ເປີດດ່ານ ວຽງຈັນ-ໜອງຄາຍແລ້ວ ແຕ່ນັກທ່ອງທ່ຽວ ຍັງໜ້ອຍຢູ່
2022.05.11

ທ່ານ ພັນໂທ ກິດອນ ກິວົງໄຊ ຮອງຫົວໜ້າກົມຄຸ້ມຄອງດ່ານ ແລະຫົວໜ້າດ່ານຕຳຣວດ ກວດຄົນເຂົ້າເມືອງສາກົນຂົວມິຕພາບ ລາວ-ໄທຍ ແຫ່ງທີ 1 ວຽງຈັນ-ໜອງຄາຍ ກ່າວວ່າ ພາຍຫຼັງທາງການລາວປະກາດເປີດປະເທດຢ່າງເປັນທາງການ ເມື່ອວັນທີ 09 ພຶສພາ ທີ່ຜ່ານມາເຣີ່ມມີຜູ້ເດີນທາງ ເຂົ້າ-ອອກ ປະເທດ ຢ່າງເປັນປົກກະຕິແຕ່ຍັງບໍ່ທັນຄຶກຄັກ ຍ້ອນສ່ວນຫຼາຍຜູ້ເດີນທາງຍັງບໍ່ທັນເຂົ້າໃຈ ກ່ຽວກັບມາຕການ ເຂົ້າ-ອອກ ປະເທດປານໃດ.
ດັ່ງເຈົ້າໜ້າທີ່ ດ່ານຕຳຣວດກວດຄົນເຂົ້າເມືອງສາກົນ ຂົວມິຕພາບ ລາວ-ໄທຍ ແຫ່ງທີ 1 ຜູ້ບໍ່ປະສົງອອກຊື່ແລະຕຳແໜ່ງ ທ່ານນຶ່ງກ່າວຕໍ່ວິທຍຸເອເຊັຽເສຣີເມື່ອວັນທີ 11 ພຶສພາ 2022 ນີ້ວ່າ:
“ແມ່ນ ໆ ເປີດແລ້ວແຕ່ວ່າຄົນເຂົ້າ-ອອກ ຫັ້ນຈະຫຼາຍຫຼືໜ້ອຍມັນຂຶ້ນ ຢູ່ກັບແຕ່ລະມື້ເນາະແຕ່ວ່າເປີດປົກກະຕິຫັ້ນເນາະ ເຣື່ອງການກວດໂຄວິດ-19 ຫັ້ນຖ້າວ່າເຈົ້າມີໃບຢັ້ງຢືນສັກວັກຊິນຄົບໂດສແມ່ນບໍ່ຈຳເປັນຕ້ອງເອົາໃບກວດຢູ່ໂຮງໝໍມາເນາະເຫດຜົນທີ່ຄົນເຂົ້າໜ້ອຍເພາະມັນເປັນຊ່ວງ ແຣກໆ ເນາະເຮົາຫາກໍເປີດໄດ້ສອງມື້ນີ້ສິນ່າຫາກໍເປີດແຕ່ມື້ວັນທີ 9 ເປັນຕົ້ນມາ.”
ກ່ອນໜ້ານີ້ຍານາງ ທິບພະກອນ ຈັນທະວົງສາ ຮອງຣັຖມົນຕຣີ ແລະ ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກຣັຖມົນຕຣີ ຜູ້ປະຕິບັດໜ້າທີ່ໂຄສົກຣັຖບານ ກ່າວຣາຍງານເມື່ອວັນທີ 09 ພຶສພາວ່າ ປະເທດລາວ ໄດ້ເປີດປະເທດຢ່າງເປັນນທາງການ ໂດຍບຸກຄົນທົ່ວໄປ ແລະຄົນຕ່າງປະເທດສາມາດເດີນທາງເຂົ້າ-ອອກ ປະເທດລາວຜ່ານດ່ານສາກົນ ໄດ້ຕາມປົກກະຕິ ບໍ່ຕ້ອງກັກໂຕແຕ່ຕ້ອງມີໃບຢັ້ງຢືນໃນການກວດຫາເຊື້ອໂຄວິດ-19 ຈາກປະເທດຕົ້ນທາງ ສ່ວນຜູ້ທີ່ຍັງບໍ່ທັນໄດ້ສັກວັກຊິນ ປ້ອງກັນໂຄວິດ-19 ຈະຕ້ອງມີໃບຢັ້ງຢືນ ການກວດຫາເຊື້ອພາຍໃນ 48 ຊົ່ວໂມງ ແລະໃນຂະນະດຽວກັນຜູ້ທີ່ຈະເດີນທາງ ເຂົ້າມາຍັງປະເທດລາວ ບໍ່ຈຳເປັນຕ້ອງຊື້ປະກັນໂຄວິດ-19 ແຕ່ຖ້າກວດພົບເຊື້ອໂຄວິດ-19 ຈະຕ້ອງຮັບຜິດຊອບຄ່າໃຊ້ຈ່າຍທັງໝົດ.
