ລ້ຽງປານິນໃນກະຊັງ ຢູ່ນະຄອນຫຼວງວຽງຈັນ ເປັນທຸຣະກິຈຈີນເກືອບ 100%

ໄຊຍາ
2024.01.19
ລ້ຽງປານິນໃນກະຊັງ ຢູ່ນະຄອນຫຼວງວຽງຈັນ ເປັນທຸຣະກິຈຈີນເກືອບ 100% ຮູບປະກອບ: ປານິນທີ່ຈັບຂຶ້ນຈາກກະຊັງປາ ທີເປັນຂອງຄົນຈີນ ເຂດນະຄອນຫຼວງວຽງຈັນ. ເດືອນທັນວາ ປີ 2023.
ນັກຂ່າວ ພົລເມືອງ

ເປັນເວລາເກືອບ 10 ປີມາແລ້ວຈົນຮອດປັດຈຸບັນ ທີ່ຜູ້ປະກອບການຈີນເຂົ້າມາລົງທຶນ ລ້ຽງປານິນໃນກະຊັງ ຕາມແຄມສາຍນໍ້າງື່ມ ຢ່າງຫຼວງຫຼາຍກວມເອົາ 100% ເລີຍ ວ່າໄດ້ໂດຍສະເພາະກຸ່ມທ່າງ່ອນ ປະກອບດ້ວຍບ້ານໄຮ່ ບ້ານທ່າສົມມໍ ບ້ານທ່າສະຫວ່າງ ແລະ ບ້ານ ແກ້ງໄຄ້ ເມືອງໄຊທານີ ນະຄອນຫຼວງວຽງຈັນ. ເຮັດໃຫ້ຊາວປະມົງລາວບໍ່ສາມາດແຂ່ງຂັນໄດ້ ແລະລົ້ມເລີກ ໄປຫຼາຍແລ້ວຫັນໄປປະກອບອາຊີບອື່ນ. ອີງໃສ່ຄຳເວົ້າຂອງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ເມືອງໄຊທານີ ແລະ ຂັ້ນທ້ອງຖິ່ນ ກຸ່ມທ່າງ່ອນ ແລະ ອາດີດຊາວປະມົງນໍ້າຈືດ ທີ່ເຄີຍລ້ຽງປານິນໃນກະຊັງຈຳນວນ 5 ທ່ານ.

ຂະນະດຽວກັນ ມີຂໍ້ມູນຣາຍງານ ຈາກບໍຣິສັດເອກະຊົນ ທີ່ດໍາເນິນທຸຣະກິຈ ປູກຜັກສະອາດ ແລະລ້ຽງປາກະຊັງ ເຜີຍແຜ່ຂໍ້ມູນ ແບບບໍ່ເປັນທາງການ ເມື່ອວັນທີ 04 ມົກກະຣາ 2021 ທີ່ຜ່ານມາວ່າຕລາດໂດຍລວມ ຂອງສິນຄ້າປະເພດປານິນ ກະຊັງທີ່ໃນຕລາດ ນະຄອນຫຼວງວຽງຈັນ ມີປາກະຊັງຂອງຈີນກວມເອົາ 87% ຂອງປາກະຊັງລາວທີ່ມີພຽງ 13%.

ກ່ຽວກັບເຣື່ອງນີ້ ອະດີດຊາວປະມົງນໍ້າຈືດ ລາວທີ່ເຄີຍລ້ຽງປານິນໃນກະຊັງ ຢູ່ເມືອງໄຊທານີ ກ່າວວ່າ ເຄີຍລ້ຽງປານິນ ໃນກະຊັງ. ຕໍ່ມາໃນປີ 2017 ຫາກໍລົ້ມເລີກ ໄປຍ້ອນຜູ້ປະກອບການຄົນຈີນ ລ້ຽງປາກະຊັງ ແຂ່ງກັບຄົນລາວ. ເຖິງແມ່ນວ່າ ພະຍາຍາມສູ້ ແຕ່ເຂົາກໍກົດລາຄາລົງ.

