ ຈາກຣັສເຊັຽ ໂດຍຄາດວ່າ ຈະໄດ້ລາຄາ ຖືກກວ່າທີ່ຊື້ກັບ ໄທຍແລະສິງກະໂປ.
2022-05-09
ນັບຕັ້ງແຕ່ວັນທີ່ 9 ພຶສພາ 2022 ນີ້ເປັນຕົ້ນໄປ ປະເທດລາວ ໄດ້ເປີດປະເທດຢ່າງເຕັມຮູບແບບ ໂດຍບຸກຄົນທົ່ວໄປ ແລະຄົນຕ່າງປະເທດ ສາມາດເຂົ້າ-ອອກປະເທດລາວໄດ້ເປັນປົກກະຕິ ໃນທຸກດ່ານສາກົລ ບໍ່ມີການກັກໂຕ ແລະບໍ່ມີຂໍ້ຫ້າມຫຍັງ ທີ່ເຮັດໃຫ້ຫຍຸ້ງຍາກ ແຕ່ຕ້ອງມີໃບຢັ້ງຢືນ ການສັກວັກຊິນປ້ອງການເຊື້ອໂຄວິດ-19 ຄົບໂດສ.
2022-05-06
ຊາວລາວ ເຫັນວ່າ ການແຕ່ງຕັ້ງ ຄະນະ ປະຕິຮູບ ຣັຖວິສະຫະກິຈໄຟຟ້າລາວ ຄະນະໃໝ່ ກໍຍັງບໍ່ມີຫຍັງຮັບປະກັນວ່າ ຈະສາມາດແກ້ໄຂ ບັນຫາໜີ້ສິນຄຸມເຄືອ ແລະ ຣາຍຮັບຮົ່ວໄຫລ ໄດ້ດີຂຶ້ນ ແຕ່ຢ່າງໜ້ອຍ ກໍຖືວ່າເປັນສັນຍານທີ່ດີ ທີ່ຈະແກ້ໄຂບັນຫາດັ່ງກ່າວ.