ສຳລັບຜູ້ທີ່ເດີນທາງເຂົ້າມາຍັງປະເທດລາວນັ້ນ ສ່ວນຫຼາຍເປັນການເດີນທາງເຂົ້າມາ ເພື່ອທ່ອງທ່ຽວຕາມສະຖານທີ່ຕ່າງໆ ແລະ ສ່ວນທີ່ເຫຼືອແມ່ນເປັນນັກທຸຣະກິຈ ທີ່ດຳເນີນກິຈການໃນປະເທດລາວ ທັງນີ້ການເຂົ້າ-ອອກໃນໄລຍະ 3 ມື້ທຳອິດ ລະຫວ່າງວັນທີ 9-11 ພຶສພາ ທີ່ຜ່ານມາມີຜູ້ເດີນທາງຂາອອກ 944 ຄົນ, ຜູ້ເດີນທາງຂາເຂົ້າ 868 ຄົນ, ມີພາຫະນະເຂົ້າ 148 ຄັນ ແລະ ພາຫະນະອອກ 291 ຄັນ ຊຶ່ງຖືເປັນຈຳນວນຂ້ອນຂ້າງໜ້ອຍ ເມື່ອທຽບໃສ່ຈຳນວນຜູ້ເດີນທາງ ແລະພາຫະນະເຂົ້າ-ອອກ ໃນໄລຍະກ່ອນມີການຣະບາດ ຂອງໂຄວິດ-19 ຍ້ອນເຫດຜົນດັ່ງກ່າວນີ້ ຈຶ່ງເຮັດໃຫ້ຜູ້ປະກອບການທຸຣະກິຈ ຮ້ານອານຫານ, ເຮືອນພັກ ແລະ ສະຖານບັນເທີງ ພາຍໃນເມືອງ ແລະແຂວງຕ່າງໆ ຂອງປະເທດລາວ ເປີດໃຫ້ບໍຣິການ ແລະດຳເນີນການຈ້າງງານ ຍັງບໍ່ທັນເຕັມຮູບແບບເທື່ອ.
ດັ່ງເຈົ້າໜ້າທີ່ ທີ່ເຮັດວຽກກ່ຽວກັບການຄຸ້ມຄອງ ພາກທຸຣະກິຈໃນເຂດທ່ອງທ່ຽວສີຂຽວ ນາງນຶ່ງກ່າວຕໍ່ວິທຍຸເອເຊັຽເສຣີໃນມື້ດຽວກັນນີ້ວ່າ:
“ຖືວ່າເປີດປະເທດເຕັມຮູບແບບເນາະ ແຕ່ວ່າຂໍໃຫ້ປະຕິບັດຕາມາຕການຜ່ອນຜັນຫັ້ນ ສ່ວນໃຫຍ່ເພິ່ນກໍຜ່ອນຜັນຫຼາຍຫັ້ນແຫະເນາະ ຄັນຄິດເປັນເປີເຊັນເນາະກໍຄື 80% ກໍຖືວ່າຫຼາຍຣະດັບນຶ່ງ 20% ນີ້ກໍຖືວ່າເລັກໆ ນ້ອຍໆ ແຕ່ເບື້ອງຕົ້ນເພິ່ນກໍໄດ້ແຈ້ງເນາະວ່າ ຈະເປີດປະເທດເຕັມຮູບແບບ ແຕ່ວ່າເພິ່ນກໍໄດ້ແຈ້ງການປະມານວ່າ ເປັນຜ່ອນຜັນເນາະບາງມາຕການ.”
