ຣົຖໄຟລາວ-ຈີນ ຂະບວນສາກົລ ເພີ່ມຈຸດຮັບ-ສົ່ງ ທີ່ສະຖານີ ເມືອງໄຊ

ພູວົງສ໌
2024.03.12
ຣົຖໄຟລາວ-ຈີນ ຂະບວນສາກົລ ເພີ່ມຈຸດຮັບ-ສົ່ງ ທີ່ສະຖານີ ເມືອງໄຊ ສະຖານີຣົຖໄຟລາວ-ຈີນ ເມືອງໄຊ ແຂວງອຸດົມໄຊ. ເດືອນກັນຍາ ປີ 2023.
RFA

ນັບແຕ່ວັນທີ 10 ມີນາ 2024 ເປັນຕົ້ນມາ, ຣົຖໄຟລາວ-ຈີນ ຂະບວນສາກົລ ທີ່ແລ່ນຂ້າມ ຊາຍແດນລາວ-ຈີນ ຖ້ຽວ D88 ແລະ D87 ໄດ້ຈອດເພີ່ມຈຸດຈອດຮັບ-ສົ່ງ ຜູ້ໂດຍສານ ຈຳນວນ 2 ສະຖານີ ປະກອບດ້ວຍ ສະຖານີເມືອງໄຊ ແຂວງອຸດົມໄຊ ແລະ ສະຖານີ ຢູ້ຊີ ຢູ່ປະເທດຈີນ ເພື່ອອຳນວຍຄວາມສດວກ ໃຫ້ແກ່ຜູ້ໂດຍສານ ທີ່ເດີນທາງໄປ-ມາ ລະຫວ່າງລາວ-ຈີນ ໃຫ້ໄດ້ມີ ຈຸດຂຶ້ນຣົຖໄຟລາວ-ຈີນ ຂະບວນສາກົລ ເພີ່ມຕື່ມອີກ 1 ສະຖານີ, ອີງຕາມຂໍ້ມູນ ຈາກບໍຣິສັດ ທາງຣົຖໄຟລາວ-ຈີນ ຈຳກັດ.

ກ່ຽວກັບເຣື່ອງນີ້, ຜູ້ປະກອບການ ຮັບຈອງປີ້ຣົຖໄຟລາວ-ຈີນ ຢູ່ສະຖານີເມືອງໄຊ ກໍຢືນຢັນວ່າ ປັດຈຸບັນ ຣົຖໄຟລາວ-ຈີນ ຂະບວນສາກົລ ກໍໄດ້ແວ່ຈອດຮັບ-ສົ່ງ ຜູ້ໂດຍສານ ຢູ່ສະຖານີເມືອງໄຊ ແລ້ວ, ໂດຍແຕ່ລະມື້ ມີແຕ່ຖ້ຽວໄປ ແລະ ກັບ ຈຳນວນ 1 ຖ້ຽວ ເທົ່ານັ້ນ.

ດັ່ງຍານາງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 12 ມີນາ ນີ້ວ່າ:

“ແມ່ນແລ້ວ, ມາແວ່ຮັບຜູ້ໂດຍສານ ຢູ່ເມືອງໄຊ. ສຳລັບໄປຈີນແທ້ໆ, ມີຖ້ຽວນຶ່ງ ລາຄາປີ້ແມ່ນ 1 ລ້ານ ກັບ 77 ພັນກີບ. ສຳລັບເມືອງໄຊ ໄປຄຸນໝິງໃຕ້.”

ແຕ່ເຖິງຢ່າງໃດກໍຕາມ, ສຳລັບນັກທ່ອງທ່ຽວຈີນ ທີ່ມາທ່ຽວ ຢູ່ເມືອງໄຊ ແລະ ຊາວແຂວງອຸດົມໄຊ ທີ່ເດີນທາງໄປຈີນ ດ້ວຍຣົຖໄຟລາວ-ຈີນ ນັ້ນ, ກໍຍັງມີພຽງແຕ່ ຈຳນວນໜ້ອຍ ຄັນທຽບກັບແຂວງອື່ນໆ ຍ້ອນເມືອງໄຊ ຍັງບໍ່ແມ່ນເມືອງຍອດນິຍົມ ຂອງນັກທ່ອງທ່ຽວຈີນ ເທື່ອ. ດັ່ງນັ້ນ, ການທີ່ຣົຖໄຟລາວ-ຈີນ ຂະບວນສາກົລ ໄດ້ແວ່ຈອດຮັບ-ສົ່ງ ຜູ້ໂດຍສານ ຢູ່ສະຖານີເມືອງໄຊ ຈຶ່ງຍັງມີພຽງແຕ່ ຜູ້ໂດຍສານ ແຕ່ພຽງສ່ວນໜ້ອຍ.