ດັ່ງທ່ານໄດ້ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 10 ມົກຣານີ້ວ່າ:

“ຊ່ວງນັ້ນມັນເປັນຊ່ວງປາກະຊັງຕົກລາຄາເວົ້າງ່າຍໆ ມັນມີກະຊັງຂອງຈີນ ຢູ່ເຂດທ່າງ່ອນຫັ້ນມັນມີ 2-3 ເຈົ້າເນາະ. ທີ່ວ່າເຂົາເຈົ້າສົ່ງປາຕາມຕລາດຫັ້ນ. ແລ້ວບາດນີ້ແມ່ຄ້າ-ພໍ່ຄ້າ ທີ່ເຂົາເຄີຍໄປຮັບເອົາ ຫຼືວ່າບ່ອນທີ່ພວກເຮົາເຄີຍໄປສົ່ງໃຫ້. ເຂົາເຈົ້າຫັ້ນເຂົາເຈົ້າວ່າປາທີ່ຊື້ກັບກະຊັງຈີນຫັ້ນ ມັນກໍລາຄາຫັ້ນລົງກ່ອນຕະກີ້ຫັ້ນ ຖືກໂລນຶ່ງ 11-12 ພັນກີບນີ້ນ່າ ເຂົາມາກົດລົງ 9 ພັນກີບ ແລ້ວພວກເຮົາຂາຍບໍ່ໄດ້ແລ້ວເຮັດໃຫ້ພວກເຮົາ ບໍ່ສາມາດໄປຕໍ່ໄດ້ແຕ່ເຫັນຫຼາຍໆ ລອງສຳຣວດເບິ່ງ ສາຍນໍ້າງື່ມເດີ້. ບໍ່ຮູ້ວ່າເຂົາເຈົ້າເຮັດເອກະສານແບບໃດເນາະ ກະຊັງຈີນຫຼາຍເຣີ່ມແຕ່ເຂດຫາດສວນເວີນຄໍາ ນີ້ລົງມາຫາທ່າສົມມໍແກ້ງໄຄ້ນີ້ ຮູ້ສຶກວ່າຫຼາຍເດ້.”

ທ່ານກ່າວຕື່ມວ່າ ປັດຈຸບັນ ໂຕເອງຫັນມາປູກຜັກສວນຄົວ ຕາມແຄມສາຍນໍ້າງື່ມແທນ ການລ້ຽງປານິນໃນກະຊັງແລ້ວ ອີກທັງກຸ່ມຊາວປະມົງນໍ້າຈືດລາວ ປະເຊີນກັບຕົ້ນທຶນການຜລິດ ຂ້ອນຂ້າງສູງເປັນຕົ້ນຫົວອາຫານປາ ນຳເຂົ້າຈາກຕ່າງປະເທດແພງ ບວກກັບຄອບຄົວບໍ່ມີແຮງງານລ້ຽງປານິນ ໃນກະຊັງຢ່າງພຽງພໍ ເຮັດໃຫ້ຕ້ອງເສັຍເງິນຈ້າງແຮງງານ ລ້ຽງປາ ຫຼື ຂົນສົ່ງປາ. ນອກນີ້ກຸ່ມຊາວປະມົງນໍ້າຈືດລາວ ຍັງຂາດເທັກນິກວິຊາການ ບໍ່ມີຢາຂ້າພະຍາດໃນປານິນ ຫຼືຢາທີ່ເຮັດໃຫ້ປານິນໃຫຍ່ໄວ ຄືກັບກະຊັງປານິນຂອງຈີນ. ໂດຍທັງໝົດທີ່ກ່າວມາ ຈຶ່ງເປັນສາເຫດສຳຄັນ ທີ່ເຮັດໃຫ້ຊາວປະມົງນໍ້າຈືດລາວ ລົ້ມເລີກລ້ຽງປານິນ ໃນກະຊັງຈົນເຮັດໃຫ້ປັດຈຸບັນ ຍັງເຫັນຜູ້ປະກອບການຈີນ ສືບຕໍ່ເຮັດທຸຣະກິຈນີ້ ມາໄດ້ກ່ວາ 10 ປີແລ້ວເຊິ່ງສອດຄ່ອງກັບ ອະດີດຊາວປະມົງນໍ້າຈືດລາວ ທີ່ເຄີຍລ້ຽງປານິນໃນກະຊັງ ອີກທ່ານນຶ່ງກ່າວວ່າ:

