ປໍ້ານໍ້າມັນ ບ້ານທ່າສີ ເມືອງບໍຣິຄັນ ຂາຍນ້ຳມັນ ໃຫ້ແຕ່ແມ່ຄ້າຣາຍໃຫຍ່

ໄຊຍາ
2022.05.16
ປໍ້ານໍ້າມັນ ບ້ານທ່າສີ ເມືອງບໍຣິຄັນ ຂາຍນ້ຳມັນ ໃຫ້ແຕ່ແມ່ຄ້າຣາຍໃຫຍ່ ນີ້ແມ່ນປ້ຳນ້ຳມັນແຫ່ງນຶ່ງ ໃນນະຄອນຫຼວງວຽງຈັນ ທີ່ຂາຍນ້ຳມັນ ໃຫ້ກັບລູກຄ້າທຸກຄົນ ທີ່ມາໃຊ້ບໍຣິການ, ຮູບຖ່າຍ ເດືອນພຶສພາ ປີ 2022.
ນັກຂ່າວ ພົລເມືອງ

ໃນວັນທີ 14 ພຶສພາ 2022 ທີ່ຜ່ານມາຊາວບ້ານ ບ້ານທ່າສີ ເມືອງບໍຣິຄັນ ແຂວງບໍຣິຄຳໄຊ ໄດ້ຮັບຄວາມເດືອດຮ້ອນ ບໍ່ມີນໍ້າມັນໃສ່ຣົຖ ຈຶ່ງພາກັນຫຼັ່ງໄຫຼໄປໃສ່ນໍ້າມັນ ຢູ່ປໍ້ານໍ້າມັນທ່າສີທີ່ເປີດພຽງແຫ່ງດຽວ  ແຕ່ກັບປະສົບບັນຫາທາງປໍ້ານໍ້າມັນ ບໍ່ຂາຍນໍ້າມັນເຊື້ອໄຟໃຫ້ປະຊາຊົນທົ່ວໄປ ແຕ່ພັດຂາຍໃຫ້ແມ່ຄ້າ ແລ້ວແມ່ຄ້າກໍນໍາໄປຂາຍຕໍ່ໃຫ້ຊາວບ້ານ ໜ້າປໍ້າໃນລາຄາແພງກ່ວາປົກກະຕິ ຫຼາຍຄົນກໍຍອມຊື້. ພາຍຫຼັງເຫດການດັ່ງກ່າວ ໄດ້ຖືກເຜີຍແຜ່ອອກໄປຫຼ້າສຸດວັນທີ 16 ພຶສພານີ້ ປໍ້ານໍ້າມັນທ່າສີກໍເປີດຂາຍນໍ້າມັນໃຫ້ກັບປະຊາຊົນທົ່ວໄປແລ້ວ.

ດ່ັງຊາວບ້ານ ບ້ານທ່າສີ ເມືອງບໍຣິຄັນ ແຂວງບໍຣິຄຳໄຊ ກ່າວຕໍ່ວິທຍຸເອເຊັຽເສຣີໃນວັນທີ 16 ພຶສພານີ້ວ່າ.

ເປີດແຕ່ປໍ້າໂຕດຽວນັ້ນ ໄປຊື້ແລ້ວເພິ່ນບໍ່ຂາຍໃຫ້ ແລ້ວເພິ່ນເວົ້າວ່າ ອັນນີ້ໃຫ້ແຕ່ສະເພາະຄົນສັ່ງ ຄືທີ່ເຫັນຄລິບຫັ້ນແຫຼະ ອອກຈາກຫັ້ນເຂົາກໍຫຸ້້ມພຶບບາດນີ້ ລະກໍໄປຂໍຊື້ຕໍ່ນຳລາວຫັ້ນ ເຂົາກໍຈຳເປັນຄົນແຖວນັ້ນ ມັນບໍ່ມີນໍ້າມັນໃສ່ເປີດຂາຍປົກກະຕິລະດຽວນີ້.

