ຄົນລາວ ເດີນທາງເຂົ້າໄທຍ ເພີ່ມຂຶ້ນ ຕໍ່ເນື່ອງ

ສຸພັດຕາ
2022.07.07
ຄົນລາວ ເດີນທາງເຂົ້າໄທຍ ເພີ່ມຂຶ້ນ ຕໍ່ເນື່ອງ ຄົນລາວທີ່ເດີນທາງ ເຂົ້າ-ອອກ ຢູ່ດ່ານຂົວມິຕພາບ ໄທຍ-ລາວ ແຫ່ງທີ່ 1 ໜອງຄາຍ-ນະຄອນຫຼວງວຽງຈັນ, ເດືອນ ກໍຣະກະດາ ປີ 2022.
RFA

ພາຍຫຼັງທີ່ ຣັຖບານໄທຍ ຍົກເລີກ ໄທຍແລນດ໌ ພາສ (Thailand Pass) ໂດຍບໍ່ຕ້ອງລົງທະບຽນ ແລະບໍ່ຕ້ອງຊື້ປະກັນພັຍ ໂຄວິດ-19 ເຣີ່ມຕັ້ງແຕ່ວັນທີ່ 1 ກໍຣະກະດາ 2022 ທີ່ຜ່ານມາ ເຊິ່ງມາຮອດ ວັນທີ່ 4 ກໍຣະກະດາ 2022 ມີຄົນລາວ ເດີນທາງເຂົ້າປະເທດໄທຍ ຜ່ານດ່ານຂົວມິຕພາບ ລາວ-ໄທຍ ແຫ່ງທີ່ນຶ່ງ ນະຄອນຫຼວງວຽງຈັນ-ໜອງຄາຍ ປະມານ 8 ພັນຄົນ ສເລັ່ຽແລ້ວ ຄົນລາວ ເຂົ້າໄປໄທຍ ບໍ່ຕໍ່າກວ່າ 2 ພັນຄົນຕໍ່ມື້ ໃນນັ້ນ ມີຄົນງານລາວ ເຂົ້າໄປເຮັດວຽກຢູ່ໄທຍນໍາດ້ວຍ ເຊິ່ງສ່ວນໃຫຍ່ ຄົນລາວທີີ່ເຂົ້າໄປໄທຍ ແມ່ນຈະໄປທ່ຽວ ແລະກໍຊື້ເຄື່ອງຂອງກັບລາວພ້ອມ ເພາະສິນຄ້າຫຼາຍປະເພດຢູ່ໄທຍ ມີລາຄາຖືກກວ່າ ຢູ່ປະເທດລາວ ແລະຖືວ່າ ຈໍານວນຄົນລາວ ໄປໄທຍເພີ່ມຂຶ້ນຢ່າງຫຼວງຫຼາຍ ເມື່ອທຽບໃສ່ ເດືອນມິຖຸນາ 2022 ມີຄົນລາວເຂົ້າໄທຍ ປະມານ 3,500 ຄົນ.

ດັ່ງເຈົ້າໜ້າທີ່ຕໍາຣວດ ກວດຄົນເຂົ້າເມືອງ ແຂວງໜອງຄາຍ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ເມື່ອວັນທີ່ 5 ກໍຣະກະດາ ນີ້ວ່າ:

“ຄື ເດືອນມິຖຸນາ ນີ້ ຄົນລາວ ເຂົ້າມາປະມານ 3,500 ຄົນ ເດືອນກໍຣະກະດາ ນີ້ ຂະເຈົ້າເຂົ້າມາ ໃນພາບລວມ ປະມານ 8,000 ຄົນ ຫານ 4 ສເລັ່ຽຕໍ່ມື້ ປະມານ 2,000 ມັນຊື້ເຄື່ອງໃຊ້ສອຍ ມາທ່ອງທ່ຽວ ແລ້ວກໍກັບ ດ້ວຍບໍເດີ້ພາສ ສ່ວນໜັງສືເດີນທາງນີ້ ກໍໄປທ່ອງທ່ຽວ ເກີນເຂດທີ່ກໍານົດ ເຊັ່ນ: ອຸດອນ ຂະເຈົ້າກໍສາມາດໄປໄດ້.”

ອີງຕາມການຣາຍງານ ຂອງ ທ່ານ ພາຄິນ ທຽບຄໍາ ຫົວໜ້າຝ່າຍບໍຣິການ ດ່ານພາສີ ແຂວງໜອງຄາຍ ໃນວັນທີ່ 2 ກໍຣະກະດາ 2022 ວ່າ ເມື່ອວັນທີ່ 1 ກໍຣະກະດາ 2022 ຜ່ານມາ ພຽງມື້ດຽວ ມີຜູ້ເດີນທາງເຂົ້າປະເທດໄທຍ 3,618 ຄົນ ແລະ ອອກນອກປະເທດ 3,455 ຄົນ, ຈໍານວນຣົຖຕ່າງປະເທດເຂົ້າໄທຍ 710 ຄັນ.

ຂະນະທີ່ ຄົນລາວ ທີ່ເດີນທາງເຂົ້າໄປໄທຍ ສ່ວນໃຫຍ່ແມ່ນໄປດ້ວຍຣົຖສ່ວນໂຕ ເພື່ອໄປເຮັດວຽກ ແລະກໍຊື້ເຄື່ອງຂອງໃນໄທຍ ກັບຄືນປະເທດລາວ ເພາະສິນຄ້າພາຍໃນປະເທດລາວ ຍັງມີລາຄາແພງຄືເກົ່າ.