“ເຣື່ອງຕົ້ນທຶນສູງ ກໍມີສ່ວນເພາະນຶ່ງໃນປັດໄຈ ໃນການຜລິດຫົວອາຫານ. ມັນກໍນໍາເຂົ້າຈາກຕ່າງປະເທດ ທີ່ນີ້ອັດຕຣາແລກປ່ຽນ ເປັນອີກປັດໄຈນຶ່ງ ທີ່ເຮັດໃຫ້ມັນຕ້ອງສູງຂຶ້ນຫັ້ນນ່າ ສ່ວນວ່າການແຂ່ງຂັນນີ້ ມັນກໍມີຫຼາຍປັດໄຈ, ບາງສ່ວນກໍເວົ້າເຣື່ອງຂອງການບໍຣິຫານຈັດການ ຜູ້ໃດສາມາດຄຸມຕົ້ນທຶນ ຫຼືວ່າເຮັດໃຫ້ປະສິດທິພາບມັນສູງ ຄົນນັ້ນກໍມີການໄດ້ປຽບ ເມື່ອກ່ອນນີ້ກຸ່ມຜລິດ ຄົນລາວເຮົາກໍມີສະມາຄົມ ເດ້. ໃນເມື່ອມັນມີຜູ້ທີ່ເຂົາແຂງແຮງກ່ວາ ເຂົາມາທຸ້ມຕລາດ ມັນກໍຍຸບໄປ ແຕ່ວ່າມັນກໍຄວນສງວນໄວ້ ໃຫ້ຄົນລາວເຮົານ່າ.”

ຊາວບ້ານຈາກເມືອງໄຊທານີ ກ່າວວ່າພາຍໃນກຸ່ມທ່າງ່ອນ ບໍ່ສູ້ເຫັນປາກະຊັງ ປານິນຂອງຄົນລາວຄືກັນ ຍ້ອນຄົນລາວສູ້ຄົນຈີນ ບໍ່ໄຫວ ຈຶ່ງເຊົາເຮັດກາຊັງ ປານິນ ແລະໂຕເອງຄິດວ່າ ຜູ້ປະກອບການຄົນຈີນລ້ຽງປານິນ ໃນກະຊັງນັ້ນ ບໍ່ໄດ້ຍາດແຍ່ງອາຊີບຄົນລາວ. ຕ້ອງເບິ່ງມຸມທີ່ວ່າ ຄົນລາວບໍ່ສາມາດຜລິດ ອາຫານເພື່ອຄໍ້າປະກັນ ສະບຽງອາຫານໄດ້ ແຕ່ຄົນຈີນສາມາດຜລິດອາຫານ ເພື່ອຄໍ້າປະກັນ ສະບຽງອາຫານ ໃນປະເທດໄດ້.

ດັ່ງຍານາງກ່າວວ່າ:

“ບໍ່! ບໍ່! ບໍ່ມີຂອງກະຊັງລາວເລີຍ ມີແຕ່ຂອງຄົນຈີນ. ອັນໃດກໍແພງໂພດ ເຂົາເຈົ້າສູ້ບໍ່ໄຫວ ເພາະວ່າຄົນຈີນເຂົາເຈົ້າມີຢາ ມີຫຍັງ ມາຕັ້ງແຕ່ປະເທດ. ເຂົາເຈົ້າຫັ້ນ ຄົນລາວກໍເຊົາເຮັດ. ຕະກີ້ນີ້ຄົນລາວເຮັດ. ເອີ! ບໍ່, ກໍບໍ່ໄດ້ເປັນການຍາດແຍ່ງຂອງຄົນລາວ ແຕ່ວ່າ ຄົນລາວເຮົາເຮັດບໍ່ໄດ້ເດ້, ຄົນຈີນມີປານິນ ປາດຸກເດ້. ເຂົາເຈົ້າເຮັດໄດ້.”