ໃນຂະນະດຽວກັນ ສາເຫດທີ່ເຮັດໃຫ້ໃນໄລຍະເວລາດັ່ງກ່າວນີ້ ຍັງບໍ່ມີນັກທ່ອງທ່ຽວຈາກຕ່າງປະເທດເດີນທາງມາ ປະເທດລາວພໍເທົ່າໃດນັ້ນ ເນື່ອງຈາກທາງການລາວຫາກໍອອກແຈ້ງການ ເປີດປະເທດເຕັມຮູບແບບໄດ້ 3 ມື້ ເຮັດໃຫ້ນັກທ່ອງທ່ຽວຈຳນວນນຶ່ງ ວາງແຜນເດີນທາງມາທ່ອງທ່ຽວ ພາຍປະເທດລາວ ໂດຍສະເພາະນະຄອນຫຼວງວຽງຈັນ ແລະເມືອງວັງວຽງແຂວງວຽງຈັນ ໃນໄລຍະຕົ້ນເດືອນມິຖຸນານີ້.
ດັ່ງພະນັກງານ ບໍຣິສັດນຳທ່ຽວພາຍໃນປະເທດລາວ ທ່ານນຶ່ງກ່າວວ່າ:
“ຕອນນີ້ກໍຖ້າຮັບໄທຍເຂົ້າມາຕອນນີ້ ກໍຕົ້ນເດືອນມິຖຸນາກໍມີຫຼາຍກຣຸບຢູ່ ຮອດເດືອນ 6 ຫາ ເດືອນ 7 ພຸ້ນແຫຼະ ແມ່ນຊ່ວງນີ້ຍັງບໍ່ທັນຫຼາຍດອກ ເພາະວ່າຫາກໍເປີດປະເທດ ຄົນລາວກໍຍັງບໍ່ໄປຫຼາຍເທື່ອໄປໄທຍ ຫາກໍເປີດນີ້ເນາະເຂົາກໍຍັງງົງກັບວິທີການຢູ່ ວ່າໄປແບບໃດອັນໃດແບບໃດ ທຽບໃສ່ກັບປັດຈຸບັນນີ້ຄັນວ່າເປັນຄົນທົ່ວໄປນີ້ນ່າ ຄັນໄປຊື້ເຄື່ອງຊື້ຂອງຫັ້ນນ່າເປັນຄົນລາວໄປໄທຍຫຼາຍ ແຕ່ວ່າຄັນວ່າທົວຣ໌ຊ່ວງເດືອນ 5 ກໍຍັງບໍ່ຫຼາຍດອກທົວຣ໌ໄທຍມາລາວນະ.”
ເຖິງແມ່ນວ່າພາກທຸຣະກິຈທີ່ເຮັດວຽກກ່ຽວກັບການທ່ອງທ່ຽວ ແລະບໍຣິການຈຳນວນນຶ່ງ ຈະສາມາດຕ້ອນຮັບນັກທ່ອງທ່ຽວໄດ້ແລ້ວ. ແຕ່ຢ່າງໃດກໍຕາມ ຍັງເປັນຈຳນວນໜ້ອຍຫຼາຍ ຍ້ອນການໃຊ້ຊີວິດຢູ່ພາຍໃນປະເທດລາວ ມີຄ່າໃຊ້ຈ່າຍສູງຂຶ້ນຫຼາຍ ເນື່ອງຈາກອັດຕຣາແລກປ່ຽນເງິນກີບ ອ່ອນຄ່າຢ່າງຮຸນແຮງ ໃນຮອບຫຼາຍປີ ເຮັດໃຫ້ຕົ້ນທຶນໃນການເດີນທາງ ແລະຄ່າໃຊ້ຈ່າຍຕ່າງໆ ລະຫວ່າງການທ່ອງທ່ຽວ ພາຍໃນປະເທດລາວມີສັດສ່ວນເພີ່ມສູງຂຶ້ນ.
