ເປີດປະເທດ ເຕັມຮູບແບບ ອຳນວຍຄວາມສະດວກ ໃຫ້ນັກທ່ອງທ່ຽວ
2022.05.09

ໃນວັນທີ່ 7 ພຶສພາ 2022 ທີ່ຜ່ານມາ ຍານາງ ທິບພະກອນ ຈັນທະວົງສາ ຮອງຣັຖມົນຕຣີ ແລະຮອງຫົວໜ້າຫ້ອງວ່າການ ສໍານັກງານນາຍົກຣັຖມົນຕຣີ ຜູ້ປະບັດໜ້າທີ່ ໂຄສົກຣັຖບານ ໄດ້ຣາຍງານວ່າ ຕັ້ງແຕ່ວັນທີ່ 9 ພຶສພາ ນີ້ເປັນຕົ້ນໄປ ປະເທດລາວ ໄດ້ເປີດປະເທດຢ່າງເຕັມຮູບແບບ ໂດຍບຸກຄົນທົ່ວໄປ ແລະຄົນຕ່າງປະເທດ ສາມາດເຂົ້າ-ອອກປະເທດລາວ ໄດ້ເປັນປົກກະຕິ ໃນທຸກດ່ານສາກົລ ບໍ່ມີການກັກໂຕ ຫຼືມີຂໍ້ຫ້າມທີ່ເຮັດໃຫ້ຫຍຸ້ງຍາກ ແຕ່ຕ້ອງມີໃບຢັ້ງຢືນ ການສັກວັກຊິນປ້ອງການເຊື້ອໂຄວິດ-19 ຄົບໂດສ ກໍສາມາດເຂົ້າ-ອອກປະເທດລາວໄດ້ ໂດຍບໍ່ຕ້ອງມີໃບຢັ້ງຢືນ ໃນການກວດຫາເຊື້ອໂຄວິດ-19 ຫຼື ATK ຈາກປະເທດຕົ້ນທາງ ແລະເມື່ອມາຮອດປະເທດລາວແລ້ວ ກໍບໍ່ຕ້ອງກວດຫາເຊື້ອໂຄວິດ-19 ອີກນໍາດ້ວຍ.
ດັ່ງເຈົ້າໜ້າທີ່ທ່ອງທ່ຽວ ໃນນະຄອນຫຼວງວຽງຈັນທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ່ 9 ພຶສພາ ນີ້ວ່າ:
“ເປີດປະເທດເລີຍ ຕາມຂ່າວຫັ້ນແຫຼະ ຜູ້ໃດຢາກອອກກໍອອກໄດ້ ຜູ້ໃດຢາກເຂົ້າກໍເຂົ້າໄດ້ ແຕ່ວ່າຕ້ອງເບິ່ງຕາມມາຕການ ທີ່ເພິ່ນວາງອອກຫັ້ນນ່າ ດຽວນີ້ໄປໄດ້ທົ່ວປະເທດແລ້ວ ດ່ານມິຕພາບລາວ-ໄທຍ ໜອງຄາຍເຂົາເປີດແລ້ວ.”
ອີງຕາມການແຈ້ງການເພີ່ມຕື່ມ ຍັງຣາຍງານອີກວ່າ ຜູ້ທີ່ບໍ່ມີໃບຢັ້ງຢືນ ການສັກວັກຊິນປ້ອງກັນເຊື້ອໂຄວິດ-19 ຄົບໂດສ ອາຍຸຕັ້ງແຕ່ 12 ປີຂຶ້ນໄປ ທີ່ຕ້ອງການເຂົ້າມາປະເທດລາວ ແມ່ນຕ້ອງມີຜົລກວດກາເຊື້ອໂຄວິດ-19 ດ້ວຍເຄື່ອງກວດແບບໄວ ຫຼືການກວດແບບ ATK ພາຍໃນ 48 ຊົ່ວໂມງ ກ່ອນຈະອອກຈາກປະເທດຕົ້ນທາງ ແລະເມື່ອມາຮອດປະເທດລາວ, ທາງການລາວ ກໍຈະມີການກວດຫາເຊື້ອ ໂຄວິດ-19 ຢູ່ສນາມບິນ ຫຼືຢູ່ໜ້າດ່ານຊາຍແດນສາກົລຕ່າງໆ.