ເຈົ້າໜ້າທີ່ ທີ່ກ່ຽວຂ້ອງເມືອງໄຊທານີ ກ່າວວ່າ ທົ່ວເມືອງໄຊທານີ ກະຊັງປານິນສາຍນໍ້າງື່ມ ແມ່ນເປັນກະຊັງ ຂອງຜູ້ປະກອບການຄົນຈີນ 100%. ຜ່ານມາພາກສ່ວນທີ່ກ່ຽວຂ້ອງ ມີຄວາມພະຍາຍາມ ໃນການສເນີໃຫ້ອາຊີບ ປະມົງນໍ້າຈືດ ສງວນໄວ້ ເປັນຂອງຄົນລາວ ແຕ່ກໍບໍ່ສາມາດເຮັດໄດ້ ເນື່ອງຈາກຄົນລາວ ບໍ່ມີງົບປະມານ ທີ່ຈະສາມາດຜລິດ ປານິນອອກສູ່ຕລາດ ເພື່ອຄໍ້າປະກັນສະບຽງອາຫານໄດ້ ຂະນະທີ່ກຸ່ມຜູ້ປະກອບການ ມີການວາງແຜນມາລົງທຶນ ເປັນລະບົບ ເພື່ອຄຸມຕລາດອາຫານ ສັງເກດໄດ້ຈາກຫົວອາຫານປາ ແລະຢາຂ້າພະຍາດປາຈີນກັບຈີນ ຈະມີການໃຫ້ສິນເຊື່ອ ເພື່ອປ້ອນສິນຄ້າຕໍ່ກັນ.

ດັ່ງທ່ານໄດ້ກ່າວວ່າ:

“ຢູ່ເມືອງເຮົານີ້ກໍວ່າ 100% ແມ່ນຄົນຈີນໝົດເດນ່າ. ເອີ ຕາມຫຼັກການມັນກໍແນວນັ້ນເພິ່ນກໍວ່າ ສງວນອາຊີບໄວ້ໃຫ້ຄົນລາວເນາະ ສ່ວນຫຼາຍບາດນີ້ຄົນຈີນ ເຂົ້າມາແຕ່ງງານກັບຄົນລາວໄປອອກຊື່ເມັຍໄດ້ລູກມາໄປອອກຊື່ລູກຊີ້ນ່າ, ຜ່ານມາພວກອ້າຍກໍເຮັດປັບປຸງບັນຫານີ້ ຈົນຜິດກັນກໍວ່າແມ່ນທີ່ວ່າສງວນອາຊີບ ໃຫ້ຄົນລາວກັບຄົນຈີນຫັ້ນນ່າ ມັນບໍ່ໄຫວກໍຍ້ອນງົບປະມານນີ້ແຫຼະ. ຈີນນີ້ມັນສາມາດຜລິດໄດ້ ມັນຂາຍຖືກມັນດໍ້າປີ້ງ ລາຄາຂອງຄົນລາວເຮົາໄດ້ເບື້ອງຈີນນີ້ ເຂົາຊັບພອດຮອບດ້ານເດ້. ເຂົາສິນເຊື່ອກັນໄດ້ມັນຈະຢູ່ລອດ. ໂອ້ມັນມາແຮງກ່ອນໂຄວິດໜ້ອຍນຶ່ງ ມານີ້ທີ່ຄົນລາວລົ້ມລະລາຍນ່າ ທັງແຮງງານ ທັງເທັກນິກຮອບດ້ານຫັ້ນແຫຼະ ເຮັດໃຫ້ຕົ້ນທຶນການຜລິດ ເຮົາມັນສູງ ແລ້ວບາດນີ້ລາຄາມັນຖືກດໍ້າປີ້ງ ຈາກຄົນຈີນບາດນີ້.”