ດັ່ງພະນັກງານບໍຣິສັດນຳທ່ຽວ ພາຍໃນປະເທດລາວ ອີກທ່ານນຶ່ງກ່າວວ່າ:
“ມີຢູ່ເຈົ້າ ແຕ່ຂອງເຮົາຍັງບໍ່ໄດ້ຮັບຫຼາຍເທື່ອເນາະ ມີແຕ່ຊຸດດຽວເນາະໄທຍໆ ກໍທ່ຽວຢູ່ຫຼວງພຣະບາງນີ້ແຫຼະ ສ່ວນຫຼາຍກໍຄຶກຄັກ ແຕ່ເປັນຄົນລາວເຂົ້າໄປທ່ຽວເອງ ເຮົາກໍບໍ່ແນ່ໃຈເນາະ ອາດຈະເປັນນໍາເຣື່ອງລາຄາບໍ່ ມັນແພງອີ່ຫຍັງສິຫັ້ນນ່າແມ່ນໆ ເງິນມັນຂຶ້ນແຮງ.”
ສຳລັບກໍຣະນີດ່ານຕຳຣວດ ກວດຄົນເຂົ້າເມືອງສາກົນ ຂົວມິຕພາບ ລາວ-ໄທຍ ແຫ່ງທີ 4 ຫ້ວຍຊາຍ - ຊຽງຂອງນັ້ນ ເຖິງແມ່ນວ່າທາງການລາວ ຈະປະກາດເປີດດ່ານ ຫ້ວຍຊາຍແລ້ວ ຢ່າງເປັນທາງການ ແຕ່ຢ່າງໃດກໍຕາມ ດ່ານຊຽງຂອງຢູ່ທາງເບື້ອງໄທຍ ຍັງບໍ່ທັນເປີດຮັບຜູ້ເດີນທາງເທື່ອ ຍ້ອນຢູ່ລະຫວ່າງການຕຣຽມຄວາມພ້ອມ ກ່ຽວກັບມາຕການປ້ອງກັນ ຂອງໂຄວິດ-19, ຄາດວ່າຈະສາມາດເປີດດ່ານ ຊຽງຂອງໄດ້ຢ່າງເປັນທາງການ ພາຍໃນຕົ້ນເດືອນ ມິຖຸນາ 2022 ນີ້.
ດັ່ງເຈົ້າໜ້າທີ່ ປະຈຳຫ້ອງວ່າການປົກຄອງ ແຂວງຊຽງຮາຍກ່າວວ່າ:
“ສຳລັບຄົນຂ້າມມານີ້ຍັງບໍ່ເປີດ ເປີດສະເພາະຂົນສິນຄ້າ ຣົຖຂົນສິນຄ້າເຮົາຍັງໃຊ້ມາຕການຢູ່ຫັ້ນ ອາດຈະເປີດໄວໆ ນີ້ແຫຼະ ຕອນນີ້ຍັງບອກບໍ່ທັນໄດ້ເທື່ອເນາະ ກຳລັງປະສານກັນຢູ່.”
ປັດຈຸບັນໜ່ວຍງານ ດ້ານສາທາຣະນະສຸຂ ຢູ່ເມືອງຊຽງຂອງ ແຂວງຊຽງຮາຍ (ປະເທດໄທຍ) ໄດ້ກຳນົດມາຕການຄັດກອງ ປ້ອງກັນການແຜ່ຣະບາດຂອງພຍາດ ຊາຍແດນໂດຍຈະມີການກວດ ATK ຜູ້ເດີນທາງຜ່ານດ່ານຊຽງຂອງ, ຈັດຕຣຽມໂຮງແຮມ 2 ແຫ່ງ ເພື່ອໃຊ້ສຳລັບກັກໂຕ ແລະໂຮງໝໍຊຸມຊົນ ໃນການປິ່ນປົວຜູ້ຕິດເຊື້ອພະຍາດ ໂຄວິດ-19 ໂດຍຄົນຕ່າງປະເທດທີ່ຈະເດີນທາງ ເຂົ້າ-ອອກ ຈະຕ້ອງຊື້ປະກັນ 1,600 ບາດ, ມີວົງເງິນຄໍ້າປະກັນຂັ້ນຕໍ່າ 10,000 ໂດລ້າຣ໌ສະຫະຣັຖ ທັງນີ້ທາງໜ່ວຍງານທີ່ກ່ຽວຂ້ອງ ໄດ້ນຳສເນີຄຳເຫັນດັ່ງກ່າວຕໍ່ກອງປະຊຸມ ຮ່ວມກັບເຈົ້າເມືອງຫ້ວຍຊາຍແລ້ວ ໃນສັປດາທີ່ຜ່ານມາ.