ນອກຈາກນີ້ ຜູ້ທີ່ຈະເຂົ້າມາປະເທດລາວ ບໍ່ຈໍາເປັນຕ້ອງຊື້ປະກັນໂຄວິດ-19 ນໍາດ້ວຍ ແຕ່ຫາກມີການກວດພົບວ່າ ຕິດເຊື້ອໂຄວິດ-19 ຜູ້ກ່ຽວຈະຕ້ອງຮັບຜິດຊອບຄ່າໃຊ້ຈ່າຍເອງ ເຊິ່ງສາມາດປິ່ນປົວໄດ້ທັງຢູ່ໂຮງໝໍຣັຖ, ໂຮງໝໍເອກກະຊົນ ຫຼືປິ່ນປົວຕົນເອງ ໃນສະຖານທີ່ພັກ ຕາມທີ່ທາງການກໍານົດ ຫຼືຕາມການແນະນໍາຂອງເຈົ້າໜ້າທີ່ ກະຊວງສາທາຣະນະສຸຂ, ດັ່ງເຈົ້າໜ້າທີ່ທີ່ກ່ຽວຂ້ອງ ອີກທ່ານນຶ່ງ ທີ່ຂໍສງວນຊື່ແລະຕໍາແໜ່ງ ກ່າວໃນມື້ດຽວກັນນີ້ວ່າ:
“ແມ່ນໆ ບໍ່ມີກັກໂຕ ບໍ່ມີຫຍັງດອກ ຄັນມີເອກກະສານວັກຊິນ ບໍ່ຕ້ອງກວດໂຄວິດນ່່າ ບາດນນີ້ ກໍຣະນີຜູ້ບໍ່ໄດ້ສັກວັກຊິນຫັ້ນ ກະໄປໄດ້ຄືກັນ ແຕ່ວ່າຕ້ອງກວດໂຄວິດດ້ວຍ ATK ນັ້ນນ່າ ປະກັນພັຍໃນແຈ້ງການບໍ່ໄດ້ມີ ມັນໄປເອື້ອຍຜົນປະໂຫຍດ ໃຫ້ພວກະປະກັນພັຍໂພດ ເວລາເຈົ້າຕິດນ່າ ປິ່ນປົວ ເຈົ້າປົວເອງ.”
ຂະນະດຽວກັນ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ໃນແຂວງຄໍາມ່ວນ ທ່ານນຶ່ງ ທີ່ຂໍສງວນຊື່ແລະຕໍາແໜ່ງ ກໍກ່າວວ່າ ສໍາລັບດ່ານສາກົລ ຂົວມິຕພາບລາວ-ໄທຍ ແຫ່ງທີ່ 3 ລະຫວ່າງ ແຂວງຄໍາມ່ວນ-ນະຄອນພະນົມ ກໍໄດ້ເປີດແລ້ວເຊັ່ນດຽວກັນ ໂດຍໄດ້ປະຕິບັດຕາມການແຈ້ງການ ຂອງຣັຖບານ:
“ເພິ່ນແຈ້ງການແນວນັ້ນແລ້ວ ເປີດວັນທີ່ 9 ແນວນັ້ນແຫຼະ ແຈ້ງການເພິ່ນອອກ ກະຕ້ອງປະຕິບັດເນາະ ເຂົ້າ-ອອກ ຈະມີມາຕການເປັນຂັ້ນຕອນ ຂອງມາຕການເພິ່ນຫັ້ນແຫຼະ ທາງເຣື່ອງແພດ ເຣື່ອງສາທາເພິ່ນຫັ້ນ.”
ທາງດ້ານເຈົ້າໜ້າທີ່ຕໍາຣວດ ກວດຄົນເຂົ້າເມືອງ ໃນແຂວມຸກດາຫານ ຢູ່ປະເທດໄທຍ ທ່ານນຶ່ງກໍກ່າວວ່າ ຣັຖບານລາວ ກໍໄດ້ແຈ້ງມາແລ້ວ ວ່າຈະເປີດດ່ານສາກົລໃນທຸກແຫ່ງ ໃນປະເທດລາວ ໃນວັນທີ່ 9 ພຶສພານີ້ ເປັນຕົ້ນໄປ ເຊິ່ງດ່ານສາກົລຂົວມິຕພາບແຫ່ງທີ່ 2 ລະຫວ່າງ ແຂວງສວັນນະເຂດ-ມຸກດາຫານ ກໍໄດ້ເປີດໃຫ້ຄົນເດີນທາງເຂົ້າ-ອອກ ໄດ້ປົກກະຕິແລ້ວ ເຊິ່ງກໍມີຄົນໄທຍແລະຄົນລາວ ເດີນທາງເຂົ້າ-ອອກຕໍ່ເນື່ອງ ແລະຄົນລາວ ທີ່ຈະເຂົ້າມາໄທຍ ກໍຍັງຕ້ອງປະຕິບັດຕາມມາຕການຂອງໄທຍ ເຊັ່ນດຽວກັບເດີນທາງໄປປະເທດລາວ.