ສ່ວນເຈົ້າໜ້າທີ່ ທີ່ກ່ຽວຂ້ອງຂັ້ນທ້ອງຖິ່ນ ກຸ່ມທ່າງ່ອນກ່າວວ່າ ຕັ້ງແຕ່ປີ 2014 ທີ່ຜູ້ປະກອບການຈີນເຣີ່ມເຂົ້າມາເຮັດກະຊັງປານິນ ເຂດບ້ານໄຮ່ຈົນຮອດປັດຈຸບັນ ຍັງມີຜູ້ປະກອບການຈີນ ເຮັດກະຊັງປານິນ ຄືເກົ່າ ຈົນບໍ່ມີກະຊັງປານິນ ຂອງຄົນລາວແລ້ວອີກທັງການເຮັດທຸຣະກິຈ ກາຊັງປານິນ ຂອງຈີນແມ່ນໄດ້ຮັບການສນັບສນູນ ຈາກທາງການລາວ.

ດັ່ງທ່ານໄດ້ກ່າວວ່າ:

“ໂອ້ຕີເປີເຊັນບໍ່ໄດ້ເດ້ ມັນມີປະມານມ້ອງ 18-19 ຄົນພຸ້ນແຫຼະ. ຄົນລາວຜູ້ດຽວແຕ່ວ່າ ຄົນລາວກໍເອົາຜົວຈີນ ມີຢູ່ກະຊັງດຽວອະນຸຍາດ ອັນນຶ່ງແມ່ນເຈົ້າຂອງ ດິນເຂົາເຊົ່າດິນນໍາເຈົ້າຂອງດິນ ສອງມາແລ້ວແມ່ນວ່າທາງກະສິກັມ ແລ້ວກໍທາງອາກອນ ເຂົາເຈົ້າຜ່ານໝົດເດ້. ເຂົ້າໜ້ານໍ້າແມ່ນຫຍັງ ແມ່ນຫຍັງທຸກຢ່າງ ເຂົາມາຖືກຕ້ອງ ແຕ່ກ່ອນມີຄົນລາວ ແຕ່ວ່າມັນມິດໝົດ ແລ້ວໄປບໍ່ລອດແລ້ວເຂົາເຈົ້າເຊົາໝົດແລ້ວເປັນເພາະວ່າ ປາໂລນຶ່ງ 20 ພັນກີບ. ລາວຂາຍໄດ້ແຕ່ຈີນມັນຂາຍ 15-18 ພັນກີບ ມັນກໍຂາຍໄດ້ຄວາມໝາຍວ່າ.”

ເຈົ້າໜ້າທີ່ ທີ່ກ່ຽວຂ້ອງຂັ້ນທ້ອງຖິ່ນກຸ່ມທ່າງ່ອນ ອີກທ່ານນຶ່ງກ່າວວ່າ ທາງບ້ານແກ້ງໄຄ້ ມີກະຊັງປານິນ ທັງໝົດ 4 ກະຊັງເຊິ່ງທັງໝົດ ເປັນຂອງຜູ້ປະກອບການຄົນຈີນ ໃນນັ້ນມີ 1 ກະຊັງທີ່ຈະຍ້າຍໄປລ້ຽງຢູ່ບ້ານໄຮ່, ສ່ວນກະຊັງປານິນ ຂອງຄົນລາວເຄີຍມີມາກ່ອນ ແຕ່ວ່າລົ້ມເລີກໄປໝົດແລ້ວ.

ດັ່ງທ່ານໄດ້ກ່າວວ່າ:

“ຄົນຈີນໝົດຄົນລາວຈະບໍ່ມີແລ້ວດຽວນີ້ນ່າແຕ່ກ່ອນໂຮມ 8-9 ຄົນພຸ້ນແຫຼະແຕ່ກ່ອນເຫຼືອແຕ່ 3 ຕົວະ ໂຕທີ 4 ກະຊິໜີອີກລະມັນເປັນເຣື່ອງປັດໃຈສຳຄັນຄືເສັ້ນທາງບ້ານໄຮ່ຈະເປັນທາງຢາງທາງດີເດ້ຄັນທາງບໍ່ດີນີ້ແມ່ຄ້າຈະບໍ່ຊື້ນໍ້າມັນໂຍກປາຕາຍຫຍັງຫັ້ນແຫຼະຄົນລາວແມ່ນຢຸດມາຕັ້ງແຕ່ເບິ່ງເດີ້ປີ 2014-2015ພຸ້ນແຫຼະຕລາດນີ້ມັນບໍ່ຂຶ້ນກັບຜູ້ຂາຍສໍ່ານ່າມັນຂຶ້ນກັບຜູ້ຊື້ແມ່ຄ້າພໍ່ຄ້າຄົນກາງເຂົາຈັ່ງຊິນ່າບາດນີ້ເຂົາກຳນົດລາຄາແພງເຂົາກໍບໍ່ຊື້ເຂົາໜີໄປຊື້ບ່ອນອື່ນຈັ່ງຊິນ່າ.”

 ການຄ້າຂາຍປານິນທີ່ລ້ຽງໃນກະຊັງຄົນລາວຈະຊື້ປານິນຈາກຜູ້ປະກອບການຈີນແລ້ວມາຂາຍໃນຕລາດສົດຫຼືຂາຍທາງສື່ສັງຄົມອ໋ອນລາຍໂດຍຈະເອົາກຳໄລຈາກການຂາຍປານິນໂລລະ 3-5 ພັນກີບ. ໂດຍລາຄາປານິນທີ່ລ້ຽງໃນກະຊັງ ທີ່ຜູ້ບໍຣິໂພກຊື້ຈະສະເລັ່ຍກິໂລລະ 45 ພັນກີບ ເຊິ່ງເປັນລາຄາທີ່ເທົ່າກັບລາຄາປານິນ ທີ່ລ້ຽງໃນໜອງທັມມະຊາຕ.

ດັ່ງແມ່ຄ້າຂາຍປານິນ ທີ່ລ້ຽງໃນກະຊັງ ຢູ່ນະຄອນຫຼວງວຽງຈັນ ກ່າວວ່າ:

“ເອື້ອຍບໍ່ໄດ້ຂາຍຢູ່ຕລາດ ເອື້ອຍມີແຕ່ຂາຍນໍາແຖວບ້ານຫັ້ນແຫຼະ ມັນກໍເວົ້າບໍ່ໄດ້ນ່າ. ນ້ອງມັນກໍຄ້າຍໆ ສໍ່າກັນຫັ້ນແຫຼະ ເພາະວ່າມັນກໍມີຊ່ວງຂຶ້ນ ຊ່ວງລົງ. ບາງທີປາມາແຕ່ລະງວດ ເຂົາກໍໄລ່ບໍ່ຄືກັນນ່າ ສ່ວນຫຼາຍກໍກິໂລລະ 3 ພັນ. ປະມານນີ້ແຫຼະ ຖ້າວ່າເຮົາເອົາຫຼາຍ ຖ້າວ່າຂາຍຍ່ອຍກໍກິນກິໂລ 5 ພັນ.”

ດ້ານແມ່ຄ້າຂາຍປານິນ ທີ່ລ້ຽງໃນໜອງທັມມະຊາຕ ຢູ່ນະຄອນຫຼວງວຽງຈັນ ກ່າວວ່າການບໍຣິໂພກ ປານິນຂອງຄົນລາວຂຶ້ນ ຢູ່ກັບຄວາມມັກສ່ວນບຸກຄົນ ແລະຖ້າເວົ້າສະເພາະປານິນ ທີ່ລ້ຽງທັມມະຊາຕເນື້ອປາຈະແຊບແລະຫວານແບບທຳມະຊາຕໃຊ້ເວລາລ້ຽງດົນ. ສ່ວນປານິນທີ່ລ້ຽງໃນກະຊັງຈະມີການໃສ່ນໍ້າຢາເລັ່ງປາໃຫຍ່ໄວ ລ້ຽງບໍ່ພໍເທົ່າໃດເດືອນ ສາມາດຂາຍອອກຕລາດໄດ້ແລ້ວ.