ຂະນະທີ່ຊາວບ້ານ ບ້ານທ່າສີ ເມືອງບໍຣິຄັນ ແຂວງບໍຣິຄຳໄຊ ອີກທ່ານນຶ່ງກໍໄດ້ກ່າວວ່າທີ່ຜ່ານມາຊາວບ້ານປະສົບບັນຫາ ຂາດແຄນນໍ້າມັນປະມານ 1-2 ອາທິດຫາຊື້ນໍ້າມັນຢູ່ໃສ ກໍບໍ່ມີພໍຮູ້ວ່າປໍ້ານໍ້າມັນທ່າສີເປີດ ກໍຕ້ອງພາກັນໄປຊື້. ແຕ່ພົບເຫດການດັ່ງກ່າວ ກໍຖືເປັນການເອົາປຽບຊາວບ້ານເກີນໄປ ຈຶ່ງເຮັດໃຫ້ຫຼາຍຄົນຮຽກຮ້ອງ. ແຕ່ປັດຈຸບັນປໍ້ານໍ້າມັນທ່າສີ ກໍໄດ້ແກ້ໄຂແລ້ວ ໄດ້ເປີດຂາຍໃຫ້ປະຊາຊົນປົກກະຕິ ແຕ່ວ່າຈຳກັດໃນການຊື້ ໂດຍໃຫ້ໃສ່ໃນຣົຖເທົ່ານັ້ນ ແຕ່ຖ້າບໍ່ມີຣົຖມາໃສ່ກໍຈຳກັດບໍ່ໃຫ້ເກີນ 50 ພັນກີບ.

ມື້ນັ້ນມັນຂາດແຄນເປັນທິດ ສອງອາທິດແລ້ວນ່າ ນໍ້າມັນນ່າມີແຕ່ປໍ້າທ່າສີປໍ້າດຽວ ຊາວບ້ານໄປຊື້ແລະເພິ່ນວ່າ ບໍ່ມີມັນນໍ້າມັນເນາະ ເຂົາເຈົ້າຂາຍປົກກະຕິ ແລ້ວເພິ່ນຂາຍກໍມີຈຳນວນຈຳກັດເນາະ ບາງຄົນຈະໄປຊື້ຕຸກບັກໃຫຍ່ໆນ່າ ເພິ່ນກໍບໍ່ຂາຍໃຫ້ ຂາຍໃຫ້ໃສ່ຣົຖ ຂະນະຣົຖເພເບາະເອົາຣົຖມາບໍ່ໄດ້ຫັ້ນນ່າ ກໍໃຫ້ 50 ພັນ.

ເຈົ້າໜ້າທີ່ການຄ້າ ເມືອງບໍຣິຄັນ ທ່ານນຶ່ງທີ່ຂໍສງວນຊື່ ແລະຕຳແໜ່ງກໍໄດ້ກ່າວວ່າ ໄດ້ລົງກວດກາເຫດການດັ່ງກ່າວນີ້ແລ້ວ ຊາວບ້ານເຂົ້າໃຈຜິດໄປເອງ ຊຶ່ງມື້ນັ້ນນໍ້າມັນເຊື້ອໄຟ ຫາກວ່າເຄື່ອນຈາກເມືອງວຽງທອງ ເອົາມາສົ່ງຢູ່ປໍ້າ. ທາງປໍ້ານໍ້າມັນ ຍັງບໍ່ທັນເອົານໍ້າມັນລົງຣົຖ ຕຣຽມຂາຍ. ຊາວບ້ານກໍເລີຍມາລໍຖ້າຊື້ກັນ ຈາກນັ້ນກໍເຫັນແມ່ຄ້າ ເຂົາເຈົ້າສັ່ງໄວ້ເອົານໍ້າມັນໃສ່ຣົຖ ກໍຄິດວ່າປໍ້າບໍ່ຂາຍນໍ້າມັນ ໃຫ້ຊາວບ້ານຊຶ່ງຄວາມຈິງແລ້ວ ແມ່ຄ້າດັ່ງກ່າວເປັນລູກຄ້າປະຈຳປໍ້ານີ້ ເຂົາເຈົ້າຢູ່ເມືອງຍາມ ແຂວງໄຊສົມບູນ ໄດ້ສັ່ງຊື້ນໍ້າມັນຢູ່ປໍ້ານີ້ ເປັນປະຈຳເພື່ອເອົາໄປຂາຍ ໃນເມືອງຂອງຕົນມື້ນັ້ນ ຈຶ່ງມາຮັບໄປ.