ດັ່ງທ່ານກ່າວວ່າ:
“ເຂົາເຈົ້າຈະເປີດສະເພາະດ່ານສາກົລ ຈຸດຜ່ານແດນຖາວອນ ຄົນລາວກໍເຂົ້າມາແລ້ວ ຂອງລາວ ມີແຕ່ວັກຊິນ ພາສປອດ ກໍເຂົ້າໄປໄດ້ເລີຍ ຂອງລາວ ຍົກເລີກການຊື້ປະກັນ.”
ກ່ຽວກັບເຣື່ອງດັ່ງກ່າວນີ້ ຜູ້ປະກອບການຮ້ານອາຫານ ໃນເມືອວັງວຽງ ແຂວງວຽງຈັນ ທ່ານນຶ່ງ ກໍຮູ້ສຶກດີໃຈຫຼາຍ ທີ່ຣັຖບານລາວ ໄດ້ເປີດປະເທດຢ່າງເຕັມຮູບແບບ ໂດຍບໍ່ມີເງື່ອນໄຂຫຍຸ້ງຍາກ ເພາະຊາວຕ່າງຊາດ ກໍຈະຫຼັ່ງໄຫຼເຂົ້າມາທ່ຽວ ແລະປະຊາຊົນ ທີ່ເຮັດທຸຣະກິຈກ່ຽວກັບການຄ້າຂາຍ ກໍຈະມີລາຍຮັບຫຼາຍຂຶ້ນ:
“ກະດີໃຈແຫຼະເນາະ ເພາະວ່າ ຍັງດິ້ນລົນຢູ່ເນາະ ແຕ່ເດີມມາມັນກະບໍ່ມີເງິນເນາະ ຍາກຢູ່ເນາະ ຄົນບໍ່ເຮັດວຽກກະສິກໍາກະຫຼາຍເນາະ ມາຄ້າມາຂາຍ ລາຍໄດ້ດີ ອັນໃດມັນໄດ້ ອັນມັນສະບາຍ ເຂົາກະຫັນໄປແບບນັ້ນ.”
ເຈົ້າໜ້າທີ່ໂຮງແຮມ ທ່ານນຶ່ງ ໃນນະຄອນຫຼວງວຽງຈັນ ກໍກ່າວວ່າ ການເປີດປະເທດຢ່າງເຕັມຮູບແບບນີ້ ກໍຮູ້ສຶກດີໃຈ ເພາະຈະໄດ້ມີລູກຄ້າຕ່າງປະເທດ ເຂົ້າມາພັກໃນໂຮງແຮມເພີ່ມຂຶ້ນ ແລະຫຼາຍຄົນ ກໍຈະມີວຽກເຮັດງານທໍາເພີ່ມຂຶ້ນນໍາດ້ວຍ:
“ເປີດແບບກ່ອນໂຄວິດເລີຍ ປົກກະຕິແລ້ວ ໂອ້ຍກະດີໃຈ ກະຫວັງວ່າ ຊິໄດ້ແຂກໄດ້ຄົນ ດີກວ່າເກົ່າ ກະດີໃຈ ທີ່ໄດ້ມີວຽກເຮັດ ຮ້ານຄາຣາໂອເກະ ຮ້ານໄນ້ຄຣັບອິຫຍັງຕ່າງໆ ທີ່ເພິ່ນປິດໄວ້ ກະແມ່ນໃຫ້ເປີດໝົດແລ້ວ.”