ດັ່ງຊາວລາວ ໃນນະຄອນຫຼວງວຽງຈັນ ທ່ານນຶ່ງ ກ່າວວ່າ:

“ກະເຄື່ອງມັນຄົບ ເຄື່ອງມັນມີຄົບເລີຍຫັ້ນນ່າ ເຄື່ອງມັນຫຼາຍ ແລ້ວກະລາຄາ ມັນກໍຈະຖືກກວ່າຢູ່ລາວແດ່ ສ່ວນຫຼາຍ ຈະໃຊ້ຜ່ານແດນ ແລ້ວກໍເອົາຣົຖໄປເອງ.”

ຂະນະດຽວກັນ ຊາວລາວ ໃນນະຄອນຫຼວງວຽງຈັນ ອີກທ່ານນຶ່ງ ກໍໄດ້ກ່າວວ່າ ສ່ວນຫຼາຍ ຄົນລາວ ທີ່ຂ້າມໄປແຂວງໜອງຄາຍ ຈະໄປຊື້ເຄື່ອງອຸປະໂພກ, ບໍຣິໂພກ ແລະສ່ວນນຶ່ງ ກໍໄປທ່ຽວນໍາດ້ວຍ ເພາະປັດຈຸບັນນີ້ ລາຄາສິນຄ້າພາຍໃນລາວ ກໍຍັງແພງຫຼາຍ ເຊັ່ນ: ປາມຶກ ລາຄາປະມານ ເກືອບ 2 ແສນກີບ ຕໍ່ກິໂລ ຄິດເປັນເງິນໄທຍ ຕົກຢູ່ປະມານ 300-400 ບາດ ຖ້າໄປຊື້ຢູ່ໄທຍ ກໍຈະຢູ່ປະມານ 170-200 ບາດ ຕໍ່ກິໂລກຣາມ ຂຶ້ນໄປ.

“ຊື້ເຄື່ອງ ລະກໍໄປທ່ຽວ ແລະກໍກັບ ຊື້ປະເພດກຸ້ງ ປາມຶກບໍ ໄປຊື້ເຄື່ອງທະເລຫັ້ນນ່າ ເພາະວ່າ ເຄື່ອງຢູ່ຝັ່ງໄທຍ ມັນຈະຖືກກວ່າ.”

ຂະນະທີ່ ຜູ້ປະກອບການ ໃນແຂວງໜອງຄາຍ ກໍກ່າວວວ່າ ປັດຈຸບັນນີ້ ຄຶກຄື້ນຫຼາຍ ຄົນລາວ ເດີນທາງເຂົ້າມາກັນຫຼາຍຂຶ້ນ ຢ່າງຕໍ່ເນື່ອງ ເຊິ່ງສ່ວນໃຫຍ່ ກໍເຫັນໄປຊື້ເຄື່ອງຂອງ ຢູ່ຕາມ ຊຸບເປີ້ມາເກັທ.

“ກະຫຼາຍຢູ່ຊ່ວງນີ້ ສ່ວນໃຫຍ່ຂະເຈົ້າມາຊື້ເຄື່ອງໃຊ້ ສ່ວນຫຼາຍຂະເຈົ້າຈະໄປຊື້ ທີ່ແມັກໂຄ. ໄປໂລຕັສ ພວກນີ້ແຫຼະ.”

ແລະຜູ້ປະກອບການ ໃນແຂວງໜອງຄາຍ ອີກທ່ານນຶ່ງ ກໍໄດ້ກ່າວວ່າ ເຫັນຄົນລາວ ເຂົ້າມາໄທຍຫຼາຍຢູ່ ສ່ວນໃຫຍ່ ເຂົ້າມາຊື້ເຄື່ອງໃຊ້ ແລະຂອງກິນ ຫຼາຍກວ່າເຂົ້າມາທ່ອງທ່ຽວ.

“ເຂົ້າມາກັນ ເຣີ່ມຫຼາຍຢູ່ນ່າ ມັນແລ້ວແຕ່ມື້ ແຕ່ກໍມີຢູ່ ໜ້າຈະມາຊື້ເຄື່ອງຂອງ ກັນເປັນສ່ວນຫຼາຍ ແຕ່ກໍບໍ່ໄດ້ຄືກັບແຕ່ກ່ອນ ທີ່ເຈາະຈົງມາທ່ຽວ.”

ສໍາລັບການຍົກເລີກ ຂອງຣັຖບານໄທຍ ຖືວ່າເປັນເຣື່ອງງ່າຍ ສໍາລັບຄົນລາວ ທີ່ຈະເດີນທາງເຂົ້າປະເທດໄທຍ ພຽງແຕ່ມີໃບຢັ້ງຢືນ ສັກວັກຊິນປ້ອງກັນ ເຊື້ອໂຄວິດ-19 ຄົບ 2 ເຂັມ ແລະສໍາລັບ ຜູ້ທີ່ຍັງບໍ່ທັນໄດ້ສັກວັກຊິນ ປ້ອງກັນເຊື້ອໂຄວິດ-19 ຫຼືສັກຍັງບໍ່ຄົບ ຕ້ອງມີໃບຢັ້ງຢືນ ການກວດ PCR Test ພາຍໃນ 72 ຊົ່ວໂມງ ພ້ອມທັງເອກສານເດີນທາງ ອື່ນໆນໍາດ້ວຍ ກໍສາມາດເຂົ້າປະເທດໄທຍ ໄດ້ແລ້ວ.
ປັດຈຸບັນ ສະພາບເສຖກິຈໃນລາວ ກໍຍັງບໍ່ໄດ້ດີຂຶ້ນ ເຖິງແມ່ນວ່າຣັຖບານ ພຍາຍາມຈະແກ້ໄຂ ແຕ່ສະພາບເງິນກີບ ຍັງອ່ອນຄ່າຫຼາຍ ຮວມເຖິງຄ່າຄອງຊີບ, ສິນຄ້າພາຍໃນປະເທດ ກໍຍັງມີລາຄາແພງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.