ມັນເປັນແນວນໍ້າມັນຢູ່ຣົຖ ຈະເອົາໄປລົງຫັ້ນແຫຼະເຄື່ອນໄປ ທີ່ເມືອງວຽງທອງ ເຂົາເຈົ້າແຫຼະຍັງບໍ່ທັນໄດ້ເອົາລົງເນາະ ແລ້ວປະຊາຊົນນ່່າຢ້ານບໍ່ໄດ້ຕິວ່າ ນໍ້າມັນນີ້ກາບໍ່ຂາຍແນວນັ້ນແນວນີ້ຂໍຊື້ ເຂົາເຂົາກໍເລີຍຂາຍຕໍ່ໃຫ້ກາບໍ່ແມ່ນຄົນເມືອງນີ້ດອກ ຄົນເມືອງຍາມທາງແຂວງໄຊສົມບູນພຸ້ນ ເປັນລູກຄ້ານຳກັນນ່່າ ຊື້ຂາຍປົກກະຕິ.

ທ່ານກ່າວຕື່ມວ່າ ເບື້ອງຕົ້ນເຈົ້າໜ້າທີ່ກໍໄດ້ເຮັດບົດບັນທຶກ ກັບເຈົ້າຂອງປໍ້າໄວ້ ແລະແມ່ຄ້າທີ່ມາຮັບໄປຂາຍເມືອງຕົນເອງນັ້ນແລ້ວ ເນື່ອງຈາກຂາຍເກີນລາຄາ ແຕ່ບໍ່ໄດ້ປັບໃໝ ຊຶ່ງໃນໄລຍະນີ້ກໍເຂົ້າໃຈ ເນື່ອງຈາກນໍ້າມັນຂາດແຄນ ແລະແມ່ຄ້າທີ່ມາຮັບຊື້ນໍ້າມັນ ໄປຂາຍເມືອງຕົນນັ້ນ ຍັງຕ້ອງເສັຽຄ່ານໍ້າມັນອີກ.

ຂະນະທີ່ສະຖານະການ ນໍ້າມັນໃນປັດຈຸບັນ ໃນຫຼາຍແຂວງກໍຍັງຂາດແຄນຢູ່ ແລະມີນໍ້າມັນຈຳກັດ ໂດຍຈະມີແຕ່ປໍ້າໃຫຍ່ເທົ່ານັ້ນ ທີ່ເປີດບໍຣິການໄດ້ ສ່ວນປໍ້ານ້ອຍກໍຈະໄດ້ປິດໝົດ. ໃນເວລາທີ່ປະຊາຊົນຕ້ອງການ ໄປໃສ່ນໍ້າມັນກໍຍັງຕ້ອງລຽນແຖວ ເພື່ອລໍຖ້າໃສ່ນໍ້າມັນ.