ຢ່າງໃດກໍຕາມ ຣັຖບານລາວ ກໍຍັງໄດ້ປົດລ໊ອກ ໃຫ້ບັນດາຮ້ານຄາຣາໂອເກະ, ຮ້ານກິນດື່ມ ແລະຮ້ານບັນເທີງຕ່າງໆ ສາມາດເປີດບໍຣິການໄດ້ປົກກະຕິແລ້ວ ແຕ່ກໍໃຫ້ຕຣຽມຄວາມພ້ອມ ໃນການປ້ອງກັນເຊື້ອໂຄວິດ-19 ນໍາດ້ວຍ.
ທີ່ຜ່ານມາ ຜູ້ປະກອບການທຸຣກິຈກ່ຽວກັບການທ່ອງທ່ຽວ ເຊັ່ນ: ໂຮງແຮມ, ເຮືອນພັກ, ຮ້ານອາຫານ ແລະສະຖານທີ່ທ່ອງທ່ຽວຫຼາຍແຫ່ງ ກໍໄດ້ຕຣຽມຄວາມພ້ອມໄວ້ ຕັ້ງແຕ່ປະເທດລາວ ມີການເປີດການທ່ອງທ່ຽວສີຂຽວແລ້ວ ທັງການສັກວັກຊິນປ້ອງກັນເຊື້ອໂຄວິດ-19 ໃຫ້ພະນັກງານທຸກຄົນ ແລະປັບປຸງເຮືອນພັກ, ໂຮງແຮມ ແລະຮ້ານອາຫານໃຫ້ດີຂຶ້ນກວ່າເກົ່າ ເພື່ອໄວ້ຮອງຮັບນັກທ່ອງທ່ຽວ ທີ່ຈະເຂົ້າມາໃນປະເທດລາວ.
ປັດຈຸບັນນີ້ ການຕິດເຊື້ອໂຄວິດ-19 ໃນປະເທດລາວ ຫຼຸດລົງຫຼາຍເທົ່າ ເຖິ່ງແມ່ນວ່າ ໂຕເລຂຜູ້ຕິດເຊື້ອ ຍັງບໍ່ເປັນສູນກໍຕາມ ເຊິ່ງມາຮອດວັນທີ່ 9 ພຶສພາ 2022 ນີ້ ທາງການລາວ ກວດພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມໃໝ່ອີກຈໍານວນ 110 ຄົນ, ຕິດເຊື້ອສະສົມ 208,939 ຄົນ ແລະເສັຍຊີວິດສະສົມ 751 ຄົນ.
ສ່ວນການສັກວັກຊິນປ້ອງກັນເຊື້ອ ໂຄວິດ-19 ໃນທົ່ວປະເທດ ມາຮອດວັນທີ່ 9 ພຶສພາ 2022 ມີຜູ້ໄດ້ຮັບການສັກວັກຊິນປ້ອງກັນເຊື້ອ ໂຄວິດ-19 ເຂັມທີ່ 1 ຈໍານວນ 5,788,210 ຄົນ ຫຼືຄິດເປັນປະມານ 78% ແລະຜູ້ທີ່ໄດ້ຮັບການສັກວັກຊິນຄົບໂດສ ຈໍານວນ 4,957,803 ຄົນ ຫຼືຄິດເປັນປະມານ 67%.
ເຖິງແນວໃດກໍຕາມ ແມ້ແຕ່ທາງການລາວເປີດປະເທດ ເປີດດ່ານສາກົລຕ່າງໆແລ້ວ ຄົນລາວກໍຍັງລັກຂ້າມໄປເຮັດວຽກ ຢູ່ປະເທດໄທຍຫຼາຍຢູ່ ໂຕຢ່າງ: ໃນມື້ວັນທີ່ 8 ພຶສພາ 2022 ນີ້ ເຈົ້າໜ້າທີ່ທະຫານເຮືອ ແຂວງນະຄອນພະນົມ ຂອງໄທຍ ຈັບຄົນງານລາວ ທີ່ຫຼົບໜີເຂົ້າເມືອງແບບຜິດກົດໝາຍໄດ້ຈໍານວນ 57 ຄົນ ອາຍຸລະຫວ່າງ 20-35 ປີ ພ້ອມກັບຜູ້ນໍາພາ ທີ່ເປັນຊາວໄທຍ ຈໍານວນ 4 ຄົນ ແລະນາຍໜ້າຊາວລາວອີກ 2 ຄົນ ຮວມທັງໝົດເປັນ 63 ຄົນ, ອີງຕາມການຣາຍງານຂອງໜັງສືພິມ ມະຕິຊົນ ອອນລາຍນ໌.