ດັ່ງຍານາງກ່າວວ່າ:

“ປາກະຊັງເຮົາ ບໍ່ເອົາ ເຮົາບໍ່ຂາຍ ມັນເປັນປາທີ່ເຂົາເຈົ້າເລັ່ງນໍ້າຢາ. ເຂົາເຈົ້າລ້ຽງແຄ່ 2 ເດືອນປາຍ. ເຂົາເຈົ້າກໍໂຕເປັນໂຕລະໂລ ແລ້ວຫັ້ນນ່າຂອງເຮົາເປັນປີແລ້ວປາທັມມະຊາຕ ກິນແຊບ ມັນເນື້ອທັມມະຊາຕ ມັນຈະແຊບມັນຈະຫວານ.”

ສໍາລັບປານິນ ແມ່ນເປັນສິນຄ້າກະສິກັມ ທາດຊີ້ນທີ່ສໍາຄັນ ມີການບໍຣິໂພກຫຼາຍ ໃນນະຄອນຫຼວງວຽງຈັນສະເລັ່ຍ 28,000 ກິໂລຕໍ່ວັນ. ສ່ວນໃຫຍ່ປານິນ ຈະຖືກນຳໄປປຸງແຕ່ງອາຫານ ໃນຄົວເຮືອນ ຫຼື ໃນງານດອງ, ງານໂຮງແຮມ, ງານສຳມະນາ ແລະ ອືື່ນໆ ເນື່ອງຈາກປານິນ ເປັນປາທີ່ບໍ່ຕາຍງ່າຍ ເໝາະແກ່ການຂົນສົ່ງ ໄປບ່ອນ ຕ່າງໆ ພຽງໃສ່ອົກຊີເຈັນ ປານິນສາມາດລອຍນໍ້າ ບໍ່ຕາຍໃນຖັງ ຈົນເຖິງມືຜູ້ບໍຣິໂພກ ແບບໂຕເປັນໆໄດ້. ອີງຕາມຂໍ້ມູນ ຈາກບໍຣິສັດເອກະຊົນ ທີ່ດຳເນິນທຸຣະກິຈ ປູກຜັກສະອາດແລະລ້ຽງປາກະຊັງ ແລະຜແນກກະສິກັມ ແລະປ່າໄມ້ ນະຄອນຫຼວງວຽງຈັນ.

ສ່ວນວິທີການ ຈະແກ້ໄຂບັນຫາ ຜູ້ປະກອບການຈີນ ລ້ຽງປານິນ ແຂ່ງກັບຊາວປະມົງນໍ້າຈືດລາວ ນັ້ນ ການຜລິດຂອງກຸ່ມຊາວປະມົງນໍ້າຈືດ ຕ້ອງໂຮມໂຕກັນ ໃຫ້ເຂັ້ມແຂງ ຊອກຫາທາງອອກ ຮ່ວມກັນ ເພື່ອຕໍ່ລອງກັບຕລາດຈີນ ຍ້ອນທີ່ຜ່ານມາ ຕ່າງຄົນຕ່າງເຮັດ ເລີຍບໍ່ເຂັ້ມແຂງ ບໍ່ມີອຳນາດຕໍ່ລອງ ຫາກໂຮມໂຕກັນໄດ້ ບັນຫາທຳອິດ ຈະສູ້ໄປນໍາກັນ ຄືເຣື່ອງຫົວອາຫານ ລ້ຽງປານິນ ເຮົາສາມາດລວມເປັນກຸ່ມ ຕໍ່ລອງກັບໂຮງງານ ໃນປະເທດລາວ ທີ່ຜລິດສາລີ ແປຮູບ ເປັນອາຫານສັດ ເພື່ອສົ່ງອອກໄປຕ່າງປະເທດ ໃຫ້ແບ່ງຂາຍຫົວອາຫານສັດ ໃຫ້ຊາວປະມົງນໍ້າຈືດລາວ ບໍ່ແມ່ນສົ່ງໄປຂາຍແຕ່ຕ່າງປະເທດ. ອີງຕາມອະດີດຊາວປະມົງນໍ້າຈືດລາວ ເຄີຍລ້ຽງປານິນ ໃນກະຊັງກ່າວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.