ດັ່ງປະຊາຊົນ ໃນນະຄອນຫຼວງວຽງຈັນ ທ່ານນຶ່ງກ່າວວ່າ:

ໄປຍາກມາຍາກຢູ່ ລາວນີ້ໂອ້ຍ ໄດ້ລຽນຄິວກັນໃສ່ນໍ້າມັນກັນຢູ່ ມື້ເຊົ້າກາໄປລຽນລໍຖ້າຊື້ນໍ້າມັນ່າ ຊົ່ວໂມງກວ່າໆ ນີ້ແຫຼະຈັ່ງໄດ້ຍັງຂາດແຄນນໍ້າມັນຢູ່ ສ່ວນຫຼາຍແມ່ນປໍ້າໃຫຍ່ຈັ່ງເປີດ ປໍ້ານໍ້າມັນນ້ອຍໆ ນີ້ມັນປິດໝົດ

ພ້ອມດຽວກັນນີ້ປະຊາຊົນ ໃນແຂວງສວັນນະເຂດທ່ານນຶ່ງ ກ່າວວ່າໃນແຂວງສວັນນະເຂດ ເຣື່ອງນໍ້າມັນນີ້ກໍຍັງບໍ່ປົກກະຕິ ບາງເທື່ອຕ້ອງຍອມຊື້ເປັນແກ້ວ ທີ່ແມ່ຄ້າວາງຂາຍຕາມແຄມທາງ ຊຶ່ງລາຄາກໍຈະແພງກວ່າປໍ້ານໍ້າມັນ ເພາະຈຳເປັນໃນການເດີນທາງ ແລະບາງເທື່ອໄປເລາະຫາຊື້ ໃນເມືອງກໍບໍ່ທັນຄົນອື່ນກໍມີ.

ແມ່ນລະ ຂາດຄືກັນບໍ່ເຖິງກັບວ່າຂາດອີ່ຫຼີຫັ້ນນ່າ ປໍ້າຢູ່ໃນເມືອງພຸ້ນລະ ໄປໝົດມື້ພຸ້ນແຫຼະຈັ່ງໃດໂຕນີ້ ບາງເທື່ອລໍເປັນ 2-3 ຊົ່ວໂມງ ແລ້ວບໍ່ໄດ້ຊໍ້າໝົດກ່ອນ ໂອ້ຍມັນຍາກ.

ຢ່າງໃດກໍຕາມໃນວັນທີ 11 ພຶສພາ 2022 ໂຮງງານປຸງແຕ່ງນໍ້າມັນເຊື້ອໄຟ ຍອດງື່ມພາວເວີ້ຣ໌ຈຳກັດຜູ້ຜລິດ ປຸງແຕ່ງນໍ້າມັນເຊື້ອໄຟ ຢູ່ພາກເໜືອຂອງລາວ ໄດ້ສັນເຊັນຍາຊື້-ຂາຍນໍ້າມັນເຊື້ອໄຟ ກັບບໍຣິສັດຣັຖວິສຫະກິຈ ນໍ້າມັນເຊື້ອໄຟລາວ. ຊຶ່ງໂຮງງານປຸງແຕ່ງນໍ້າມັນເຊື້ອໄຟ ຍອດງື່ມພາວເວີ້ຣ໌ ຈຳກັດ ໄດ້ສ້າງຕັ້ງຂຶ້ນ ໃນເດືອນ ພຶສຈິກາ 2021 ດ້ວຍທຶນຈົດທະບຽນຈຳນວນ 100 ຕື້ກີບ ມີກຳລັງການຜລິດປຸງແຕ່ງ ນໍ້າມັນກະຊ້ວນເບື້ອງຕົ້ນ 10 ລ້ານລິດຕໍ່ເດືອນ ແລະຖ້າມີຄວາມຕ້ອງການ ຈາກສັງຄົມເພີ່ມຂຶ້ນທາງໂຮງງານ ສາມາດເພີ່ມກຳລັງການຜລິດເປັນ 30 ລ້ານລິດຕໍ່ເດືອນ. ປັດຈຸບັນໂຮງງານຢູ່ໃນຂັ້ນຕອນ ການຕຣຽມການ ຜລິດຄາດວ່າຈະອອກຈຳໜ່າຍ ສູ່ສັງຄົມໄດ້ໃນໄລຍະທ້າຍ ເດືອນພຶສພາ 2022 ນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.