ດັ່ງເຈົ້າໜ້າທີ່ ຜແນກຖແລງຂ່າວ, ວັທນະທັມ ແລະ ທ່ອງທ່ຽວ ແຂວງອຸດົມໄຊ ກ່າວວ່າ:

“ໂອ, ໜ້ອຍໂອ. ອຸດົມໄຊ ບໍ່ຄ່ອຍມີນ່າ, ໜ້ອຍດຽວ. ແມ່ນແຫຼະ ມີຣົຖໄຟ ມາແວ່ອຸດົມໄຊ ແລ້ວ ເມືອງໄຊ ໄປຈີນ ກະໜ້ອຍດຽວ. ຈີນ ມາເມືອງໄຊ ກະໜ້ອຍດຽວ. ສ່ວນຫຼາຍ ກະໄປຫຼວງພຣະບາງ. ໂອ, ສະຖິຕິ ບໍ່ຈື່.”

ໃນຂະນະທີ່ ຜູ້ປະກອບການໂຮງແຮມ ຢູ່ເມືອງໄຊ ທ່ານນຶ່ງ ກໍຢືນຢັນວ່າ ສຳລັບນັກທ່ອງທ່ຽວຈີນ ທີ່ມາແວ່ພັກ ຢູ່ເມືອງໄຊ ນັ້ນ, ກໍມີພຽງແຕ່ ຈຳນວນໜ້ອຍ ແລະ ຄົນຈີນ ທີ່ມາ ສ່ວນໃຫຍ່ ກໍແມ່ນຜູ້ທີ່ເຮັດທຸຣະກິຈ ຫຼືຄ້າຂາຍ, ແຕ່ກໍຈຳນວນ ບໍ່ຫຼາຍປານໃດ.

ດັ່ງທ່ານກ່າວວ່າ:

“ຄົນຈີນ, ຫັ້ນນ່າ ຈີນທົ່ວໆໄປຫັ້ນແຫຼະ, ຄົນທຳມາຫາກິນບໍ. ຈຸນຶ່ງ ກໍມາທ່ຽວມາຫຼິ້ນບໍ, ຫັ້ນນ່າ. ກໍບໍ່ຊ່າງຊິວ່າ ໄລ່ສເລັ່ຽມື້ນຶ່ງ ປະມານ 10 ປາຍ ຫາ 20 ປາຍ ນີ້ແຫຼະ. ຄ້າຂາຍກໍມີ, ເຂົ້າມາທ່ອງທ່ຽວກໍມີ, ຈັ່ງໃດກໍມີນ່າ. ບາງມື້ກະເຕັມ ບາງມື້ກະບໍ່ເຕັມ.”

ສ່ວນຜູ້ປະກອບການ ດ້ານການທ່ອງທ່ຽວ ຢູ່ແຂວງອຸດົມໄຊ ທ່ານນຶ່ງ ກ່າວວ່າ ເຖິງແມ່ນວ່າ ເມືອງໄຊ ຈະມີນັກທ່ອງທ່ຽວຈີນ ເຂົ້າມາທ່ຽວຢູ່ກໍຕາມ, ແຕ່ກຸ່ມທີ່ເຂົ້າມາທ່ຽວນັ້ນ, ກໍພັກເຊົາ ຢູ່ໂຮງແຮມປະຈຳ ຂອງພວກເຂົາເຈົ້າ ເທົ່ານັ້ນ ແລະ ບໍ່ໄດ້ພັກເຊົາ ແບບກະແຈກກະຈາຍໄປ ຕາມໂຮງແຮມ ແລະ ເຮືອນພັກອື່ນໆ. ດັ່ງນັ້ນ, ຜູ້ປະກອບການ ດ້ານການທ່ອງທ່ຽວ ຫຼາຍແຫ່ງ ຈຶ່ງຍັງບໍ່ໄດ້ຮັບຜົລປໂຍດ ຈາກເມັດເງິນ ຂອງນັກທ່ອງທ່ຽວຈີນ ແຕ່ຢ່າງໃດ.

ດັ່ງທ່ານກ່າວວ່າ:

“ໂອ, ຢູ່ອຸດົມໄຊບໍ, ເຂົາກະພັກຢູ່ ໂຮງແຮມໄຊຊະນະ ປະມານນີ້. ໂຮງແຮມໄຊຊະນະ ມັນຊິກວ້າງຂວາງ, ສະດວກ-ສະບາຍ. ເປັນຂອງຄົນລາວ, ແຕ່ວ່າ ຄົນຈີນ ກະໄປພັກ, ຫັ້ນນ່າ. ແຕ່ວ່າ ຂອງຈີນ ກະມີ.”

ທາງດ້ານ ພະນັກງານນຳທ່ຽວ ນາງນຶ່ງ ທີ່ເຄີຍຮັບນັກທ່ອງທ່ຽວ ຢູ່ເມືອງໄຊ ກ່າວວ່າ ເຖິງແມ່ນວ່າ ເມືອງໄຊ ຈະເປັນເສັ້ນທາງຜ່ານ ຂອງຣົຖໄຟລາວ-ຈີນ ກໍຕາມ, ແຕ່ນັກທ່ອງທ່ຽວ ທັງນັກທ່ອງທ່ຽວຈີນ, ນັກທ່ອງທ່ຽວຕ່າງປະເທດ ແລະ ນັກທ່ອງທ່ຽວລາວ ທີ່ນັ່ງຣົຖໄຟລາວ-ຈີນ ມາແວ່ພັກນັ້ນ, ກໍມີໜ້ອຍທີ່ສຸດ ແລະ ສ່ວນໃຫຍ່ ກໍຜ່ານໄປ ແຂວງຫຼວງພຣະບາງ ຫຼາຍກວ່າ ຈຶ່ງເຮັດໃຫ້ ພະນັກງານນຳທ່ຽວ ຈຳນວນນຶ່ງ ຕ້ອງຍ້າຍມາເຮັດວຽກ ຢູ່ແຂວງຫຼວງພຣະບາງ ເພື່ອລໍຖ້າ ຕ້ອນຮັບແຂກ ແລະ ຊອກຫາລາຍໄດ້.

ດັ່ງຍານາງ ກ່າວວ່າ:

“ອຸດົມໄຊ ເມືອງໄຊ ບໍ່ມີ, ມີແຕ່ຫຼວງພຣະບາງ. ແມ່ນໆ, ຄົນຈີນບໍ່ມີເລີຍ ເກືອບຊິບໍ່ມີເລີຍ. ສ່ວນຫຼາຍ ຢູ່ຫຼວງພຣະບາງ, ເຮົາຢູ່ຫຼວງພຣະບາງພຸ້ນນ່າ ຕອນນີ້ນ່າ.”

ສຳລັບການເປີດການຂົນສົ່ງ ຜູ້ໂດຍສານສາກົລ ຢູ່ສະຖານີເມືອງໄຊ ໃນມື້ດັ່ງກ່າວນັ້ນ, ແມ່ນມີທ່ານ ຈ່າງ ເຊີ້ຜິ່ງ, ຫົວໜ້າກົງສູນໃຫຍ່ຈີນ ປະຈຳບັນດາແຂວງພາກເໜືອ ຂອງລາວ ເຂົ້າຮ່ວມນຳດ້ວຍ ແລະ ໃນໂອກາດດັ່ງກ່າວ ທ່ານ ອຸ່ນແກ້ວ ອຸ່ນອາລົມ, ຮອງເຈົ້າແຂວງ ແຂວວອຸດົມໄຊ ກໍໄດ້ກ່າວສະແດງ ຄວາມຂອບໃຈ ຕໍ່ກົງສູນໃຫຍ່ຈີນ ປະຈຳບັນດາແຂວງພາກເໜືອ ທີ່ໄດ້ເປີດການຂົນສົ່ງ ຜູ້ໂດຍສານສາກົລ ຢູ່ສະຖານີເມືອງໄຊ. 

ສຳລັບຣົຖໄຟລາວ-ຈີນ ຂະບວນສາກົລ ຖ້ຽວ D88 ແລະ D87, ປັດຈຸບັນ ໄດ້ແວ່ຮັບ-ສົ່ງ ຜູ້ໂດຍສານ ໃນລາວ ທັງໝົດ 5 ສະຖານີ ປະກອບດ້ວຍ ສະຖານີນະຄອນຫຼວງວຽງຈັນ, ສະຖານີວັງວຽງ, ສະຖານີຫຼວງພຣະບາງ, ສະຖານເມືອງໄຊ ແລະ ສະຖານີບໍ່ເຕັນ ເປັນສະຖານີສຸດທ້າຍ ໃນຝັ່ງປະເທດລາວ ກ່ອນຈະເຂົ້າສູ່ປະເທດຈີນ.

ແລະ ພ້ອມດຽວກັນນີ້, ບໍຣິສັດ ທາງຣົຖໄຟລາວ-ຈີນ ຈຳກັດ ກໍໄດ້ເພີ່ມຈຸດຈອດ ຢູ່ສະຖານີໂພນໂຮງ ສຳລັບຣົຖໄຟ ຖ້ຽວ C84 ແລະ ປັບເວລາເດີນທາງ ຂອງຣົຖໄຟ ຖ້ຽວ C85, C92, C84, K12 ແລະ K11 ໃນບາງສະຖານີ ອີກພ້ອມ ເພື່ອອຳນວຍຄວາມສະດວກ ແກ່ຜູ້ໂດຍສານ ພາຍຫຼັງມີສຽງຮຽກຮ້ອງ ຈາກຜູ້ໂດຍສານຫຼາຍຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.